ມາຈາກ:ຫນັງສືພິມຢຸນນານປະຈຳວັນ
(ສະບາຍດີ ນັກຂ່າວມະນິ)ເຂົ້າປຸ້ນຂ້າມຂົວ ແມ່ນຄວາມຄິດຮອດບ້ານເກີດທີ່ຝັງຢູ່ປາຍລີ້ນຂອງຊາວຢຸນນານ ແລະ ເຂົ້າປຸ້ນຮ້ອນໆຊາມນີ້ ກໍໄດ້ນຳພາລົດຊາດຂອງຢຸນນານໄປສູ່ທົ່ວໂລກອີກດ້ວຍ.ອີງຕາມສະຖິຕິຈາກດ່ານພາສີຕຽນຈົງສັງກັດດ່ານພາສີຄຸນໝິງ ສະແດງໃຫ້ເຫັນວ່າ:ໃນ 4 ເດືອນຕົ້ນປີນີ້ ດ່ານພາສີຕຽນຈົງ ໄດ້ກວດກາການສົ່ງອອກເຂົ້າປຸ້ນຂ້າມຂົວດູແລການສົ່ງອອກຈຳນວນ 5.2 ໂຕນ ເພີ່ມຂຶ້ນ 8.9 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ.
ເມື່ອເດີນເຂົ້າໄປໃນໂຮງງານຜະລິດຂອງບໍລິສັດ ອາຫານ ຢຸນນານ ຢຸນຜິນຊ່ຽນ ຈຳກັດ (Yunnan Yunpinxian Food Co., Ltd.), ສາຍການຜະລິດແບບອັດຕະໂນມັດກຳລັງດຳເນີນງານດ້ວຍຄວາມໄວສູງ ນັບຕັ້ງແຕ່ການຂຶ້ນຮູບເຂົ້າປຸ້ນ ການບັນຈຸນ້ຳແກງ ຈົນເຖິງການຫໍ່ບັນຈຸຜະລິດຕະພັນ ລ້ວນສຳເລັດໃນຂະບວນການດຽວ.ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ວິສາຫະກິດແຫ່ງນີ້ໄດ້ຫັນມາໃຫ້ຄວາມສຳຄັນຕໍ່ການຂະຫຍາຍຕະຫຼາດສາກົນ ແລະ ປັດຈຸບັນ ກວ່າ ຜະລິດຕະພັນ 70% ແມ່ນຖືກສົ່ງອອກໄປຕ່າງປະເທດ.ຫວ່າງມໍ່ໆມານີ້ ເຂົ້າປຸ້ນຂ້າມຂົວສຳເລັດຮູບ ນ້ຳໜັກ 850 ກິໂລກຣາມ ຂອງບໍລິສັດ ດັ່ງກ່າວໄດ້ຜ່ານການກວດສອບຈາກດ່ານພາສີ ແລະ ຖືກສົ່ງໄປຍັງຕະຫຼາດສະຫະພາບເອີຣົບຢ່າງຮຽບຮ້ອຍ.
“ພວກເຮົາສາມາດຜະລິດເຂົ້າປຸ້ນຂ້າມຂົວທີ່ມີຫຼາຍຮູບແບບ ແລະ ຫຼາຍຂະໜາດ ເຖິງຫຼາຍພັນຫໍ່ຕໍ່ມື້.” ທ່ານ ອູ໋ ເວີຍໝິງ (Wu Weiming) ຜູ້ຮັບຜິດຊອບບໍລິສັດກ່າວດ້ວຍຄວາມພາກພູມໃຈ.ທ່ານອູ໋ ເວີຍໝິງໄດ້ເລົ່າວ່າ ຈາກຈຸດເລີ່ມຕົ້ນທີ່ມີກຸ່ມລູກຄ້າຈຳກັດ, ຈົນເຖິງການເຂົ້າຮ່ວມງານວາງສະແດງຕ່າງໆຢ່າງຕໍ່ເນື່ອງເພື່ອຂະຫຍາຍຊ່ອງທາງການຄ້າ, ປັດຈຸບັນ ຈຸດໝາຍປາຍທາງການສົ່ງອອກຂອງວິສາຫະກິດ ດັ່ງກ່າວໄດ້ກວມເອົາ ສະຫະລັດອາເມລິກາ, ຣັດເຊຍ, ສະຫະລັດອາຣັບເອມິເຣດ, ຊາອຸດິດອາຣາບີ ແລະ ບັນດາປະເທດໃນສະຫະພາບເອີຣົບ ແລະອື່ນໆ , ໂດຍມີລູກຄ້າຫຼັກແມ່ນຊຸບເປີມາກເກັດຂອງຄົນຈີນໃນທ້ອງຖິ່ນ ແລະ ແພລດຟອມອີຄອມເມີຊ (Platform E-commerce).
ທ່ານ ອູ໋ ເວີຍໝິງ ເປັນຄົນມາຈາກແຂວງຝູ່ເຈຽນ, ລາວກ່າວຢ່າງຢອກໆວ່າ ຕົນເອງເປັນ “ຄົນຢຸນນານໃໝ່”. ໃນທັດສະນະຂອງລາວ, ຕະຫຼາດສົ່ງອອກເຂົ້າປຸ້ນຂອງຢຸນນານ ຍັງມີສັກກາຍະພາບອັນໃຫຍ່ຫຼວງ, ແລະ ສິ່ງທີ່ສາມາດດຶງດູດ(ຊິ້ນຊວງໃຈ)ນັກຊິມຕ່າງປະເທດໄດ້ຫຼາຍທີ່ສຸດ ກໍຄື ລົດຊາດອັນເປັນເອກະລັກສະເພາະທ້ອງຖິ່ນຂອງຢູນນານ".ດັ່ງນັ້ນ ຜະລິດຕະພັນເຂົ້າປຸ້ນຂອງພວກເຂົາ ຈຶ່ງເນັ້ນໃສ່ການພັດທະນລົດຊາດໃໝ່ໆໂດຍໃຊ້ເຫັດປ່າ ເຊັ່ນ ລົດຊາດເຫັດຈີ່ສົງເຜັດ, ນ້ຳແກງເຫັດປ່າ ແລະ ອື່ນໆ, ໃນປັດຈຸບັນ ລົດຊາດຂອງຜະລິດຕະພັນ ມີຫຼາຍກວ່າ 10 ຊະນິດແລ້ວ.“ນະວັດຕະກຳດ້ານລົດຊາດ ແມ່ນທິດທາງຫຼັກ ທີ່ພວກເຮົາໃຫ້ຄວາມສຳຄັນ.” ທ່ານ ອູ໋ ເວີຍໝິງ ກ່າວວ່າ ບາງປະເທດມັກລົດເຜັດ, ຂະນະທີ່ບາງປະເທດມັກລົດຊາດເບົາບາງ, ດັ່ງນັ້ນ ມີພຽງແຕ່ການພັດທະນາລົດຊາດໃໝ່ໆຢ່າງຕໍ່ເນື່ອງ ຈຶ່ງຈະສາມາດຕອບສະໜອງຄວາມຕ້ອງການອັນຫຼາກຫຼາຍຂອງຜູ້ບໍລິໂພກຕ່າງປະເທດໄດ້.ໃນຂັ້ນຕອນການຜະລິດ ວິສາຫະກິດຍັງໄດ້ເພີ່ມທະວີການຄຸ້ມຄອງ ເພື່ອຮັບປະກັນວ່າ ເຂົ້າປຸ້ນທຸກໆຊາມ ມີທັງຄວາມປອດໄພ ແລະ ຄວາມແຊບຊ້ອຍອີກດ້ວຍ.
ທ່ານ ຢຽນ ຄັງ (Yan Kang) ຫົວໜ້າຂະແໜງກວດກາ ແລະ ຄຸ້ມຄອງທີ 1 ຂອງດ່ານພາສີ ຕຽນຈົງ ສັງກັດດ່ານພາສີຄຸນໝິງ ໄດ້ເລົ່າວ່າ:ເພື່ອຊຸກຍູ້ໃຫ້ເຂົ້າປຸ້ນຢູນນານກ້າວສູ່ຕະຫຼາດສາກົນ,ດ່ານພາສີໄດ້ເປັນເຈົ້າການໃນການປະສານງານກັບວິສາຫະກິດ,ພ້ອມທັງໃຫ້ຄຳແນະນຳໃນການປັບປຸງລະບົບການຄຸ້ມຄອງຄວາມປອດໄພດ້ານອາຫານແບບຄົບວົງຈອນ (All-chain) ນັບຕັ້ງແຕ່ການຈັດຊື້ວັດຖຸດິບ, ຂັ້ນຕອນການຜະລິດ ແລະ ປຸງແຕ່ງ ໄປຈົນເຖິງການເກັບຮັກສາ ແລະ ລະບົບໂລຈິສຕິກ;ນອກຈາກນີ້, ຍັງໄດ້ນຳໃຊ້ມາດຕະການອຳນວຍຄວາມສະດວກ ເປັນຕົ້ນແມ່ນ “ການແຈ້ງພາສີລ່ວງໜ້າ” ແລະ “ການນັດໝາຍກວດກາ” ເພື່ອເຮັດໃຫ້ສາມາດ “ກວດກາທັນທີທີ່ມາຮອດ ແລະ ປ່ອຍສິນຄ້າທັນທີທີ່ຜ່ານເກນມາດຕະຖານ”, ເພື່ອຮັບປະກັນໃຫ້ຜະລິດຕະພັນທີ່ມີຄຸນນະພາບສາມາດຜ່ານດ່ານພາສີໄດ້ໂດຍ “ບໍ່ມີຄວາມຊັກຊ້າ” (Zero delay)
ທ່ານ ອູ໋ ເວີຍໝິງ ກ່າວວ່າ:ຫຼັງຈາກການປະຕິບັດງານ ແລະ ການປັບໂຕຮ່ວມກັນລຍະ 2-3 ປີຜ່ານມາ, ຊ່ອງທາງການສົ່ງອອກ “ເຂົ້າປຸ້ນຂ້າມຂົວ” ແມ່ນມີຄວາມສະດວກລື່ນໄຫຼຂຶ້ນເລື່ອຍໆ. ຜະລິດຕະພັນນີ້ ບໍ່ພຽງແຕ່ຖືກສົ່ງອອກຜ່ານທ່າເຮືອ ກວາງໂຈ່ວ, ເຊິນເຈີ້ນ, ອີ້ອູ ແລະ ຊິງເດົ໋າ ເທົ່ານັ້ນ, ແຕ່ບາງສ່ວນຍັງໄດ້ຂົນສົ່ງຜ່ານຂະບວນລົດໄຟ ຈີນ–ເອີຣົບ ໂດຍລ່ອງໄປຕາມ “ເສັ້ນທາງສາຍໄໝເຫຼັກກ້າ” ສູ່ທົ່ວໂລກ.
过桥米线是云南人舌尖上的乡愁,这一碗热腾腾的米线也把云南味道送往世界。据昆明海关所属滇中海关统计,今年前4个月,滇中海关监管出口过桥米线5.2吨,同比增长8.9倍。
走进云南云品鲜食品有限公司的生产车间,自动化生产线正高速运转,米线定形、汤料封装、成品包装一气呵成。自2020年起,这家企业便着眼开拓国际市场,如今七成产品销往海外。近日,企业一批重850公斤的速食过桥米线经海关检验合格,顺利发往欧盟市场。
“我们每天能生产数千件不同规格的过桥米线。”公司负责人吴维明言语中透着自豪。他介绍,从最初有限的客户圈子,到不断参展拓展渠道,企业出口目的地已包括美国、俄罗斯、阿联酋、沙特阿拉伯及欧盟国家等,主要客户包括当地华人超市和电商平台。
吴维明老家在福建,他笑称自己是“新云南人”。在他看来,云南米线出口市场空间很大,最能打动海外食客的是云南独特的地域风味。因此他们的米线产品在菌子上做文章,例如麻辣鸡枞、菌汤等,目前产品的口味种类已超过10种。“口味创新是我们重点突破的方向。”吴维明说,有的国家偏爱重辣,有的喜欢清淡,只有不断推新,才能更贴合海外消费者的多元需求。在生产环节,企业加强管理,确保每一份米线既安全又美味。
昆明海关所属滇中海关监管一科科长闫康介绍,为助力云南米线迈向国际市场,海关主动对接企业,指导完善从原料采购、生产加工到仓储物流的全链条食品安全管理体系;通过“提前申报”“预约查验”等便利化措施,实现“随到随验、合格即放”,确保合格产品通关“零延时”。
吴维明说,经过几年的实践与磨合,过桥米线的出口通道越来越顺畅。产品不仅从广州、深圳、义乌、青岛等港口出海,有的还搭乘中欧班列,沿着钢铁丝路走向世界。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/02
10:32
— ແບ່ງປັນ —