ມາຈາກ:ສຳນັກຂ່າວຊິນຫົວ
(ສະບາຍດີ ນັກຂ່າວມະນິ)ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ທີ່ຈັດຂຶ້ນເປັນເວລາ 6 ວັນ ໄດ້ໄດ້ໄຂຂຶ້ນແລ້ວໃນວັນທີ 11 ມິຖຸນາ ຢູ່ນະຄອນຄຸນໝິງ ແຂວງຢຸນນານ. ມີ 68 ປະເທດ, ເຂດແຄວ້ນ ແລະ ອົງການສາກົນ ຈັດເຂົ້າຮ່ວມງານ, ກວມລວມເອົາບັນດາປະເທດໃນອາຊີໃຕ້, ອາຊີຕາເວັນອອກສຽງໃຕ້ ແລະ ສະມາຊິກ RCEP ທັງໝົດ.
ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຮ່ວມກັນຈັດຕັ້ງໂດຍ ກະຊວງການຄ້າຈີນ ແລະອົງການບົກຄອງແຂວງຢຸນນານເປັນງານທີ່ສຳຄັນໂດຍສະເພາະທີ່ອວາຍໜ້າສູ່ອາຊີໃຕ້ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງຈີນກັບອາຊີໃຕ້.
ງານຄັ້ງນີ້ສືບຕໍ່ນຳໃຊ້ຫົວຂໍ້ “ຮ່ວມແຮງຮ່ວມໃຈ ແລະ ປະສານງານ ເພື່ອການພັດທະນາ ໃນອະນາຄົດ”. ບັງກະລາເທດ ເຂົ້າຮ່ວມໃນຖານະປະເທດຫົວຂໍ້, ສ່ວນ ສປປ ລາວ ເຂົ້າຮ່ວມໃນຖານະປະເທດຄູ່ຮ່ວມພິເສດ. ສະຖານທູດ ແລະ ສະຖານກົງສຸນຂອງ 7 ປະເທດ ລວມທັງ ອີຕາລີ, ອູຣູກວາຍ ແລະ ອົດສະຕຣາລີ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມໃນນາມຄະນະຜູ້ແທນລະດັບຊາດເປັນຄັ້ງທຳອິດ. ພ້ອມກັນນັ້ນ, ວິສາຫະກິດຊັ້ນນຳໃນຂະແໜງການຕ່າງໆເກືອບ 100 ແຫ່ງ ໄດ້ເຂົ້າຮ່ວມງານ. ມີຜູ້ຈັດຊື້ມືອາຊີບລົງທະບຽນເຂົ້າຮ່ວມກວ່າ 1.500 ລາຍ, ໃນນັ້ນ ຜູ້ຊື້ຈາກຕ່າງປະເທດ ກວມສັດສ່ວນຫຼາຍກວ່າ 60%. ຂະນະດຽວກັນ, ວິສາຫະກິດຈາກ 45 ປະເທດ ລວມທັງ ເຢຍລະມັນ, ບຣາຊິນ ແລະ ເອຢິບ ປະເທດອື່ນໆ ໄດ້ເຂົ້າຮ່ວມກິດຈະກຳຈັດຊື້ເປັນຄັ້ງທຳອິດ.
ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດມາແລ້ວ 9 ຄັ້ງ ແລະ ໄດ້ກາຍເປັນເວທີສຳຄັນສຳລັບ ຈີນ ແລະ ບັນດາປະເທດອາຊີໃຕ້ ໃນການເສີມຂະຫຍາຍການແລກປ່ຽນ, ເພີ່ມທະວີການຮ່ວມມື ແລະ ຮ່ວມກັນສະແຫວງຫາການພັດທະນາ. ໃນປີ 2025, ມູນຄ່າການຄ້າລະຫວ່າງ ຈີນ ກັບ ບັນດາປະເທດອາຊີໃຕ້ ໄດ້ທະລຸ 200 ຕື້ໂດລາສະຫະລັດ. ເພີ່ມຂຶ້ນ 10,7% ເມື່ອທຽບໃສ່ປີຜ່ານມາ. ປັດຈຸບັນ, ຈີນ ໄດ້ກາຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ປາກິສະຖານ, ບັງກະລາເທດ, ສີລັງກາ, ມານດີວ ແລະ ປະເທດອື່ນໆ.
ງານຄັ້ງນີ້ ໄດ້ຈັດຕັ້ງສູນຈັບຄູ່ການຈັດຊື້ຂຶ້ນເປັນຄັ້ງທຳອິດ, ພ້ອມທັງຈັດກິດຈະກຳຈັບຄູ່ອຸປະສົງ-ອຸປະທານຫຼາຍລາຍການເປັນລະບົບຢ່າງຮອບຄອບ, ເຊິ່ງກວມເອົາຫົວຂໍ້ສຳຄັນຂອງ 10 ກວ່າຂະແໜງອຸດສາຫະກຳ ແລະ ຫຼາຍກິດຈະກຳສະເພາະສຳລັບບັນດາປະເທດອາຊີໃຕ້.ພ້ອມກັນນັ້ນ, ຍັງຈະຈັດກິດຈະກຳເຊື່ອມໂຍງຄັ້ງທີ 3 ລະຫວ່າງ ຈີນ ແລະ ບັນດາປະເທດອາຊີໃຕ້ ໃນຂົງເຂດພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ສະຖາບັນຄົ້ນຄວ້າ, ງານເທດສະການສິນຄ້າ (ຊາ) ອາຊີໃຕ້ ແລະ ງານປ່ອຍສິນຄ້າໃໝ່ຄັ້ງທຳອິດ ຂອງງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ແລະ ກິດຈະກຳເປີດຕົວສິນຄ້າໃໝ່ຂອງງານວາງສະແດງ ເປັນຕົ້ນ ,ໃຫ້ການບໍລິການແບບປະຕູດຽວ ແກ່ວິສາຫະກິດ ເຊິ່ງລວມມີ ການຊີ້ແຈງນະໂຍບາຍ, ການຊີ້ນຳດ້ານການປະຕິບັດຕາມລະບຽບການ, ການສະໜັບສະໜູນດ້ານການເງິນ, ການເຊື່ອມໂຍງດ້ານໂລຈິສະຕິກ, ການຮັບຮູ້ມາດຕະຖານຮ່ວມກັນ ແລະ ການບໍລິການອື່ນໆ.
ໃນງານຄັ້ງນີ້ ໄດ້ຈັດຕັ້ງຫໍວາງສະແດງທັງໝົດ 13 ຫໍ, ປະກອບມີ ຫໍການຄ້າການບໍລິການ, ຫໍພະລັງງານສີຂຽວ, ຫໍອຸດສາຫະກຳການຜະລິດ, ຫໍອາຊີໃຕ້, ຫໍອາຊີຕາເວັນອອກສ່ຽງໃຕ້, ຫໍອຸດສາຫະກຳກາເຟ ແລະ ຫໍອື່ນໆ.ໃນນັ້ນ, ມີຫໍອາຊີໃຕ້ 2 ຫໍ, ໂດຍມີວິສາຫະກິດກວ່າ 560 ແຫ່ງ ຈາກ 8 ປະເທດອາຊີໃຕ້ ເຂົ້າຮ່ວມງານ. ບັນດາວິສາຫະກິດເຫຼົ່ານີ້ ຈະຮ່ວມກັນນຳສະເໜີອຸດສາຫະກຳທີ່ໂດດເດັ່ນ ແລະ ຜະລິດຕະພັນອັນມີເອກະລັກພິເສດຂອງບັນດາປະເທດອາຊີໃຕ້ ເຊັ່ນ: ກະເຈົາ ຈາກບັງກະລາເທດ, ເຄື່ອງໜັງ ຈາກປາກິສະຖານ, ຊາດຳ ຈາກສີລັງກາ, ພົມ ຈາກອັຟການິສະຖານ, ຜ້າສັກຫຼາດ ຈາກເນປານ, ເຄື່ອງເຟີນີເຈີ ຈາກອິນເດຍ ແລະ ສີລະປະກໍາ ຈາກພູຖານ ເປັນຕົ້ນ.ວັນທຳອິດຂອງງານຄັ້ງນີ້ ເປີດໃຫ້ສະເພາະຜູ້ຊົມມືອາຊີບເຂົ້າຊົມ, ສ່ວນອີກ 5 ວັນຕໍ່ມາ ຈະເປີດໃຫ້ປະຊາຊົນທົ່ວໄປເຂົ້າຊົມ.
为期6天的第10届中国—南亚博览会11日在云南昆明开幕,68个国家、地区和国际组织参展参会,南亚、东南亚及RCEP成员国全覆盖。
中国—南亚博览会由商务部和云南省政府共同主办,是专门面向南亚地区的重要展会,旨在增进中国与南亚经贸合作。
本届南博会延续“团结协作,共谋发展”主题。孟加拉国作为主题国、老挝作为特邀伙伴国参加,意大利、乌拉圭、澳大利亚等7国使领馆首次以国家展团亮相,近100家行业龙头企业参展。超过1500家专业采购商报名,境外采购商占比超60%。德国、巴西、埃及等共计45个国家,首次有企业参加采购活动。
南博会此前已成功举办9届,已成为中国与南亚国家增进交流、深化合作、共谋发展的重要平台。2025年中国和南亚国家贸易额突破2000亿美元大关,同比增长10.7%。目前中国已成为巴基斯坦、孟加拉国、斯里兰卡、马尔代夫等国最大贸易伙伴。
本届南博会首次设立采购对接中心,将精心组织系列供需对接活动,涵盖10余个重点产业专题及多个南亚国家专场,同步还将举办第三届中国与南亚国家官产学研对接活动、南亚商品(茶叶)节、南博新品首发等活动,为企业提供政策解读、合规指导、金融支持、物流对接、标准互认等一站式服务。
此次展会设服务贸易馆、绿色能源馆、制造业馆、南亚馆、东南亚馆、咖啡产业馆等13个展馆。其中,南亚馆2个,南亚8国共有560多家企业参展,他们将集中展示南亚国家的优势产业与特色产品,包括孟加拉国的黄麻、巴基斯坦的皮革、斯里兰卡的红茶、阿富汗的地毯、尼泊尔的毛毡、印度的家具以及不丹的艺术品等。南博会第1天为专业观众开放日,后5天对社会公众开放。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/15
14:41
— ແບ່ງປັນ —