ເມືອງຊາຍແດນບໍ່ຫານແຂວງຢຸນນານ: ຄົ້ນຫາເສັ້ນທາງໄປສູ່ເມືອງແຫ່ງດ່ານຊາຍແດນສາກົນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ເມື່ອ 8 ປີກ່ອນ, ບໍ່ຫານທີ່ຕັ້ງຢູ່ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ເຊິ່ງເປັນດ່ານຊາຍແດນນ້ອຍໆທີ່ຢູ່ໃນຮ່ອມພູຊາຍແດນ, ດຽວນີ້ນັກຂ່າວກັບຄືນຕາແສງບໍ່ຫານ, ມັນມີການປ່ຽນແປງຢ່າງຫຼວງຫຼາຍ——ເສັ້ນທາງອາຊຽນທີ່ຜ່ານເຂດການຮ່ວມມືດ້ານເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ, ຖະໜົນອາຊຽນປ່ຽນຈາກສີ່ເລນມາເປັນຫົກເລນ. ຢູ່ສອງຝັ່ງຖະໜົນອາຊຽນ, ບັນດາໂຮງງານກໍ່ຕັ້ງຢູ່ຕາມເສັ້ນທາງ, ບັນດາໂຄງການໄດ້ກໍ່ສ້າງຢ່າງສຳເລັດແລ້ວ ແລະ ເລີ່ມດຳເນີນການຜະລິດ, ເມືອງດ່ານຊາຍແດນສາກົນທີ່ທັນສະໄຫມໄດ້ກາຍເປັນຕົວຈິງ...

“ຫອງ…” ໃນວັນທີ 23 ມີນາ, ພ້ອມກັບສຽງແກຂອງລົດໄຟດັງຂຶ້ນ, ຂະບວນລົດໄຟທີ່ບັນທຸກຜັກ ແລະ ໝາກໄມ້ໄດ້ຄ່ອຍໆອອກຈາກດ່ານຊາຍແດນບໍ່ຫານຂອງຈີນ, ແລະໄດ້ໄປເຖິງດ່ານຊາຍແດນບໍ່ເຕັນຂອງລາວໂດຍຜ່ານທາງລົດໄຟລາວ-ຈີນ. ທາງລົດໄຟລາວ-ຈີນໄດ້ເປີດການບໍລິການເປັນເວລາກວ່າ 1 ປີແລ້ວ, ບົດບາດຂອງເສັ້ນທາງທອງໃນການຂົນສົ່ງສາກົນນັບມື້ນັບພົ້ນເດັ່ນຂຶ້ນ.

ພາຍໃຕ້ປະຕູແຫ່ງຊາດອັນສວຍງາມຂອງບໍ່ຫານ, ລົດບັນທຸກທີ່ເຕັມໄປດ້ວຍສິນຄ້ານຳເຂົ້າໄດ້ເຂົ້າໄປປະເທດຈີນຢ່າງຕໍ່ເນື່ອງ. "ນັບແຕ່ເດືອນພະຈິກປີກາຍນີ້, ທາງຫຼວງການຂົນສົ່ງສິນຄ້າຂາເຂົ້າ ແລະ ຂາອອກໄດ້ແຍກອອກກັນໄດ້, ເຊິ່ງໄດ້ແກ້ໄຂບັນຫາການຕິດລົດຢູ່ປະຕູແຫ່ງຊາດ." ທ່ານນາງຫຼີວມິນ, ຫົວໜ້າຂອງກົມການສົ່ງເສີມການຮ່ວມມືຂ້າມຊາຍແດນຂອງຄະນະກໍາມະການຄຸ້ມຄອງຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວກ່າວວ່າ.

“ມາຮອດວັນທີ 20 ມີນາປີນີ້, ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ບັນລຸ 950.000 ໂຕນ, ໄດ້ເກີນ 1/3 ຂອງປະລິມານການນຳເຂົ້າຂອງປີກາຍນີ້, ໃນນັ້ນ, ໄດ້ນຳເຂົ້າໝາກໄມ້ຫຼາຍກວ່າ 3.700 ໂຕນ.” ທ່ານວາງຈິ້ນເຟີ່ງ ຮອງຫົວໜ້າຂອງສະຖານີລົດໄຟບໍ່ຫານບໍລິສັດທາງລົດໄຟຈີນສາຂາຄຸນໝິງກ່າວວ່າ.

ເມື່ອຍ່າງເຂົ້າໄປໃນພາກສະໜາມທີ່ເຂດການກໍ່ສ້າງຂອງເຂດການຮ່ວມມືເສດຖະກິດ ບໍ່ຫານຈີນ-ບໍ່ເຕັນລາວ, ມີສຽງດັງຂອງເຄື່ອງຈັກ. “ພາຍຫຼັງເຂດການຮ່ວມມືໄດ້ກໍ່ສ້າງສຳເລັດແລ້ວ, ສາມາດອີງໃສ່ແຜນການ 'ສອງປະເທດຮ່ວມສ້າງໜຶ່ງສວນ, ສອງປະເທດຮ່ວມໃຊ້ໜຶ່ງຖະໜົນ' ເພື່ອຈັດວາງບັນດາຂະແໜງການຄື: ການຄ້າປອດພາສີ, ການວາງສະແດງທຸລະກິດ,ສຸຂະພາບທີ່ສົມບູນແບບ. ຊຸກຍູ້ການພັດທະນາເສດຖະກິດແລະການຄ້າເສລີ.” ທ່ານນາງ ຫຼີວມິນກ່າວວ່າ.

ເພື່ອຍົກສູງປະສິດທິພາບການຜ່ານດ່ານຊາຍແດນ ແລະ ຂະຫຍາຍຄວາມສາມາດດ້ານການຂົນສົ່ງ, ແຂວງຢຸນນານໄດ້ສ້າງຮູບແບບ "ການຜ່ານດ່ານທາງລົດໄຟຢ່າງວ່ອງໄວ", ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການດຳເນີນງານຮ່ວມກັນລະຫ່ວາງສະຖານີສິນຄ້າວັງເຈ່ຍອິງຄຸນໝິງ ແລະ ດ່ານຊາຍແດນທາງລົດໄຟບໍ່ຫານ, ແລະໄດ້ຫຼຸດເວລາການກວດກາ ແລະ ການແຈ້ງພາສີຢ່າງຫຼວງຫຼາຍ. ທ່ານວາງຈູ້ນເຟີ່ງ ກ່າວວ່າ “ເວລາການຜ່ານດ່ານພາສີຂອງການຂົນສົ່ງສິນຄ້າຢູ່ດ່ານບໍ່ຫານໄດ້ຖືກຫຼຸດລົງຈາກ 48 ຊົ່ວໂມງເປັນ 5 ຊົ່ວໂມງ, ຂະບວນການເກັບພາສີສາມາດສຳເລັດພາຍໃນ 2 ຊົ່ວໂມງເຄິ່ງໂດຍໄວທີ່ສຸດ.”

ທ້າຍປີກາຍນີ້, ສະຖານທີ່ຄວບຄຸມທີ່ກຳນົດກວມລວມຂອງດ່ານຊາຍແດນທາງລົດໄຟບໍ່ຫານໄດ້ສ້າງສຳເລັດ ແລະ ເປີດການນຳໃຊ້ແລ້ວ, ໝາກກ້ວຍຈາກລາວ ແລະ ໝາກທຸລຽນຈາກໄທໄດ້ຂົນສົ່ງໂດຍກົງເຖິງຄຸນໝິງຜ່ານຂະບວນລົດໄຟແຊ່ເຢັນ, ບັນດາສັບພະສິນຄ້າ, ຜະລິດຕະພັນເອເລັກໂຕຣນິກພະລັງງານແສງແດດ, ດອກໄມ້, ໝາກໄມ້, ຜັກ ແລະ ອື່ນໆ ໄດ້ສົ່ງອອກໄປຍັງບັນດາປະເທດອາຊີຕາເວັນອອກສຽງໃຕ້. ໃນປີ 2022, ຍອດມູນຄ່າການຂາເຂົ້າ-ຂາອອກໂດຍຜ່ານດ່ານບໍ່ຫານໄດ້ບັນລຸ 43,3 ຕື້ຢວນ, ເພີ່ມຂຶ້ນ 98,99%.

ໃນເດືອນພຶດສະພາປີ 2022, ນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ ແລະ ຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ, ເຮັດໃຫ້ນະຄອນຄຸນໝິງກາຍເປັນນະຄອນພຽງດຽວທີ່ມີດ່ານຊາຍແດນໃນປະເທດ, ຕາມວິທີນີ້, ບໍ່ພຽງແຕ່ໄດ້ແກ້ໄຂບັນຫາທີ່ນະຄອນຄຸນໝິງມີອຸດສາຫະກຳແຕ່ບໍ່ມີດ່ານຊາຍແດນ, ຍັງໄດ້ແກ້ໄຂບັນຫາທີ່ມີດ່ານຊາຍແດນແຕ່ບໍ່ມີອຸດສາຫະກຳຂອງກິ່ງແຂວງສິບສອງພັນນາອີກດ້ວຍ, ເຊິ່ງເປັນມາດຕະການປະຕິຮູບອັນສໍາຄັນ ແລະ ຮຽນແບບໄດ້, ເຜີຍແຜ່ໃຫ້ກວ້າງອອກໄດ້ໃນທົ່ວປະເທດ.

“ໃນປີ 2022, ຈຳນວນການຄ້າຂອງຕະຫຼາດເຂດຊາຍແດນຢູ່ດ່ານຊາຍແດນບໍ່ຫານມີ 1,2091 ລ້ານໂຕນ, ຍອດມູນຄ່າການຄ້າມີ 3,814 ຕື້ຢວນ, ເຊິ່ງມີບົດບາດສຳຄັນໃນການເພີ່ມລາຍຮັບຂອງຊາວເຂດຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດຂອງເຂດຊາຍແດນ ແລະ ຮັກສາສະຖຽນລະພາບຂອງເຂດຊາຍແດນ.” ທ່ານຈາວຢູເຈີ ຜູ້ຮົບຜິດຊອບຂອງສະໜາມຕະຫຼາດເຂດຊາຍແດນບໍ່ຫານກ່າວວ່າ.

ປັດຈຸບັນນີ້, ການຂົນສົ່ງສິນຄ້າ, ການຂົນສົ່ງຜູ້ໂດຍສານ, ທຶນຮອນລ້ວນແຕ່ໄດ້ເຕົ້າໂຮມກັນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ, ໄດ້ເປີດປະຕູທີ່ໜ້າສູ່ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຢ່າງງຽບສະຫງົບ, ສົ່ງກຳລັງແຮງໃຫ້ແກ່ການພັດທະນາແບບກ້າວກະໂດດທີ່ມີຄຸນນະພາບສູງຂອງແຂວງຢຸນນານຢ່າງຕໍ່ເນື່ອງ.

8年前,位于云南西双版纳的磨憨只是个边境山谷里冷冷清清的小口岸,如今记者重返磨憨,磨憨的变化已翻天覆地——贯穿中国老挝磨憨—磨丁经济合作区的东盟大道从四车道变成了六车道。东盟大道两旁,一栋栋厂房依次矗立,一个个项目正在建成投产,一个现代化的国际口岸城市初具雏形……

“轰隆隆……”3月23日,伴着汽笛的轰鸣声,一列满载果蔬的列车缓缓驶离中国磨憨铁路口岸,通过中老铁路运往老挝磨丁口岸。中老铁路开通运营一年多,国际物流黄金大通道的作用日益显现。

在磨憨高大美丽的国门下,满载进口货物的卡车络绎不绝驶进国门。“去年11月以来出入境公路货运分开走,缓解了国门交通拥堵问题。”磨憨—磨丁经济合作区管委会跨境合作促进局干部刘敏告诉记者。

“截至今年3月20日,跨境货物运输总量达95万吨,已超去年总量的三分之一,其中进口水果3700余吨。”中铁昆明局磨憨站副站长王俊峰说。

走进磨憨—磨丁经济合作区中方区域围网区建设现场,机器轰鸣声此起彼伏。“合作区建成后,可依托‘两国一园、两国一街’规划布局免税购物、展示交易、大健康等产业,推动经济贸易自由发展。”刘敏说。

为了提升通关效率、扩大运输能力,云南推出“铁路快通”模式,促成昆明王家营货站场和磨憨铁路口岸联动运营,极大缩短了通关查验时间。“磨憨口岸货运整体通关时间从原来的48小时压缩至5小时,最快仅需两个半小时即可完成通关手续办理。”王俊峰说。

去年底,磨憨铁路口岸综合性指定监管场地建成使用,老挝香蕉、泰国榴莲等水果通过铁路冷链运输直达昆明,中国的日用百货、光伏电子产品、鲜花果蔬等源源不断运往东南亚国家。2022年磨憨进出口总额达到433亿元,同比增长98.99%。

2022年5月,昆明托管磨憨共建国际口岸城市,使昆明成为全国唯一一个有口岸的省会城市,这一做法,既解决昆明市有产业无口岸,又解决西双版纳州有口岸无产业的难题,是一项可在全国复制推广的重大改革举措。

“2022年磨憨口岸边民互市贸易总量达120.91万吨,贸易总额达38.14亿元,对促进边民增收、推动边境地区经济发展、维护边境稳定起着重要作用。”磨憨边民互市场现场负责人乔于哲说。

当前,物流、人流、资金流向中老铁路沿线聚集,一个面向南亚东南亚的开放窗口正在悄然出现,不断为云南高质量跨越式发展注入新的强大动能。(光明日报 记者徐鑫雨 张勇)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/18

10:53

ແບ່ງປັນ

ແປ
翻译