ຮູບເງົາເລື່ອງ"ຮ້ານຖ່າຍຮູບນານກິ່ງ":ປົກປ້ອງຄວາມຈິງທາງປະຫວັດສາດທີ່ບໍ່ສາມາດລືມໄດ້

ມາຈາກ:ສະບາຍດີ

ປີນີ້ແມ່ນປີທີ່ສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ.ຮູບເງົາ, ລະຄອນ, ດົນຕີ, ເຕັ້ນລໍາ ແລະ ສິລະປະຕ່າງໆຈໍານວນຫນຶ່ງທີ່ມີຫົວຂໍ້ລະນຶກປະຫວັດສາດສົງຄາມຕໍ່ຕ້ານແລະສືບທອດຈິດໃຈສົງຄາມຕໍ່ຕ້ານ ໄດ້ທະຍອຍກັນອອກສາຍ.

1754551781713_160

ຫວ່າງມໍ່ໆມານີ້, ຮູບເງົາເລື່ອງ"ຮ້ານຖ່າຍຮູບນານກິ່ງ" ອອກສາຍ ໄດ້ຮັບຕີລາຄາສູງ ແລະ ຄວາມນິຍົມຊົມຊອບ. ຮູບເງົາເລື່ອງນີ້ ສ້າງຂຶ້ນໂດຍອີງຕາມສຳເນົາຟີມທີ່ເປັນຫຼັກຖານໂທດກຳຂອງທະຫານຍີ່ປຸ່ນໃນເຫດການສັງຫານໝູ່ນານກິ່ງ ປີ 1937.ມັນໄດ້ເລົ່າເລື່ອງວ່າ:  ໃນເດືອນທັນວາປີ 1937, ນານກິ່ງ ໄດ້ຖືກທະຫານຍີ່ປຸ່ນເຂົ້າມາຮຸກຮານ ແລະ ຍຶດຄອງ. ເວລານັ້ນ, ປະຊາຊົນນານກິ່ງກຸ່ມໜຶ່ງໄດ້ເຂົ້າໄປຫຼົບໄພຢູ່ໃນຮ້ານຖ່າຍຮູບຈີຊຽງ, ພ້ອມຕອບໂຕ້ຕໍ່ສູ້ກັບສັດຕູດ້ວຍສະຕິປັນຍາ ແລະ ຄວາມອາດຫານ, ໃນທີ່ສຸດ ສາມາດເກັບຮັກສາ ແລະ ສົ່ງຟິມຮູບຖ່າຍທີ່ເປັນຫຼັກຖານກ່ຽວກັບທະຫານຍີ່ປຸ່ນດຳເນີນການສັງຫານໝູ່ຢ່າງປ່າເຖື່ອນຢູ່ໃນເມືອງນານກິ່ງນັ້ນຢ່າງສຳເລັດຜົນ.

ຫຼັງຈາກທະຫານຍີ່ປຸ່ນຍຶດຄອງນະຄອນນານກິ່ງແລ້ວ, ເຂົາເຈົ້າເລີ່ມສັງຫານປະຊາຊົນຈີນໃນເມືອງດັ່ງກ່າວ, ທ້າວ ອ່າຊ່າງ ຜູ້ເປັນບຸລຸດໄປສະນີ, ເພື່ອມີຊີວິດຕໍ່, ຈຶ່ງປອມໂຕເປັນລູກສິດຂອງຮ້ານຖ່າຍຮູບ. ພາຍໃຕ້ການບີບບັງຄັບຂອງທະຫານຍີ່ປຸ່ນ, ອ່າຊ່າງເລີ່ມລ້າງຟີມຖ່າຍຮູບ ແຕ່ຊ້ຳພັດປາກົດເຫັນວ່າ ຮູບຖ່າຍເຫຼົ່ານີ້ສາມາດຢັ້ງຢືນເຖິງໂທດກຳຂອງທະຫານຍີ່ປຸ່ນ ທີ່ດໍາເນີນການສັງຫານໝູ່ຢູ່ນານກິ່ງ. ຮູບຖ່າຍເຫຼົ່ານັ້ນໄດ້ບັນທຶກການກະທຳອັນທາລຸນຢ່າງໂຫດຮ້າຍຕ່າງໆນານາຂອງທະຫານຍີ່ປຸ່ນ ເຊັ່ນ: ການຕັດຫົວ, ການຝັງຄົນທັງເປັນ ແລະ ການຂົ່ມຂືນແມ່ຍິງເປັນຕົ້ນ, ເຮັດໃຫ້ ອ່າຊ່າງ ຕື່ນຕົກໃຈທີ່ສຸດ.

ເມື່ອໄດ້ເຫັນຟິມຮູບຖ່າຍທີ່ເປັນຫຼັກຖານໂທດກຳຂອງທະຫານຍີ່ປຸ່ນແລ້ວ, ລາວ ຕັດສິນໃຈເອົາຟິມເຫຼົ່ານີ້ສົ່ງອອກຈາກນານກິ່ງ ເພື່ອນໍາໄປເຜີຍແຜ່ ເຮັດໃຫ້ຄົນຢູ່ນອກຮູ້ສະພາບຄວາມເປັນຈິງ. ເຖິງວ່າຜະເຊີນໜ້າກັບການຂົ່ມຂູ່ ແລະ ການຕິດຕາມຢ່າງເຄັ່ງຄັດຈາກທະຫານຍີ່ປຸ່ນກໍຕາມ, ແຕ່ ອ່າຊ່າງ ແລະ ຄົນອື່ນໆ ກໍບໍ່ໄດ້ທໍ້ຖອຍໃຈ, ເຂົາເຈົ້າຮູ້ດີວ່າ ຟິມເຫຼົ່ານີ້ ຈະແມ່ນຫຼັກຖານສຳຄັນທີ່ສຸດທີ່ຈະໄປສູ່ການເປີດເຜີຍໂທດກຳຂອງທະຫານຍີ່ປຸ່ນ ແລະ ຍັງເປັນພຽງຊ່ອງທາງດຽວທີ່ໃຫ້ທົ່ວໂລກຮູ້ສະພາບຄວາມເປັນຈິງ. ເຂົາເຈົ້າອາໄສສະຕິປັນຍາ ແລະ ຄວາມກ້າຫານ, ໃນທີ່ສຸດ ກໍສາມາດສົ່ງຟິມອອກຈາກເມືອງນານກິ່ງຢ່າງສຳເລັດຜົນ ໂດຍໄດ້ຮັກສາຫຼັກຖານຕົ້ນສະບັບເດີມທີ່ບໍ່ສາມາດດັດແກ້ປະຫວັດສາດໄດ້.

ການຈື່ຈຳປະຫວັດສາດ, ຖະໜຸທະໜອມສັນຕິພາບ, ສືບທອດຈິດໃຈຕໍ່ສູ້ເພື່ອເອກະລາດ ແລະ ເປັນເຈົ້າຕົນເອງ, ກ້າວເດີນໄປຂ້າງໜ້າດ້ວຍທ່າທີທີ່ຮັບຜິດຊອບ, ປົກປັກຮັກສາສັນຕິພາບ ແລະການພັດທະນາຂອງທົ່ວໂລກ ແມ່ນຄວາມມຸ່ງຫວັງ ແລະ ໜ້າທີ່ຮັບຜິດຊອບຂອງມວນມະນຸດ.

1754551848972_925

1754551876641_774

1754551902146_727

1754552002281_151

1754552019391_898

1754552103143_307

今年是中国人民抗日战争暨世界反法西斯战争胜利80周年,一批以铭记抗战历史、赓续抗战精神为主题的影视、戏剧、音乐、舞蹈及美术作品正陆续推出。

1754551781713_160

近期,电影《南京照相馆》持续热映,该片取材于1937年南京大屠杀期间侵华日军真实罪证影像。影片讲述了1937年12月,南京被日军侵占。当时,一群南京市民躲进吉祥一家照相馆,凭借智慧和勇气与敌人搏斗,最终成功保存并寄出了证明日军在南京犯下惨绝人寰大屠杀的胶片。

日军占领南京后,开始在城里大肆屠杀中国民众。为了活命,邮递员阿昌假扮成照相馆的学生。又在日军的胁迫下,帮助侵华日军摄影师冲洗底片,却意外冲印出了记录日军屠城罪证的照片。照片记录了日军种种残忍行径,例如斩首、活埋、奸淫妇女等,这让阿昌深感震惊。

看到证明日军罪行的胶片后,他决定将这些胶片送出南京,让外界了解真相。尽管面临日军的威胁和严密监控,阿昌等人并没有放弃。他们知道,这些胶片将是揭露日军罪行最重要的证据,也是让世人了解真相的唯一途径。凭借他们的智慧和勇气,他们最终成功将胶片送出南京,保留了历史无法磨灭的原始罪证。

铭记历史,珍爱和平,传承独立自主斗争精神,以负责任的态度继续前行,维护世界和平发展,是人类的愿望和责任。

1754551848972_925

1754551876641_774

1754551902146_727

1754552002281_151

1754552019391_898

1754552103143_307

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

08/28

15:24

ແບ່ງປັນ

ແປ
翻译