ບ້ານເກົ່າແກ່ຕ້ອນຮັບແຂກໃໝ່

ມາຈາກ:ສະບາຍດີ

微信截图_20230103162500

ສະບາຍດີ ນັກຂ່າວສຸດໃຈ)ເວລາບໍ່ດົນມານີ້, ບ້ານເກົ່າແກ່ເວິ່ງດີ່ງທີ່ຢູ່ຕາແສງປົກຄອງຕົນເອງຊົນເຜົ່າວາຈ່າງຢວນໄດ້ເປີດປະຕູຮັບແຂກ.

ຕາມແສງຕາເວັນໃນເຊົ້າຂອງປີໃໝ່, ນັກທ່ອງທ່ຽວຈາກທົ່ວໂລກໄດ້ຍ່າງເຂົ້າໄປໃນບ້ານເກົ່າແກ່ເວິ່ງດີ່ງ. ປະຕູບ້ານ, ພະລາຊະວັງວາ... ບັນດາຕຶກອາຄານທີ່ມີລັກສະນະເປັນເສົາຄໍ້າເຊິ່ວສະແດງໃຫ້ເຫັນວັດທະນະທຳອັນຊີວິດຊີວາ ແລະ ຮູບພາບການດຳລົງຊີວິດຂອງຊາວບ້ານຊົນເຜົ້າວາ ເຊິ່ງເຮັດໃຫ້ຄົນທັງຫຼາຍລືມກັບບ້ານຂອງຕົນເອງ. ນັກທ່ອງທ່ຽວໄດ້ຊີມເຫຼົ້າທີໄດ້ໝັກຫວານໆຢູ່ເຂດທັດສະນີຍະພາບ, ເຂົ້າຮ່ວມການເຄື່ອນໄຫວກະສິກຳຄືຕຳເຂົ້າ, ຕຳເຂົ້າໜົມ, ໄດ້ສຳຜັດການຜະລິດ ແລະ ວິຖີຊີວິດແບບດັ້ງເດີມຂອງຊາວເຜົ່າວາ.

微信截图_20230103162443

ອາໄສທ່າແຮງຂອງວັດທະນະທຳຊົນເຜົ່າ, ຈ່າງຢວນໄດ້ເລີ່ມຕົ້ນດຳເນີນການເຄື່ອນໄຫວດ້ານທ່ອງທ່ຽວ-ວັດທະນະທຳຢ່າງຄົບຖ້ວນເພື່ອຊຸກຍູ້ການພັດທະນາຊົນນະບົດໃຫ້ມີຄວາມຈະເລີນຮຸ່ງເຮືອງ. ປັດຈຸບັນນີ້, ບ້ານເກົ່າແກ່ເວິ່ງດີ່ງໄດ້ສ້າງຕັ້ງສະພາພັດທະນາຊົນນະບົດໃຫ້ມີຄວາມຈະເລີນຮຸ່ງເຮືອງເພື່ອຄົ້ນຄ້ວາ ແລະ ສ້າງຮູບແບບການພັດທະນາອຸດສາຫະກຳຂອງ "ຄະນະພັກບ້ານ + ບໍລິສັດ + ສະຫະກອນ + ຊາວກະສິກອນ" ແລະສ້າງສະຫະກອນພິເສດດ້ານທ່ອງທ່ຽວ, ສະຫະກອນພິເສດດ້ານຜະລິດກະສິກຳແບບລວມ, ສະຫະກອນພິເສດດ້ານຊາ ແລະ ບັນດາຫົວໜ່ວຍທຸລະກິດໃໝ່ອື່ນໆ, ຂະແໜງການທ່ອງທ່ຽວຂອງບ້ານເກົ່າແກ່ເວິ່ງດີ່ງໄດ້ຕ້ອນຮັບກາລະໂອກາດອັນດີເດັ່ນໃນການພັດທະນາ.

微信截图_20230103162533

ທ່ານວາງຈູນລີ້, ຜູ້ອຳນວຍການພະແນກຕະຫຼາດຂອງບໍລິສັດວັດທະນະທໍາ-ທ່ອງທ່ຽວຈິງລານ ຈ່າງຢວນ ຈໍາກັດ ແນະນຳວ່າ: "ໃນວັນປີໃຫມ່, ມີຫຼາຍກວ່າ 2,000 ຄົນໄດ້ໄປຢ້ຽມຢາມບ້ານເກົ່າແກ່ເວິ່ງດີ່ງ ແລະຫຼາຍກວ່າ 70% ແມ່ນນັກທ່ອງທ່ຽວຈາກຕ່າງແຂວງ."

微信截图_20230103162500

昆明信息港讯(昆明日报 记者李春林) 近日,沧源佤族自治县翁丁老寨开门迎客。

伴随着新年第一缕晨光,来自各地的游客们走进翁丁老寨。景区里的寨门、佤王府……干栏式建筑呈现出满满的佤族活态文化,令人流连忘返。游客们纷纷品尝景区里清香甘甜的水酒,参加舂米、舂粑粑等农事活动,体验佤族群众传统生产生活方式。

微信截图_20230103162443

立足民族文化优势,沧源全面开启文化旅游推动乡村振兴之旅。目前,翁丁成立了乡村振兴理事会,探索建立“村党组织+公司+合作社+农户”的产业发展模式,组建翁丁村旅游专业合作社、农业生产综合专业合作社、茶叶专业合作社等新型经营主体,翁丁旅游产业迎来了发展的大好时机。

微信截图_20230103162533

沧源景兰文化旅游有限公司市场部经理王钧立介绍:“元旦这一天,翁丁老寨入园人数达2000多人,省外游客超七成。”

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/03

16:31

ແບ່ງປັນ

ແປ
翻译