ຍິນດີຕ້ອນຮັບສູ່ນະຄອນຄຸນໝິງ | ນະຄອນຄຸນມິງເຊີນຊວນປະຊາຊົນທົ່ວໂລກຮ່ວມສະຫຼອງບຸນກຸດຈີນ

ມາຈາກ:ສະບາຍດີ

2048027_800x2048

ບຸນກຸດຈີນຈະມາເຖິງ,ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ໄດ້ເປີດຕົວແລ້ວຢ່າງອົບອຸ່ນ,ຄຸນມິງຖືໂອກາດນີ້ສົ່ງຄໍາເຊື້ອເຊີນທີ່ຈິງໃຈໃຫ້ເພື່ອນມິດທົ່ວໂລກ.ພວກເຮົາຂໍເຊີນທ່ານມາທີ່ເມືອງທີ່ອົບອຸ່ນແຫ່ງນີ້ເພື່ອສະເຫຼີມສະຫຼອງບຸນກຸດຈີນກັບພວກເຮົາ.ເພີດເພີນໄປກັບອາຫານທ້ອງຖິ່ນທີ່ແຊບຊ້ອຍໃນງານລ້ຽງຕາມຖະໜົນທີ່ຍາວບ່ອນທີ່ຄົນຫຼາຍພັນຄົນມາເຕົ້າໂຮມກັນ;ກ້າວເຂົ້າສູ່ທິວທັດທີ່ຄືກັບຄວາມຝັນຂອງແສງໄຟ ແລະ ເງົາທີ່ເຊື່ອມໂຍງກັນທ່າມກາງແສງໄຟທີ່ງົດງາມຂອງງານບຸນໂຄມໄຟບຸນກຸດຈີນ;ແລະ ສຳຜັດກັບຝີມື ແລະ ປັນຍາທີ່ສືບທອດກັນມາຫຼາຍລຸ້ນຄົນຜ່ານກອງປະຊຸມປະຕິບັດຕົວຈິງກ່ຽວກັບມໍລະດົກທາງວັດທະນະທຳທີ່ບໍ່ເປັນວັດຖຸ.

ນີ້ແມ່ນການເຕົ້າໂຮມທີ່ມີຄວາມສຸກທີ່ກ້າວຂ້າມຊາຍແດນຂອງຊາດ, ເປັນການພົບປະເພື່ອຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ.ຢູ່ທີ່ນີ້,ໝູ່ເພື່ອນຈາກທົ່ວທຸກມຸມໂລກ,ທີ່ມີສີຜິວທີ່ແຕກຕ່າງກັນ ແລະ ເວົ້າພາສາທີ່ແຕກຕ່າງກັນ, ສາມາດເຕັ້ນລຳອ້ອມຮອບກອງໄຟ ແລະ ຮູ້ສຶກເຖິງຄວາມສຸກຂອງການພົບປະກັນທ່າມກາງຄວາມກະຕືລືລົ້ນຂອງເພງ ແລະ ການຟ້ອນລຳຂອງຊົນເຜົ່າຕ່າງໆ.ພວກເຂົາຍັງສາມາດສະແດງຮ່ວມກັນໄດ້,ເຊິ່ງຊ່ວຍໃຫ້ວັດທະນະທໍາທີ່ແຕກຕ່າງກັນສາມາດດົນໃຈເຊິ່ງກັນແລະກັນຜ່ານການແລກປ່ຽນ ແລະ ເຂົ້າໃຈວິໄສທັດທີ່ສວຍງາມຂອງຈີນທີ່ວ່າ "ທຸກຄົນພາຍໃຕ້ສະຫວັນແມ່ນຄອບຄົວດຽວກັນ" ຜ່ານການພົວພັນກັນ.

2048029_800x2048

ມາເມືອງຄຸນໝິງ ແລະ ສຳຜັດກັບບຸນກຸດຈີນ!ຢູ່ທີ່ນີ້,ທ່ານສາມາດຮູ້ສຶກເຖິງຈັງຫວະວັດທະນະທຳທີ່ມີຊີວິດຊີວາທີ່ສຸດຂອງບຸນກຸດຈີນ,ສຳຜັດກັບຄຳອວຍພອນປີໃໝ່ທີ່ຈິງໃຈທີ່ສຸດຈາກປະຊາຊົນເມືອງຄຸນໝິງ,ແລະ ສ້າງມິດຕະພາບທີ່ເກີນກວ່າພູຜາແລະທະເລ,ໂດຍສ້າງຄວາມຊົງຈຳປີໃໝ່ທີ່ໜ້າຈົດຈຳ.ໃຫ້ພວກເຮົາເຕົ້າໂຮມກັນຢູ່ເມືອງຄຸນໝິງ,ໃຫ້ຄຳໝັ້ນສັນຍາກັບລະດູໃບໄມ້ປົ່ງ,ພົບກັນໃນຊ່ວງບຸນກຸດຈີນ,ສະເຫຼີມສະຫຼອງງານບຸນຮ່ວມກັນ,ແລະ ແບ່ງປັນຄວາມຮູ້ສຶກຂອງພວກເຮົາ!ງານບຸນກຸດຈີນນີ້,ເມືອງຄຸນໝິງທີ່ນະຄອນລະດູໃບໄມ້ປົ່ງ,ພວມລໍຖ້າການມາຮອດມາເຖີງຂອງເພື່ອນມິດຈາກທົ່ວທຸກມຸມໂລກຢ່າງກະຕືລືລົ້ນ ດ້ວຍການຕ້ອນຮັບທີ່ອົບອຸ່ນທີ່ສຸດ ແລະ ບັນຍາກາດງານບຸນທີ່ອຸດົມສົມບູນທີ່ສຸດ!

ການໃຊ້ເວລາບຸນກຸດຈີນຢູ່ເມືອງຄຸນມິງເປັນປະສົບການແນວໃດ?

ວິນຍານຂອງປີໃຫມ່ແມ່ນສິ່ງທີ່ທ່ານສາມາດສໍາຜັດໄດ້.

ຢູ່ສວນດາກວນລູ, ພວກຂ້າພະເຈົ້າໄດ້ຂຽນຄຳຂວັນຄູ່ໄວ້ທີ່ປະຕູເຮືອນ, ເດົາປິດສະຫນາໂຄມໄຟ, ແລະຕັດຮູບເຈ້ຍຕັດເທິງປ່ອງຢ້ຽມກັບໝູ່ເພື່ອນຈາກນະຄອນຄຸນມິງ, ໄດ້ຖ່າຍຮູບກັບນົກນາງນວນປາກແດງ, ແລະຮູ້ສຶກເຖິງ"ຄວາມຜູກພັນອັນເລິກເຊິ່ງລະຫວ່າງຄົນກັບຝູງນົກນາງນວນ"ທີ່ຄົງຢູ່ມາເປັນເວລາ 40 ປີ.

ກ້າວເຂົ້າໄປໃນເຂດທິວທັດວັດຈິງເຕັນ ຫຼື ວັດເວີນ ແລະ ເຂົ້າຮ່ວມຂະບວນແຫ່ທີ່ໜ້າຕື່ນເຕັ້ນເພື່ອຕ້ອນຮັບພະເຈົ້າແຫ່ງຄວາມຮັ່ງມີ, ຊົມເຊີຍດອກຄາເມເລຍ, ເບິ່ງການສະແດງ, ແລະ ເຂົ້າຮ່ວມໃນງານວາງສະແດງສຳລັບບຸນກຸດຈີນ.

ໄດ້ພົວພັນກັບພະນັກງານໃນສວນສາທາລະນະ ດິນທາມລາວຢູເຫີ, ແລະ ລະນຶກເຖິງຄວາມຊົງຈຳປີໃໝ່ທ່າມກາງສຽງຫົວຂວັນ ແລະ ກິ່ນຫອມຂອງດອກໄມ້.

2048030_800x2048

ສາມາດຊີມລົດຊາດບັນຍາກາດປີໃໝ່ໄດ້

ກ້າວເຂົ້າໄປໃນຕະຫຼາດ ຈວງສິງ ແລະ ຄົ້ນພົບລົດຊາດທີ່ແທ້ຈິງທ່າມກາງສຽງຮ້ອງໂຮ ແລະ ກິ່ນຫອມຂອງອາຫານ, ສຳຜັດກັບຊີວິດທີ່ແທ້ຈິງທີ່ສຸດຂອງເມືອງຄຸນມິງ.

ເຮັດພິຊຊ່າເຫັດປ່າ ແລະ ເຂົ້າຈີ່ ດ້ວຍມື, ແລະຊີມລົດຊາດ "ວີຖີຊີວິດທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ" ຜ່ານການປະສົມປະສານທີ່ສ້າງສັນລະຫວ່າງແບບຈີນແລະແບບຕາເວັນຕົກ;

ນັ່ງລົງລອງຊີມລົດຊາດເສັ້ນໝີ່ຂ້າມຂົວແບບດັ້ງເດີມ, ປ່ອຍໃຫ້ຄວາມອົບອຸ່ນໄຫຼຈາກປາຍລີ້ນລົງສູ່ຫົວໃຈ.

ບັນຍາກາດງານບຸນປີໃໝ່ສາມາດສ້າງຂຶ້ນດ້ວຍມືຂອງທ່ານເອງໄດ້

ສຳຜັດກັບເຄື່ອງຫັດຖະກຳມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້, ເຊັ່ນ: ການເຮັດຮູບປັ້ນດິນເຜົາ, ອູທອງຈຸຢີ, ຢຸນຈື, ແລະ ເຈຍສືໂຈລານ, ຊ່ວຍໃຫ້ເຕັກນິກທີ່ເກົ່າແກ່ນັບພັນປີກັບມາມີຊີວິດຊີວາສະແດງໃນມືຂອງທ່ານ; ຈາກນັ້ນທົດລອງແຕ້ມໜ້າກາກໂອເປຣາຢຸນນານດ້ວຍມືຂອງທ່ານເອງ, ໄດ້ຮູ້ສຶກເຖິງມໍລະດົກທາງວັດທະນະທຳທີ່ຕໍ່ເນື່ອງໃນທຸກໆຈັງຫວະ,ຕັ້ງແຕ່ປາຍນິ້ວມືຂອງຊ່າງຝີມືຈົນເຖິງຄິ້ວແລະດວງຕາຂອງນັກສະແດງໃນທຸດຈັງຫວະການລົງສີ.

ໃນຕອນກາງຄືນ, ເມື່ອຫລຽວເບິ່ງທ້ອງຟ້າທ່ານຈະເຫັນມໍລະດົກທາງວັດທະນະທໍາທີ່ບໍ່ມີວັດຖຸຂອງດອກໄຟເຫຼັກ, ເຮົາເຫັນເຫຼັກທີ່ລະລາຍຖືກກະຈາຍເຂົ້າໄປໃນກາລັກຊີ, ຄວາມສະຫຼາດຫຼັກແຫຼມຂອງມັນເປັນຫຼັກຖານສະແດງເຖິງອາລະຍະທໍາແລະຄວາມກ້າຫານ.

2048032_800x2048

ບັນຍາກາດປີໃໝ່ແມ່ນຄືກັບເຮືອນທີ່ເຕັມໄປດ້ວຍດອກໄມ້.

ຈາກທະເລດອກໄມ້ທີ່ມີຊີວິດຊີວາຢູ່ຕະຫຼາດດອກໄມ້ໂຕນານ ຈົນເຖິງດອກທິວລິບທີ່ຢູ່ສວນສາທາລະນະສຸຍຮູ ແລະ ດອກພລຳທີ່ເຕັມໄປດ້ວຍພູຜາ ເຮີຍລົງຖານ... ງານບຸນກຸດຈີນຂອງເມືອງຄຸນມິງແມ່ນສວນທີ່ສາມາດຍ່າງ; 

ທ່ານສາມາດຈັດດອກໄມ້ເປັນຊໍ່ສຳລັບງານບຸນປີໃໝ່ໄດ້ດ້ວຍຕົນເອງ, ຫຼື ເຂົ້າໄປໃນສູນປະມູນດອກໄມ້ເພື່ອເປັນພະຍານວ່າດອກໄມ້ເດີນທາງຈາກເມືອງນີ້ໄປສູ່ໂລກໄດ້ແນວໃດ.

ບັນຍາກາດປີໃໝ່ແມ່ນຄວາມອົບອຸ່ນລະຫວ່າງຜູ້ຄົນ

ທ່ານສາມາດເຂົ້າໄປໃນເຮືອນຂອງຄອບຄົວຄຸນມິງ, ຮ່ວມງານລ້ຽງອາຫານຄ່ຳກັບຄອບຄົວທ້ອງຖິ່ນ, ແລະ ຮູ້ສຶກເຖິງຄວາມສຳພັນຂ້າມວັດທະນະທຳທ່າມກາງສຽງຫົວຂວັນ ແລະ ການສົນທະນາປະຈຳວັນ; 

ຍ່າງຜ່ານຕະຫຼາດກາງຄືນຂອງເມືອງບູຮານ, ແລະ ຮູ້ສຶກເຖິງຄວາມອົບອຸ່ນ ແລະ ການຢູ່ຮ່ວມກັນຂອງມະນຸດທີ່ແທ້ຈິງທີ່ສຸດພາຍໃຕ້ຄວັນຈາກເຕົາໄຟ ແລະ ແສງດາວ.

ບົດບາດຂອງທ່ານບໍ່ພຽງແຕ່ເປັນນັກທ່ອງທ່ຽວເທົ່ານັ້ນ

ພວກເຮົາຂໍເຊີນທ່ານ:

ສຳຜັດປະສົບການທີ່ແທ້ຈີງ ແລະ ເພີດເພີນຢູ່ໃນຖະໜົນຫົນທາງ ແລະ ຊອຍນ້ອຍໆຂອງເມືອງຄຸນມິງ, ໂດຍໃຊ້ປະສາດສຳຜັດທັງຫ້າຂອງທ່ານເພື່ອຮັບຮູ້ເຖີງຄວາມອົບອຸ່ນຂອງເມືອງນີ້;

ມາຮ່ວມເປັນນັກເລົ່າເລື່ອງ ແລະ ໃຊ້ກ້ອງຖ່າຍຮູບ, ແປງທາສີ, ຫຼື ຄຳເວົ້າຂອງທ່ານເພື່ອບັນທຶກການພົບປະທີ່ເປັນເອກະລັກຂອງທ່ານກັບເມືອງຄຸນມິງໃນຊ່ວງປີໃໝ່ຈີນ. ທັດສະນະ ແລະ ການສັງເກດຂອງທ່ານຈະກາຍເປັນບົດໃໝ່ໃນເລື່ອງລາວຂອງເມືອງແຫ່ງລະດູການໃບໄມ້ປົ່ງ.

ມາຮ່ວມເປັນສ່ວນຫນື່ງໃນການສ້າງເຄືອຄ່າຍພົບປະເພື່ອນມິດຈາກທົ່ວທຸກມຸມໂລກຢູ່ທີ່ນີ້, ແລະ ຂະຫຍາຍທັດສະນະສາກົນຂອງທ່ານຜ່ານການສົນທະນາດ້ານວັດທະນະທຳ.

ພວກເຮົາຍິນດີຕ້ອນຮັບໝູ່ເພື່ອນທຸກຄົນທີ່ຈະແບ່ງປັນຊ່ວງເວລາທີ່ປະເສີດຂອງທ່ານກັບຄຸນມິງໃນຊ່ວງປີໃໝ່ຈີນຜ່ານເວທີສື່ສັງຄົມຕ່າງໆເຊັ່ນ Weibo, Douyin, Facebook, X, TikTok ແລະ YouTube. ໃຊ້ ຫົວຂໍ້ #aletterfromkunming ເພື່ອເລີ່ມຕົ້ນການພົບປະທີ່ໜ້າຈົດຈຳໃນເມືອງແຫ່ງລະດູການໄມ້ປົ່ງນີ້!

ເພີ່ມເຕີມ: ຄູ່ມືການເຂົ້າຮ່ວມຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນມິງ"

2048033

2048200




2048027_800x2048

新春将至,“A Letter from Kunming 春城有请”国际传播系列活动温暖启程,昆明借此契机向全球友人发出诚挚邀约。邀请大家奔赴这座温暖之城,与我们共度中国年——在千人同宴的长街宴上,品尝热气蒸腾的乡土至味;在新春灯会的流光溢彩中,走进光影交织的梦幻场景;在非遗手作的亲身体验里,感受代代相传的匠心与智慧。

这是一场跨越国界的欢聚,一次文明互鉴的相逢。在这里,不同肤色、不同语言的全球友人,可以围火打跳,在民族歌舞的热烈中感受团圆的喜悦;也可以同台演绎,让各国文化在交流中碰撞火花,在“和而不同”的相处中,读懂中国“四海一家”的美好愿景。

2048029_800x2048

来吧,走进昆明,邂逅中国年!在这里,您能触摸到中国春节最生动的文化脉搏,感受到春城人民最真挚的新春祝福,更能在与这座城市的相遇中,收获一段跨越山海的友谊,留存一份终生难忘的新春记忆。让我们相聚春城,以春为约,以年相会,共赴新春、共话情谊!这个春节,春城昆明正以最饱满的热情、最浓郁的年味,静待全球友人的到来!

在昆明过年,是一场什么样的体验?

·年味,是可以触摸的

在大观楼,与昆明的朋友们一起写春联、猜灯谜、剪窗花,与红嘴鸥合影,感受四十载“人鸥情深”;

走进金殿名胜区或文庙,加入一场沉浸式巡游,迎财神、赏山茶、看表演,赴一场热闹的新春庙会;

在捞渔河湿地公园的“戏梦空间”里,与NPC互动,在欢笑与花香中珍藏新春记忆。

2048030_800x2048

·年味,是可以品尝的

踏入篆新农贸市场,在吆喝与香气中解锁地道风味,触摸昆明最本真的生活脉搏;

亲手制作牛肝菌披萨、乳扇面包,在中西融合的创意中,品味“有一种叫云南的生活”;

坐下品尝一碗正宗的过桥米线,让暖意从舌尖流淌至心底。

·年味,是可以亲手创造的

体验非遗手作,捏面人、乌铜走银、云子、掐丝珐琅,让千年技艺在手中焕发新生;再亲手勾画一幅滇剧脸谱,从匠人指尖到伶人眉目,于一笔一画间感受文脉不息;

夜晚,仰望非遗打铁花,看铁水泼洒成星河,火光中绽放的是文明与勇气的绚烂。

2048032_800x2048

·年味,是开满鲜花的样子

从斗南花市的绚烂花海,到翠湖畔摇曳的郁金香、黑龙潭漫山的寒梅……昆明的新春,是一座行走的花园;

您可以亲手搭配一束春节花礼,或走进花卉拍卖中心,见证鲜花如何从这里走向世界。

·年味,是人与人之间的温度

您可以走进昆明人家,与本地家庭共进团圆饭,在欢笑与家常中感受跨越文化的亲情;

漫步古镇夜市,在炊烟与星光下,感受最质朴的人间烟火与温情交汇。

您的角色,远不只是游客

我们邀请您:

化身体验者,沉浸式走进昆明街头巷尾,用五感收藏这座城市的温度;

化身讲述者,用镜头、画笔或文字,记录您与昆明共度中国年的独特相遇,您的视角与见闻将成为春城故事的新篇章;

化身连接者,在这里结交来自世界各地的友人,在文化对话中拓宽国际视野。

欢迎各位友人通过微博、抖音、Facebook、X、TikTok、YouTube等社交平台,分享您与昆明春节的精彩瞬间,带上话题#ALetterfromKunming春城有请,一起开启这场难忘的春城之约!(昆明信息港 记者甘凌菲 薛柔)

附:“A Letter from Kunming春城有请”活动参与指南

2048033

2048026_800x2048

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

02/13

17:16

ແບ່ງປັນ

ແປ
翻译