ຫໍພິພິທະພັນທາງລົດໄຟຢຸນນານວາງສະແດງທຸງຊາດທີ່ຖືກຊັກຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນໃນມື້ເປີດເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ

ມາຈາກ:ສະບາຍດີ

68dce4a9a310c4de005742d2

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາຊົນຈີນ ຄົບຮອບ 76 ປີ, ທຸງສີແດງ 5 ດາວທີ່ສະຫຼັກຮູບແຕ້ມ "ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ຖືກວາງສະແດງໄລຍະຍາວຢູ່ຫໍພິພິທະພັນທາງລົດໄຟຢຸນນານທີ່ນະຄອນຄຸນມມິງແຂວງຢຸນນານຈີນໃນວັນທີ 1 ຕຸລານີ້.

68dce4a9a310c4de005742d4

ທຸງຊາດຜືນນີ້ມີຄວາມໝາຍພິເສດ,ແມ່ນທຸງຊາດທີ່ຖືກຊັກຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນໃນວັນທີ 3 ທັນວາປີ 2021 ເຊິ່ງເປັນມື້ເປີດການບໍລິການເສັ້ນທາງລົດໄຟລາວ-ຈີນ ຈີນ-ລາວ,ວັນທີ 30 ກັນຍານີ້, ທຸງຊາດນີ້ໄດ້ຖືກມອບໃຫ້ຫໍພິພິທະພັນທາງລົດໄຟຢຸນນານຈີນຢ່າງເປັນທາງການ.

ໂດຍແມ່ນສະຖານທີ່ວັດທະນະທຳລະດັບຊາດທີ່ສົມທົບກັບຫໍພິພິທະພັນທາງລົດໄຟພິເສດກັບພື້ນຖານການສຶກສາປະຕິວັດ, ຫໍພິພິທະພັນທາງລົດໄຟຢຸນນານໄດ້ອຸທິດສ່ວນພິເສດ "ເຂດວາງສະແດງຫົວຂໍ້ທາງລົດໄຟລາວ-ຈີນ".ໂດຍມີທຸງຊາດຈີນເປັນຫຼັກ, ສົມທົບກັບຮູບພາບທີ່ການກໍ່ສ້າງ, ຮູບແບບເຕັກນິກ ແລະ ເອກະສານອັນລ້ຳຄ່າ, ງານວາງສະແດງດັ່ງກ່າວໄດ້ຟື້ນຟູເວລາທີ່ຫຍຸ້ງຍາກລຳບາກຢ່າງຮອບດ້ານໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈາກແຜນການໄປສູ່ເປີດໃຫ້ບໍລິການ.ຕາມທ່ານເຮີຊູ່ທາງ ຫົວໜ້າຫໍພິພິທະພັນທາງລົດໄຟຢຸນນານຈີນແນະນຳໃຫ້ຮູ້ວ່າ: ໂດຍຜ່ານການເຊື່ອມໂຍງຢ່າງເລິກເຊິ່ງຂອງ "ເລື່ອງທຸງຊາດຈີນ" ແລະ "ເລື່ອງເສັ້ນທາງລົດໄຟ", ງານວາງສະແດງຄັ້ງນີ້ໄດ້ເຮັດໃຫ້ໂຄງການ "ໜຶ່ງແລວໜຶ່ງເສັ້ນທາງ" ເຂົ້າສູ່ສາຍຕາປະຊາຊົນໄດ້ຮັບຄວາມສົນໃຈຢ່າງມີສີສັນສົດໃສກວ່າ.

ທາງລົດໄຟລາວ-ຈີນ ມີຄວາມຍາວ 1,035 ກິໂລແມັດ,ເລີ່ມແຕ່ແຂວງຢຸນນານ ສປ ຈີນ  ແລະ ຈົນຮອດນະຄອນຫຼວງວຽງຈັນ ສປປ ລາວ.ໂດຍຜ່ານຜ່າສິ່ງທ້າທາຍລະດັບໂລກໃນລະຫວ່າງການກໍ່ສ້າງ, ລວມທັງທໍລະນີສາດທີ່ຊັບຊ້ອນ, ການປະສານງານຂ້າມຊາຍແດນແລະອື່ນໆ, ໄດ້ສ້າງສະຖິຕິໂລກຫຼາຍຢ່າງ.ນັບຕັ້ງແຕ່ເປີດໃຫ້ບໍລິການເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 59 ລ້ານເທື່ອຄົນ ແລະ ສິນຄ້າໄດ້ເກີນ 67,6 ລ້ານໂຕນ. ແຜນທີ່ການຂົນສົ່ງໄດ້ກວມເອົາ 19 ປະເທດແລະເຂດແຄວ້ນ, ກາຍເປັນເສັ້ນທາງແຫ່ງການພັດທະນາ, ຄວາມສຸກ ແລະ ມິດຕະພາບທີ່ເຊື່ອມຕໍ່ສອງປະເທດລາວ-ຈີນ.

"ທຸງຊາດນີ້ບໍ່ພຽງແຕ່ເປັນພະຍານປະຫວັດສາດ, ແຕ່ຍັງເປັນປ້າຍໂຄສະນາຂອງຈິດໃຈອີກດ້ວຍ." ທ່ານເຮີຊູ່ທາງ ຫົວໜ້າຫໍພິພິທະພັນທາງລົດໄຟຢຸນນານຈີນກ່າວວ່າ, ງານວາງສະແດງດັ່ງກ່າວແມ່ນເພື່ອໃຫ້ນັກທ່ອງທ່ຽວໄດ້ສື່ສານປະຫວັດສາດຜ່ານທຸງຊາດ, ເຂົ້າໃຈຄວາມລຳບາກແລະສະຫງ່າລາສີຂອງການກໍ່ສ້າງແລະການດຳເນີນງານຂອງທາງລົດໄຟລາວ-ຈີນ, ຮູ້ສຶກເຖິງຈິດໃຈຂອງການເຮັດວຽກໜັກແລະການອຸທິດຕົນທີ່ບໍ່ເຫັນແກ່ຕົວຂອງກຳມະກອນທາງລົດໄຟ,ແລ້ວສ້າງຄວາມເຊື່ອໝັ້ນໃນການສືບທອດມູນເຊື້ອຄວາມຮຸ່ງເຮືອງ,ລະນຶກເຖິງພາລະກິດແລະສືບຕໍ່ຕໍ່ສູ້.

68dce4a9a310c4de005742d2

在中华人民共和国成立76周年之际,一面镌刻“一带一路”建设印记的五星红旗,于10月1日国庆节当天在云南铁路博物馆正式开展长期对外展出。

68dce4a9a310c4de005742d4

这面具有特殊意义的国旗,见证了中老铁路这一跨国工程的历史性时刻——2021年12月3日,中老两国元首共同宣布中老铁路全线开通运营,它在当天的天安门广场冉冉升起。9月30日,这面国旗正式移交至云南铁路博物馆。

作为集铁路专业馆与红色教育基地于一身的国家级文化场馆,云南铁路博物馆特别开辟“中老铁路主题展区”,以国旗实物为核心,搭配建设影像、技术模型及珍贵文献,全景还原中老铁路从蓝图绘就到铁轨铺通的艰辛历程。据馆长何书堂介绍,此次展览通过“国旗故事”与“铁路故事”的深度融合,让“一带一路”标志性工程的荣光以更鲜活的方式走进公众视野。

全长1035公里的中老铁路,横跨中国云南至老挝万象,建设期间攻克复杂地质、跨境协调等世界级难题,创下多项世界纪录;运营至今,已累计发送旅客超5900万人次、运输货物突破6760万吨,运输版图覆盖19个国家和地区,成为联结中老两国的发展路、幸福路、友谊路。

“这面国旗不仅是历史的见证者,更是精神的旗帜。”何书堂表示,展览旨在让参观者通过国旗与历史对话,读懂中老铁路建设运营的艰辛与辉煌,感受铁路人艰苦奋斗、无私奉献的精神,进而激发传承荣光、铭记使命、接续奋斗的信念。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

10/01

17:31

ແບ່ງປັນ

ແປ
翻译