ມາຈາກ:ສະບາຍດີ
ໃນວັນທີ 27 ມີນາ ປີ2026, ກິດຈະກຳສົ່ງເສີມການໃຫ້ບໍລິການທາງກົດໝາຍລະຫວ່າງປະເທດຂອງແຂວງຢຸນນານ ເພື່ອສະໝັບສະໜຸນວິສາຫະກິດ "ກ້າວໄປສູ່ຕ່າງປະເທດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ" ປະຈຳ ສປປ ລາວ ໄດ້ຈັດຂຶ້ນຢ່າງສຳເລັດຜົນໃນເຂດວຽກງານທາງດ້ານກົດໝາຍຄຸນໝິງ. ງານດັ່ງກ່າວໄດ້ຮັບການຈັດໂດຍພະແນກຍຸຕິທຳແຂວງຢຸນນານ ຮ່ວມກັບພະແນກການຄ້າແຂວງຢຸນນານ,ຫ້ອງການການຕ່າງປະເທດແຂວງຢຸນນານ,ຄະນະກຳມະການກວດກາ ແລະ ບໍລິຫານຊັບສິນແຫ່ງຊາດແຂວງຢຸນນານ, ສະຫະພັນອຸດສາຫະກຳ ແລະ ການຄ້າແຂວງຢຸນນານ, ສະຫະພັນຊາວຈີນທີ່ພຳນັບຕ່າງປະເທດແຂວງຢຸນນານ ແລະ ດຳເນີນໂດຍສະມາຄົມທະນາຍຄວາມແຂວງຢຸນນານ, ສຳນັກງານຍຸຕິທຳເທດສະບານຄຸນໝິງ, ສູນບໍລິການທາງດ້ານກົດໝາຍອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຄຸນໝິງ.
ກິດຈະກຳທາງດ້ານກົດໝາຍລະຫວ່າງປະເທດ ເພື່ອສະໜັບສະໜຸນວິສາກະກິດ "ກ້າວໄປສູ່ຕ່າງປະເທດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ" ຂອງແຂວງຢຸນນານປະຈຳ ສປປ ລາວ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານປອງດອງ ປະຊາພັກດີ, ຫົວໜ້າກົງສຸນໃຫຍ່ລາວປະຈຳຄຸນໝິງໄດ້ເຂົ້າຮ່ວມກ່າວຄຳປາໄສ. ງານດັ່ງກ່າວໄດ້ຈັດຂື້ນໃນພາຍໃຕ້ຫົວຂໍ້"ກົດໝາຍເສີມສ້າງການຮ່ວມມືຂ້າມຊາຍແດນ ແລະ ຄວາມຊ່ຽວຊານດ້ານການປົກປ້ອງໄຊຊະນະຮ່ວມກັນລະຫວ່າງລາວ-ຈີນ",ກິດຈະກຳດັ່ງກ່າວໄດ້ດຳເນີນໄປໂດຍຜ່ານການປະສົມປະສານລະຫວ່າງການບັນຍາຍແບບອອບໄລນ໌, ການຖ່າຍທອດສົດທາງອອນລາຍ ແລະ ການສົນທະນາລະຫວ່າງອົງການລັດຖະບານ ແລະ ວິສາຫະກິດ. ເຊິງມີວິສາຫະກິດ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 80 ແຫ່ງ ແລະ ຈຳນວນຜູ້ຊົມທາງອອນລາຍເກີນ 100,000 ຄັ້ງ. ເຊິງນີ້ແມ່ນມາດຕະການທີ່ເປັນຮູບປະທຳອີກອັນໜຶ່ງທີ່ກະຊວງຍຸຕິທຳແຂວງຢຸນນານໄດ້ດຳເນີນການ ເພື່ອເພີ່ມຄວາມເລິກເຊິ່ງໃຫ້ແກ່ການບໍລິການທາງດ້ານກົດໝາຍລະຫວ່າງປະເທດ ແລະ ສົ່ງເສີມການເປີດກວ້າງການຮ່ວມມືທັ້ງສອງທາງ.ອີງໃສ່ທັດສະນະຍຸດທະສາດໂດຍລວມ ແລະ ຍຶດໝັ້ນກັບພາລະກິດການກໍ່ສ້າງເສີມສ້າງຂະຫຍາຍສູນກາງ. ປັດຈຸບັນ, ແຂວງຢຸນນານກຳລັງເລັ່ງລັດການຫັນປ່ຽນຈາກ "ເຂດຊາຍແດນທາງພູມສາດ" ໄປສູ່ເຂດແຖວໜ້າຂອງການເປີດກວ້າງສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ດ້ວຍການເປີດເສັ້ນທາງລົດໄຟລາວ-ຈີນ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າຂອງສອງປະເທດລະຫວ່າງລາວ-ຈີນໄດ້ເຂົ້າສູ່ໄລຍະການພັດທະນາທີ່ສຳຄັນ ແລະ ການສ້າງຮູບແບບການພັດທະນາ "ສົ່ງເສີມການລົງທຶນໂດຍເປີດກວ້າງ ແລະ ເສີມສ້າງການປົກປ້ອງໂດຍກົດໝາຍ" ໄດ້ກາຍເປັນຄວາມເຫັນດີເຫັນພ້ອມທົ່ວແຂວງ.
ທ່ານປອງດອງ ປະຊາພັກດີ, ຫົວໜ້າກົງສຸນໃຫຍ່ລາວປະຈຳຄຸນໝິງໄດ້ເຂົ້າຮ່ວມກ່າວຄຳປາໄສ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານ ວັນລີ, ປະທານສະມາຄົມທະນາຍຄວາມແຂວງຢຸນນານ, ໄດ້ກ່າວຄຳປາໄສໃນງານ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານນາງ ຈັງດັງຈອງ, ຮອງຜູ້ອຳນວຍການ ແລະ ນັກຄົ້ນຄວ້າຮ່ວມຂອງສະຖາບັນການສຶກສາອາຊີຕາເວັນອອກສ່ຽງໃຕ້, ສະຖາບັນວິທະຍາສາດສັງຄົມຢຸນນານ,ແບ່ງປັນຄວາມຮູ້ທີ່ກ່ຽວຂ້ອງ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານ ແທງຈ້າວ, ຜູ້ອຳນວຍການຄະນະກຳມະການຄົ້ນຄວ້າການບໍລິການທາງດ້ານກົດໝາຍລະຫວ່າງປະເທດສຳລັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ຂອງສະມາຄົມທະນາຍຄວາມແຂວງຢຸນນານ, ໄດ້ແບ່ງປັນຄວາມຮູ້ທີ່ກ່ຽວຂ້ອງ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານ ຫຼິວ ຊຽວເວີຍ, ຮອງຜູ້ອຳນວຍການຄະນະກຳມະການແນະນຳການບໍລິການທາງດ້ານກົດໝາຍລະຫວ່າງປະເທດຂອງສະມາຄົມທະນາຍຄວາມແຂວງຢຸນນານ, ໄດ້ແບ່ງປັນຄວາມຮູ້ທີ່ກ່ຽວຂ້ອງ. (ພາບໂດຍ ທ່ານ ຈ້າວເຈີນເລ)
ທ່ານ ຈັງ ຈືຊີ, ສະມາຊິກຄະນະກຳມະການວິຊາຊີບທາງດ້ານກົດໝາຍອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຂອງສະມາຄົມທະນາຍຄວາມຄຸນມິງ, ໄດ້ແບ່ງປັນຄວາມຮູ້ທີ່ກ່ຽວຂ້ອງ. (ພາບໂດຍ ທ່ານ ຈ້າວເຈີນເລ)
ເພື່ອສຸມໃສ່ຄວາມຕ້ອງການຂອງວິສາຫະກິດ, ການໃຫ້ບໍລິການທາງດ້ານກົດໝາຍທີ່ຊັດເຈນ. ຜູ້ຊ່ຽວຊານລະຫວ່າງສອງປະເທດລາວ-ຈີນໄດ້ການປຶກສາຫາລືກ່ຽວກັບຂົງເຂດຕ່າງໆ ເຊັ່ນ: ຊັບພະຍາກອນມະນຸດຂ້າມຊາຍແດນ, ລະບົບການຕັດສິນຊີ້ຂາດຂອງລາວ, ນະໂຍບາຍການລົງທຶນດ້ານການຂຸດຄົ້ນບໍ່ແຮ່ ແລະ ກະສິກຳ, ການຄວບຄຸມຄວາມສ່ຽງດ້ານແຮງງານຂ້າມຊາຍແດນ ແລະ ອື່ນໆ, ຜ່ານການໃຫ້ຄໍາແນະນໍາກ່ຽວກັບການປະຕິບັດຕາມກົດລະບຽບ ພ້ອມອີງໃສ່ກໍລະນີຕົວຈິງ. ໃນລະຫວ່າງກອງປະຊຸມການແລກປ່ຽນ, ຕົວແທນວິສາຫະກິດໄດ້ເຂົ້າຮ່ວມການສົນທະນາແບບເຈາະເລິກກັບຜູ້ຊ່ຽວຊານກ່ຽວກັບບັນຫາຕົວຈິງເຊັ່ນ: ການລົງທຶນຢູ່ຕ່າງປະເທດ, ຂໍ້ຂັດແຍ່ງດ້ານແຮງງານ ແລະ ການແກ້ໄຂຂໍ້ຂັດແຍ່ງ. ສິ່ງນີ້ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງລັດຖະບານ ແລະ ວິສາຫະກິດໄດ້ຢ່າງຊັດເຈນ ແລະ ຮັບປະກັນວ່າການບໍລິການທາງດ້ານກົດໝາຍໂດຍກົງ, ເຊິ່ງຊ່ວຍແກ້ໄຂອຸປະສັກທາງດ້ານກົດໝາຍໃຫ້ແກ່ວິສາຫະກິດ "ອອກສູ່ຕ່າງປະເທດ" ຢ່າງມີປະສິດທິພາບ.
ພາຍໃຕ້ການແລກປ່ຽນໃນກິດຈະກຳສົ່ງເສີມການໃຫ້ບໍລິການທາງກົດໝາຍລະຫວ່າງປະເທດຂອງແຂວງຢຸນນານ ເພື່ອສະໝັບສະໜຸນວິສາຫະກິດ "ກ້າວໄປສູ່ຕ່າງປະເທດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ" ປະຈຳ ສປປ ລາວ. (ພາບໂດຍ ທ່ານ ຈ້າວເຈີນເລ)
ໃນລະຫວ່າງກອງປະຊຸມການແລກປ່ຽນ,ຕົວແທນວິສາຫະກິດຈີນໄດ້ຖາມຄຳຖາມ ແລະ ຂໍຄຳແນະນຳກ່ຽວກັບບັນຫາທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການລົງທຶນຂ້າມຊາຍແດນ. (ພາບໂດຍ ທ່ານ ຈ້າວເຈີນເລ)
ນັບຕັ້ງແຕ່ການເປີດໃຫ້ບໍລິການໃນເດືອນພະຈິກ 2025 ເປັນຕົ້ນມາ, ເຂດວຽກງານກົດໝາຍຄຸນໝິງໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຄົບຖ້ວນຄື "ໜຶ່ງສູນການ, ສາມສະຖາບັນ, ຫ້າຊ່ອງທາງ" ແລະ ໝາກຜົນຂອງການລວມຕົວກັນໄດ້ປາກົດຂຶ້ນຢ່າງຊັດເຈນ. ໂດຍອີງໃສ່ສູນບໍລິການກົດໝາຍອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຂອງເມືອງຄຸນໝິງເປັນຖານສຳຄັນ, ໄດ້ສຳເລັດ "ຄູ່ມືການລົງທຶນຕ່າງປະເທດ" ຂອງ 9 ປະເທດໃນອາຊຽນ, ພ້ອມທັງບຸກຄະລາກອນດ້ານກົດໝາຍລະຫວ່າງປະເທດກຳລັງໄດ້ຮັບການເສີມສ້າງ ແລະ ຂະຫຍາຍຕົວຢ່າງໄວວາ.
ພະແນກຍຸຕິທຳແຂວງຢຸນນານໄດ້ໃຊ້ໂອກາດນີ້ ເພື່ອພັດທະນາເຂດວຽກງານກົດໝາຍເມືອງຄຸນໝິງໃຫ້ກາຍເປັນສະຖານທີ່ທາງດ້ານກົດໝາຍສຳລັບການສົ່ງເສີມການລົງທຶນ; ພ້ອມທັງເພີ່ມປະສິດທິພາບການບໍລິການຕັດສິນຊີ້ຂາດສາກົນ ແລະ ສົ່ງເສີມການກໍ່ສ້າງສູນການຕັດສິນຊີ້ຂາດສາກົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ເມືອງຄຸນໝິງ; ປັບປຸງການບໍລິການທາງດ້ານກົດໝາຍລະຫວ່າງປະເທດ ແລະ ເສີມສ້າງທີມງານຜູ້ຊ່ຽວຊານທີ່ກ່ຽວຂ້ອງກັບຕ່າງປະເທດ; ສືບຕໍ່ຈັດກິດຈະກຳຕ່າງໆ ເພື່ອສະໜັບສະໜຸນວິສາຫະກິດ "ກ້າວໄປສູ່ຕ່າງປະເທດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ" ແລະ ດຳເນີນການບໍລິການທາງດ້ານກົດໝາຍລະຫວ່າງປະເທດຢ່າງຕໍ່ເນື່ອງເຊັ່ນ: ຈັດກອງປະຊຸມລະຫວ່າງປະເທດ ແລະ ອຸດສາຫະກຳສະເພາະດ້ານໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ດ້ວຍການຄຸ້ມຄອງຜ່ານກົດໝາຍລະຫວ່າງປະເທດຢ່າງຄົບຖ້ວນ ແລະ ເປັນມືອາຊີບ, ພະແນກຍຸຕິທຳແຂວງຈະປົກປ້ອງການພັດທະນາຂ້າມຊາຍແດນຂອງວິສາຫະກິດ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດ "3815" ຂອງແຂວງ ແລະ ການເສີມສ້າງຂະຫຍາຍສູນກາງຢ່າງຕັ້ງໜ້າ.
3月27日,由云南省司法厅主办,省商务厅、省外办、省国资委、省工商联、省侨联协办,省律师协会、昆明市司法局、昆明南亚东南亚法律服务中心承办的助力企业“走出去、引进来”涉外法律服务系列活动·老挝专场,在昆明法务区顺利举办。老挝驻昆总领馆总领事邦当·巴萨帕迪应邀出席活动并致辞。本场活动以“法治赋能跨境合作 专业护航中老共赢”为主题,采用线下讲座、网络直播、政企互动对接相结合的形式开展,现场80余家企业和相关单位参会,在线观看超10万人次,是省司法厅深化涉外法律服务、服务双向开放的又一务实举措。

云南省助力企业“走出去、引进来”涉外法律服务老挝专场的活动现场。昆明信息港 记者赵振磊/摄
立足战略全局,锚定辐射中心建设使命。当前云南正加速由“地理末梢”向面向南亚东南亚开放前沿跨越,中老铁路通车后,两国经贸合作步入黄金发展期,构建“以开放促招商、以法治强保障”的发展格局成为全省共识。省司法厅紧扣国家“一带一路”倡议与全省发展部署,在今年1月启动系列涉外法律服务活动后,精准聚焦涉老企业需求调研成果举办老挝专场,靶向破解企业跨境经营法律难题,以法治服务主动融入开放发展大局。

老挝驻昆总领馆总领事邦当·巴萨帕迪在活动上致辞。昆明信息港 记者赵振磊/摄

云南省律师协会会长万立在活动上致辞。昆明信息港 记者赵振磊/摄

云南省社会科学院东南亚研究所副所长、副研究员张党琼就“赋能‘一带一路’:中老职业教育合作与跨境人力资源开发”作主题分享。昆明信息港 记者赵振磊/摄

云南省律师协会南亚东南亚涉外法律服务业务研究委员会主任唐超就“老挝矿业投资的机遇与挑战”作主题分享。昆明信息港 记者赵振磊/摄

云南省律师协会涉外法律服务指导委员会副主任刘晓炜就“老挝农业新政策解读与对中资企业影响与建议”作主题分享。昆明信息港 记者赵振磊/摄

昆明市律师协会南亚东南亚法律专业委员会委员张子希就“中老跨境劳务:核心政策与风险防控”作主题分享。昆明信息港 记者赵振磊/摄
聚焦企业痛点,做实普惠精准法律服务。针对企业赴老挝投资普遍存在的信息不对称、规则不熟悉、风险难把控等突出问题,活动设置五大专题分享,内容紧贴实务、直击要害。中老两国专家分别围绕跨境人力资源、老挝仲裁制度、矿业农业投资政策、跨境劳务风控等核心领域开展专业解读,结合实操案例给出合规指引。互动环节中,企业代表就境外投资、用工纠纷、争议解决等实际问题与专家深入交流,实现政企精准对接、法律服务直达一线,切实为企业“走出去”扫清法律障碍。

云南省助力企业“走出去、引进来”涉外法律服务老挝专场活动互动交流环节。昆明信息港 记者赵振磊/摄

活动互动交流环节,中国企业代表就跨境投资相关法律问题现场提问咨询。昆明信息港 记者赵振磊/摄
依托平台载体,彰显昆明法务区功能实效。本次活动的成功举办,是昆明法务区综合服务功能的一次集中亮相。自2025年11月揭牌以来,法务区“一中心、三机构、五窗口”功能全面落地,集聚效应初步显现。依托昆明南亚东南亚法律服务中心,编制完成东盟9国《投资国别指南》,涉外法治人才梯队加速壮大。法务区与各类法治平台协同发力,将区位优势转化为制度优势,让法治软实力成为云南双向开放的核心竞争力。
深化常态服务,为“3815”战略注入法治动力。省司法厅将以此次专场为契机,持续做强平台载体,将昆明法务区打造为招商引资法治“会客厅”;做优国际仲裁服务,推进昆明南亚东南亚国际仲裁中心建设;做细涉外法律服务,建强涉外专业人才队伍;继续举办助力企业“走出去、引进来”系列活动,常态化开展南亚东南亚国别、行业专场等涉外法律服务,以全链条、专业化涉外法治保障,护航企业跨境发展,为全省3815”战略实施和辐射中心建设贡献力量。(昆明信息港 记者张玉)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
03/28
13:52
— ແບ່ງປັນ —