ມາຈາກ:ສຳນັກຂ່າວຊິນຫົວ
(ສະບາຍດີ ນັກຂ່າວມະນິ)ໃນວັນທີ 1 ມິຖຸນານີ້, ສາລະຄະດີຈີນ 3 ເລື່ອງ ຄື: “ຄວາມຜູກພັນດ້ານ ວັດທະນະທຳຂອງທ່ານ ສີ ຈິ້ນຜິງ”, “ການນຳພາທີ່ໂດດເດັ່ນ” ແລະ “ແນວຄິດໃໝ່ຈາກຕຳລາບູຮານ” ແລະ ສາລະຄະດີອື່ນໆ, ເຊິ່ງຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ຫລື CMG ,ໄດ້ເລີ່ມອອກອາກາດຢ່າງເປັນທາງການ ຢູ່ໂທລະພາບແຫ່ງຊາດລາວ ຫລື LNTV ແລະ ສື່ມວນຊົນກະແສຫຼັກອື່ນໆ ຂອງ ສປປ ລາວ.ໃນໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍ ເຖິງພິທີດັ່ງກ່າວ ເພື່ອຊົມເຊີຍການອອກອາກາດສາລະຄະດີດັ່ງກ່າວຢູ່ ສປປ ລາວ.
ໃນສານຊົມເຊີຍ, ທ່ານ ທອງລຸນ ສີສຸລິດ ໄດ້ລະບຸວ່າ: ສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ” ແລະ ສາລະຄະດີອື່ນໆ ແມ່ນໄດ້ບົ່ມຊ້ອນໄປດ້ວຍແນວຄິດປັດຊະຍາ ແລະ ສະຕິປັນຍາອັນລ້ຳຄ່າຂອງຈີນ, ທັງໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນເປັນຢ່າງຍິ່ງຂອງ ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ເອົາໃຈໃສ່ໃນການອະນຸລັກມໍລະດົກວັດທະນະທຳຢ່າງສູງ, ທັງສ່ອງແສງໃຫ້ເຫັນວິໄສທັດອັນກວ້າງໄກ ແລະ ສະຕິປັນຍາດ້ານ ການບໍລິຫານປະເທດ, ແລະ ນ້ຳໃຈຮັກຊາດທີ່ເລິກເຊິ່ງຮ້ອນແຮງ, ຕະຫຼອດຮອດຄວາມຮັກອັນບໍ່ມີຂີດຈຳກັດ ທີ່ມີຕໍ່ປະຫວັດສາດອາລິຍະທຳອັນຍາວນານຫຼາຍກວ່າ 5.000 ປີ ຂອງປະເທດຈີນ.ພ້ອມກັນນັ້ນ, ສາລະຄະດີດັ່ງກ່າວ ຍັງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ອາລິຍະທຳຈີນ ໃນຖານະທີ່ເປັນຮາກເຫງົ້າ ແລະ ເປັນທຶນຮອນອັນບໍ່ບົກແຫ້ງ ຂອງປະຊາຊາດນັ້ນ ແມ່ນພວມຊຸກຍູ້ໃຫ້ປະເທດຈີນ ບັນລຸຄວາມໄຟ່ຝັນອັນຍິ່ງໃຫຍ່ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ. ເຊິ່ງສິ່ງດັ່ງກ່າວ ຖືເປັນບົດຮຽນອັນດີເລີດ ໃຫ້ແກ່ ສປປ ລາວ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນເປັນເອກະລັກຂອງຊາດ ລາວ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງເປັນແບບຢ່າງ ແລະ ບົດຮຽນອັນດີ ສຳລັບການຊຸກຍູ້ການກໍ່ສ້າງພາລະກິດສັງຄົມນິຍົມ ຢູ່ ລາວ ອີກດ້ວຍ.
ປີນີ້ເປັນປີທີ່ລາວ-ຈີນ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ທັງເປັນ “ປີມິດຕະພາບຈີນ-ລາວ” ທີ່ຜູ້ນຳສອງພັກສອງລັດຈີນ-ລາວ ໄດ້ຮ່ວມກັນເປີດຂຶ້ນ.ວັນທີ 2 ມິຖຸນານີ້,ວິທະຍຸໂທລະພາບສູນກາງຈີນ ຫລື CMG ຮ່ວມກັບຄະນະໂຄສະນາ ອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຈັດພິທີເລີ່ມອອກອາກາດ ຢູ່ນະຄອນ ຫຼວງວຽງຈັນ, ສປປ ລາວ.ສາລະຄະດີຈີນ 3 ເລື່ອງ ຄື: “ຄວາມຜູກພັນດ້ານ ວັດທະນະທຳຂອງທ່ານ ສີ ຈິ້ນຜິງ”, “ການນຳພາທີ່ໂດດເດັ່ນ” ແລະ “ແນວຄິດໃໝ່ຈາກຕຳລາບູຮານ” ແລະ ສາລະຄະດີອື່ນໆ, ເຊິ່ງຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ຫລື CMG ,ໄດ້ເລີ່ມອອກອາກາດ ທາງສື່ມວນຊົນກະແສຫຼັກ ຂອງ ສປປ ລາວ ເຊັ່ນ: ໂທລະພາບແຫ່ງຊາດລາວ ຫລື LNTV, ຂ່າວສານປະເທດລາວ ຫລື KPL, ວິທະຍຸແຫ່ງຊາດລາວ ແລະ ໂທລະພາບນະຄອນຫຼວງວຽງຈັນຢ່າງລຽນຕິດ.
6月1日,由中国中央广播电视总台制作的《习近平的文化情缘》《领航(国际版)》《典籍里的新思想》等三部中国纪录片,在老挝国家电视台等老挝主流媒体启播。老挝人民革命党中央总书记、国家主席通伦发来贺信,对节目播出表示祝贺。
通伦在贺信中表示,《习近平的文化情缘》等纪录片中蕴含着中国哲思智慧,体现了习近平总书记对文化遗产保护的高度重视、在治国理政中的远见卓识和深厚炽热的爱国主义情怀,以及他对中华五千年悠久文明历史发自内心的无限热爱。同时,纪录片也彰显了中华文明作为民族的根脉和不竭动力,正推动中国实现民族复兴的伟大梦想。这对老挝在经济社会发展的同时,保护和弘扬自己独特的民族文化,推进老挝社会主义事业的建设,是极好的借鉴。
今年是中老建交65周年,也是中老两党两国领导人共同开启的“中老友好年”。6月2日,中国中央广播电视总台与老挝人民革命党中央宣传部在老挝万象举办启播仪式。由中央广播电视总台制作的《习近平的文化情缘》《领航(国际版)》《典籍里的新思想》等三部纪录片在老挝国家电视台、老挝国家通讯社、老挝国家电台和万象电视台等主流媒体陆续播出。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/23
16:57
— ແບ່ງປັນ —