ເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທຂະບວນທໍາອິດ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ຕອນເຊົ້າວັນທີ 17 ພະຈິກນີ້, ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທຂະບວນທໍາອິດຂອງຈີນໄດ້ອອກເດີນທາງຈາກທ່າບົກທາງລົດໄຟສາກົນເສີງຕູ່ມຸ່ງໜ້າສູ່ປະເທດໄທ. ຜ່ານການຂົນສົ່ງທາງລົດໄຟໃນຕະຫຼອດໄລຍະທາງ, ເຮັດໃຫ້ 3 ປະເທດຈີນ-ລາວ-ໄທໄດ້ບັນລຸການເຊື່ອມຈອດກັນຢ່າງລາບລື້ນ ພ້ອມທັງໄດ້ເປີດກວ້າງຂອບເຂດບໍລິການຂອງທາງລົດໄຟລາວ-ຈີນຕື່ມອີກ. ໃນໄລຍະຕໍ່ໜ້າ, ການຂົນສົ່ງສິນຄ້າທາງລົດໄຟຈາກນະຄອນເສີງຕູ່ປະເທດຈີນຫາປະເທດໄທຈະສາມາດໄປເຖິງຈຸດໝາຍປາຍທາງໂດຍກົງໃຊ້ເວລາພຽງແຕ່ 5 ວັນເທົ່ານັ້ນ.

1

ການຂົນສົ່ງໄປໄທໂດຍທາງທະເລໃຊ້ເວລາຫຼາຍກວ່າ 5 ວັນໃນໄລຍະຜ່ານມາ, ແຕ່ໂດຍທາງລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທບໍ່ພຽງແຕ່ສາມາດຫຼຸດເວລາການຂົນສົ່ງໃຫ້ໜ້ອຍລົງຢ່າງຫຼວງຫຼາຍເທົ່ານັ້ນ, ແຕ່ຍັງສາມາດຫຼຸດຜ່ອນຕົ້ນທຶນການຂົນສົ່ງໄດ້ຫຼາຍກວ່າ 20% ນໍາອີກ.

2

ແຕກຕ່າງຈາກຮູບແບບຂົນສົ່ງໂດຍແບ່ງເປັນຕອນໃນໄລຍະຜ່ານມາ, ຂະບວນລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທ ໄລຍະທາງຂາໄປ ແລະ ຂາກັບລ້ວນແຕ່ມີພາກສ່ວນດໍາເນີນງານຂອງຂະບວນລົດໄຟສາກົນນະຄອນເສີງຕູ່ຮັບຜິດຊອບຕະຫຼອດໄລຍະທາງ ເຊິ່ງບໍລິສັດທີ່ຢາກໃຊ້ບໍລິການຈອງພື້ນທີ່ຂົນສົ່ງ ຜ່ານພາກສ່ວນດັ່ງກ່າວນີ້, ຈະສາມາດນໍາໃຊ້ການບໍລິການແບບ “ມອບສິດເທື່ອດຽວ, ກໍານົດພື້ນທີ່ຈັດສົ່ງ, ເລີ່ມແຕ່ສະຖານທີ່ຈັດສົ່ງຮອດຈຸດໝາຍປາຍທາງໃຊ້ໃບສັ່ງສິນຄ້າພຽງແຕ່ໃບດຽວ ແລະ ຊໍາລະເງິນດ້ວຍໃບບິນໃບດຽວ”. 

2

ໃນອະນາຄົດ, ດ້ວຍການໃຊ້ຊ່ອງທາງລົດໄຟຂົນສົ່ງສິນຄ້າດ່ວນຕາມທາງລົດໄຟຈີນ-ລາວ-ໄທ.ເມັດພືດ, ກະສິກຳແລະອາຫານຂ້າງຄຽງ, ໝາກໄມ້ແລະອື່ນໆຈາກປະເທດຈີນ-ລາວ-ໄທແລະປະເທດອື່ນໆຍັງສາມາດໄປສົ່ງອອກຕ່າງປະເທດ, ຊຸກຍູ້ການແລກປ່ຽນດ້ານເສດຖະກິດການຄ້າຕື່ມອີກທີ່ລະຫວ່າງປະເທດຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້.

全国首列中老泰全铁快速货运列车,11月17日早上从成都国际铁路港驶出开往泰国。通过全程铁路运输,将中国、老挝、泰国实现无缝衔接,进一步拓展了中老铁路的辐射范围。今后成都至泰国的铁路货运时效,可实现5天直达。

1

以往运到泰国,光是海运都要5天以上,而搭乘中老泰全铁快速货运列车,不仅可大幅压缩运输时间,并且运输成本降低20%以上。

2

不同于以往的分段运输模式,中老泰全铁快速货运列车去程和回程,都由成都国际班列运营平台全程承接,企业在成都国际班列运营平台订舱,可实现“一次委托,一舱受理,一单到底,一票结算”。

今后借助中老泰全铁快速货运列车通道,中老泰等多国的粮食、农副食品、水果等也可以走出国门,进一步推动中国与东南亚各国经贸往来。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

11/18

16:51

ແບ່ງປັນ

ແປ
翻译