ມາຈາກ:ສະບາຍດີ
ໃນຊ່ວງຕົ້ນລະດູຮ້ອນ, ສັບພະສິ່ງພາກັນຈະເລີນເຕີບໂຕຢ່າງງອກງາມ, ແລະ ຄວາມງົດງາມຂອງທຳມະຊາດກໍມາເຖິງຕາມລະດູການ. ເມື່ອເຂົ້າສູ່ເດືອນພຶດສະພາ, ຮ່ອມພູຜີເສື້ອຮົງເຮີຂອງຈີນໃນຕາແສງມາອານດີ, ເມືອງຈິ້ມປິ້ງ, ກິ່ງແຂວງຮົງເຮີ, ແຂວງຢຸນນານ, ໄດ້ເຂົ້າສູ່ໄລຍະການຊົມທີ່ດີທີ່ສຸດ. ຜີເສື້ອຈັງເກິລ ຄວີນ (Jungle Queen) ຫຼາຍກວ່າ 100 ລ້ານໂຕ ໄດ້ພ້ອມກັນອອກຈາກດັກແດ້ ແລະ ບິນລອຍຟ້ອນລຳຢ່າງສວຍງາມ, ສາມາດເວົ້າໄດ້ວ່າເປັນການສະແດງລະບຳແຫ່ງຊີວິດ ທີ່ຍິ່ງໃຫຍ່ ແລະ ໂຣແມນຕິກ, ທັງເປັນການຮ່ວມສ້າງສິ່ງມະຫັດສະຈັນທາງລະບົບນິເວດທຳມະຊາດ ທີ່ມີເອກະລັກໜຶ່ງດຽວບໍ່ຄືໃຜ.
ຝູງຜີເສື້ອທີ່ບິນເຕັມທ້ອງຟ້າ ເບິ່ງເບົາບາງອ່ອນຊ້ອຍ ແລະ ມີຊີວິດຊີວາ, ພວກມັນບິນລັດເລາະໄປມາຕາມຮາວປ່າ ດ້ວຍທ່ວງທ່າທີ່ສະງ່າງາມ ແລະ ອ່ອນຫວານໜ້າຫຼົງໄຫຼຈົນຈັບໃຈ. ຜີເສື້ອຈັງເກິລ ຄວີນ (Jungle Queen) ທີ່ບິນເວີນໄປມາ ບາງຄັ້ງກໍບິນເວີນອ້ອມກິ່ງໄມ້ ແລະ ຢອກໄຍກັນໃນປ່າ, ບາງຄັ້ງກໍລົງມາຕອມຢ່າງເບົາໆເທິງປາຍນິ້ວມື ຫຼື ຢຸດພັກເທິງບ່າໄຫຼ່ຂອງນັກທ່ອງທ່ຽວ. ພາບການມີປະຕິສຳພັນທີ່ມີຊີວິດຊີວາ ແລະ ໃກ້ຊິດສະໜິດສະໜົມນີ້ ສະແດງໃຫ້ເຫັນເຖິງຄວາມອ່ອນໂຍນ ແລະ ມີຊີວິດຊີວາຂອງສິ່ງມີຊີວິດໃນທຳມະຊາດຢ່າງທົ່ວເຖິງ. ພາຍໃນຮ່ອມພູ, ມີສຽງນ້ຳຫ້ວຍໄຫຼລິນ, ນ້ຳຕົກຕາດໂຕນຕາດຢ່າງບໍ່ຂາດສາຍ, ແລະ ຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ, ຝູງຜີເສື້ອຫຼາກສີສັນທີ່ບິນເຕັມທ້ອງຟ້າ ເຂົ້າກັນໄດ້ຢ່າງຈົບງາມກັບພູຜາປ່າດົງທີ່ງຽບສະຫງົບ, ກິ່ນອາຍຄວາມສັກສິດຂອງພູຜາປ່ານ້ຳ ກົມກືນກັນກັບພະລັງຊີວິດຂອງສິ່ງມີຊີວິດ, ຮ່ວມກັນແຕ້ມເປັນພາບວາດລະບົບນິເວດປ່າເຂົາ ທີ່ມີຊີວິດຊີວາ, ງົດງາມ ແລະ ອຸດົມສົມບູນ.
ພູຜາຂຽວອຸ່ມທຸ່ມ ແລະ ນ້ຳໃສໆ ບຳລຸງລ້ຽງສັບພະສັດ, ໃນຂະນະທີ່ຜີເສື້ອທີ່ບິນລອຍຟ້ອນລຳ ບອກເລົ່າເລື່ອງຄວາມງາມແຫ່ງລະບົບນິເວດ. ຄວາມງົດງາມແຫ່ງຊີວິດທີ່ເບັ່ງບານຢ່າງຕໍ່ເນື່ອງນີ້ ບໍ່ພຽງແຕ່ສ້າງຄວາມຕື່ນຕາຕື່ນໃຈທາງສາຍຕາເທົ່ານັ້ນ ແຕ່ຍັງເປັນຫຼັກຖານອັນຊັດເຈນ ທີ່ສະທ້ອນເຖິງການປັບປຸງລະບົບນິເວດ ແລະ ສະພາບແວດລ້ອມທ້ອງຖິ່ນ ທີ່ນັບມື້ນັບດີຂຶ້ນ. ຂໍເຊີນຕິດຕາມພາບໄປພ້ອມກັນ ເພື່ອດຳດິ່ງເຂົ້າສູ່ຄວາມງາມອັນເຫຼືອເຊື່ອ ທີ່ທຳມະຊາດໄດ້ມອບໃຫ້, ສຳຜັດເຖິງໝາກຜົນອັນອຸດົມສົມບູນຂອງການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຮັບຟັງບົດບັນເລງອັນຍິ່ງໃຫຍ່ຂອງຈັງຫວະແຫ່ງຊີວິດ ທີ່ດັງກ້ອງຢູ່ທ່າມກາງພູຜາ ແລະ ສາຍນ້ຳອັນຂຽວງາມ.
初夏时节,万物勃发,自然之美如约而至。进入5月,云南省红河州金平县马鞍底乡中国·红河蝴蝶谷迎来最佳观赏期,上亿只箭环蝶集中破茧、翩跹起舞,上演一场盛大而浪漫的生命之舞,造就独一无二的自然生态奇观。
漫天蝶群轻盈灵动、穿梭林间,姿态曼妙动人。翩翩飞舞的箭环蝶时而萦绕枝头、嬉戏林间,时而轻落游人指尖、驻足肩头,灵动亲昵的互动画面,尽显自然生灵的温柔与鲜活,让远道而来的游客沉浸式邂逅山野浪漫。谷内竹林叠翠、清泉潺潺、飞瀑流泻、绿意盎然,漫天彩蝶与清幽山水相映成趣,山水灵气与生灵生机交融共生,勾勒出一幅灵动唯美、生机盎然的山野生态画卷。
绿水青山滋养万千生灵,翩跹蝶舞诉说生态之美。这场持续的生命绽放,不仅是视觉的震撼,更是当地生态环境持续向好的生动注脚。让我们跟随镜头,一同沉浸式领略这自然馈赠的极致之美,感受生物多样性保护的丰硕成果,聆听绿水青山间生命律动的磅礴乐章。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/02
18:07
— ແບ່ງປັນ —