ນະຄອນຄຸນໝິງຈະສ້າງເປັນຕົວເມືອງແບບຢ່າງຂອງ“ຈີນທີ່ສວຍງາມ”

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປເສີດ)ວັນທີ 31 ກໍລະກົດນີ້,ນັກຂ່າວໄດ້ຮັບຮູ້ຈາກກອງປະຊຸມແຈ້ງຂ່າວສະເພາະຄຸນໝິງໂດຍຫົວຂໍ້"ເປີດສະຖານະການອັນດີ,ເພີ່ມຄວາມໝັ້ນໃຈໃຫ້ແຮງ,ຊຸກຍູ້ການພັດທະນາ-ປະຕິບັດຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ"ທີ່ຈັດຂຶ້ນໂດຍ ຫ້ອງວ່າການຂ່າວສານຂອງອຳນາດການປົກຄອງແຂວງຢຸນນານຢູ່ຫໍກອງປະຊຸມ ໄຫຫີນ ວ່າ, ນະຄອນຄຸນໝິງປິ່ນອ້ອມເປົ້າໝາຍການສ້າງ“ແກ້ວປະເສີດຂອງພູພຽງ,ຕົວເມືອງລະດູບານໃໝ່ທີ່ສີຂຽວ ແລະ ສວຍງາມ”,ປະຕິບັດແນວຄວາມຄິດ“ນໍ້າໃສພູຂຽວຄືເປັນພູຄໍາພູເງິນ”ຢ່າງຮອບດ້ານ, ສຸມໃສ່ຊຸກຍູ້ບຸລິມະສິດດ້ານນິເວດ ແລະ ການພັດທະນາສີຂຽວ,ການປົກປັກຮັກສາສະພາບແວດລ້ອມນິເວດໄດ້ຮັບໝາກຜົນອັນແນ່ນອນ.

ສູ້ຮົບໃນການປ້ອງກັນ ແລະ ຄວບຄຸມມົນລະພິດຢ່າງເລິກເຊິ່ງ,ຄຸນນະພາບຂອງສິ່ງແວດລ້ອມທາງນິເວດປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.

ນະຄອນຄຸນໝິງສຸມໃສ່ການປ້ອງການ ແລະ ຄວບຄຸມມົນລະພິດທາງອາກາດ,ປີ 2022,ອັດຕາທີ່ດີເລີດຂອງຄຸນນະພາບອາກາດບັນລຸເຖິງ 100%,ຈັດອັນດັບຢູ່ໃນ 5 ເມືອງເອກຂອງແຂວງທົ່ວປະເທດ. ເຮັດວຽກງານປ້ອງກັນແລະຄວບຄຸມມົນລະພິດທາງນ້ຳຢ່າງຮອບດ້ານ, ຄຸນນະພາບນໍ້າຂອງໜອງແສ ດຽນຊີ ຮັກສາໃນຊັ້ນ IV, ແລະຄຸນນະພາບນໍ້າຂອງໜອງ ຢາງຈ່ອວຫາຍຄົງທີ່ໃນຊັ້ນ III.

ແກ້ໄຂບັນຫາສິ່ງແວດລ້ອມທີ່ພົ້ນເດັ່ນທີ່ປະຊາຊົນໄດ້ສະທ້ອນອອກຢ່າງເຂັ້ມແຂງ

ນະຄອນຄຸນໝິງເອົາການແກ້ໄຂ ແລະປະຕິບັດຕາມຄວາມເຫັນຈາກຄະນະຕິດຕາມກວດກາການປົກປັກຮັກສາສິ່ງແວດລ້ອມສູນກາງເປັນໜ້າທີ່ການເມືອງສັນສໍາຄັນ, ໂຄງການຊີວິດການເປັນຢູ່ອັນສໍາຄັນ ແລະ ບັນຫາການພັດທະນາອັນສໍາຄັນຢ່າງຕະຫຼອດມາ.

ເອົາການບັງຄັບໃຊ້ກົດຫມາຍຢູ່ແຖວຫນ້າຂອງວຽກງານຕ່າງໆ

ນະຄອນຄຸນໝິງໄດ້ສ້າງຍີ່ຫໍ້ການບັງຄັບໃຊ້ກົດໝາຍພິເສດ “ດາບຂຽວ”, ການຍົກຍ້າຍບຸກຄະລາກອນແບບໂຮມສູນ, ແລະປາບປາມບັນດາພຶດຕິກໍາລະເມີດກົດໝາຍວ່າດ້ວຍສິ່ງແວດລ້ອມທາງນິເວດຢ່າງເຂັ້ມງວດ. ໃນປີ 2022, ໄດ້ຮັບຮອງ ແລະ ແກ້ໄຂຄະດີການລົງໂທດບໍລິຫານດ້ານສິ່ງແວດລ້ອມ 1.098 ໜ່ວຍ, ກວມ 48% ຂອງທົ່ວແຂວງ.

ເພິ່ມຂຶ້ນຄວາມແຮງການມີສ່ວນຮ່ວມຂອງປະຊາຊົນໃນການອະນຸລັກຊີວະນາໆພັນ

ກອງປະຊຸມ COP15 ໄລຍະທີສອງໄດ້ຈັດຂຶ້ນຢ່າງສຳເລັດຜົນແລະຈົບງາມ, ແລະໄດ້ຮັບຮອງເອົາຂອບຊີວະນາໆພັນທົ່ວໂລກ "ຄຸນໝິງ-ມອນເຕີຣີ", ນະຄອນຄຸນໝິງໄດ້ຖືກຄັດເລືອກເຂົ້າເປັນຕົວເມືອງສະເໜ່ທີ່ມີຊີວະນາໆພັນຂອງສະຫະປະຊາຊາດຢ່າງສຳເລັດຜົນ.

ຕໍ່ໄປ, ນະຄອນຄຸນໝິງຈະສຸມໃສ່ການປ້ອງກັນແລະຄວບຄຸມມົນລະພິດສິບຢ່າງໃຫຍ່,ເພີ່ມທະວີການຄຸ້ມຄອງແບບປີດລ້ອມໃນໝົດຂະບວນການຕິດຕາມກວດກາການປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂບັນຫາດ້ານປົກປັກຮັກສາສິ່ງແວດລ້ອມທາງນິເວດທີ່ພົ້ນເດັ່ນຢູ່ອ້ອມຂ້າງປະຊາຊົນ; ປັບປຸງການບໍລິການທາງການອຸນຸມັດ,ສ້າງຄວາມສໍາຄັນໃຫ້ການປະເມີນສິ່ງແວດລ້ອມຂອງໂຄງການລົງທຶນທີ່ສໍາຄັນ: ຈັດການເຄື່ອນໄຫວບັງຄັບກົດໝາຍສະເພາະ“ດາບຂຽວ”ຢ່າງເລິກເຊິ່ງ, ຮັກສາສະຖານະການຄວາມດັນສູງເພື່ອປາບປາມພຶດຕິກໍາລະເມີດກົດໝາຍວ່າດ້ວຍສິ່ງແວດລ້ອມຢ່າງເຂັ້ມງວດ, ເພີ່ມທະວີການສືບສວນ ແລະແກ້ໄຂຄວາມສ່ຽງ ແລະອັນຕະລາຍທີ່ເຊື່ອງໄວ້;  ສືບຕໍ່ເພີ່ມຂຶ້ນຄວາມແຮງການມີສ່ວນຮ່ວມຂອງປະຊາຊົນ, ສ້າງເປັນສະພາບການໃໝ່ທີ່ປະຊາຊົນທົ່ວສັງຄົມເອົາໃຈໃສ່, ເຂົ້າຮ່ວມ ແລະ ສະໜັບສະໜູນການປົກປັກຮັກສາສິ່ງແວດລ້ອມນິເວດ, ພະຍາຍາມສ້າງນະຄອນຄຸນໝິງກາຍເປັນຕົວເມືອງສາທິດຢູ່ແຖວໜ້າຂອງການກໍ່ສ້າງອາລະຍະທຳນິເວດແລະຕົວເມືອງຕົວແບບຢ່າງຂອງ "ຈີນທີ່ສວຍງາມ".


7月31日,记者从云南省政府新闻办公室在海埂会堂举行的“开好局、强信心、促发展——贯彻落实党的二十大精神”系列新闻发布会昆明专场获悉,昆明围绕打造“高原明珠,绿美春城”的目标,全面践行“绿水青山就是金山银山”理念,着力推进生态优先、绿色发展,生态环境保护工作取得了一定成效。

深入打好污染防治攻坚战,生态环境质量持续改善

昆明重点抓好大气污染防治,2022年空气优良率100%,排名全国省会城市前五。全面抓好水污染防治,滇池全湖水质保持Ⅳ类,阳宗海水质稳定在Ⅲ类。

解决民众反映强烈的突出环境问题

昆明市始终把中央环保督察反馈意见的整改落实,作为一项重大政治任务、重大民生工程和重大发展问题来抓好落实。

把执法挺在各项工作的最前端

昆明打造“绿剑”专项执法品牌,集中抽调人员,严厉打击各类生态环境违法行为。2022年办理环境行政处罚案件1098件,占全省的48%。

加强生物多样性保护公众参与力度

COP15第二阶段会议成功举办,通过了“昆明—蒙特利尔”全球生物多样性框架,昆明市成功入选联合国生物多样性魅力城市。

下一步,昆明将抓好十大污染防治攻坚战,加强环保督察全过程闭环管理,解决人民群众身边突出生态环境保护问题;优化审批服务,强化重大投资项目环评要素;深入开展绿剑专项执法行动,保持严厉打击环境违法行为的高压态势,加强风险隐患排查整治;持续加强公众参与力度,形成全社会共同关心、参与、支持生态环境保护的新局面,努力把昆明打造成为生态文明建设排头兵示范城市和“美丽中国”典范城市。(云南网 记者赵岗)



[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/04

16:45

ແບ່ງປັນ

ແປ
翻译