ການທ່ອງທ່ຽວຂ້າມແຂວງໃນວັນພັກປີໃໝ່ເປັນນິຍົມ ການທ່ອງທ່ຽວຂອງແຂວງຢູນນານຟຶ້ນຟູຢ່າງວ່ອງໄວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ລາຍງານທ່າອ່ຽງການທ່ອງທ່ຽວໃນວັນພັກປີໃໝ່ປີ 2023 ຈາກເວັບໄຊການທ່ອງທ່ຽວເສເຊີນໃນວັນທີ 23 ເດືອນທັນວານີ້ໄດ້ສະແດງວ່າ, ໃນໄລຍະວັນພັກປີໃໝ່, ອັດຕາສ່ວນການທ່ອງທ່ຽວຂ້າມແຂວງໃກ້ຮອດ 60%, ເພີ່ມຂຶ້ນ34%ທຽບໃສ່ໄລຍະດຽວກັນປີກາຍ.  ຈໍານວນຜູ້ໂດຍສານຂອງສະໜາມບິນສາກົນສາງຊຸວຍຄຸນມິງເປັນອັນດັບທີ 2 ໃນອາທິດນີ້, ຄວາມໄວການເພີ່ມຂຶ້ນໄວກວ່າປີທີ່ຜ່ານມາຢ່າງຫຼາຍ.  ເຊິ່ງໄດ້ສະແດງໃຫ້ເຫັນການທ່ອງທ່ຽວແຂວງຢູນນານກໍາລັງຟຶ້ນຟູຢ່າງໄວ.

ໃນເວັບໄຊການທ່ອງທ່ຽວເສເຊີນ, ປະລິມານການສັ່ງຈອງຫຼິ້ນແຂວງຢູນນານໃນວັນພັກປີໃໝ່ເພິ່ມຂຶ້ນ 20% ທຽບໃສ່ວັນພະຈັນປີກາຍ. ມາຮອດວັນທີ 21 ເດືອນທັນວານີ້, ໃນປະລິມານການສັ່ງຈອງຫຼິ້ນແຂວງຢູນນານໃນວັນພັກປີໃໝ່ປີ 2023, ການທ່ຽວຫຼິ້ນທາງໄກກວມ 82%. ແຂວງເຈີ້ຈຽງ, ແຂວງກວງຕົງ, ແຂວງຈຽງຊູ, ນະຄອນຊຽງໄຮ, ແຂວງຟູຈ້ຽນ, ນະຄອນປັກກິ່ງ, ແຂວງເສຊວນ, ແຂວງຊານຕົງ, ແຂວງກຸ້ຍໂຈວ ແລະ ແຂວງຫູນານຈັດອັນດັບໃນ 10 ຕົ້ນຂອງແຂວງເປັນແຫຼ່ງນັກທ່ອງທ່ຽວມາຫຼິ້ນແຂວງຢູນນານໃນວັນພັກປີໃຫມ່. 

ໃນວັນພັກປີໃໝ່ທີ່ຈະມາຮອດ, ຄວາມຮຽກຮ້ອງຕ້ອງການລະດັບສູງຈະນໍາພາການທ່ອງທ່ຽວຟຶ້ນຟູ. ຂໍ້ມູນຈາກເວັບໄຊການທ່ອງທ່ຽວເສເຊີນສະແດງວ່າ, ໃນວັນພັກປີໃໝ່, ລາຄາໂຮງແຮມລະດັບສູງເພີ່ມຂຶ້ນ 10%.  ໃນວັນສະຫລອງປີໃໝ່, ລາຄາໂຮງແຮມແພງທີ່ສຸດ, ແລະໃນບາງຕົວເມືອງລາຄາໂຮງແຮມເພີ່ມຂຶ້ນຫຼາຍກກ່ວາ 15%. ພ້ອມກັນນັ້ນ, ດ້ວຍການປັບປຸງນະໂຍບາຍປ້ອງກັນພະຍາດ, ຄວາມນິຍົມຂອງການທ່ອງທ່ຽວຂ້າມແດນນັບມື້ນັບເພີ່ມຂຶ້ນ. ໃນວັນພັກປີໃໝ່, ປະລິມານການສັ່ງຈອງຂອງເຂດປົກຄອງພິເສດມາເກົາ ແລະ ເຂດປົກຄອງພິເສດຮົງກົງເພີ່ມຂຶ້ນ 67% ແລະ 50%ທຽບໃສ່ໄລຍະດຽວກັນປີກາຍ. Melbourne, ມະເກົາຂອງຈີນ, ນະຄອນໄຕເປີຍຂອງຈີນ, ສິງກະໂປ, ເຊອູນ, ໂຕກຽວ, ຮົງກົງຂອງຈີນ, ບາງກອກ, ກົວລາລໍາເປີ ແລະ Los Angeles ຈັດອັນດັບໃນ10 ຕົ້ນຂອງຕົວເມືອງທີ່ນິຍົມທີ່ສຸດໃນການທ່ອງທ່ຽວຂ້າມຊາຍແດນໃນວັນປີໃໝ່. ຕາມສະພາບການສັ່ງຈອງປີ້ຍົນ“ບິນທົ່ວໂລກ”ໃນເວັບໄຊການທ່ອງທ່ຽວເສເຊີນນັບແຕ່ເດືອນທັນວາເປັນຕົ້ນມາ, ສາຍບິນໄປປະເທດອ້ອມຂ້າງເຊັ່ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ແມ່ນສິນຄ້າຫຼັກ.


12月23日携程发布的《2023元旦假期旅行趋势报告》显示,元旦假期,跨省游比重接近六成,同比增长34%。昆明长水国际机场位列本周客流量第二名,热度蹿升速度显著快于往年。这也反映出云南旅游正呈现加速回暖态势。 

在携程平台上,元旦假期的云南跨省游订单量较中秋假期增长两成。截至12月21日,预订2023年元旦假期的云南旅游订单中,长途游占比达到82%。浙江、广东、江苏、上海、福建、北京、四川、山东、贵州、湖南排名元旦假期来滇游客客源省前十位。

即将到来的元旦假期,高端需求引领旅游复苏。携程数据显示,元旦假期,高星酒店价格涨幅均值达10%。跨年当晚酒店最贵,部分城市价格涨幅高达15%以上。同时,随着入境防疫政策的调整,跨境游热度持续提升。元旦假期,澳门特别行政区、香港特别行政区的订单量同比分别增长67%、50%。墨尔本、中国澳门、中国台北、新加坡、首尔、东京、中国香港、曼谷、吉隆坡、洛杉矶排名元旦跨境热门城市前十。从12月以来携程“全球飞”预售机票产品的销售情况来看,东亚、东南亚等周边国家航线为主力热销产品。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/27

14:45

ແບ່ງປັນ

ແປ
翻译