ມາຈາກ:ສະບາຍດີ
ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ການທ່ອງທ່ຽວຂ້າມຊາຍແດນໂດຍຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ໂດຍມີສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 12.900 ເທື່ອຄົນ, ເພີ່ມຂຶ້ນ 41,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນັ້ນ, ຜູ້ໂດຍສານເຂົ້າເມືອງຈີນມີຫຼາຍກວ່າ 6.300 ເທື່ອຄົນ, ເພີ່ມຂຶ້ນ 52,7%, ຜູ້ໂດຍສານອອກເມືອງມີຫຼາຍກວ່າ 6.500 ເທື່ອຄົນ, ເພີ່ມຂຶ້ນ 32,5%.

ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການຢ່າງເປັນທາງການເປັນຕົ້ນມາ, ມີນັກທ່ອງທ່ຽວຫຼາຍກວ່າ 700,000 ຄົນຈາກ 124 ປະເທດ ແລະ ເຂດແຄວ້ນໄດ້ເດີນທາງຂ້າມຊາຍແດນດ້ວຍລົດໄຟຄວາມໄວສູງ ເພື່ອໄປທ່ຽວຕ່າງປະເທດ. ທາງລົດໄຟສາຍນີ້ໄດ້ເຊື່ອມຕໍ່ຈຸດໝາຍປາຍທາງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມເຊັ່ນ: ຄຸນມິງ, ສິບສອງພັນນາ, ຫຼວງພະບາງ ແລະ ວຽງຈັນ, ໂດຍມີສະຖານທີ່ທ່ອງທ່ຽວຫຼາຍກວ່າ 560 ແຫ່ງກະແຈກກະຈາຍຢູ່ຕາມເມືອງດັ່ງກ່າວ, ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງທີ່ຫຼາກຫຼາຍ. ທາງລົດໄຟລາວ-ຈີນໄດ້ກາຍເປັນເສັ້ນທາງທອງຄຳສຳລັບການທ່ອງທ່ຽວຂ້າມຊາຍແດນ.

ໃນໄລຍະພັກບຸນກຸດຈີນປີນີ້, ພາກສ່ວນທາງລົດໄຟຮ່ວມກັບດ່ານພາສີ ແລະ ພາກສ່ວນກວດກາຄົນເຂົ້າ-ອອກເມືອງໄດ້ນຳໃຊ້ມາດຕະການອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຫຼາຍກວ່າ 10 ລາຍການ ເພື່ອຍົກລະດັບປະສົບການດ້ານການ ຜ່ານດ່ານຂອງຜູ້ໂດຍສານຢ່າງຮ້ອບດ້ານໃຫ້ດີຂຶ້ນກວ່າເກົ່າ.
据中国铁路昆明局集团消息,今年春节假期,中老铁路跨境旅游火爆,累计发送跨境旅客达12900人次,较去年同期大幅增长41.8%。其中,入境旅客6300多人次,同比增长52.7%;出境旅客6500多人次,同比增长32.5%。
自中老铁路开通运营,已有来自124个国家和地区的超70万名旅客乘动车开启跨境旅行,这条铁路沿线串联起昆明、西双版纳、琅勃拉邦、万象等旅游热门目的地,超过560个旅游景点星罗棋布,为游客们提供了丰富多样的旅游选择,中老铁路已然成为跨境旅游的黄金线路。
假日期间,铁路部门与海关、边检部门联合推出10余项便民措施,全方位提升旅客通关体验。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
02/28
14:29
— ແບ່ງປັນ —