3 ໝູ່ບ້ານບູຮານລັບແຄມທະເລສາບ ຕຽນຊື ມອບເວລາພັກຜ່ອນໃນວັນສະບາຍໆໃນນະຄອນຄຸນໝິງ

ມາຈາກ:ສະບາຍດີ

ເບື່ອກັບການທ່ອງທ່ຽວທີ່ແອອັດບໍ?ກຳລັງຊອກຫາສະຖານທີ່ຜ່ອນຄາຍເພື່ອສຳຜັດກັບທຳມະຊາດ ແລະ ສຳຜັດກັບວັດທະນະທຳແມ່ນບໍ?

ແຄມຝັງຕະເວັນຕົກຂອງທະເລສາບຕຽນຊືໃນນະຄອນຄຸນໝິງ ມີເສັ້ນທາງລັບເຊື່ອງຢູ່ມມັນໄດ້ເຊື່ອມກັບໝູ່ບ້ານບູຮານ3 ແຫ່ງຄື: ບ້ານຢາງລິງກັງ,ບ້ານກວນອິນຊານ ແລະ ບ້ານປ່າຍຈ້າວ. ທັດສະນີຍະພາບແຄມບຶງນ້ຳແລະພູຜາ,ກິ່ນຫອມຂອງສະໝຸນໄພ,ກາເຟທີ່ເຮັດດ້ວຍມື...ໃຊ້ເວລາພຽງມື້ດຽວກໍສາມາດສຳຜັດກັບຄວາມງຽບສະຫງົບຂອງທະເລສາບຕຽນຊືໄດ້.

1

ຈຸດຢຸດທຳອິດ:ບ້ານຢາງລິງກັງ-ສາມາດເພີດເພີນໄປກັບຈັງຫວະຊ້າໆຂອງກາເຟແລະແສງໃນຍາມເຊົ້າ 

ແສງອາລຸນຍາມເຊົ້າສ່ອງລົງມາເທິງທະເລສາບຕຽນຊືບ້ານຢາງລິງກັງກໍຕື່ນຂື້ນໄປກັບແສງ, ບ້ານອາຍຸສອງຮ້ອຍປີແຫ່ງນີ້ ຫັນໜ້າສູ່ທະເລສາບຕຽນຊື ແລະມີພູຊີຊານຢູ່ດ້ານຫຼັງ, ເປັນທີ່ພັກໄອໄສຂອງ7ຕະກຸນ, ຖຶກຕັ້ງຊາຍາວ່າ "ສະຖານທີ່ທຳອິດທີ່ແສງອາລຸນຍາມເຊົ້າສ່ອງລົງມາເທິງທະເລສາບຕຽນຊື".

2

ເມື່ອຟ້າສະຫວ່າງຂື້ນ,ສາມາດໄປແຄມທະເລສາບ ຕຽນຊື ເພື່ອເບິ່ງແສງຍາມເຊົ້າທີ່ຍ້ອມສີແດງໜ້ານ້ຳ,ນົກນາງນວນປາກແດງ,ພຽງແຕ່ຈັບໂທລະສັບຂື້ນມາຖ່າຍທຸກໆຮູບຄືດັງຢູ່ໃນຮູບເງົາ.

ປົດເກີບກ້າວເຂົ້າສູ່ຫາດຊາຍອັນອ່ອນນຸ້ມ,ປ່ອຍໃຫ້ຄື້ນອ່ອນໆຂອງທະເລສາບຕຽນຊືສຳຜັດເບົາໆກັບພື້ນຕີນ,ດື່ມດ່ຳກັບຄວາມສຸກຂອງ"ການພັກຜ່ອນຢ່ອນໃຈ"ເປັນເອກະລັກຂອງຄຸນໝິງ;

3

ສຳຜັດກັບເຄື່ອງຫັດຖະກຳເຊັ່ນ:ການຍ້ອມສີ ແລະ ເຄື່ອງປັ້ນດິນເຜົ້ົາເພື່ອປ່ຽນຄວາມງາມຂອງການເດີນທາງຂອງທ່ານໃຫ້ກາຍເປັນຂອງຂວັນ;

4

ຊອກຫາບ່ອນຕັ້ງແຄ້ມແຄມທະເລສາບ,ຈິບກາເຟ"ສູດພິເສດໃນບ້ານ"ຈັກຈອກໜຶ່ງ ແລະ ຊົມວິວທະເລສາບ ຕຽນຊື ອັນກວ້າງໃຫຍ່ໄພສານ,ພ້ອມກັບປ່ອຍໃຫ້ເວລາຄ່ອຍໆລ່ອງລອຍໄປຕາມສາຍລົມຈາກຜືນນ້ຳ.

5

ຈຸດຢຸດທີສອງ:ບ້ານກວນອິນຊານ-ວັດບູຮານ ແລະ ບັນຍາກາດທີ່ມີຊີວິດຊີວາຂອງການປຸງແຕ່ງອາຫານ.

ບ້ານກວນອິນຊານຢູ່ຫ່າງຈາກບ້ານຢາງລິງກັງ 2 ກິໂລແມັດ, ສາມາດທ່ຽວຊົມໂດຍການຍ່າງ(ຫຼືຂີ່ລົດສອງສາມນາທີ)ກໍຮອດ. ກຳແພງສີຂາວ,ກະເບື້ອງສີດຳ,ຖະໜົນຫີນໂຄ້ງຄ້ຽວ,ດອກໄມ້ແລະຫຍ້າປະດັບຢູ່ລະຫວ່າງທາງ,ບ້ານແຫ່ງນີ້ສະອາດ,ຮົ່ມເຢັນແລະເຕັມໄປດ້ວຍຄວາມສະຫງົບສຸກ.

ຫຼັງຈາກຮັບປະທານອາຫານແລ້ວ,ໃຫ້ຍ່າງໄປທ່ຽວວັດ ກວນອິນ ທີ່ຕັ້ງຢູ່ໃນພູຜາ,ບ່ອນທີ່ທ່ານສາມາດຊົມວິວທິວທັດພາໂນຣາມາ 270 ອົງສາຂອງທະເລສາບ ຕຽນຊື,ເຊິ່ງທັງກວ້າງຂວາງ ແລະ ຜ່ອນຄາຍ.

6

ຢ້ຽມຊົມຮ່ອງຮອຍທາງປະຫວັດສາດເຊັ່ນ: ຫໍບັນພະບຸລຸດຕະກຸນຕົງ,ປະຕູໂຂງຫີນຂອງຫລຸມຝັງສົບຂອງ ລີ ເປລຽນແລະສະຖານທີ່ທາງປະຫວັດສາດອື່ນໆ, ເພື່ອສຳຜັດກັບປະຫວັດສາດສະໄໝໃໝ່ຂອງແຂວງຢຸນນານ.

7

ຕ້ອງລອງ"ເມນູປາຜັດຊ້ອດຂອງບ້ານກວນອິນຊານ"-ປານຸ້ມ ແລະ ນ້ຳຊ້ອດເຂັ້ມຂຸ້ນ ຫຼື ຈະສັ່ງອາຫານພື້ນບ້ານດັ່ງເດີມຕົ້ນດຳລັບແທ້ຢູ່ຮ້ານອາຫານໃນໝູ່ບ້ານກໍ່ແຊບຄືກັນ.

ຜູ້ທີ່ມັກຂີ່ລົດຖີບບໍ່ຄວນພາດໂອກາດນີ້!ມີເສັ້ນທາງສີຂຽວສີຮຸ້ງຢູ່ທາງຫຼັງໝູ່ບ້ານເຊິ່ງຕາມທາງມີທິວທັດທີ່ສວຍງາມ;ການຂີ່ລົດຖີບໃນຂະນະທີ່ລົມພັດມານັ້ນເປັນສິ່ງທີ່ດີຫຼາຍ.

8

ຈຸດຢຸດທີສາມ:ບ້ານ ປ່າຍຈ້າວ-ສະໝຸນໄພທາງການແພດຖືກປະສົມປະສານກັບຝີມືຫັດຖະກຳທີ່ງົດງາມ.

ເດີນທາງຕໍ່ໄປອີກບໍ່ໄກ,ກິ່ນຫອມອ່ອນໆຂອງສະໝຸນໄພກໍ່ເຂັ້ມຂຶ້ນ-ນັ້ນເປັນສັນຍານຂອງການມາຮອດບ້ານປ່າຍຈ້າວແລ້ວ.ບ້ານນີ້ຂື້ນຊື່ເລື່ອງສະໝຸນໄພອຸດົມສົມບູນ,ນອກຈາກນັ້ນຍັງເປັນບ້ານເກົ່າຂອງທ່ານ ຈູຮວນຈາງ ຜູ້ກໍ່ຕັ້ງຢາໝ່ອງຢຸນນານ ເຊິ່ງເຕັມໄປດ້ວຍເລື່ອງລາວເໜືອທຳມະຊາດ.

9

ຍ່າງເລາະໄປຕາມຮ່ອມຊອຍວັດທະນະທຳບ້ານ ປ່າຍຈ້າວ, ຕາມຜາກຳແພງເຕັມໄປດ້ວຍບົດຄວາມວິທະຍາສາດທີ່ໄດ້ຮັບຄວາມນິຍົມກ່ຽວກັບສະໝຸນໄພຢາຈີນ ແລະ ຮູບແຕ້ມຊົນເຜົ່າຕ່າງໆ, ຄ້າຍຄືກັບປຶ້ມຮູບພາບສາມມິຕິ,ເໝາະສຳລັບການພາເດັກນ້ອຍໄປຮຽນຮູ້ກ່ຽວກັບທຳມະຊາດ.

10

ແວ່ຊົມ "ສົມບັດສາມຢ່າງ" ຂອງໝູ່ບ້ານຄື: ວັດບູຮານຢຸນລອງ,ສະລອຍນ້ຳມັງກອນ ແລະ ສວນສະໝຸນໄພ. ນ້ຳໃສຂອງສະລອຍນ້ຳ ແລະ ບັນຍາກາດທີ່ງຽບສະຫງົບຂອງວັດບູຮານສະແດງເຖິງສັດທາ ແລະ ຄວາມສະຫງົບສຸກທີ່ສືບທອດກັນມາຫຼາຍລຸ້ນຄົນຂອງຊາວບ້ານ.

11

ເມື່ອຍ່າງຫຼິ້ນເມື່ອຍແລ້ວ ສາມາດພັກຜ່ອນເອົາແຮງທີ່ຮ້ານກາເຟ"ທູ້ທູ້",ຮ້ານເຂົ້າຈີ່"ຈຽນມຽນ",ກິ່ນຫອມຂອງກາເຟປະສົມກັບກິ່ນຫອມຂອງເຂົ້າຈີ່ຈະເຮັດໃຫ້ທ່ານຮູ້ສຶກມີຄວາມສຸກ.

12

ບໍ່ຈຳເປັນຕ້ອງເດີນທາງໄກ ຫຼື ໄປບຽດກັບຝູງຊົນ;ການທ່ອງທ່ຽວທີ່ຊ້າໆ ແລະ ສະບາຍໆນີ້ເປີດເຜີຍຄວາມສະດວກສະບາຍທີ່ແທ້ຈິງທີ່ສຸດຂອງເມືອງຄຸນໝິງ.

ເກັບຮັກສາເສັ້ນທາງນີ້,ເລືອກມື້ທີ່ທ້ອງຟ້າສົດໃສ ແລ້ວເຕີມເຕັມຄວາມຊົງຈຳດີໆກັບບ້ານເກົ່າແກ່ແຄມທະເລສາບ ຕຽນຊືກັນ~

厌倦了人挤人的打卡式旅行?想找一处亲近自然、触摸人文的放空之地?

昆明滇池西岸藏着一条宝藏路线——串联杨林港、观音山、百草村三个白族古村。湖光山色、药草清香、手作咖啡……一天时间解锁滇池最宁静的“侧脸”。

1

第一站:杨林港村 · 晨光与咖啡的慢时光

清晨第一缕阳光洒向滇池杨林港便醒了。这个两百年历史的村落面朝滇池、背倚西山,七族共居,被誉为“滇池第一缕晨光洒落的地方”。

2

天微亮时,到湖边看朝霞染红河面,鸥鸟掠过波光,随手拍都是大片;

脱鞋踩进细软沙滩,让滇池柔波轻抚脚背,感受昆明独有的“微度假”快乐。

3

走进港湾众创、滇彩雅物集体验扎染、陶艺等手作把旅途美好做成礼物;

寻一处临湖露营地,对着浩渺滇池喝杯“村里限定”咖啡,任时光随湖风流淌。

4

第二站:观音山村 · 古寺与酱香的烟火气

从杨林港沿湖步行2公里(乘车仅需几分钟)便到了观音山村。白墙黛瓦、石板蜿蜒花草点缀其间整个村子干净雅致满是宁静祥和。

5

饭后漫步至山间观音寺,270度俯瞰滇池全景,视野开阔心境舒展;

6

探访董氏宗祠、李培莲墓石牌坊等遗迹感受云南近代风云往事;

7

必尝“观音山老酱鱼”鱼肉鲜嫩、酱香浓郁,村里小馆的农家菜也地道不踩雷;

骑行爱好者别错过!村后有一条彩虹绿道沿途风景如画骑着车吹着风超治愈。

8

第三站:百草村 · 药香与匠心的传奇路

再往前淡淡的药香渐浓——百草村到了。村子因药草繁茂得名,更是云南白药创始人曲焕章的故居所在地,满是传奇色彩。

9

漫步百草文化巷墙上的中药材科普与民族彩绘,像一本立体画册,适合带娃上堂自然课;

10

打卡村里“三宝”:云龙古寺、龙潭与药草。潭水清澈,古寺清幽,承载着村民世代的信仰与安宁;

11

逛累了可歇脚土土咖啡屋、见面窑烤面包咖啡香混着面包香幸福感拉满。

12

不用远行,无需挤潮,这场慢下来的轻漫游藏着昆明最本真的惬意。

收藏这条路线,挑个晴天赴一场滇池畔古村的温柔之约~

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

01/21

10:48

ແບ່ງປັນ

ແປ
翻译