ບັນຍາກາດທີ່ຜ່ອນຄາຍຂອງເມືອງຄຸນໝິງແມ່ນຢູ່ໃນຖະໜົນຊຸນຈິນ

ມາຈາກ:ສະບາຍດີ

“ຖ້າເຈົ້າຖາມຂ້ອຍວ່າ: ຢູ່ນະຄອນຄຸນໝິງ, ບ່ອນໃດເຫມາະສົມກັບການ "ຍ່າງກິນລົມ ຊົມວິວ"ທີ່ສຸດ?  

ຂ້ອຍຈະບອກເຈົ້າວ່າແມ່ນຖະໜົນຊຸນຈິນ

1

ຖະໜົນຊຸນຈິນບໍ່ໄດ້ມີສຽງດັງ ຫຼື ມີຊື່ສຽງ,ແຕ່ຄືກັບມ້ວນຮູບແຕ້ມເກົ່າໆທີ່ຖືກເປີດໄປມາດ້ວຍແສງແດດ—

ເບື້ອງຊ້າຍແມ່ນສາຍນ້ຳຂອງແມ່ນ້ຳ ປານລອງ ແລະ ເບື້ອງຂວາແມ່ນອາຄານ ແລະ ກຳແພງສີແດງ;

ໃບຂອງຕົ້ນປໍປ່ຽນແສງແດດເປັນສີທອງ,ຕົກລົງມາເທິງຖະໜົນຫົນທາງ ແລະ ລົງໃສ່ບ່າໄຫລ່ຂອງເຈົ້າ;ສິ່ງທີ່ເຈົ້າຕ້ອງເຮັດຄືການຄ່ອຍໆຊື່ນຊົມກັບພວກມັນ.

2

ການກ້າວເຂົ້າໄປໃນແສງແດດທີ່ສ່ອງຜ່ານຕົ້ນໄມ້ລຽບໆ ຄືກັບການກ້າວເຂົ້າໄປໃນຊິ້ນສ່ວນໜຶ່ງຂອງເມືອງຄຸນໝິງທີ່ເກົ່າແກ່.

ຄວາມງາມຂອງຖະໜົນຊຸນຈິນບໍ່ແມ່ນ"ທິວທັດທີ່ຖືກຕັ້ງຂຶ້ນໂດຍເຈດຕະນາ",ແຕ່ເປັນບັນຍາກາດທີ່ເຕີບໃຫຍ່ຂຶ້ນຕາມທຳມະຊາດ.

ເຮືອນແບບຝຣັ່ງບູຮານຕັ້ງຢູ່ຢ່າງງຽບໆຕາມການເວລາ:ກຳແພງສີເຫຼືອງ,ປ່ອງຢ້ຽມໂຄ້ງ,ຮາວເຫຼັກ,ງຽບສະຫງົບແຕ່ເຕັມໄປດ້ວຍເລື່ອງລາວ.

3

ແສງແດດຄ້ອຍຄ່ຳສະຫວ່າງສະໄຫວໄປດ້ວຍຄວາມໂລແມນຕິກທີ່ສຸດ.

ເງົາຂອງຕົ້ນໄມ້ເປັນດັ່ງຮູບແຕ້ມຢູ່ເທິງກຳແພງສີແດງ,ແສງສ່ອງລົງມາໃສ່ໃນຈອກກາເຟ;ທຸກໆຮູບຖ່າຍແມ່ນ "ຮູບພາບທີ່ມີຄວາມໝາຍ".

4

ເຈົ້າຈະພົບວ່າມີຄົນຖ່າຍຮູບຢ່າງຈິງຈັງຢູ່ຕາມຖະໜົນສະເໝີ.

ມັນບໍ່ແມ່ນການເວົ້າເກີນຈິງທີ່ວ່າ:ຖ້າທ່ານເຫັນສາວງາມຫຼາຍໆຄົນ,ກໍຈະຮູ້ວ່າຖະໜົນນີ້ເໝາະສຳລັບການຖ່າຍຮູບງາມໆ.

5

ຮ້ານກາເຟຫຼາຍກວ່າ 30 ຮ້ານໄດ້ເຮັດໃຫ້ "ການຫາຍໃຈຊ້າໆ" ກາຍເປັນກິດຈະວັດປະຈຳວັນໄປແລ້ວ.

ກິ່ນຫອມຂອງກາເຟບໍ່ເຄີຍຂາດຫາຍຈາກຖະໜົນຊຸນຈິນ.

ມີຮ້ານກາເຟຫຼາຍກວ່າສາມສິບຮ້ານຕັ້ງຢູ່ແຈຖະໜົນເກົ່າ:

6

ບາງຮ້ານໄດ້ເປີດມາເປັນເວລາຫຼາຍກວ່າສິບປີແລ້ວ,ເຊິ່ງຮັກສາຄວາມຊົງຈຳກ່ຽວກັບລົດຊາດຂອງຊາວເມືອງຄຸນໝິງໃນສະໄໝກ່ອນໄວ້ເປັນຢ່າງດີ;

ບາງອັນແມ່ນການທົດລອງທີ່ສ້າງສັນໂດຍບາຣິສຕ້າໄວໜຸ່ມ,ເປັນບ່ອນທີ່ການປະສົມປະສານພິເສດ,ສາມາດຊີມລົດຊາດຄວາມອົບອຸ່ນຂອງແສງແດດ,ໝາກໄມ້ ແລະ ດອກໄມ້ຂອງແຂວງຢຸນນານໄດ້ເປັນຢ່າງດີ.

7

ເມື່ອເຈົ້າເມື່ອຍກໍນັ່ງລົງ.

ດື່ມຊາ ຫຼື ກາເຟ,ອ່ານປຶ້ມ,ສົນທະນາ,ຫຼິ້ນເກມ,ຫຼື ນັ່ງຜ່ອນຄາຍພ້ອມເບິ່ງເງົາຂອງຕົ້ນໄມ້ໄປນຳ.

ໃນທີ່ນີ້, "ການເສຍເວລາ" ບໍ່ແມ່ນຄວາມຜິດ, ແຕ່ເປັນວິຖີຊີວິດທີ່ໜ້າເຄົາລົບ.

ຢູ່ໃນຖະໜົນຫົນທາງ ແລະ ຮ່ອມທາງ, ໄດ້ເຊື່ອງສະເໜ່ທີ່ຍັງຄົງຄ້າງຂອງຄຸນໝິງໃນຍຸກສາທາລະນະລັດຈີນໄວ້ຢ່າງເລິກເຊິ່ງ.

ຖ້າທ່ານມັກລັກສະນະ"ເກົ່າແກ່"ຂອງເມືອງ,ຖະໜົນຊຸນຈິນຈະເຮັດໃຫ້ທ່ານແປກໃຈຫຼາຍແນ່ນອນ.

ເມື່ອຍ່າງໄປຕາມຖະໜົນ,ທ່ານສາມາດພົບເຫັນບັນຍາກາດສິລະປະຂອງຍຸກສາທາລະນະລັດຈີນ

ບາງຄົນໄດ້ປະຮ່ອງຮອຍຂອງເຂົາເຈົ້າໄວ້ຢູ່ໃນເມືອງຄຸນໝິງ, ບາງທີແຮງບັນດານໃຈຂອງເຂົາເຈົ້າອາດຈະມາຈາກຖະໜົນຫົນທາງ ແລະ ເດີ່ນບ້ານເຫຼົ່ານີ້.

ອາຄານເກົ່າໆບໍ່ໄດ້ຟ້າວທີ່ຈະເລົ່າເລື່ອງລາວຂອງມັນ, ແຕ່ຍິ່ງເຈົ້າເຂົ້າໃກ້ເທົ່າໃດ, ເຈົ້າກໍ່ຍິ່ງຈະໄດ້ຍິນສຽງກະຊິບຂອງມັນຫຼາຍຂຶ້ນເທົ່ານັ້ນ.

8

ຖະໜົນຊຸນຈິນ ເລກທີ 35:ເປັນທີ່ຕັ້ງຂອງໂຮງໝໍຝຣັ່ງເກົ່າ,ມັນເປັນພະຍານເຖິງການນຳເອົາການແພດແບບຕາເວັນຕົກເຂົ້າມາສູ່ແຂວງຢຸນນານ.ປ່ອງຢ້ຽມໂຄ້ງ ແລະ ປະຕູເຫຼັກຖືກແກະສະຫຼັກດ້ວຍເຄື່ອງໝາຍຂອງເວລາ ແລະ ມີເລື່ອງລາວຫຼາຍເລື່ອງຖືກເຊື່ອງໄວ້ລະຫວ່າງດິນຈີ່ ແລະ ຫີນ.

ອາຄານ ເພຊີ(ເລກທີ 5,ບ້ານໃໝ່ຊຸນຈິນ): ສ້າງຂຶ້ນໃນຊຸມປີ 1940,ຫຼັງຈາກເຈັດສິບປີ,ອາຄານດັ່ງກ່າວໄດ້ກາຍເປັນສະຖານທີ່ທີ່ສະຫງ່າງາມຫຼາຍຂຶ້ນ ແລະ ໄດ້ເລົ່າເລື່ອງລາວຂອງຄວາມຍິ່ງໃຫຍ່ທີ່ສະສົມມາໃນໄລຍະຫຼາຍປີຢ່າງງຽບໆ.

ຖ້າທ່ານມີເວລາພຽງເຄິ່ງມື້, ໃຫ້ໄປຖະໜົນຊຸນຈິນ.

ຫຼີກລ່ຽງການໄປສະຖານທີ່ທ່ອງທ່ຽວທີ່ແອອັດເພື່ອຖ່າຍຮູບ.

ການພັກຜ່ອນເຄິ່ງມື້ແມ່ນເໝາະສົມສຳລັບການຍ່າງຜ່ານຖະໜົນຊຸນຈິນ

ຍ່າງຫຼິ້ນສະບາຍໆຢູ່ໃຕ້ຕົ້ນປໍ.

ລອງຍູ້ປະຕູຮ້ານກາເຟທີ່ເປີດຢູ່ແຈມຸມ,

ລອງດື່ມກາເຟຈອກໜຶ່ງເພື່ອພາທ່ານກັບຄືນສູ່ເມືອງຄຸນໝິງແບບເກົ່າແກ່ທີ່ໂລແມນຕິກ.

9

ເມື່ອທ່ານມາຮອດນີ້ແລ້ວ,ຢ່າຮີບຮ້ອນ.

ຈັງຫວະຢູ່ທີ່ນີ້ເອີ້ນວ່າ—ຄ່ອຍໆມັກມັນ.


如果你问我:在昆明,哪里最适合“慢慢走、慢慢看”?

我会把答案留给巡津街。

1

它不喧哗、不抢镜,却像一卷被阳光翻开的旧画片——

左手是盘龙江的流水,右手是骑楼与红墙;

梧桐叶把光筛成碎金,落在路面、落在肩头,你只需要放慢脚步。

2

走进梧桐光影里,像掉进老昆明的片段

3

巡津街的美,不是“刻意摆出来的景”,而是自然生长的氛围感。

法式老洋房静静立在时光里:黄墙、拱窗、铁艺栏杆,不说话,却满是故事。

4

午后的斜阳最懂浪漫——

树影在红墙上作画,光落进咖啡杯里,随手一拍都是“有内容的照片”。

你会发现,街上总有人在认真拍照。

不夸张地说:看见小姐姐扎堆,就知道这条街“出片”的含金量。

5

三十多家咖啡馆,把“慢呼吸”做成日常

巡津街最不缺的,就是咖啡香。

三十多家咖啡馆藏在老街的褶皱里:

6

有的开了十几年,守着老昆明人的味觉记忆;

有的是年轻主理人的创意实验,一杯特调里能尝到云南的暖阳与花果。

7

走累了就坐下——

喝茶喝咖啡、看书、闲聊、打游戏,或者只是对着树影放空。

在这里,“浪费时间”不是罪过,反而像一种正经生活方式。

街巷深处,藏着民国昆明的余韵

如果你喜欢城市的“旧”,巡津街会给你很多惊喜。

顺着街走,你能寻到一段民国文艺气息;

有人曾在昆明留下足迹,灵感也许就从这些街巷、这些庭院里漫出来。

老建筑不急着讲述,但你越靠近,越能听见它们的低声细语。

8

巡津街35号:原法国医院旧址,“西医入滇”的见证地。拱窗铁门刻满时光,许多故事深藏在砖石之间。

裴氏楼(巡津新村5号):1940年代建成,历经七十载,建筑更显庄重,静诉岁月沉淀的气派。

如果你只有半天时间——就把它交给巡津街

别再去人挤人的景点打卡了。

半日闲暇,来巡津街刚刚好。

在梧桐下慢慢走一段路,

在转角推开一扇咖啡馆的门,

让一杯咖啡的时间,带你穿越回那个浪漫的老昆明。

9

来了,就别赶时间。

这里的节奏,叫——慢慢喜欢。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

01/21

11:16

ແບ່ງປັນ

ແປ
翻译