ບຸນກຸດຈີນປີມະເມຍສ້າງພະລັງຂັບເຂື່ອນທີ່ແຂງແຮງໃຫ້ແກ່ເສດຖະກິດໂລກ

ມາຈາກ:ສະບາຍດີ

ໃນຖານະເປັນບຸນກຸດຈີນຄັ້ງທີ 2 ຫຼັງຈາກທີ່ບຸນກຸດຈີນໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາຂອງອົງການອຸຍແນັສໂກ ສປຊ, ຕະຫຼາດບຸນກຸດຈີນປີມະເມຍປີນີ້ສາມາດເວົ້າໄດ້ວ່າ "ເຕັມພະລັງຂັບເຂື່ອນຢ່າງສຸດຂີດ".ໃນໄລຍະພັກບຸນກຸດຈີນ, ຈຳນວນຄົນເດີນທາງຂ້າມເຂດແຄວ້ນໃນທົ່ວປະເທດຈີນມີຫຼາຍກວ່າ 2,8 ຕື້ເທື່ອຄົນ, ສະເລ່ຍ 311 ລ້ານຄົນຕໍ່ມື້, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການຈຳໜ່າຍສະເລ່ຍຕໍ່ມື້ຂອງວິສາຫະກິດຂາຍຍ່ອຍ ແລະ ວິສາຫະກິດກິນດື່ມທີ່ສຳຄັນຂອງຈີນເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ອົງການກວດກາຄົນເຂົ້າ-ອອກເມືອງໃນທົ່ວປະເທດຈີນໄດ້ກວດກາຄົນເຂົ້າ-ອອກເມືອງ 17.796.000 ເທື່ອຄົນ, ສະເລ່ຍ 1.977.000 ເທື່ອຄົນຕໍ່ມື້; ມູນຄ່າການຂາຍປີ້ເຂົ້າຊົມຮູບເງົາໃນໄລຍະບຸນກຸດຈີນມີຫຼາຍກວ່າ 5,7 ຕື້ຢວນ, ມູນຄ່າການຂາຍປີ້ເຂົ້າຊົມຮູບເງົາຂອງຈີນໃນປີ 2026 (ລວມທັງການຂາຍປີ້ລ່ວງໜ້າ) ຈັດຢູ່ໃນອັນດັບໜຶ່ງຂອງໂລກເປັນການຊົ່ວຄາວ……ຂໍ້ມູນທີ່ຄຶກຄື້ນດັ່ງກ່າວເປັນການເປີດສາກທີ່ດີໃຫ້ແກ່ປີເລີ່ມຕົ້ນ "ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15" ຂອງຈີນ.

2055417_2048x2048

ການບໍລິໂພກທີ່ຄຶກຄື້ນເປັນພິເສດໃນບຸນກຸດຈີນປີມະເມຍປີນີ້ ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ແລະ ທ່າແຮງຕະຫຼາດຂະໜາດໃຫຍ່ພິເສດ. ກອງປະຊຸມວຽກງານເສດຖະກິດສູນກາງຈີນທີ່ຈັດຂຶ້ນໃນທ້າຍປີຜ່ານມາໄດ້ກຳນົດເອົາ "ຍຶດໝັ້ນຄວາມຕ້ອງການພາຍໃນເປັນຕົວຂັບເຄື່ອນຕົ້ນຕໍ ແລະ ການສ້າງຕະ ຫຼາດພາຍໃນທີ່ເຂັ້ມແຂງ" ເປັນບຸລິມະສິດໃນວຽກງານຈຸດສຸມຂອງປີນີ້. ກ່ອນບຸນກຸດຈີນ, ກະຊວງການຄ້າຈີນ ແລະອົງການອື່ນໆ ລວມທັງໝົດ 9 ອົງການ ໄດ້ຮ່ວມກັນຈັດກິດຈະກຳພິເສດ "ຊື້ເຄື່ອງຢ່າງມ່ວນຊື່ນໃນບຸນກຸດຈີນ" 2026 ເພື່ອກະຕຸ້ນທ່າແຮງບົ່ມຊ້ອນຂອງຄວາມຕ້ອງການພາຍໃນໂດຍຜ່ານມາດຕະການຕ່າງໆ.

1771312358528_530

ບຸນກຸດຈີນປີມະເມຍປີນີ້ທີ່ຄຶກຄື້ນມ່ວນຊື່ນ ໄດ້ເຮັດໃຫ້ໂລກສຳຜັດກັບພະລັງຂັບເຄື່ອນຂອງເສດຖະກິດຈີນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ອົງການຈັດຕັ້ງສາກົນຫຼາຍແຫ່ງໄດ້ປັບການຄາດຄະເນການເຕີບໂຕຂອງເສດຖະກິດຈີນເພີ່ມຂຶ້ນ, ພ້ອມທັງກ່າວວ່າຈະຖືຄອງຊັບສິນຂອງຈີນໃນສັດສ່ວນທີ່ສູງກວ່າປົກກະຕິ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາ, ວິສາຫະກິດ ແລະ ອົງກອນຕ່າງປະເທດຈຳນວນຫຼວງຫຼາຍ ໄດ້ຕິດຕາມຜູ້ນຳຂອງປະເທດຕົນເດີນທາງມາຢ້ຽມຢາມຈີນດ້ວຍຄວາມກະຕືລືລົ້ນ ເພື່ອສ້າງຖານທີ່ໝັ້ນລ່ວງໜ້າຢູ່ຕະຫຼາດຈີນ.


作为春节申遗成功后的第二个中国年,今年马年春节市场可以说是"马"力全开。假期全社会跨区域人员流动量累计超28亿人次,日均3.11亿人次,同比增长8.2%;全国重点零售和餐饮企业日均销售额比去年同期增长5.7%;全国边检机关共查验1779.6万人次中外人员出入境,日均197.7万人次,较去年春节假期日均增长10.1%;春节档电影票房超过57亿元人民币,2026年年度电影总票房(含预售)暂列全球单一市场票房第一……这些热腾腾的数据为"十五五"开局之年的中国经济开了一个好头。

2055417_2048x2048

马年春节消费火热,是政策推动和超大规模市场优势共同作用的结果。去年底召开的中央经济工作会议把"坚持内需主导,建设强大国内市场"列为今年重点任务之首。春节前,中国商务部等9部门联合开展2026"乐购新春"春节特别活动,通过发放节日礼包等措施激发了内需潜能。

1771312358528_530

喜庆欢乐的马年春节,让世界感受到中国经济脉动。今年以来,多个国际机构上调中国经济预期,并表示将"超配、高配"中国资产。美国泰佩思琦集团旗下蔻驰中国区总裁李丽安告诉《国际锐评》,2月份集团公布了最新季度财报,中国市场销售额同比增长34%,旗下蔻驰品牌在华连续三个季度实现双位数增长。正因如此,近期一大批外国企业和团体纷纷随本国领导人访华,抢先布局中国市场。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

02/27

15:25

ແບ່ງປັນ

ແປ
翻译