ສະຖານທີ່ມີຊາກຂອງສະໄໝກໍາຢູ່ເມືອງເຊີງຈ່ຽງ ແລະ ຊີຫຼີນຖຶກຄັດເລືອກເຂົ້າໃນບັນຊີລາຍຊື່ມໍລະດົກທາງທໍລະນີສາດ 100 ແຫ່ງຊຸດທຳອິດຂອງໂລກ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ໃນວັນທີ 26 ທັນວານີ້, ພິທີການເປີດພູມສັນຖານກາສະເຕີຂອງຕາແສງຊີຫຼີນ(ປ່າຫີນ)ຂອງສະຖານທີມໍລະດົກທາງທໍລະນີສາດໄດ້ຈັດຂຶ້ນຢູ່ຕາແສງປົກຄອງຕົນເອງຊີຫຼີນ, ເພື່ອສະເຫຼີມສະຫຼອງການເລືອກເອົາເຂົ້າໃນບັນຊີສະຖານທີມໍລະດົກທາງທໍລະນີສາດ 100 ແຫ່ງຊຸດທຳອິດຂອງໂລກ. ນີ້ແມ່ນກຽດສັກສີສາກົນຄັ້ງທີ 3 ທີ່ຊີຫຼີນ(ປ່າຫີນ)ໄດ້ຮັບຫຼັງຈາກສວນພູມສາດໂລກ ແລະ ມໍລະດົກໂລກທາງທຳມະຊາດ.

ຕາມການຮັບຮູ້ ໃນເດືອນຕຸລາປີນີ້, ສະຫະພັນວິທະຍາສາດທໍລະນີສາດສາກົນໄດ້ປະກາດບັນຊີສະຖານທີມໍລະດົກທາງທໍລະນີສາດ 100 ແຫ່ງຊຸດທຳອິດຂອງໂລກ, ແຈກຢາຍຢູ່ 56 ປະເທດໃນທົ່ວໂລກ. ຈີນແມ່ນໜຶ່ງໃນບັນດາປະເທດທີ່ມີສະຖານທີມໍລະດົກທໍລະນີສາດຫຼາຍທີ່ສຸດຖືກຄັກເລືອກເຂົ້າໃນລາຍຊື່ມໍລະດົກທາງທໍລະນິສາດງວດທໍາອິດ, ມີສະຖານທີມໍລະດົກທາງທໍລະນີສາດ  7 ແຫ້ງຖືກເລືອກເຂົ້າໃນບັນຊີນີ້, ໃນນັ້ນມີແຫຼ່ງກຳເນີດຊາກ ແລະ ສາງຊາກໃນສະໄໝກຳບຼຽງຂອງເມືອງເຊີງຈ່ຽງແຂວງຢຸນນານ ແລະ ພູມສັນຖານກາສະເຕີຂອງຕາແສງຊີຫຼີນ(ປ່າຫີນ).  

ພູມສັນຖານກາສະເຕີຂອງຕາແສງຊີຫຼີນ(ປ່າຫີນ) ເປັນເຂດທິວທັດກາສະເຕີແຫ່ງດຽວທີ່ຕັ້ງຢູ່ໃນເຂດພູພຽງເຄິ່ງແຖບຮ້ອນໃນໂລກ, ມັນເປັນຕົວແທນທີ່ໂດດເດັ່ນຂອງມໍລະດົກທາງທໍລະນີສາດໃນປະເທດຈີນ, ຄຸນຄ່າທາງວິທະຍາສາດແລະລະດັບການຄົ້ນຄວ້າຂອງມັນໄດ້ຮັບການຍອມຮັບຢ່າງເປັນເອກະພາບກັນຈາກຂົງເຂດວິຊາການສາກົນ, ແລະສະພາບການປົກປັກຮັກສາທີ່ດີເລີດຂອງມັນໄດ້ຮັບການຮັບຮອງຢ່າງສູງຈາກສັງຄົມສາກົນ, ເຊິ່ງສະແດງໃຫ້ເຫັນພົວພັນແບບທັນສະໄໝຂອງການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມະນຸດກັບທຳມະຊາດ. 

ຫໍພິພິທະພັນມໍລະດົກໂລກທາງທຳມະຊາດຂອງສະຖານທີ່ຊາກເມືອງເຊີງຈ່ຽງເປັນຫໍພິພິທະພັນທຳມະຊາດແຫ່ງທຳອິດທີ່ສ້າງຂຶ້ນຢູ່ເທິງບໍລິເວນຂອງມໍລະດົກຊາກໃນປະເທດຈີນ, ມັນເກັບໄວ້ຊາກຊີວະສັດບູຮານ ແລະ ຕົວຢ່າງຊີວະສັດປັດຈຸບັນທີ່ຫາຍາກຫຼາຍກວ່າ 60,000 ອັນ. ໃນປັດຈຸບັນ, ຊາກຊີວະສັດໃນສະໄໝກຳບຼຽງທີ່ຄົ້ນພົບຢູ່ເມືອງເຊີງຈ່ຽງມີຫຼາຍກວ່າ 20 ປະເພດແລະຫຼາຍກວ່າ 300 ຊະນິດເຊີ່ງເປັນຫຼັກຖານຕົວຈີງຂອງປະກົດການຊີວິດບຸກເບີດໃນສະໄໝກຳບຼຽງທີ່ມີລັກສະນະການແຜ່ກະຈາຍອັນເຕົ້າໂຮມທີ່ສຸດ, ການເກັບຮັກສາທີ່ສົມບູນທີ່ສຸດແລະແນວພັນທີ່ອຸດົມສົມບູນທີ່ສຸດ

ສ່ວນທີ່ຍັງເຫຼືອ 5 ແຫ່ງທີ່ເປັນມໍລະດົກທໍລະນີສາດຂອງຈີນທີ່ໄດ້ຮັບການຄັດເລືອກແມ່ນກວມເອົາຂົງເຂດຫີນຜາວິທະຍາສາດ, ທໍລະນີສາດ, ພູມສາດ ແລະ ທະເລສາບ, ພູມສັນຖານວິທະຍາສາດ ແລະ ສາຂາວິທະຍາສາດອື່ນໆ.

12月26日,石林彝族自治县举行石林喀斯特世界地质遗产地揭牌仪式,庆祝石林喀斯特成功入选首批100个国际地质科学联合会地质遗产地名录。这是继世界地质公园、世界自然遗产后,石林荣获的第3项国际荣誉。

据了解,今年10月,国际地质科学联合会向全球公布了首批100个地质遗产地名录,分布在全球56个国家。中国是首批入选地质遗产地最多的国家之一,7个地质遗产地入选,其中包括云南澄江寒武纪化石产地和化石库、云南石林喀斯特。

石林喀斯特是世界上唯一位于亚热带高原地区的喀斯特风景区,是我国地质遗迹的杰出代表,其科学价值和研究水准得到了国际学术界的一致认可,其优良的保护状况受到国际社会的高度肯定,是人与自然和谐共生现代化的重要体现。

澄江化石地世界自然遗产博物馆是我国首个建在化石地遗址上的自然博物馆,收藏了珍稀古生物化石和现生动物标本6万余件。目前,在澄江化石地发现的寒武纪动植物化石分属20多个门类、300多个物种,是地球上分布最集中、保存最完整、种类最丰富的寒武纪生命大爆发实证。

其余入选的5个中国地质遗产地涵盖岩石学、构造地质学、地理湖泊、地貌学等科学领域。(云南日报记者 余红 熊明)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/30

15:29

ແບ່ງປັນ

ແປ
翻译