ພົບຄວາມສວຍງາມແຫ່ງກາງລະດູຮ້ອນຂອງພູຕາຊົ່ວ
ໃນຊ່ວງກາງລະດູຮ້ອນ, ທົ່ວຜືນທົ່ງຫຍ້າ ແລະ ປ່າໄມ້ ໃນສວນສາທາລະນະແຫ່ງຊາດພູຕາຊົ່ວ ນະຄອນຊຽງກຣີລາ, ແຂວງຢຸນນານ ແມ່ນຂຽວອຸ່ມທຸ່ມ ແລະ ເຕັມໄປດ້ວຍຊີວິດຊີວາ.ໜອງນ້ຳໃສແຈ້ງດັ່ງກະຈົກສະທ້ອນພາບທ້ອງຟ້າສີຄາມ ແລະ ເມກຂາວ;ຜືນປ່າດົງດິບອັນກວ້າງໃຫຍ່ຂຽວສົດຕໍ່ເນື່ອງສຸດສາຍຕາ, ສາຍນ້ຳໃສເຢັນໄຫຼຜ່ານທົ່ງຫຍ້າພູສູງທີ່ຂຽວສົດ, ຝູງງົວ ແລະ ຝູງແກະພາກັນຍ່າງຫາກິນຢ່າງສະບາຍ ຮ່ວມກັນສ້າງເປັນພາບທິວທັດລະດູຮ້ອນເທິງພູພຽງສູງທີ່ງົດງາມ ແລະ ມີສະເໜ່.
ເວັບໄຊປະຊາຊົນ2026-07-03 17:58
ນາຂັ້ນໄດຂຽວສົດ ທິວທັດໃໝ່ງາມດັ່ງພາບແຕ້ມ
ໃນຊ່ວງກາງລະດູຮ້ອນ,ນາຂັ້ນໄດຮານທີ່ມີປະຫວັດສາດນັບພັນປີຢູ່ເມືອງຢວນຢາງ,ກິ່ງແຂວງຫົງເຫີ, ແຂວງຢຸນນານແມ່ນປົກຄຸມໄປດ້ວຍສີຂຽວສຸດລູກຫູລູກຕາ,ຕົ້ນເຂົ້າອ່ອນຂຽວສົດງົດງາມເບິ່ງຄືດັ່ງພາບແຕ້ມຊົນນະບົດທີ່ມີຊີວິດຊີວາ ແລະ ສະຫງົບສຸກ.
ສຳນັກຂ່າວສານຊິນຮວາ2026-07-01 16:30
ຢູ່ຕາລີ ຕົກຫຼຸມຮັກກັບຊີວິດ | ລະດູຮ້ອນທ່າມກາງທຳມະຊາດ ຊຶມຊັບເວລາອັນສະບາຍໃຈ
ໃນຍາມຮ້ອນທີ່ອົບອ້າວ, ຈະໄປຫຼົບຮ້ອນຢູ່ໃສດີ?ລະດູຮ້ອນນີ້, ລອງໃຫ້ຮ່າງກາຍ ແລະ ຈິດໃຈຂອງທ່ານໄດ້ພັກຜ່ອນ ດ້ວຍການມາຫຼົບຮ້ອນຢູ່ເມືອງຢຸນຫຼົງ, ເພື່ອຊຶມຊັບຄວາມສະບາຍ ແລະ ຄວາມໂລແມນຕິກ ຂອງ “ການຕົກຫຼຸມຮັກຊີວິດຢູ່ຕາລີ” ໃນຈັງຫວະຊີວິດອັນຊ້າໆ ທ່າມກາງທຳມະຊາດ.
ເວັບໄຊປະຊາຊົນ2026-06-25 17:43
ມົນສະເໜ່ຂອງດອກບົວທີ່ເບັ່ງບານຢ່າງສວຍງາມຄຽງຂ້າງ ຕຶກຕ້າກວນ
ໃນປັດຈຸບັນ, ດອກບົວຢູ່ສວນສາທາລະນະ ຕ້າກວນເລົາ (Daguanlou) ໃນນະຄອນຄຸນໝິງ ໄດ້ກ້າວເຂົ້າສູ່ໄລຍະທີ່ເໝາະສົມທີ່ສຸດໃນການຊົມ. ດອກບົວສີບົວອ່ອນໆ ຊູຊໍ່ດອກເບັ່ງບານຂຶ້ນຈາກກາງໃບບົວສີຂຽວທີ່ຊ້ອນກັນເປັນຊັ້ນໆ ແລະ ແຕ່ລະດອກລ້ວນແຕ່ອວດໂສມຄວາມງາມໃນແບບຂອງຕົນ.
ໜັງສືພິມລາຍວັນ ຢຸນນານ2026-06-25 16:51
ຫຼັງຈາກຝົນຕົກ, ດອກບົວຢູ່ນະຄອງໝີເລີ່ຈະບານເຕັມທີ່
ຫຼັງຈາກຝົນຕົກໃນລະດູຮ້ອນ, ດອກບົວກຳລັງເບັ່ງບານຢູ່ສວນສາທາລະນະເຂດຊຸ່ມນ້ຳ ແມ່ນ້ຳຕຽນຊີ ໃນນະຄອງໝີເລີ່,ກິ່ງແຂວງຮົງເຮີ, ແຂວງຢຸນນານ.
ສຳນັກຂ່າວສານຊິນຮວາ2026-06-05 15:17
ສິ່ງມະຫັດສະຈັນຢູ່ຮ່ອມພູຜີເສື້ອຮົງເຮີ: ຝູງຜີເສື້ອບິນຟ້ອນ, ງາມຫຼາຍ!
ເມື່ອເຂົ້າສູ່ເດືອນພຶດສະພາ, ຮ່ອມພູຜີເສື້ອຮົງເຮີຂອງຈີນໃນຕາແສງມາອານດີ, ເມືອງຈິ້ມປິ້ງ, ກິ່ງແຂວງຮົງເຮີ, ແຂວງຢຸນນານ, ໄດ້ເຂົ້າສູ່ໄລຍະການຊົມທີ່ດີທີ່ສຸດ. ຜີເສື້ອຈັງເກິລ ຄວີນ (Jungle Queen) ຫຼາຍກວ່າ 100 ລ້ານໂຕ ໄດ້ພ້ອມກັນອອກຈາກດັກແດ້ ແລະ ບິນລອຍຟ້ອນລຳຢ່າງສວຍງາມ, ສາມາດເວົ້າໄດ້ວ່າເປັນການສະແດງລະບຳແຫ່ງຊີວິດ ທີ່ຍິ່ງໃຫຍ່ ແລະ ໂຣແມນຕິກ, ທັງເປັນການຮ່ວມສ້າງສິ່ງມະຫັດສະຈັນທາງລະບົບນິເວດທຳມະຊາດ ທີ່ມີເອກະລັກໜຶ່ງດຽວບໍ່ຄືໃຜ.
ສະບາຍດີ2026-06-02 18:07
ດອກໄມ້ເບັງບານຂອງຄຸນມິງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼາຍ
ຫວ່າງມໍ່ໆນີ້, ນະຄອນຄຸນມິງແຂວງຢຸນນານໄດ້ມາຮອດລະດູການດອກໄມ້ໄດ້ເບີກບານຢ່າງຟົດຟື້ນ. ປະຊາຊົນກຳລັງມ່ວນຊື່ນກັບການອອກນອກບ້ານ ແລະຊື່ນຊົມບັນຍາກາດລະດູໃບໄມ້ປົ່ງທີ່ສົດໃສ.
ສຳນັກຂ່າວຊິນຮວາ2026-03-10 00:00
"ງານດອກຊາກຸຣະຢວນທົງ" ປະຈຳປີມາຮອດແລ້ວ!
ເມື່ອບໍ່ດົນມານີ້, ດອກກະຖິນ ແລະ ດອກຊາກຸຣະຢູ່ສວນສັດຄຸນມິງໄດ້ເລີ່ມເບັງບານ, ສ້າງຮູບພາບລະດູໃບໄມ້ປົ່ງສີບົວທີ່ໜ້າຕື່ນຕາຕື່ນໃຈ - "ງານດອກຊາກຸຣະຢວນທົງ" ປະຈຳປີໄດ້ກັບມາອີກຄັ້ງ!
ສະບາຍດີ2026-02-28 10:40
ຍິນດີຕ້ອນຮັບສູ່ນະຄອນຄຸນໝິງ | ນະຄອນຄຸນມິງເຊີນຊວນປະຊາຊົນທົ່ວໂລກຮ່ວມສະຫຼອງບຸນກຸດຈີນ
ບຸນກຸດຈີນຈະມາເຖິງ,ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວຢ່າງອົບອຸ່ນ,ຄຸນມິງຖືໂອກາດນີ້ສົ່ງຄໍາເຊື້ອເຊີນທີ່ຈິງໃຈໃຫ້ເພື່ອນມິດທົ່ວໂລກ.ພວກເຮົາຂໍເຊີນທ່ານມາທີ່ເມືອງທີ່ອົບອຸ່ນແຫ່ງນີ້ເພື່ອສະເຫຼີມສະຫຼອງບຸນກຸດຈີນກັບພວກເຮົາ.
ສະບາຍດີ2026-02-13 17:16
3 ໝູ່ບ້ານບູຮານລັບແຄມທະເລສາບ ຕຽນຊື ມອບເວລາພັກຜ່ອນໃນວັນສະບາຍໆໃນນະຄອນຄຸນໝິງ
ທັດສະນີຍະພາບແຄມບຶງນ້ຳແລະພູຜາ,ກິ່ນຫອມຂອງສະໝຸນໄພ,ກາເຟທີ່ເຮັດດ້ວຍມື...ໃຊ້ເວລາພຽງມື້ດຽວກໍສາມາດສຳຜັດກັບຄວາມງຽບສະຫງົບຂອງທະເລສາບຕຽນຊືໄດ້.
ສະບາຍດີ2026-01-21 10:48
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK