ເສັ້ນທາງລົດໄຟລີ່ຈຽງ ຫາ ຊຽງເກີຫຼີລະ ເປີດນຳໃຊ້ແລ້ວ ຂະບວນລົດໄຟແລ່ນໂດຍກົງເຖິງ"ສະຖານທີ່ແຫ່ງຄວາມເປັນສີລິມຸງຄຸນ"

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 26,ຂະບວນລົດໄຟ ຟູ່ຊິງ ໄດ້ອອກຈາກສະຖານີ ຊຽງເກີຫຼີລະ ກິ່ງແຂວງປົກຄອງຕົນເອງຕິເບດ ດີຊິງ ແຂວງຢຸນນານ,ມຸ່ງໜ້າໄປສູ່ນະຄອນ ລີ້ຈ່ຽງ,ເປັນຂີດໝາຍສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລີ້ຈ່ຽງ ຫາ ຊຽງເກີຫຼີລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ.ກິ່ງແຂວງປົກຄອງຕົນເອງຕິເບດ ດີຊິງ ໄດ້ສິ້ນສຸດປະຫວັດສາດທີ່ບໍ່ສາມາດເດີນທາງດ້ວຍລົດໄຟ,ສາມາດເດີນທາງໄປຮອດນະຄອນ ລີ້ຈຽງ ໄດ້ປະມານ1ຊົ່ວໂມງ20ນາທີໂດຍລົດໄຟຈາກ ຊຽງເກີຫຼີລະ,ແລະພາຍໃນ5ຊົ່ວໂມງກໍສາມາດໄປຮອດນະຄອນຄຸນຫມິງເມືອງເອກຂອງແຂວງຢຸນນານ. 

"ຄວາມປາຖະໜາທີ່ລໍຄອຍມາດົນນານໃນທີ່ສຸດກໍເປັນຈິງ.ລົດໄຟເຊື່ອມຕໍ່ກັບຊຽງເກີຫຼີລະ.ຂ້າພະເຈົ້າຢາກພາແຂກຈາກແດນໄກມາຢາມບ້ານເກີດເມືອງນອນ." ນາງສາວເຜົ່າຕິເບດ ສະນາລາ ໄດ້ເຮັດວຽກເປັນຜູ້ນໍາທ່ຽວມາເປັນເວລາ 10 ປີ.ການເປິດນໍາໃຊ້ຂະບວນລົດໄຟແມ່ນເຫດການທີ່ສໍາຄັນຢູ່ໃນໃຈຂອງນາງ.

ກິ່ງແຂວງປົກຄອງຕົນເອງຕິເບດ ດີຊິງ,ເຊິ່ງຫມາຍຄວາມວ່າ "ສະຖານທີ່ແຫ່ງຄວາມເປັນສີລິມຸງຄຸນ"ໃນທິເບດ,ຕັ້ງຢູ່ໃນຈຸດເຊື່ອມຕໍ່ຂອງສາມແຂວງຂອງ ຢຸນນານ,ເສສວນ ແລະ ທິເບດ,ມັນເປັນການຕັ້ງຖິ່ນຖານຫຼາຍຊົນເຜົ່າ ແລະ ຫຼາຍວັດທະນະທໍາ ແລະ ເປັນ"ສະຫວັນ" ຂອງໂລກ.ບ່ອນນີ້ແມ່ນເຄີຍເປັນເຂດປະສົບກັບຄວາມທຸກຍາກຢ່າງເລິກເຊິ່ງ,ແມ່ນ້ຳເຊັ່ນ:ແມ່ນ້ຳຈິນຊາ,ແມ່ນໍ້າລ້ານຊ້າງໄດ້ຕັດພູເຂົາລົງສູ່ຮ່ອມພູເລິກ,ເຮັດໃຫ້ການຄົມມະນາຄົມທາງບົກບໍ່ສະດວກຫຼາຍ.ເປັນເວລາດົນນານມາແລ້ວ,ປະຊາຊົນທ້ອງຖິ່ນທີ່ຈະອອກຈາກພູໃຫຍ່ນັ້ນແມ່ນອາໄສ2ວິທີການເດີນທາງຄື:ການບິນທີ່ມີລາຄາແພງ ແລະ ລົດທີ່ໃຊ້ເວລາດົນນານ. 

2

ເສັ້ນທາງລົດໄຟລີ່ຈຽງ ຫາ ຊຽງເກີຫຼີລະ ແມ່ນພາກສ່ວນທີ່ສຳຄັນຂອງທາງລົດໄຟຢຸນນານ-ຕິເບດໃນ"ແຜນການເຄືອຂ່າຍທາງລົດໄຟໄລຍະກາງແລະໄລຍະຍາວ"ຂອງຈີນ,ມີຄວາມຍາວທັງໝົດ 139 ກິໂລແມັດ,ແລະລະດັບຄວາມສູງຂຶ້ນຈາກ 2,400 ແມັດຢູ່ສະຖານີລິ່ຈຽງເປັນ 3,274 ແມັດຢູ່ສະຖານີຊຽງເກີຫຼີລະ,ເປັນທາງລົດໄຟທີ່ພູພຽງປົກກະຕິ,ສະພາບພູມສັນຖານ ແລະ ທໍລະນີສາດລຽບຕາມເສັ້ນແມ່ນສັບສົນທີ່ສຸດ,ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກຫຼາຍ.

ນັບຕັ້ງແຕ່ການກໍ່ສ້າງໃນປີ 2014, ຜູ້ກໍ່ສ້າງໄດ້ປະສົມປະສານແລະນໍາໃຊ້ປະສົບການພາກປະຕິບັດຂອງຈີນໃນການກໍ່ສ້າງທາງລົດໄຟເພື່ອແກ້ໄຂບັນຫາວິສະວະກໍາແລະການປະດິດສ້າງຂະບວນການແລະວິທີການ,ແລະສົ່ງເສີມຄວາມປອດໄພໃນການກໍ່ສ້າງໂຄງການຢ່າງເປັນລະບຽບ.ກໍ່ສ້າງອຸໂມງທັງໝົດ 20 ແຫ່ງ ແລະ ຂົວ 34 ແຫ່ງ, ຄວາມຍາວຂອງຂົວ ແລະ ອຸໂມງທັງໝົດ 102,5 ກິໂລແມັດ, ຂົວ ແລະ ອຸໂມງກວມ 73,4%.

3

ເສັ້ນທາງລົດໄຟລີ່ຈຽງ ຫາ ຊຽງເກີຫຼີລະ ມີ 13 ສະຖານີຕາມສາຍທັງໝົດ,ໃນນັ້ນ 3 ສະຖານີເຊັ່ນລີ່ຈຽງ,ລາສີຮາຍ ແລະ ຊຽງເກີຫຼີລະໃຫ້ບໍລິການຜູ້ໂດຍສານ,ແລະສະຖານີ ສຽວຈົງດ້ຽນ ໃຫ້ບໍລິການຜູ້ໂດຍສານແລະຂົນສົ່ງສິນຄ້າ.

1

26日,复兴号动车组从云南迪庆藏族自治州香格里拉站开出,向丽江方向驶去,这标志着丽江至香格里拉铁路开通运营。迪庆州结束不通火车的历史,自香格里拉乘火车1小时20分钟左右即可到达丽江,5小时以内就可到达云南省会昆明。

“期盼已久的愿望终于实现了,动车通到香格里拉。我想带着远方来的客人游览我的家乡。”藏族姑娘斯娜拉追从事导游工作10年,动车开通是她心中的大事。

迪庆,藏语意为“吉祥如意的地方”,地处滇川藏三省区交界处,多民族聚居、多文化交融,是世人追寻的“世外桃源”。这里曾是深度贫困地区,金沙江、澜沧江等江河将群山切割成深深的峡谷,道路交通非常不便。长期以来,当地居民要走出大山,主要依赖昂贵的航空和长时间的汽车两种出行方式。

2

丽香铁路是中国《中长期铁路网规划》中滇藏铁路的重要组成部分,全长139公里,海拔从丽江站的2400米攀升至香格里拉站的3274米,是典型的高原铁路,沿线地形地质条件极其复杂,建设难度罕见。

自2014年开工建设以来,建设者集成运用中国铁路建设实践经验,攻关工程难题,创新工艺工法,有序推进工程建设安全,共建成20座隧道、34座桥梁,桥隧总长达102.5公里,桥隧占比达73.4%。

3

丽香铁路全线设13个车站,其中丽江、拉市海、香格里拉3座车站开办客运业务,小中甸站开办客货运业务。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

12/05

16:11

ແບ່ງປັນ

ແປ
翻译