ມາທ່ຽວແຂວງຢຸນນານ ແລະ ສຳຜັດກັບລະດູດອກໄມ້ທີ່ໂລແມນຕິກ!

ມາຈາກ:ສະບາຍດີ

1

ເມື່ອດວງອາທິດສ່ອງແສງລະຫວ່າງເສັ້ນຂະໜານເໜືອທີ່ 21 ຫາ 29,ຢຸນນານຈະເປີດມ້ວນຮູບສວນດອກໄມ້ທີ່ສະແດງໃຫ້ເຫັນທັງສີ່ລະດູການ.ດອກໄມ້ຢູ່ທີ່ນີ້ແມ່ນສິ່ງມະຫັດສະຈັນຂອງພູມສາດ ແລະ ສະພາບອາກາດ.ພາຍໃຕ້ທ້ອງຟ້າດຽວກັນ,ດອກກ້ວຍໄມ້ປ່າໃນປ່າຝົນເຂດຮ້ອນ ແລະ ດອກບົວຫິມະໃນພູເຂົາທີ່ປົກຄຸມດ້ວຍຫິມະ ສ້າງເປັນສຽງປະສານສຽງທີ່ເປັນເອກະລັກຂອງເວລາ ແລະ ສະຖານທີ່ທີ່ໂດດເດັ່ນ.

2

ດອກຊາກຸຣະສີບົວ ແລະ ຫິມະສີຂາວຖືກສະແດງພ້ອມໆກັນ

ລະດູດອກໄມ້ຂອງແຂວງຢຸນນານບໍ່ເຄີຍສິ້ນສຸດ.ໃນເດືອນກຸມພາ,ໃນຂະນະທີ່ບາງສ່ວນຂອງພາກເໜືອຂອງຈີນຍັງປົກຄຸມດ້ວຍຫິມະ,ດອກຜັກກາດນ້ຳມັນຫຼາຍສິບພັນເຮັກຕາໃນເມືອງ ໂລຜິງໄດ້ເບັ່ງບານເປັນທະເລສີທອງແລ້ວ,ໃນຂະນະທີ່ຫິມະເທິງພູຫິມະ ຢູລອງ ໃນນະຄອນ ລີຈຽງ ສະທ້ອນເຖິງດອກຊາກຸຣະປ່າຢູ່ຕີນພູ.

3

ນີ້ແມ່ນສະເໜ່ຂອງແຂວງຢຸນນານ"ສວນໂລກ" ຢ່າງແນ່ນອນ:ພາຍໃນມື້ດຽວ,ທ່ານສາມາດຊົມດອກທິວລິບໄດ້ທີ່ສວນສາທາລະນະເຂດດິນຊຸ່ມ ລ່າວຢູເຫີ ນະຄອນຄຸນໝິງ ໃນຕອນເຊົ້າ,ແລະ ຂັບລົດສີ່ຊົ່ວໂມງໃນຕອນບ່າຍເພື່ອສຳຜັດດອກໄມ້ນ້ຳກ້ອນຂອງພູຫິມະຈຽວຈື."ພູໜ່ວຍໜຶ່ງມີສີ່ລະດູການ ແລະ ສະພາບອາກາດແຕກຕ່າງກັນທຸກໆສິບກິໂລແມັດ,"ເຊິ່ງເຮັດໃຫ້ດອກໄມ້ຢູ່ທີ່ນີ້ມີຮູບລັກສະນະທີ່ຫລາກຫລາຍ.

4

ຫິມະ ແລະ ໄຟ ເສີມເຊິ່ງກັນແລະກັນໃນລະດັບຄວາມສູງດັ່ງບົດກະວີ

ດອກໄມ້ແມ່ນສຳຜັດທີ່ອ່ອນໂຍນຂອງແຂວງຢຸນນານ, ໃນຂະນະທີ່ເກັດຫິມະແມ່ນການຕົກແຕ່ງທີ່ງົດງາມເປັນບົດກະວີ.ໃນລະດູໜາວ,ເມື່ອອາກາດເຢັນພົບກັບອາກາດອົບອຸ່ນແລະຊຸ່ມຊື່ນ,ຫິມະຈະຕົກລົງມາຄືກັບເພັດ ພາຍໃຕ້ "ພູທອງຄຳ" ຂອງພູຫິມະເມລີ, ລີງດັງຢຸນນານຂອງພູ ກາວລີກົງຊານ ຍ່າງຜ່ານປ່າທີ່ປົກຄຸມດ້ວຍຫິມະ,ແລະ ບໍ່ນ້ຳຮ້ອນຂອງເມືອງເຈິ່ງຈົງປະສົມກັບຫິມະທີ່ຕົກລົງມາ, ສ້າງເປັນການປະສົມປະສານທີ່ດີເລີດຂອງນ້ຳກ້ອນແລະໄຟ.

ເຖິງແມ່ນວ່າໃນເດືອນພຶດສະພາ,ທົ່ງຫຍ້າພູເຂົາສູງຂອງ ແຊງຮີລາ ອາດຈະຍັງປະສົບກັບ "ຫິມະໃນເດືອນມິຖຸນາ", ໃນຂະນະທີ່ທະເລດອກຕົ້ນທະກາງໃນຮ່ອມພູຂ້າງລຸ່ມກຳລັງເບັ່ງບານຢ່າງເຕັມທີ່.ຄວາມແຕກຕ່າງຂອງສະພາບອາກາດແນວຕັ້ງເຮັດໃຫ້ການເດີນທາງເຕັມໄປດ້ວຍຄວາມແປກໃຈທາງທຳມະຊາດທີ່ຫລາກຫຼາຍ.

5

ຈາກສວນຂອງໂລກ ສູ່ສວນທີ່ໄຫຼລ່ອງໄປດ້ວຍສິລະປະແຫ່ງການດຳລົງຊີວິດ

ຢຸນນານມີພືດພັນຫຼາຍທີ່ສຸດໃນປະເທດຈີນ,ມີດອກໄມ້ຫຼາຍກວ່າ 5,000 ຊະນິດ,ແລະສວນໃນຢຸນນານຖືກປະສົມປະສານເຂົ້າໃນຊີວິດປະຈຳວັນ.ຢູ່ຕະຫຼາດດອກໄມ້ ດູໜານ ໃນຕອນເຊົ້າ,ດອກໄມ້ສົດຈະຖືກຊື້ຂາຍເປັນກິໂລກຣາມ.ກິ່ນຫອມຂອງດອກໄມ້ ແລະ ສຽງຂອງການຕໍ່ລອງລາຄາໄດ້ປະສົມປະສານກັນ,ແມ່ນເປັນພາບທີ່ສວຍງາມຂອງທິວທັດດອກໄມ້ຢ່າງມີຊີວິດຊີວາ.

6

ກິ່ນຫອມຂອງເຂົ້າປຸ້ນຂ້າມຂົວ,ຄວາມຫວານອ່ອນໆຂອງເຂົ້າໜົມດອກກຸຫຼາບ,ດອກຈໍາປາຢູ່ເທິງຊໍ່ຜົມຂອງສາວຊາວເຜົ່າໄຕລື້...ຢູ່ແຂວງຢຸນນານ,ດອກໄມ້ແມ່ນອາຫານ,ແມ່ນການປະດັບປະດາ,ແມ່ນຄວາມເຊື່ອຖື,ກາຍເປັນຄຳອະທິບາຍທີ່ໜ້າປະທັບໃຈທີ່ສຸດກ່ຽວກັບ "ສວນທີ່ໜ້າຢູ່ອາໄສ".

7

ຈາກ "ຜູ້ເບິ່ງດອກໄມ້" ໄປສູ່ "ຜູ້ອາໃສຢູ່ໃນສວນດອກໄມ້,"ສວນຂອງຜູ້ມາດຳລົງຊີວິດ

ສວນຂອງແຂວງຢຸນນານມີຮູບແບບສາມມິຕິ ແລະ ກວ້າງຂວາງ,ເຊິ່ງມີທັງຄວາມງົດງາມຂອງດອກໄມ້ປ່າ ແລະ ບັນຍາກາດຂອງຊີວິດຊົນເຜົ່າຕ່າງໆ.ການແລ່ນອອກກຳລັງກາຍໄປຕາມເສັ້ນທາງທີ່ມີດອກໄມ້ປົກຄຸມຢູ່ແຄມທະເລສາບຟູຊຽນ,ພິທີດອກໄມ້ຢູ່ນາຂັ້ນໄດຮານີ,ແລະ ການປັກແສ່ວດອກໄມ້ໃນຊຸດເຄື່ອງນຸ່ງຂອງຊົນເຜົ່າຢີ,ທັງໝົດນີ້ເຮັດໃຫ້ເກີດຄວາມງາມແບບກະວີທ່າມກາງດອກໄມ້.

8

ການດຳລົງຊີວິດຢູ່ໃນແຂວງຢຸນນານຄືກັບການດຳລົງຊີວິດຢູ່ໃນສວນທີ່ບໍ່ມີກຳແພງ.ຜູ້ຄົນປ່ຽນຈາກ"ຜູ້ເບິ່ງດອກໄມ້"ໄປເປັນ"ຜູ້ອາໄສຢູ່ໃນສວນດອກໄມ້",ປູກດອກໄມ້ທ້ອງຖິ່ນ,ປົກປ້ອງລະບົບນິເວດດັ້ງເດີມ,ແລະ ຮັກສາດອກໄມ້ທຸກໆດອກ.

9

ມາທ່ຽວແຂວງຢຸນນານ, ຢ່າກັງວົນວ່າດອກໄມ້ຈະບານເວລາໃດ - ນີ້ແມ່ນເວລາທີ່ດີທີ່ສຸດທີ່ຈະໄປຢ້ຽມຢາມ.


1

当北纬21度至29度的阳光洒落,云南便铺展开一幅超越四季的花园长卷。这里的花,是地理与气候的奇迹——同一片天空下,热带雨林的野兰与雪山的雪莲,共绘出独特的时空交响。

2

花的双重奏 粉樱与白雪的同台

云南的花季永不落幕。二月,北国仍银装素裹,罗平百万亩油菜花已绽放成金色海洋,而丽江玉龙雪山的冰晶之花,正与山脚下的野樱遥相呼应。

这正是云南“世界花园”的魅力:一日之内,晨起可赏昆明捞渔河的郁金香,午后驱车四小时,便能触摸轿子雪山的雾凇冰花。“一山有四季,十里不同天”,让花在这里拥有了多重模样。

3

雪花与火花 高海拔的诗意

鲜花是云南的温柔,雪花则是它的诗意点缀。冬季,冷空气与暖湿气流相遇,梅里雪山“日照金山”下飘雪如钻,高黎贡山的滇金丝猴穿梭于雾凇间,腾冲温泉与飘雪共舞,尽是冰火交融的惊喜。

4

即便五月,香格里拉高山牧场仍可能偶遇“六月飞雪”,而山下河谷的杜鹃花海正盛。垂直气候的反差,让旅程盛满多重自然韵律。

5

流动的花园 从世界花园到生活艺术

云南拥有全国最多的植物种类,花卉超5000种,而这里的花园,更融入了日常烟火。清晨的斗南花市,鲜切花按公斤交易,花香与讨价还价声交织,是最生动的花事图景。

6

菊花过桥米线的鲜香、玫瑰鲜花饼的清甜、傣族女孩发髻上的鸡蛋花……在云南,花是食材、是装饰、是信仰,成为“可以居住的花园”最动人的注脚。

7

旅居者的花园 从“看花人”到“花间人”

云南的花园是立体而包容的,既有山野花卉的绚烂,也有民族生活的烟火。抚仙湖畔的花径慢跑、哈尼梯田的花饰仪式、彝族服饰上的百花刺绣,皆是花间诗意。

8

旅居云南,便是住进无墙花园。人们从“看花人”变成“花间人”,种本地花、护原生态,定格每一场花开。

9

来云南吧,不必问花开何时——此时,便是最好的时节。


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

02/24

18:03

ແບ່ງປັນ

ແປ
翻译