ມາຈາກ:ສະບາຍດີ
ຕອນເຊົ້າຂອງຕະຫຼາດກະສິກໍາຈວນຊິນນະຄອນຄຸນໝິງ,ເຕັມໄປດ້ວຍຄຶກຄື້ນຫຼາຍແລະອາຍຄັວນ.ອາກາດເຕັມໄປດ້ວຍກິ່ນຫອມສົດຊື່ນຂອງໝາກໄມ້ ແລະ ຜັກ,ອາຫານຫວ່າງຕ່າງໆໄດ້ເຕົ້າໂຮມຢູ່ນະບ່ອນນີ້.ສຽງຮ້ອງຂອງພໍ່ຄ້າແມ່ຄ້າ ແລະ ສຽງຫົວຂວັນຂອງນັກທ່ອງທ່ຽວປະສົມປະສານເຂົ້າກັນ.ຕະຫຼາດແຫ່ງນີ້ທີ່ຊ່ອນຢູ່ໃນຕົວເມືອງໃຫຍ່ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງຄຸນໝິງ.
ກວມເອົາເນື້ອທີ່ປະມານ 20 ມູ (ປະມານ 1.33 ເຮັກຕາ),ເປັນ"ກະຕ່າຜັກ"ຂອງຊາວຄຸນໝິງເກົ່າແລະເປັນປ່ອງຢ້ຽມສໍາລັບນັກທ່ອງທ່ຽວເພື່ອປົດລັອກລົດຊາດຂອງແຂວງຢຸນນານ."ຂ້ອຍອາໄສຢູ່ທີ່ນີ້ມາເປັນເວລາຫຼາຍກວ່າ 20 ປີແລ້ວ ແລະ ມາທີ່ນີ້ເພື່ອຊື້ເຄື່ອງຂອງກິນ ແລະ ອາຫານພິເສດທ້ອງຖິ່ນ,"ທ່ານ ນາງ ລິວເຊິນເຟິນ ຜູ້ອາໄສຢູ່ໃນທ້ອງຖິ່ນກ່າວ,ນັກທ່ອງທ່ຽວທ່ານ ນາງ ຈາງເຊົ້າໃຫ້ຄວາມເຫັນວ່າ"ທິວທັດງາມຕາ,ອາຫານຫຼາກຫຼາຍ,ເຕັມໄປດ້ວຍຄວາມເພີດເພີນ",ເປັນການສະຫຼຸບທີ່ດີເລີດກ່ຽວກັບສະເໜ່ດ້ານວັດທະນະທຳແລະການທ່ອງທ່ຽວຂອງບ່ອນນີ້.
ໃນຕະຫຼາດແຫ່ງນີ້,ລົດຊາດຈາກພູເຂົາແລະອາຫານພິເສດຂອງຢຸນນານໄດ້ມາລວມກັນຢູ່ນະທີ່ນີ້.ຜັກປ່າຕາມລະດູການເຊັ່ນ: ຊ້າວຢາ,ດອກໄມ້ ຈິດຈຶດຮົວ ແລະອື່ນໆ ຖືກຈັດລຽງຢ່າງເປັນລະບຽບ,ໃນຂະນະທີ່ພໍ່ຄ້າ ທ່ານ ຊຽວທຽນຮົວ ກຳລັງຊັ່ງນ້ຳໜັກກໍ່ແນະນຳວິທີກິນໃຫ້ນັກທ່ອງທ່ຽວໄປພ້ອມ; ໜ້າຮ້ານຂອງທ່ານ ຟູຊຽງ ເຈົ້າຂອງຮ້ານເຂົ້າໜົມດອກໄມ້ມີລູກຄ້າຢ່າງຕໍ່ເນື່ອງ,ຂາຍເຄັກໄດ້ໂດຍສະເລ່ຍ 400 ຫາ 500 ກ້ອນຕໍ່ມື້ ແລະ ການສັ່ງຊື້ທາງອອນລາຍກໍ່ກຳລັງຫຼັ່ງໄຫຼເຂົ້າມາເລື້ອຍໆ.
ໃນປະຈຸບັນ,ຕະຫຼາດຈວນຊິນມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຕໍ່ເນື່ອງປະມານ 50,000 ຄົນເທື່ອຕໍ່ມື້,ໂດຍມີນັກທ່ອງທ່ຽວສູງສຸດເຖິງ 100,000 ຄົນເທື່ອໃນຊ່ວງວັນພັກ,ເກືອບເຄິ່ງແມ່ນນັກທ່ອງທ່ຽວຈາກພາກພື້ນອື່ນໆ.ເບື້ອງຫຼັງຄວາມສຳເລັດນີ້ແມ່ນການຫັນປ່ຽນ ແລະ ການຍົກລະດັບທີ່ມີປະສິດທິພາບ.
ນອກເໜືອໄປຈາກການຊື້ເຄື່ອງ ແລະ ຮັບປະທານອາຫານແລ້ວ,ປະສົບການດ້ານວັດທະນະທຳ ແລະ ການທ່ອງທ່ຽວຢູ່ທີ່ນີ້ກໍໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ: ສະຖານີບໍລິການຄົ້ນຄວ້າ ແລະ ສຶກສາໄດ້ຖືກສ້າງຕັ້ງຂຶ້ນຮ່ວມກັບມະຫາວິທະຍາໄລກະສິກຳຢຸນນານ ເພື່ອສ້າງຫ້ອງຮຽນຕົວຈິງ;ເສັ້ນທາງ Citywalk ໄດ້ຖືກເປີດຕົວຂື້ນເພື່ອເຊື່ອມຕໍ່ກັບສະຖານທີ່ສຳຄັນຕ່າງໆຂອງເມືອງ,ຊ່ວຍໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບວັດທະນະທຳ ແລະ ຮີດຄອງປະເພນີທ້ອງຖິ່ນຂອງເມືອງຄຸນໝິງ ທ່າມກາງບັນຍາກາດທີ່ມີຊີວິດຊີວາ.
ຈາກຕະຫຼາດຊາວກະສິກອນແບບດັ້ງເດີມໄປສູ່ພື້ນທີ່ການບໍລິໂພກທາງວັດທະນະທຳ ແລະ ການທ່ອງທ່ຽວທີ່ສົມບູນແບບ,ການຫັນປ່ຽນຂອງ ຕະຫຼາດຈວນຊິນ ເປັນພາບລວມນ້ອຍໆທີ່ຊັດເຈນຂອງຄວາມພະຍາຍາມຂອງເມືອງຄຸນໝິງໃນການຟື້ນຟູການບໍລິໂພກຜ່ານເສດຖະກິດວັດທະນະທຳ ແລະ ສະແດງໃຫ້ເຫັນເຖິງສະເໜ່ຂອງເມືອງຜ່ານການເຊື່ອມໂຍງດ້ານວັດທະນະທຳ ແລະ ການທ່ອງທ່ຽວ.ເມື່ອທ່ານມາຮອດນະຄອນຄຸນໝິງ,ທ່ານສາມາດໄປຢ້ຽມຢາມຕະຫຼາດຈວນຊິນ ແລະ ເຂົ້າໃຈເຖິງຄວາມອົບອຸ່ນ ແລະ ຄວາມມີຊີວິດຊີວາຂອງເມືອງນີ້ທ່າມກາງບັນຍາກາດທີ່ເຕັມໄປດ້ວຍພະລັງຊີວິດ.
清晨的昆明大观篆新农贸市场,早已烟火升腾。蔬果鲜香、小吃风味交织,摊主吆喝与游客笑语相融,这座藏在主城的市集,如今成了昆明文旅的新名片。
占地约20亩的篆新,是老昆明人的“菜篮子”,也是游客解锁云南风味的窗口。“住了20多年,买菜、买特产都来这。”市民刘先芬的话,道出了它的民生底色。而游客张笑一句“好看、好吃、好玩”,则精准概括了这里的文旅魅力。
市集里,云南山野风味与特色美食齐聚。草芽、金雀花等时令野菜整齐码放,商户肖天华一边称重,一边向游客传授吃法;鲜花饼店主付强的摊位前客流不断,日均能卖四五百个,线上订单也络绎不绝。
如今,篆新日均客流量稳定在5万人次,节假日峰值达10万,近半数是外地游客。这背后,是一场精准的转型升级。
不止逛吃,这里的文旅体验不断升级:与云南农业大学合作设立研学服务站,打造实景课堂;推出Citywalk路线,串联城市地标,让游客在烟火气中感受昆明人文风情。
从传统菜场到综合文旅消费空间,篆新的焕新,正是昆明以人文经济激活消费、以文旅融合彰显城市魅力的生动缩影。来昆明,不妨逛逛篆新,在烟火氤氲中,读懂这座城的温暖与活力。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
01/27
16:23
— ແບ່ງປັນ —