ແຂວງຢຸນນານໄດ້ມີ708ບ້ານຖືກຄັດເລືອກເຂົ້າໃນບັນຊີລາຍຊື່ໝູ່ບ້ານດັ້ງເດີມຂອງຈີນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ນັກຂ່າວໄດ້ຮັບຮູ້ຈາກກອງປະຊຸມສົ່ງເສີມວຽກງານການປົກປັກຮັກສາ ແລະ ນໍາໃຊ້ໝູ່ບ້ານດັ້ງເດີມຂອງແຂວງຢູນນານທີ່ຈັດຂຶ້ນຢູ່ເມືອງຈຽນຊວນກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີນແຂວງຢູນນານໃນວັນທີ 22, ໃນປີມໍ່ໆມານີ້, ການປົກປັກຮັກສາ ແລະ ນຳໃຊ້ໝູ່ບ້ານດັ້ງເດີມຂອງແຂວງຢຸນນານໄດ້ຮັບໝາກຜົນຢ່າງຊັດເຈນ, ໃນປະຈຸບັນນີ້, ມີ708 ບ້ານຖືກຄັດເລືອກເຂົ້າໃນບັນຊີລາຍຊື່ໝູ່ບ້ານດັ້ງເດີມຂອງຈີນ

ວັນທີ 22 ເດືອນທັນວາ, ນັກທ່ອງທ່ຽວຜູ້ໜຶ່ງຫຼິ້ນບ້ານສີ້ເຕີ່ງຕະແສງຊາສີເມືອງຈຽນຊວນ (ຖ່າຍຈາກນັກຂ່າວ ພູສ່າວ ສຳນັກຂ່າວຊີນຮວາ)

ແຂວງຢູນນານມີຊັບພະຍາກອນດ້ານໝູ່ບ້ານດັ້ງເດີມຢ່າງອຸດົມສົມບູນ, ວັດທະນະທໍາຊົນເຜົ່າທີ່ຫຼາກຫຼາຍ, ອາຄານດັ້ງເດີມຢ່າງຫຼວງຫຼາຍ ແລະ ສະພາບແວດລ້ອມນິເວດທີ່ສວຍງາມໄດ້ປະກອບເປັນແຫ່ງມີຊັບພະຍາກອນວັດທະນະທໍາ ແລະ ປະຫວັດສາດທີ່ເປັນລັກສະນະບໍ່ຄືໃຜ, ໝູ່ບ້ານດັ້ງເດີມທີ່ມີຢູ່ໄດ້ຮັກສາມໍລະດົກປະຫວັດສາດຈຳນວນຫຼວງຫຼາຍ, ສືບທອດຄວາມຊົງຈຳທາງປະຫວັດສາດ, ສະຕິປັນຍາການຜະລິດແລະດໍາລົງຊີວິດ, ໝາກຜົນດ້ານວັດທະນະທຳ ແລະ ສິລະປະ, ລັກສະນະຊົນເຜົ່າ ແລະ ພາກພື້ນຂອງຊົນເຜົ່າຕ່າງໆໃນແຂວງຢຸນນານ. ມັນເຕົ້າໂຮມ ແລະ ສະແດງໃຫ້ເຫັນຄວາມຄິດຮອດບ້ານຂອງປະຊາຊົນແຂວງຢຸນນານ, ແລະມີຄຸນຄ່າອັນໃຫຍ່ຫຼວງໃນການປົກປັກຮັກສາແລະພັດທະນາ.

ຊຸມປີມໍໆມານີ້, ແຂວງຢຸນນານນໍາເອົາການເພີ່ມທະວີການປົກປັກຮັກສາໝູ່ບ້ານດັ້ງເດີມ, ສືບທອດວັດທະນະທຳ ແລະ ປະຫວັດສາດ, ສະແດງໃຫ້ເຫັນລັກສະນະຊົນເຜົ່າ, ຊຸກຍູ້ການພັດທະນາແລະການຊົມໃຊ້ເປັນໃຈກາງ, ເພື່ອສົ່ງເສີມວຽກງານການປົກປັກຮັກສາແລະພັດທະນໝູ່າບ້ານດັ້ງເດີມຢ່າງຮອບດ້ານ. ສືບຕໍ່ເພີ່ມທະວີການຮັບປະກັນດ້ານການເງິນ, ນັບແຕ່ປີ 2012 ເປັນຕົ້ນມາ, ມີ 636 ບ້ານດັ້ງເດີມໄດ້ຮັບການສະໜັບສະໜູນດ້ານການເງິນ 1,908 ຕື້ຢວນຈາກລັດຖະບານສູນກາງ. ປີ 2022, ພະແນກການເງິນຂອງແຂວງໄດ້ສ້າງຕັ້ງເງິນທຶນພິເສດ 100 ລ້ານຢວນ, ເພື່ອປົກປັກຮັກສາແລະພັດທະນາໝູ່ບ້ານດັ້ງເດີມຂອງແຂວງຢຸນນານ, ມອບລາງວັນທຶນໃຫ້ບັນດາເມືອງ (ກິ່ງແຂວງ) ທີ່ໄດ້ປະຕິບັດຢ່າງຕັ້ງໜ້າ ແລະ ຮັບຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາໝູ່ບ້ານດັ້ງເດີມ ແລະ ໃນການສືບທອດ ແລະ ນຳໃຊ້ບັນດາໝູ່ບ້ານດັ້ງເດີມໂດຍລວມ.

“ນັບແຕ່ການເລີ່ມປະກາດແຈ້ງບ້ານດັ້ງເດີມຂອງຈີນໃນປີ 2012ເປັນຕົ້ນມາ, ຜ່ານການສະເໜີ 5 ຄັ້ງ, ແຂວງຢຸນນານໄດ້ມີ708ບ້ານຖືກຄັດເລືອກເຂົ້າໃນບັນຊີລາຍຊື່ໝູ່ບ້ານພື້ນເມືອງຂອງຈີນ, ກວມເອົາ 10,4% ຂອງຈຳນວນໝູ່ບ້ານພື້ນເມືອງທັງໝົດໃນທົ່ວປະເທດ, ດຽວນີ້, ຍັງມີບາງບ້ານໄດ້ຄັດເລືອກເຂົ້າໃນບັນຊີລາຍຊຶ່ໝູ່ບ້ານດັ້ງເດີມຈີນຊຸດທີ 6.”ທ່ານຫວັງຢູນຊ່າງ ຜູ້ກວດກາລະດັບໜຶ່ງຂອງພະແນກການກໍ່ສ້າງອາຄານອາໄສ ແລະ ຕົວເມືອງຊົນນະບົດແຂວງຢູນນານໄດ້ສະແດງວ່າ, ໝູ່ບ້ານດັ້ງເດີມທີ່ໄດ້ຮັບການຮັກສາ ແລະ ພັດທະນາຢ່າງຕໍ່ເນື່ອງໄດ້ກາຍເປັນທິວທັດທີ່ສວຍງານໃນການຟື້ນຟູຊົນນະບົດ.


新华社昆明12月22日电(记者浦超)记者从22日在云南省大理白族自治州剑川县召开的云南省传统村落集中连片保护利用工作现场推进会上了解到,近年来云南省传统村落保护利用成效显著,目前已有708个村落入选中国传统村落名录。

12月22日,一位游客在剑川县沙溪镇寺登村游玩。新华社记者 浦超/摄

云南省传统村落资源丰富,多元的民族文化、多样的传统建筑和优美的生态环境构成了一个独具特色的历史文化资源宝库,现存的传统村落中保存着大量的历史遗存,传承着云南各民族的历史记忆、生产生活智慧、文化艺术结晶和民族地域特色,凝聚着云南人民的乡愁,极具保护发展价值。

12月22日,剑川县沙溪镇寺登村一角。新华社记者 浦超/摄

近年来,云南省以加强传统村落保护、传承历史文化、彰显民族特色、促进发展利用为核心,全面推动传统村落保护发展工作。持续增强资金保障,2012年以来共有636个传统村落获得中央财政资金支持19.08亿元。2022年省级财政设立了云南省传统村落保护发展补助专项资金1亿元,对传统村落保护发展和集中连片保护传承利用中做出积极实践并具有成效的县(市、区)给予资金奖补。

12月22日,游客在剑川县沙溪镇寺登村游玩。新华社记者 浦超/摄

“2012年启动中国传统村落申报以来,经过5批次申报,全省共有708个村落入选中国传统村落名录,占全国传统村落总数的10.4%,目前又有一批村落入选第六批中国传统村落名录。”云南省住房和城乡建设厅一级巡视员王云昌表示,不断得到保护发展的传统村落已成乡村振兴的一道靓丽风景。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/23

14:11

ແບ່ງປັນ

ແປ
翻译