ລະດູການເບິ່ງນົກນາງນວນປາກແດງໄດ້ເລີ່ມຕົ້ນ

ມາຈາກ:ສະບາຍດີ

1

ວັນທີ 15 ເດືອນຕຸລາ,ນົກນາງນວນປາກແດງກວ່າຮ້ອຍໂຕໄດ້ປະກົດຕົວຢູ່ທ່າເຮືອຕາເວັນອອກ ຮາຍເກີງ,ປະກາດການເປີດລະດູການເບິ່ງນົກນາງນວນປາກແດງ ຂອງ ຄຸນມິງປະຈຳປີຢ່າງເປັນທາງການ.ນັບຕັ້ງແຕ່ປີ 1985,ນົກນາງນວນປາກແດງຫຼາຍສິບພັນໂຕໄດ້ບິນມາຈາກຊີເບີເລຍໃນລະດູໜາວທຸກປີເພື່ອຫຼົບໜາວຢູ່ທະເລສາບ ດຽນຊີ,ຈົນເຖິງປັດຈຸບັນການພົວພັນລະຫວ່າງພົນລະເມືອງ ກັບ ນົກນາງນວນປາກແດງໄດ້ດຳເນີນເນື່ອງຕໍ່ເນື່ອງເປັນເວລາ 40 ປີ,ກາຍເປັນທັດສະນິຍະພາບອັນເປັນເອກະລັກຂອງນະຄອນແຫ່ງ”ລະດູໃບໄມ້ປົ່ງ"ເມືອງຄຸນມິງ.

2

ການຮັກນົກແລະປົກປ້ອງນົກກາຍເປັນຄວາມເຫັນດີເຫັນດຽວ

ການເບິ່ງນົກນາງນວນປາກແດງໄດ້ກາຍເປັນນິໄສໃນລະດູໜາວຂອງປະຊາຊົນຄຸນມິງ.ທ່ານ ລີຊິງ ຊາວທ້ອງຖິ່ນຂອງຄຸນໝິງນຶກຄືນ,ເມື່ອນົກນາງນວນປາກແດງມາຄັ້ງທຳອິດ,ເມືອງທັງເມືອງຕື່ນເຕັ້ນ;ດຽວນີ້,ພວກມັນໄດ້ກາຍເປັນສັນຍາລັກຂອງນະຄອນຄຸນມິງ.

3

ໃນຫຼາຍປີຜ່າມາ,ນະຄອນຄຸນມິງໄດ້ເພີ່ມທະວີການປົກປັກຮັກສານົກທີ່ຍ້າຍຖິ່ນຖານຢ່າງບໍ່ຢຸດຢັ້ງ,ໄດ້ອອກແຈ້ງການປົກປັກຮັກສາຫຼາຍສະບັບ,ໄດ້ຈັດຕັ້ງ"ງານບຸນວັດທະນະທຳນົກນາງນວນປາກແດງ",ແລະສົ່ງເສີມໃຫ້ການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດກັບທຳມະຊາດ.ສະມາຄົມນົກນາງນວນປາກແດງ ນະຄອນຄຸນມິງທີ່ກໍ່ຕັ້ງຂຶ້ນໃນປີ 1987 ຍັງເຄື່ອນໄຫວຈົນເຖິງປັດຈຸບັນ,ກົດລະບຽບ«ກົດລະບຽບການເບິ່ງນົກນາງນວນປາກແດງຢ່າງສຸພາບໃນນະຄອນຄຸນມິງ» ທີ່ອອກໃນປີ 2023 ນີ້ແມ່ນກົດໝາຍທ້ອງຖິ່ນທຳອິດຂອງປະເທດຈີນໃນການປົກປ້ອງນົກທີ່ຍ້າຍຖິ່ນຖານໂດຍສະເພາະ.ປະຈຸບັນ, ມີນັກທ່ອງທ່ຽວຫຼາຍກວ່າ 1 ລ້ານຄົນເຂົ້າຮ່ວມການເບິ່ງ ແລະ ປົກປັກຮັກສານົກນາງນວນປາກແດງໃນແຕ່ລະປີ.

4

ລະບົບນິເວດດີຂຶ້ນດຶງດູດນົກນາງນວນປາກແດງເຂົ້າມາ

ການປັບປຸງຄຸນນະພາບນ້ຳຂອງທະເລສາບ ດຽນຊີ ແລະ ການຟື້ນຟູລະບົບນິເວດທີ່ດິນຊຸ່ມ,ເຮັດໃຫ້ຄຸນມິງກາຍເປັນທີ່ຢູ່ອາໄສທີ່ເໝາະສົມສຳລັບນົກນາງນວນປາກແດງໃນລະດູໜາວ.ຈາກເບື້ອງຕົ້ນກວ່າສີ່ພັນໂຕ,ເຖິງດຽວນີ້ກວ່າສີ່ໝື່ນໂຕ,ຈຳນວນນົກນາງນວນປາກແດງເພີ່ມຂຶ້ນຢ່າງຕໍ່ເນື່ອງ,ກາຍເປັນບົດສະທ້ອນການມີຊີວິດທີ່ດີຂື້ນຂອງລະບົບນິເວດໃນຄຸນມິງ.

ຄຸນມິງໂດຍຜ່ານການປົກຄອງທະເລສາບ ດຽນຊີ,ການກໍ່ສ້າງທີ່ດິນຊຸ່ມ,ການປູກຕົ້ນໄມ້ສ້າງປ່າ,ເສັ້ນທາງສີຂຽວນິເວດແລະມາດຕະການອື່ນໆ,ສະພາບລະບົບນິເວດຂອງເມືອງໄດ້ເພີ່ມປະສິດທິພາບຢ່າງຕໍ່ເນື່ອງ,ກໍເຮັດໃຫ້ «ຄຸນມິງຂຽວງາມ»ມີຄວາມດຶງດູດໃຈຫຼາຍຂຶ້ນ.

5

ເສດຖະກິດການເບິ່ງນົກມີຊີວິດຊີວາເຕັມທີ່

ການເບິ່ງນົກນາງນວນປາກແດງບໍ່ແມ່ນແຕ່ນິເວດທັດສະນະຍະພາບເທົ່ານັ້ນ,ແຕ່ຍັງເຮັດໃຫ້ເກີດ«ເສດຖະກິດນົກ»ຂອງຄຸນມິງ.ບັນດາຈຸດເບິ່ງນົກຫຼາຍແຫ່ງອ້ອມທະເລສາບ ດຽນຊີ ໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍ,ເຮັດໃຫ້ເກີດການຂະຫຍາຍຕົວຂອງອຸດສາຫະກຳການຂົນສົ່ງ,ອາຫານການກິນ,ທີ່ພັກອາໄສ,ວັດທະນະທຳສ້າງສັນ ແລະອື່ນໆ.

ເຂດ ຊີຊານ ນະຄອນຄຸນມິງ ໂດຍອີງໃສ່ຊັບພະຍາກອນວັດທະນະທຳແລະການທ່ອງທ່ຽວອຸດົມສົມບູນ,ໄດ້ເປີດກິດຈະກຳຕະຫຼາດເບິ່ງນົກ,ເສັ້ນທາງການຮຽນແບບຄົ້ນຄວ້າ,ກອງດົນຕີແລະກິດຈະກຳອື່ນໆ,ເຮັດໃຫ້ລະດູການເບິ່ງນົກກາຍເປັນສັນຍາລັກສຳຄັນໃນດ້ານການທ່ອງທ່ຽວວັດທະນະທຳໃນລະດູໜາວຂອງຄຸນມິງ.ບໍລິສັດທ່ອງທ່ຽວ,ບໍລິສັດການບິນກໍໄດ້ເປີດຜະລິດຕະພັນພິເສດຕ່າງໆຢ່າງຕໍ່ເນື່ອງ,ການຊົມນົກນາງນວນປາກແດງກາຍເປັນວິທີທີ່ເປັນເອກະລັກໃນການສຳພັດ «ສະເໜ່ແຫ່ງເມືອງລະດູບານໃໝ່».

1

10月15日,百余只红嘴鸥现身海埂东码头,宣告一年一度的昆明观鸥季正式开启。自1985年起,数万只红嘴鸥每年冬天从西伯利亚飞来滇池越冬,至今人与鸥的情缘已延续40年,成为春城昆明的独特风景。

2

爱鸥护鸥成共识

观鸥已成为昆明市民的冬季习惯。老昆明人李星回忆,红嘴鸥初来时,全城轰动;如今,它们已是昆明的一张名片。

3

多年来,昆明持续加强候鸟保护,发布多项保护通告,举办“海鸥文化节”,倡导人与自然和谐共生。1987年成立的昆明市红嘴鸥协会至今活跃,2023年出台的《昆明市文明观赏红嘴鸥规定》更是全国首个候鸟专项保护地方立法。如今,每年有超百万人次游客参与观鸥、护鸥。

4

生态向好引鸥来

滇池水质改善和湿地生态恢复,让昆明成为红嘴鸥理想的越冬栖息地。从最初的四千多只,到如今的四万多只,红嘴鸥数量持续增长,成为昆明生态向好的生动注脚。

昆明通过滇池治理、湿地建设、植树造林、生态绿道等举措,城市生态环境持续优化,也让“绿美昆明”更具吸引力。

5

观鸥经济活力足

观鸥不仅是生态景观,更带动了昆明的“鸥经济”。滇池周边多个观鸥点吸引大量游客,带动交通、餐饮、住宿、文创等产业。

西山区依托丰富的文化和旅游资源,推出观鸥集市、研学线路、音乐会等活动,让观鸥季成为昆明冬季文旅品牌的重要符号。旅行社、航空公司也纷纷推出特色产品,观鸥正成为体验“春城魅力”的独特方式。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

10/31

17:04

ແບ່ງປັນ

ແປ
翻译