ເລັ່ງການກໍ່ສ້າງດ່ານບໍ່ຫານ ແລະ ຍົກສູງຄຸນນະພາບ ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບບໍ່ຫານ-ບໍ່ເຕັນຈາກ "ເສດຖະກິດຊ່ອງທາງ" ເປັນ "ເສດຖະກິດອຸດສ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ດ່ານບໍ່ຫານນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນ. ສອງສາມມື້ກ່ອນ, ນັກຂ່າວໄດ້ເຫັນມີລົດຈາກທົ່ວປະເທດລຽນແຖວເພື່ອຜ່ານດ່ານຊາຍແດນບໍ່ຫານ, ໃນນັ້ນມີຫຼາຍຄົນທີຂັບລົດໄປທ່ຽວຢູ່ລາວ. ປະຈຸບັນນີ້, ເລັ່ງການກໍ່ສ້າງດ່ານຊາຍແດນຢູ່ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ(ຕໍ່ໄປນີ້ເອີ້ນວ່າ "ເຂດການຮ່ວມມື")ແລະ ຍົກສູງຄຸນນະພາບ, ການກໍ່ສ້າງດ່ານຊາຍແດນແບບອັດສະລິຍະໄດ້ສຳເລັດຢ່າງພື້ນຖານແລ້ວ, ຈຳນວນຍານພາຫະນະທີ່ເຂົ້າ-ອອກດ່ານທາງຫຼວງໄດ້ເພີ່ມຂຶ້ນຈາກ 400 ຄັນເປັນ 600 ຄັນຕໍ່ມື້. ແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກຂອງດ່ານບໍ່ຫານໄດ້ບັນລຸ 1,584 ລ້ານໂຕນ.

ການກໍ່ສ້າງເຂດການຮ່ວມມື ແລະ ການເປີດບໍລິການທາງລົດໄຟລາວ-ຈີນໄດ້ເຮັດໃຫ້ເມືອງບໍ່ຫານທີ່ເປັນເມືອງຊາຍແດນນ້ອຍກາຍເປັນເຂດຊາຍແດນການເປີດປະຕູສູ່ພາຍນອກຂອງແຂວງຢຸນນານ. “ປະຈຸບັນ, ເຂດການຮ່ວມມືໄດ້ສົມທົບກັບສະພາບການຕົວຈີງໃນປະຈຸບັນ ແລະ ການຈັດຕັ້ງປະຕິບັດໜ້າທີ່ພັດທະນາຂອງບໍ່ຫານເພື່ອປັບປຸງການຈັດວາງຂອງອຸດສາຫະກຳໃນເຂດສວນ, ສຸມໃສ່ການພັດທະນາການຄ້າສາກົນ,ການປຸງແຕ່ງ ແລະ ການຜະລິດ, ອຸດສາຫະກຳໂລຈິສຕິກທີ່ທັນສະໄໝ, ພັດທະນາສົມທົບກັນຢ່າງແໜ້ນແຟ້ນ. ການພັດທະນາການເງິນສາກົນຢ່າງປະສານສົມທົບກັນ, ການທ່ອງທ່ຽວສາກົນ, ການສຶກສາແລະການແພດ. ການລົງທະບຽນວິສາຫະກິດການຄ້າ ແລະ ທຸລະກິດ 400 ກວ່າແຫ່ງ, ແລະມີບໍລິສັດການແຈ້ງພາສີໂລຈິສຕິກເກືອບ 300 ແຫ່ງໃນເຂດສວນ.” ຕາມການແນະນຳຂອງຜູ້ຮັບຜິດຊອບຈາກຄະນະກໍາມະການຄຸ້ມຄອງເຂດການຮ່ວມມືວ່າ.

ນັບແຕ່ການເປີດບໍລິການທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 8,88 ລ້ານເທື່ອຄົນ ແລະ ສິນຄ້າ 12 ລ້ານໂຕນ, ຈຳນວນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຍອດຈຳນວນສິນຄ້າທີ່ສົ່ງດ້ວຍທາງລົດໄຟ ແລະ ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ສ້າງສະຖິຕິໃໝ່, ເມື່ອທຽບໃສ່ເດືອນທຳອິດຂອງການເປີດບໍລິການໄດ້ເພີ່ມຂຶ້ນ 3.5 ເທົ່າ ແລະ 4 ເທົ່າຕາມລຳດັບ, ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນເກີນ 2,33 ລ້ານໂຕນ. ບົດບາດຂອງ "ເສັ້ນທາງທອງ" ຂອງການຂົນສົ່ງສາກົນນັບມື້ນັບໂດດເດັ່ນຂຶ້ນ, ຜົນກະທົບຂອງການສົ່ງຜົນສະທ້ອນອັນກວ້າງຂວາງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ເພື່ອສົ່ງເສີມທ່າແຮງໃນການຂາເຂົ້າ-ຂາອອກດ້ວຍທາງລົດໄຟລາວ-ຈີນໃຫ້ດີຂຶ້ນ, ສະຖານີບໍ່ຫານໄດ້ຮັບການປັບປຸງ ແລະ ຍົກສູງຄຸນນະພາບ. ພ້ອມກັນນັ້ນ, ສະຖານີບໍ່ຫານຈະນໍາໃຊ້ເຕັກໂນໂລຢີໃຫມ່ ແລະ ອຸປະກອນພື້ນຖານແບບໃຫມ່, ເພື່ອສ້າງຄວາມເຂັ້ມແຂງໃນການປັບປຸງ ແລະ ຍົກສູງຄຸນນະພາບແບບອັດສະລິຍະ, ດິຈິຕອລ ແລະ ອັດຕະໂນມັດຂອງເດີ່ນສິນຄ້າບໍ່ຫານ, ແລະສ້າງເວທີການຄວບຄຸມເດີ່ນສິນຄ້າໂດຍລວມແບບດິດຈິຕ້ອນ, ເຊິ່ງກວມເອົາບົດບາດຄື: ການຄວບຄຸມການດໍາເນີນງານຂອງເດີ່ນຂົນສົ່ງສິນຄ້າ, ການຕິດຕາມກວດກາດວຽກງານຂອງເດີ່ນຂົນສົ່ງສິນຄ້າ, ການຜ່ານດ່ານ ແລະ ການຂົນສົ່ງດ້ວຍຫຼາຍຮູບແບບ.

ໃນເວລາດຽວກັນ, ທໍາລາຍສິ່ງກີດຂວາງດ້ານຂໍ້ມູນລະຫວ່າງທາງລົດໄຟ ແລະ ດ່ານພາສີ, ປະສົມປະສານຂໍ້ມູນການຂົນສົ່ງຂອງສະຖານີບໍ່ຫານ ແລະ ບໍ່ເຕັນ, ບັນລຸຮອບວຽນຄູ່ຂອງຊັບພະຍາກອນຂໍ້ມູນຂ່າວສານລະຫ່ວາງທາງລົດໄຟກັບ ດ່ານ ພາສີ, ພາຍໃນ ແລະ ຕ່າງປະເທດ, ແລະສ້າງລະບົບການຕິດຕາມກວດກາການດໍາເນີນງານຢູ່ເດີ່ນການຂົນສົ່ງສິນຄ້າໂດຍເອົາ VR + ລະບົບການວິເຄາະຄວາມເລິກຂອງຮູບພາບອ້ອມຂ້າງ, ສຳພັດຄົນ, ຍານພາຫະນະ, ວັດຖຸ, ແລະເຫດການຢ່າງສົມບູນ, ບັນລຸຮູບແບບໃຫມ່ຂອງ "ແຜນທີ່ດຽວສໍາລັບການຄຸ້ມຄອງຄວາມປອດໄພ ແລະ ການຄວບຄຸມ". ສຳເລັດຄວາມກ້າວຫນ້າໃນເຕັກໂນໂລຢີທີ່ສໍາຄັນເຊັ່ນ: ການປະສານງານການຂົນສົ່ງດ້ວຍຫຼາຍຮູບແບບ ແລະ ການປະສົມປະສານວຽກງານການຂາຍປີ້. ບັນລຸການຂົນສົ່ງດ້ວຍຫຼາຍຮູບແບບ "ແຜນທີ່ດຽວ, ຟອມດຽວ, ແລະປີ້ດຽວ" ສໍາລັບການເຊື່ອມຕໍ່ການຂົນສົ່ງສິນຄ້າຫຼາຍຮູບແບບ.

ເພື່ອນຳໃຊ້ບັນດາທ່າແຮງດ້ານໂລຈິສຕິກຂອງບັນດາຊາຍແດນແຫາງຊາດ, ເຂດການຮ່ວມມືໄດ້ຫຼໍ່ລ້ຽງກິດຈະກຳຕ່າງໆຢ່າງຕັ້ງໜ້າເຊັ່ນ: ການລົງທຶນ, ການໃຫ້ເຊົ່າ, ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ການຄ້າຜ່ານແດນ, ການບໍລິການດ້ານການເງິນ, ການຄົ້ນຄ້ວາ ແລະ ການອອກແບບ, ການວາງສະແດງສິນຄ້າ, ໂລຈິສຕິກ, ສາງສິນຄ້າ ແລະ ການຂົນສົ່ງ. ການແຈ້ງພາສີ ແລະ ການກວດກາ, ການຈັດກອງປະຊຸມປຶກສາຫາລືດ້ານເສດຖະກິດ ແລະ ການຄ້າສາກົນຂອງພາກພື້ນຕ່າງໆ,  ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບບໍ່ຫານ-ບໍ່ເຕັນຈາກ "ເສດຖະກິດຊ່ອງທາງ" ເປັນ "ເສດຖະກິດອຸດສາຫະກໍາ".

ໃນປະຈຸບັນນີ້, ໂຄງການກໍ່ສ້າງສວນເສດຖະກິດດິດຈີຕ້ອນດ່ານຊາຍແດງບໍ່ຫານຈີນພວມດຳເນີນການກໍ່ສ້າງສູນອຸດສາຫະກຳສັງລວມທີ່ເຊື່ອມໂຍງຂໍ້ມູນຂ່າວສານອັດສະລິຍະ, ສູນຜະລິດຕະພັນ, ຕະຫຼາດການຄ້າຊາຍແດນ ແລະ ການຈັດລຽງ, ການປຸງແຕ່ງ ແລະ ໂລຈິສຕິກ, ການເກັບຮັກສາແບບແຊ່ເຢັນ, ເພື່ອບັບລຸການເຊື່ອມໂຍງເຂົ້າກັນລະຫ່ວາງການຄຸ້ມຄອງຂໍ້ມູນຂ່າວສານທາງອອນໄລນ໌ ກັບການຂົນສົ່ງທາງອອບໄລນ໌ + ການປຸງແຕ່ງ + ການເກັບຮັກສາ + ການຄ້າ + ການທົດສອບ + ການປ້ອງກັນພະຍາດ + ການຜ່ານດ່ານ, ສະຫນອງການບໍລິການ "ບໍ່ມີການໂອນ, ບໍ່ມີພັກເຊົາ".

昆明信息港讯(昆明日报 记者杜仲莹) 磨憨口岸越来越热闹繁忙。日前,记者在磨憨口岸看到,来自各地的车辆排起长队等待过关,其中不乏到老挝自驾游的车辆。当前,中国老挝磨憨—磨丁经济合作区(以下简称“合作区”)口岸建设加速提质,智慧口岸建设基本完成,出入公路口岸车辆由每天400辆增至600辆。今年1月至2月,磨憨口岸进出口货运总量达158.4万吨。

合作区的建立和中老铁路开通,让磨憨这个边陲小镇一跃成为云南的开放前沿。“当前,合作区结合磨憨现状和发展功能定位,优化园区产业空间布局,重点发展国际商贸、加工制造、现代物流产业,协同发展国际金融、国际旅游和教育医疗等产业。现辖区内注册商贸企业400余家,区内有各类物流报关公司近300家。”合作区管委会有关负责人介绍。

中老铁路开通运营以来,已累计发送旅客888万人次,发送货物1200万吨,客货运量持续增长,铁路单月货运量、跨境货运量指标屡创新高,较开通首月分别增长约3.5倍、4倍,发送跨境货物累计超过233万吨,国际物流“黄金线路”作用日益凸显,辐射效应不断增强。 

为更好地发挥中老铁路运输及进出口优势,磨憨站(口岸)进行了提质改造。同时,磨憨站将运用新技术和新型基础装备赋能磨憨货场智能化、数字化、自动化提质改造,打造涵盖货场作业控制、货场作业监控、口岸通关、多式联运等四位一体的货场数字化综合管控平台。

同时,打通铁路与海关的信息壁垒,整合磨憨与磨丁站的运输信息,实现铁路与海关、国内与国际信息资源双循环,构建以VR增强现实+围像深度分析为核心的货场作业监控体系,全面感知人、车、物、事件,实现“安防管控一张图”新模式。突破多制式交通运输组织协调和一体化票务协同等关键技术,实现多制式货运联程“一图、一表、一票”。全面感知人、车、物、事件,实现“安防管控一张图”新模式。突破多制式交通运输组织协调和一体化票务协同等关键技术,实现多制式货运联程“一图、一表、一票”。 

为充分利用国家级口岸带来的物流优势,合作区正大力培育投资、租赁、商品进出口、中转贸易、金融服务、研发设计、商品展销、物流配送、仓储运输等商务活动,代理报关报检,举办各类区域性国际经贸洽谈会等,使磨憨—磨丁从“通道经济”向“产业经济”转型升级。

目前,正在加紧实施的中国磨憨口岸数字经济园建设项目将建设一个集智慧信息中心、产品中心、边贸市场及分拣、物流加工、冷链仓储于一体的综合产业中心,实现线上信息管理与线下物流+加工+仓储+贸易+检测+检疫+通关的有机结合,提供“无中转,无停留”服务。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/22

11:38

ແບ່ງປັນ

ແປ
翻译