ຈໍານວນການນຳເຂົ້າສົ່ງອອກສິນຄ້າຜ່ານດ່ານຊາຍແດນເຫີໂຂໃນໄຕມາດທີ່ 1 ກາຍ 600,000 ໂຕນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ຕາມຂໍ້ມູນໜ້າທີ່ສຸດຈາກດ່ານກວດກາຊາຍແດນເຂົ້າ-ອອກເມືອງເຫີໂຂວ່າ, ໃນໄຕມາດທີ່ 1 , ດ່ານດັ່ງກ່າວໄດ້ກວດກາລົດເຂົ້າອອກເມືອງທັງໝົດ 42,000 ຄັນ, ເພີ່ມ 49.6% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ໄດ້ກວດກາຜູ້ເຂົ້າອອກເມືອງທັງໝົດ 53,000 ປາຍຄົນ, ເພີ່ມ 79.8% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ແລະ ໄດ້ກວດກາສິນຄ້າເຂົ້າອອກເມືອງທັງໝົດ 610,000 ໂຕນ, ເພີ່ມ 66.2% ເມື່ອທຽບໃສ່ໄລຍະດຽວກັນປີກາຍ.

ຕາມຂໍ່ມູນວ່າ, ສິນຄ້ານໍາເຂົ້າຜ່ານດ່ານເຫີໂຂສ່ວນຫຼາຍແມ່ນສິນຄ້າດັ້ງເດີມຫຼາຍປະເພດເຊັ່ນ: ມັນຕົ້ນ, ໝາກມັງກອນ ແລະ ໝາກມິດ, ສ່ວນສິນຄ້າສົ່ງອອກຕົ້ນຕໍແມ່ນຜັກ, ແອມໂມນຽມຊູນເຟດ, ແອມໂມນຽມໄນເຕດ ແລະ ອຸປະກອນເອເລັກໂຕຣນິກ.

ເພື່ອຊ່ວຍເສດຖະກິດດ່ານຊາຍແດນພັດທະນາ, ດ່ານກວດກາຊາຍແດນເຂົ້າ-ອອກເມືອງເຫີໂຂໄດ້ເປີດມາດຕະການຈອງຜ່ານດ່ານ ແລະ  ການກວດກາທັນທີເມື່ອມາຮອດ, ເພື່ອປັບປຸງໃຫ້ຂະບວນການກວດກາໄດ້ດີ, ອີງຕາມການກໍ່ສ້າງ“ດ່ານຊາຍແດນລະບົດອັດສະລິຍະ”, ນໍາໃຊ້ອຸປະກອນການກວດກາເຊັ່ນ: ການກວດການດ້ວຍວິດີໂອໃສ່ພາຍໃຕ້ລົດ ແລະ ລະບົບກວດຈັບຊີວິດໄຮ້ສາຍ, ເພື່ອຊ່ວຍພະນັກງານດໍາເນີນວຽກງານການກວດກາ, ແລະ ບັນລຸການກວດກາໄດ້ຖືກຕ້ອງ ແລະ ໄວສູງ, ເວລາໃຊ້ສິນຄ້າຜ່ານດ່ານໄດ້ຫຼຸດລົງ 60% ປາຍ.

ຕາມຂ່າວແຈ້ງວ່າ, ການຮ່ວມມືດ້ານທຸລະກິດລະຫວ່າງສອງປະເທດຈີນກັບຫວຽດນາມໄດ້ສືບຕໍ່ຮ້ອນຂຶ້ນ, ໃນນັ້ນ, ການຄ້າຂະໜາດນ້ອຍສ່ວນຫຼາຍແມ່ນຊໍາລະເງິນທັນທີເມື່ອຊຶ້-ຂາຍສິນຄ້າ. ປະສິດທິພາບຜ່ານດ່ານໄດ້ຍົກສູງ, ສິນຄ້າໄດ້ຜ່ານດ່ານໃນມື້ແຈ້ງພາສີນັ້ນ, ເຊິ່ງໄດ້ເພີ່ມຄວາມເຊື່ອໝັ້ນໃຫ້ບັນດາວິສາຫະກິດການຄ້າຊາຍແດນ.


据河口出入境边防检查站最新统计数据,一季度,该边检站累计验放出入境车辆4.2万辆次、同比增长49.6%,出入境人员5.3万余人次、同比增长79.8%,货运量61万余吨、同比增长66.2%。

数据显示,河口口岸进口商品主要为木薯片、火龙果、菠萝蜜等传统大宗货物,出口商品则以蔬菜、硫酸铵、硝酸铵、电子设备等为主。

为助力口岸经济发展,河口出入境边检站推出预约通关、即到即检措施,优化查验流程,依托“智慧口岸”建设,引进车底视频监控、无线生命探测系统等查验设备辅助人工查验工作,实现精准查验与快速验放的同向发力,货运通关时长压缩60%以上。

据介绍,中越两国双边商务合作正持续升温,其中小额贸易交易金额基本做到时结时销。口岸通关效率提升,当天申报货物当天就可成行,极大提振了边境贸易企业的信心。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/04

10:15

ແບ່ງປັນ

ແປ
翻译