ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)"ເມື່ອໄດ້ຂຶ້ນລົດໄຟລາວ-ຈີນ ພວກເຮົາກໍ່ຮູ້ສຶກເບົາໃຈແລ້ວ,ເຮົາຂອບໃຈທາງລົດໄຟລາວ-ຈີນຫຼາຍທີ່ໃຫ້ແມ່ຂ້ອຍກັບຄືນປະເທດຈີນເພື່ອປິ່ນປົວຢ່າງປອດໄພ!"ໃນວັນທີ 24 ທັນວາ 2023, ທ່ານນາງ ຈຽງເໝົາ ນັກທ່ອງທ່ຽວມາຈາກເມືອງຈົງຊິງປະເທດຈີນ, ພ້ອມດ້ວຍແມ່ຂອງລາວໄດ້ຮັບບາດເຈັບໂດຍອຸປະຕິເຫດຈະລາຈອນ ໄດ້ຂີ່ລົດໄຟຈາກນະຄອນຫຼວງວຽງຈັນຂອງລາວ ແລະ ເຂົ້າເມືອງຈີນຕາມທາງລົດໄຟລາວ-ຈີນ.ຢູ່ເບື້ອງຫຼັງຂອງເຫດການດັ່ງກ່າວແມ່ນເຫດການໜຶ່ງການເຄື່ອນໄຫວຂົນສົ່ງຜູ້ໂດຍສານຂ້າມຊາດທີ່ຫຼາຍພັນກິໂລແມັດພ້ອມດ້ວຍຄວາມພະຍາຍາມຈາກຫຼາຍຝ່າຍ.
ຕາມສະຖິຕິຈາກສະຖານທູດສປຈີນປະຈຳສປປລາວ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາ ປີ2023 ເປັນຕົ້ນມາ, ຄົນເຈັບທີ່ມີອາການໜັກທັງໝົດ 18 ຄົນ ໄດ້ຖືກສົ່ງໄປປິ່ນປົວຢູ່ ສປ ຈີນ ໂດຍທາງລົດໄຟລາວ-ຈີນ ແຫ່ງຊ່ອງທາງຊ່ວຍຊີວິດສາກົນ.
ທ່ານນາງ ຈຽງເໝົາ ຈື່ໄດ້ວ່າ,ຍ້ອນສະພາບການແພດທ້ອງຖິ່ນທີ່ຈໍາກັດແລະບໍ່ຮູ້ພາສາ,ລາວໄດ້ຕັດສິນໃຈສົ່ງແມ່ຂອງຕົນກັບຄືນເມືອງຈີນເພື່ອການປິ່ນປົວ.ແຕ່ສະພາບຮ່າງກາຍຂອງແມ່ຕົນບໍ່ອະນຸຍາດຂີ່ຍົນໄດ້, ດັ່ງນັ້ນວິທີການກັບຄືນປະເທດຈີນຢ່າງປອດໄພໂດຍທາງບົກໄດ້ກາຍເປັນບັນຫາໃຫຍ່. ສະນັ້ນ ທ່ານນາງ ຈຽງເໝົາໄດ້ສະແຫວງຫາການຊ່ວຍເຫຼືອຈາກສະຖານກົງສຸນໃຫຍ່ສປຈີນປະຈຳຊ່ຽງໃໝ່ຣາຊະອານາຈັກໄທ.
ສະຖານກົງສຸນໃຫຍ່ສປຈີນປະຈຳຊ່ຽງໃໝ່ໄດ້ແຈ້ງໃຫ້ສະຖານທູດຈີນປະຈຳສປປລາວຮັບຊາບກ່ຽວກັບສະຖານະການທີ່ກ່ຽວຂ້ອງໃນທັນທີ. "ພາຍຫຼັງໄດ້ເຂົ້າໃຈສະພາບການແລ້ວ, ພວກເຮົາໄດ້ປຶກສາຫາລືຢ່າງຕັ້ງໜ້າກັບສະຖານກົງສຸນໃຫຍ່ສປຈີນປະຈຳຊ່ຽງໃໝ່ ແລະ ສະມາຊິກຄອບຄົວ, ແລະ ໄດ້ກຳນົດແຜນການເສັ້ນທາງກັບຄືນ." ທ່ານເສີງລິນ ກົງສຸນໃຫຍ່ຂອງສະຖານທູດສປຈີນປະຈຳສປປລາວກ່າວວ່າ, ໄດ້ຄຳນຶງເຖິງສະພາບຮ່າງກາຍຂອງຜູ້ບາດເຈັບແລະສະພາບການສາຍທາງດັ່ງກ່າວ ໄດ້ສະເໜີອອກແຜນການເຂົ້າມາປະເທດລາວຈາກດ່ານສາກົນ ຂົວມິດຕະພາບເລກທີ່ 1 ຂອງນະຄອນຫຼວງວຽງຈັນ,ແລ້ວຂຶ້ນທາງລົດໄຟລາວ-ຈີນກັບຄືນປະເທດຈີນ ເຊິ່ງເປັນແຜນການປອດໄພທີ່ສຸດ.
ພາຍຫຼັງໄດ້ຢືນຢັນແຜນການດັ່ງກ່າວ, ສະຖານທູດສປຈີນປະຈຳສປປລາວໄດ້ສົມທົບວຽກງານຢ່າງຕັ້ງໜ້າກັບໜ່ວຍງານຊ່ວຍເຫຼືອອາສາສະໝັກ ເຊັ່ນ:ສູນການຊ່ວຍເຫຼືອປະຊາຊົນຈີນຢູ່ຕ່າງປະເທດຂອງນະຄອນຫຼວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແລະ ຄະນະຊ່ຽວຊານການແພດໂຮງໝໍ 103 ກອງທັບປົດປ່ອຍປະຊາຊົນຈີນມາຊ່ວຍເຫຼືອກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມກັນວຽກງານການຂົນສົ່ງຜູ້ໂດຍສານເທື່ອນີ້, ການດໍາເນີນງານການຂົນສົ່ງຂ້າມຊາດມີພັນກິໂລແມັດໄດ້ເລີ່ມຕົ້ນມາ.
ໃນຕອນເຊົ້າຂອງວັນທີ 24 ທັນວາ 2023ນີ້, ຜູ້ບາດເຈັບໄດ້ຖືກນຳສົ່ງໂດຍລົດສຸກເສີນຂອງສູນການຊ່ວຍເຫຼືອປະຊາຊົນຈີນຂອງວຽງຈັນມາຮອດສະຖານີນະຄອນຫຼວງວຽງຈັນຕາມທາງລົດໄຟລາວ-ຈີນ ແລະ ໄດ້ຂຶ້ນຂະບວນລົດໄຟໂດຍສານສາກົນ D888 ໄປເຖິງນະຄອນຄຸນໝິງ ສປ ຈີນ.
"ໂດຍການປິ່ນປົວຫຼາຍວີທີ, ອາການຂອງຜູ້ບາດເຈັບໄດ້ດີຂຶ້ນ ແລະ ສະພາບຈິດໃຈຂອງລາວກໍ່ດີເຊັ່ນກັນ." ທ່ານນາງ ມະຢູຈິ່ງ ນາງພະຍາບານ ຄະນະຊ່ຽວຊານການແພດສປຈີນມາຊ່ວຍເຫຼືອສປປລາວ ກ່າວວ່າ,ຄະນະຊ່ຽວຊານຍັງໄດ້ກະກຽມຖົງອົກຊີເຈນ, ຊຸດປະຖົມພະຍາບານ ແລະ ວັດສະດຸການແພດອື່ນໆ ເພື່ອຊ່ວຍໃຫ້ຜູ້ບາດເຈັບໄປຮອດຢ່າງປອດໄພ.
ດ້ວຍຄວາມພະຍາຍາມຮ່ວມກັນຂອງຫຼາຍຝ່າຍ, ໃນທີ່ສຸດຜູ້ບາດເຈັບໄດ້ຖືກສົ່ງກັບຄືນປະເທດຈີນຢ່າງປອດໄພ ໄດ້ຮັບການປິ່ນປົວຕື່ມອີກ. “ຄະນະການແພດຂອງຈີນປະຕິປັດຍຶດໝັ້ນຈິດໃຈ'ບໍ່ຢ້ານກົວຄວາມລຳບາກ, ເຕັມໃຈການອຸທິດຕົນ, ຊ່ວຍຊີວິດ ແລະ ການປິ່ນປົວຜູ້ບາດເຈັບ ແລະ ມີຄວາມຮັກທີ່ບໍ່ມີສັນຊາດ",ບໍ່ພຽງແຕ່ຍົກປັບປຸງລະດັບການແພດຂອງສປປລາວເທົ່ານັ້ນ,ຫາກຍັງໃຫ້ການສະໜັບສະໜູນດ້ານການແພດຢ່າງແຂງແຮງໃຫ້ແກ່ປະຊາຊົນລາວ-ຈີນ." ທ່ານຫວ່າງຟູລີ ຫົວໜ້າ ຄະນະຊ່ຽວຊານການແພດສປຈີນມາຊ່ວຍເຫຼືອສປປລາວສະແດງວ່າ.
ທ່ານ ລິວຮົງ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ກ່າວວ່າ: "ໃນຕໍ່ໜ້າ, ພວກເຮົາຈະສືບຕໍ່ປະຕິບັດແນວຄວາມຄິດ 'ໃຫ້ບໍລິການຜູ້ໂດຍສານດ້ວຍຄວາມຮັກ',ປັບປຸງກົນໄກ'ໃຫ້ບໍລິການສຳລັບຜູ້ສູງອາຍຸ, ຄົນອ່ອນເພຍ, ຄົນເຈັບ ,ໄວໜຸ່ມ ແລະ ບຸກຄະລາກອນພິເສດອື່ນໆ',ພ້ອມທັງເພີ່ມທະວີການສື່ສານ ແລະ ປະສານງານກັບສະຖານທູດຈີນປະຈຳສປປລາວ, ໂຮງໝໍຢູ່ລຽບຕາມທາງລົດໄຟລາວ-ຈີນ, ຜູ້ບາດເຈັບ ແລະ ສະມາຊິກຄອບຄົວ ແລະ ອື່ນໆ,ເພື່ອຕອບສະໜອງໃຫ້ບໍລິການທີ່ມີມະນຸດສະທຳ ແລະ ຄຸນນະພາບສູງ ເພື່ອການຂົນສົ່ງໂດຍສານຄົນເຈັບທີ່ມີຄວາມປອດໄພ, ສະດວກສະບາຍ ແລະ ຄຸນນະພາບສູງ.
“乘上中老铁路我们就放心了,非常感谢中老铁路让我妈妈能够平安回国治疗!”2023年12月24日,重庆籍旅客江淼陪同因车祸受伤的妈妈从老挝万象上车,乘坐中老铁路顺利回国。这背后是一场多方参与发力的千里跨国转运行动。
中国驻老挝大使馆统计数据显示,自2023年4月以来,共有18名危重病人通过中老铁路这条国际生命通道得以转运回国治疗。
江淼回忆说,由于当地医疗条件有限,加之语言不通,江淼决定把母亲送回国内治疗。但是母亲身体状况不允许乘坐飞机,如何通过陆路将母亲安全运送回国成为一个大难题。于是江淼向中国驻清迈总领事馆寻求帮助。
清迈总领事馆随即向中国驻老挝大使馆通报相关情况。“了解情况后,我们和清迈总领事馆及家属积极沟通,确定了转运方案。”中国驻老挝大使馆领事程琳介绍,综合考虑伤者身体状况和路面条件,从万象市1号友谊大桥国际口岸入境老挝后再乘坐中老铁路返回中国是较为稳妥的方案。
确定方案后,中国驻老挝大使馆积极协调领事志愿协助单位万象华助中心、老中铁路有限公司和中国人民解放军援老挝人民军103医院医疗专家组参与转运保障工作,一场千里跨国转运行动就此展开。
2023年12月24日一早,伤者由万象华助中心救护车护送至中老铁路万象站,搭乘D888次国际旅客列车前往中国昆明。
“通过一系列治疗,伤者病情有所改善,精神状态也不错。”中国援老医疗专家组成员马榕祯护士说,专家组还准备了氧气袋、急救包等医疗物资,为伤者安全到站提供最大保障。
在多方共同努力下,伤者最终平安转运回国接受进一步治疗。“中国医疗队始终坚持‘不畏艰苦、甘于奉献、救死扶伤、大爱无疆’的中国医疗队精神,不仅努力提高老挝医疗水平,也是在老中国公民的坚强医疗后盾。”中国援老医疗专家组组长王福利表示。
老中铁路有限公司总经理刘宏表示:“今后我们将一如既往地发扬‘以爱心服务旅客’的理念,健全完善对‘老弱病残幼’等特殊人员的服务工作机制,加强与驻老挝大使馆、沿线医院、伤病人及其家属等多方沟通协调,为安全、便捷、高效转运伤病员提供人性化、高质量的服务。”
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
01/12
17:23
— ແບ່ງປັນ —