ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 9 ເມສານີ້, ທ່ານຫຼີວຫອງຈ້ຽນ ກຳມະການປະຈຳຄະນະພັກແຂວງ ແລະ ເລຂາທີການຄະນະພັກນະຄອນໄດ້ນຳພາຄະນະໄປເຂດການຮ່ວມມືເສດຖະກິດບໍ່ຫານ ສປ ຈີນ-ບໍ່ເຕັນ ສປປ ລາວເພື່ອຢ້ຽມຢາມສໍາຫຼວດ, ແລະເປັນປະທານຈັດກອງປະຊຸມຄະນະຊີ້ນຳຊຸກຍູ້ການກໍ່ສ້າງ ແລະ ພັດທະນາເມືອງຊາຍແດນສາກົນບໍ່ຫານຢູ່ຕາແສງບໍ່ຫານເພື່ອສຶກສາແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆ, ຈັດວາງວຽກງານຂັ້ນຕໍ່ໄປ. ທ່ານຫຼີວຫອງຈ້ຽນກ່າວເນັ້ນວ່າ, ຕ້ອງຮ່ຳຮຽນຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍສະພາບຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ໂດຍປີ່ນອ້ອມເປົ້າໝາຍລວມຄື "ສ້າງພື້ນຖານໃນໜຶ່ງປີ, ມີການບຸກທະລຸໃນສອງປີ, ບັນລຸໝາກຜົນໃນສາມປີ”, ດ້ວຍການເຄື່ອນໄຫວໄວກ່ວາ ແລະ ແບບແຜນເຂັ້ມງວດກ່ວາເພື່ອຊຸກຍູ້ວຽກງານຕ່າງໆໄດ້ຮັບປະສິດທິຜົນຢ່າງຈະແຈ້ງ.
ທ່ານເຣີ້ນຫອງເຜີງ, ກຳມະການປະຈຳຄະນະພັກ, ຮອງປະທານກຸ່ມບໍລິສັດທາງລົດໄຟຈີນຈຳກັດ, ທ່ານຫາວຈີ້ຈູນ, ຫົວໜ້າສະຖານທີ່ໃຫຍ່ກວດກາດ່ານຊາຍແດນເຂົ້າອອກແຂວງຢຸນນານ, ທ່ານຈາວຈວນຈີ່ງ, ກຳມະການຄະນະພັກກົມພາສີນະຄອນຄຸນໝິງ, ຫົວໜ້າກົມການເມືອງ ແລະ ທ່ານເສິນເພ້, ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສ.
ກ່ອນກອງປະຊຸມດັ່ງກ່າວ, ທ່ານຫຼີວຫອງຈ້ຽນພ້ອມດ້ວຍຄະນະໄດ້ໄປສະຖານີບໍ່ຫານ ແລະ ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ, ເພື່ອດຳເນີນການສຳຫຼວດຕົວຈີງກ່ຽວກັບວຽກງານກະກຽມການດຳເນີນຂົນສົ່ງຜູ້ໂດຍສານສາກົນດ້ວຍທາງລົດໄຟລາວ-ຈີນ, ການກໍ່ສ້າງເຂດ, ການຍົກລະດັບ ແລະ ການປັບປຸງດ່ານຊາຍແດນ.
ໃນກອງປະຊຸມໄດ້ຊີ້ອອກວ່າ, ປັດຈຸບັນນີ້, ການກໍ່ສ້າງເມືອງຊາຍແດນສາກົນບໍ່ຫານໄດ້ຮັບປະສິດທິຜົນ, ແຕ່ຍັງມີຄວາມແຕກໂຕນອັນໃຫຍ່ຫຼວງຈາກຄວາມຮຽກຮ້ອງຕ້ອງການຂອງຄະນະພັກແຂວງ ແລະ ອໍານາດການປົກຄອງແຂວງຢູນນານ. ບັນດາພະແນກການທີ່ກ່ຽວຂ້ອງທຸກຂັ້ນຕ້ອງຍຶດໝັ້ນການກຳນົດທິດທາງຕາມບັນຫາ,ເປົ້າໝາຍ ແລະ ໝາກຜົນ, ຍາດແຍ່ງເອົາເວລາ, ເພີ່ມທະວີຄວາມຮັບຜິດຊອບ, ຊຸກຍູ້ວຽກງານຕ່າງໆເລັ່ງໃສ່ການຍົກຄວາມໄວການປະຕິບັດ, ປັບປຸງຄຸນນະພາບຂອງການພັດທະນາ.
ໃນກອງປະຊຸມໄດ້ເນັ້ນໜັກວ່າ, ຕ້ອງເລັ່ງລັດດຳເນີນໂຄງການກໍ່ສ້າງເມືອງຊາຍແດນສາກົນບໍ່ຫານຮອບໃໝ່, ພ້ອມທັງເລັ່ງລັດພັດທະນາ ແລະ ກໍ່ສ້າງບັນດາເຂດສຳຄັນເຊັ່ນ: ເຂດການຮ່ວມມືເສດຖະກິດຈີນ-ລາວ ແລະ ເຂດນານໂພ່. ຕ້ອງເພີ່ມທະວີການກຳນົດແນວຄວາມຄິດຢ່າງຈະແຈ້ງ, ຢືນຢັນຮູບແບບຂອງອຸດສາຫະກຳ, ເພີ່ມທະວີການດຶງດູດການລົງທຶນ, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ດີ, ດຶງດູດບັນດາວິສາຫະກິດມາລົງທຶນ ແລະ ພັດທະນາຢູ່ບໍ່ຫານ. ຕ້ອງຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບຂອງຕົວເມືອງຢ່າງມີປະສິດທິຜົນ, ສ້າງຕາແສງບໍ່ຫານເປັນປ່ອງຢ້ຽມສຳຄັນສຳລັບສະແດງພາບພົດຂອງປະເທດ. ຕ້ອງຊຸກຍູ້ວຽກງານການສຶກສາ, ປິ່ນປົວພະຍາດ, ປະກັນສັງຄົມ ແລະ ວຽກງານຊີວິດການເປັນຢູ່ຂອງປະຊາຊົນດ້ວຍນ້ຳໃຈ, ສືບຕໍ່ເສີມຂະຫຍາຍຜົນປະໂຫຍດທາງດ້ານວັດຖຸແລະຈິດໃຈຂອງມະຫາຊົນ. ຕ້ອງຄົ້ນຄວ້າ ແລະ ຈັດວາງບັນດານະໂຍບາຍທີ່ກ່ຽວຂ້ອງຢ່າງລະອຽດ ແລະ ຄົບຖ້ວນ, ຕັ້ງໜ້າສະແຫວງຫາການສະໜັບສະໜູນຈາກບັນດາພະແນກຂັ້ນສູງ.
ຕ້ອງຍຶດໝັ້ນເປົ້າໝາຍ, ແຜນການ ແລະ ທິດທາງການພັດທະນາອັນດຽວກັນ ແລະ ສົ່ງເສີມການປະສານງານ ແລະ ການເຊື່ອມໂຍງເຊື່ອມຈອດກັບບໍ່ເຕັນເພື່ອຮ່ວມກັນຊຸກຍູ້ການກໍ່ສ້າງເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ. ຕ້ອງດຳເນີນບັນດາວຽກງານການກະກຽມໃຫ້ດີ, ເພື່ອຮັບປະການເປີດນຳໃຊ້ການບໍລິການຂົນສົ່ງຜູ້ໂດຍສານຂ້າມຊາຍແດນສາກົນລະຫວ່າງຈີນ-ລາວດ້ວຍທາງລົດໄຟສາກົນລາວ-ຈີນຕາມກຳນົດເວລາ ແລະ ດຳເນີນໄປຢ່າງມີຄວາມປອດໄພ, ສະຖຽນລະພາບແລະເປັນລະບຽບຮຽບຮ້ອຍ.
ກອງປະຊຸມໄດ້ຮຽກຮ້ອງຕື່ມອີກ, ຄວນເພີ່ມທະວີກຳລັງ ແລະ ບຸກຄະລາກອນຂອງທິມງານ, ປັບປຸງກົນໄກໃຫ້ດີຂຶ້ນ, ເພີ່ມທະວີການວາງແຜນເປັນເອກະພາບກັນ, ສ້າງກຳລັງແຮງຂອງການສ້າງເມືອງຊາຍແດນສາກົນບໍ່ຫານ. ເອົາໃຈໃສ່ຕິດຕາມເປົ້າໝາຍ ແລະ ໜ້າທີ່ວຽກງານ, ຊີ້ແຈງຕາຕະລາງເວລາ, ແຜນທີ່ເສັ້ນທາງ ແລະ ໜ້າທີ່, ເອົາໃຈໃສ່ຈັດຕັ້ງປະຕິບັດ, ເພີ່ມທະວີການຕິດຕາມ-ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການໃຫ້ມີປະສິດທິຜົນ.
ທ່ານຫຼີວເສີ່ນຊໍ້, ທ່ານຢິນລີງຢຸນ, ທ່ານພຸລີ້ເຟີ່ງ, ທ່ານເຊີນເວີຍ, ທ່ານດ້າຍຫູ້ຍມີງເຂົ້າຮ່ວມກິດຈະກໍາດັ່ງກ່າວ.
昆明信息港讯(昆明日报 记者王姗 通讯员叶春蕾) 4月9日,省委常委、市委书记刘洪建率队赴中国老挝磨憨—磨丁经济合作区调研,并在磨憨主持召开推动磨憨国际口岸城市建设发展工作领导小组会议,研究解决存在的困难和问题,安排部署下步工作。刘洪建强调,要深入学习贯彻党的二十大精神,围绕“一年打基础、两年有突破、三年见成效”的总体目标,以更快速的行动、更严实的作风,全力推动各项工作尽快取得明显成效。
中国中铁股份有限公司党委常委、副总裁任鸿鹏,云南出入境边防检查总站总站长郝子群,昆明海关党委委员、政治部主任曹传清,中国铁路昆明局集团有限公司副总经理陈沛出席并讲话。
会前,刘洪建一行先后到磨憨站和磨憨—磨丁经济合作区,实地调研中老铁路国际客运运营筹备、片区建设、口岸提升改造等情况。
会议指出,目前,磨憨国际口岸城市建设取得了一定成效,但距离省委、省政府的要求还有较大差距。各级各有关部门要坚持问题导向、目标导向、结果导向,抢抓时间节点,强化责任担当,推动各项工作再提速、发展质量再提升。
会议强调,要迅速开展新一轮磨憨国际口岸城市建设百日会战行动,加快推进围网区、南坡片区等重点区域开发建设。要进一步理清发展思路,明确产业定位,加大招商引资力度,持续优化营商环境,吸引更多企业到磨憨投资发展。要加快基础设施建设,切实提升城市品质,把磨憨打造成为展示国门形象的重要窗口。要用心用情用力抓好教育、医疗、社保等民生工作,持续增强群众的获得感。要认真研究、全面梳理相关政策,积极争取上级支持。要坚持目标同心、规划同向、发展同步,进一步密切与磨丁的协调联动,共同推进磨憨—磨丁经济合作区建设。要抓好运营筹备各项工作,确保中老国际铁路跨境客运服务如期开通,安全、平稳、有序运行。
要坚持目标同心、规划同向、发展同步,进一步密切与磨丁的协调联动,共同推进磨憨—磨丁经济合作区建设。要抓好运营筹备各项工作,确保中老国际铁路跨境客运服务如期开通,安全、平稳、有序运行。
会议要求,要进一步充实力量、配强队伍,完善机制、加强统筹,形成建设磨憨国际口岸城市的强大合力。紧盯目标任务,明确时间表、路线图、任务书,狠抓落实,强化督查,全力推动各项措施落地见效。
刘申寿、尹凌云、普利锋、陈伟、戴惠明等参加上述活动。
ຕາແສງບໍ່ຫານຈະຮັບການສະໜັບສະໜູນດ້ານການເງິນຫຼາຍກວ່າ 40 ຕຶ້ຢວນ
ສະບາຍດີ2022-12-27
ປະຊາຊົນຢູ່ເຂດຊາຍແດນລະຫວ່າງສອງປະເທດຈີນ-ລາວໄດ້ຈັດພິທີສະເຫຼີມສະຫຼອງ
ສະບາຍດີ2022-12-23
ສວນອີຄອມເມີຊຂ້າມຊາຍແດນຈີນ-ອາຊຽນ(ເຫີໂກ້)ດໍາເນີນທຸລະກິດເປັນຄັ້ງທຳອິດ
ສະບາຍດີ2022-12-16
ນະຄອນຄຸນໝິງຈັດສົ່ງ 6 ທິມງານປະຈໍາບ້ານເຂົ້າຕາແສງບໍ່ຫານດໍາເນີນງານ
ສະບາຍດີ2022-12-12
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
04/12
11:19
— ແບ່ງປັນ —