ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີມືີ້ທີ່ຈະສິ້ນສຸດ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ແລະ ງານວາງສະແດງສິນຄ້າຂາເຂົ້າ ແລະ ຂາອອກນະຄອນຄຸນມິງຂອງຈີນຄັ້ງທີ 27 ດ້ວຍຫົວຂໍ້ "ຄວາມສາມັກຄີແລະການຮ່ວມມື,ສະແຫວງຫາການພັດທະນາຮ່ວມກັນ"ໄດ້ສິ້ນສຸດລົງຢ່າງຈົບງາມໃນວັນທີ 20 ສິງຫານີ້ຢູ່ສູນປະຊຸມ ແລະ ວາງສະແດງສາກົນດ້ຽນຊີນະຄອນຄຸນມິງ.ປີນີ້ເປັນປີຄົບຮອບ 10 ປີແຫ່ງການສ້າງຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຮ່ວມກັນ,ໃນສິບປີຜ່ານມາ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ໄດ້ກາຍເປັນງານໃຫຍ່ເພື່ອຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ ແລະ ຂະຫຍາຍຕົວແລະຍົກລະດັບການເປີດປະຕູສູ່ພາຍນອກຂອງແຂວງຢຸນນານ.ງານວາງສະແດງສິນຄ້າຈີນອາຊີໃຕ້ໄດ້ຫັນປ່ຽນຈາກງານວາງສະແດງສິນຄ້ານຳເຂົ້າດຽວເປັນງານວາງສະແດງສາກົນທີ່ມີລະດັບສູງທີ່ເຊື່ອມໂຍງເຂົ້າກັບການຄ້າສາກົນ, ການເຈລະຈາການລົງທຶນແລະການແລກປ່ຽນວັດທະນະທຳ,ໄດ້ກາຍເປັນເວທີທີ່ສຳຄັນໃນການພົວພັນທາງການຫຼາຍຝ່າຍ,ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນວັດທະນະທຳມະນຸດຊາດລະຫວ່າງຈີນ,ອາຊີໃຕ້,ອາຊີຕາເວັນອອກສ່ຽງໃຕ້ ແລະປະເທດຕ່າງໆໃນໂລກ.ງານວາງສະແດງສິນຄ້າຈີນ-ອາຊີໃຕ້ບໍ່ພຽງແຕ່ແມ່ນປ່ອງຢ້ຽມຂອງການຮ່ວມມືດ້ານທຸລະກິດ,ເປັນເວທີແຫ່ງການຮຽນຮູ້ວັດທະນະທຳເຊິ່ງກັນແລະກັນເທົ່ານັ້ນ,ແຕ່ຍັງເປັນຂົວຕໍ່ມິດຕະພາບທີ່ເປັນມູນເຊື້ອ,ແຂກທີ່ມາຈາກທົ່ວໂລກໄດ້ສວຍໃຊ້ເວທີຂອງງານວາງສະແດງສິນຄ້າຈີນໃຕ້ເພື່ອສື່ສານຢ່າງເລິກເຊິ່ງ,ສະແຫວງຫາໂອກາດພັດທະນາ ແລະ ແບ່ງປັນຕະຫຼາດຈີນທີ່ກວ້າງໃຫຍ່.

2

3

4

5

6

7

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງປີນີ້ໄດ້ຮັບໝາກຜົນທີ່ແທ້ຈິງ,ມີຫົວຄິດປະດິດສ້າງ ແລະ ໄດ້ຮັບໝາກຜົນທີ່ດີເລີດ.ການຮ່ວມມືສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ"ພວມກ້າວໄປໜ້າຢ່າງບໍ່ຢຸດຢັ້ງ,ທົດສະວັດທີ່ພິເສດໄດ້ຮັບໝາກຜົນ,ງານວາງສະແດງສິນຄ້າຈີນອາຊີໃຕ້ທີ່ບໍ່ມີມືີ້ທີ່ຈະສິ້ນສຸດຈະເຮັດໃຫ້ປະຊາຊົນມີຄວາມຄາດຫວັງຫຼາຍຂຶ້ນ.


1

以“团结协作、共谋发展”为主题的第7届中国—南亚博览会暨第27届中国昆明进出口商品交易会,8月20日在昆明滇池国际会展中心圆满落幕。今年是共建“一带一路”倡议提出十周年,十年来,中国—南亚博览会已成为推动中国与南亚东南亚各国交流合作,扩大和提升云南对外开放水平的盛会。南博会从单一进口商品交易会转变为集国际贸易、投资洽谈、文化交流等于一体的高水平综合性国际博览会,成为中国与南亚东南亚乃至世界各国多边外交、经贸合作和人文交流的重要平台。南博会不仅是商贸合作的窗口,互鉴文化的舞台,更是存续友谊的桥梁,八方宾客借力南博会平台深入交流,寻机遇拓蓝海,共享中国大市场。

2

3

4

5

6

7

本届南博会办出了实效、办出了新意、办出了精彩。共建“一带一路”稳步推进,非凡十年硕果累累,永不落幕的南博会将会给人们更多期待。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/22

16:34

ແບ່ງປັນ

ແປ
翻译