ມາຈາກ:ສຳນັກຂ່າວສານຊິນຮວາ
ໃນຊ່ວງກາງລະດູຮ້ອນ,ນາຂັ້ນໄດຮານທີ່ມີປະຫວັດສາດນັບພັນປີຢູ່ເມືອງຢວນຢາງ,ກິ່ງແຂວງຫົງເຫີ, ແຂວງຢຸນນານແມ່ນປົກຄຸມໄປດ້ວຍສີຂຽວສຸດລູກຫູລູກຕາ,ຕົ້ນເຂົ້າອ່ອນຂຽວສົດງົດງາມເບິ່ງຄືດັ່ງພາບແຕ້ມຊົນນະບົດທີ່ມີຊີວິດຊີວາ ແລະ ສະຫງົບສຸກ.ໃນຊຸມປີມໍ່ໆມານີ້,ເມືອງຢວນຢາງໄດ້ສືບຕໍ່ຊຸກຍູ້ການອະນຸລັກລະບົບນິເວດນາຂັ້ນໄດ ແລະ ມໍລະດົກວັດທະນະທຳຢ່າງເປັນລະບົບ,ໂດຍຜ່ານການດຳເນີນມາດຕະການຕ່າງໆຢ່າງຕໍ່ເນື່ອງເຊັ່ນ:ການປູກປ່າໃນຂອບເຂດກວ້າງ,ການບູລະນະໝູ່ບ້ານດັ້ງເດີມ,ການຟື້ນຟູລະບົບອຸທົກຂອງນາຂັ້ນໄດ ແລະ ການສືບທອດລະບົບການຄຸ້ມຄອງນ້ຳແບບບູຮານ,ເພື່ອວາງຮາກຖານອັນໝັ້ນຄົງໃຫ້ແກ່ການອະນຸລັກຢ່າງຕໍ່ເນື່ອງ.ຮູບພາບນີ້ແມ່ນ ນາຂັ້ນໄດປ້າຕ້າ ຢູ່ເມືອງຢວນຢາງ.
仲夏时节,红河哈尼族彝族自治州元阳县的千年哈尼梯田绿意绵延,新苗青翠,犹如一幅灵动秀美的田园画卷。近年来,元阳县持续推进梯田生态与文化遗产系统性保护,通过大规模植树造林、传统村落修缮、梯田水系修复、传承古法管水制度等一系列举措,持续夯实保护根基。图为元阳县坝达梯田。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
07/01
16:30
— ແບ່ງປັນ —