ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປເສີດ)ວັນທີ 28 ກໍລະກົດນີ້,ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງລາວ-ຈີນໄດ້ຈັດພິທີການເປີດສ້າງໂຄງການອັນສໍາຄັນແບບໂຮມສູນ, ເພື່ອເປີດສ້າງ 25 ໂຄງການອັນສໍາຄັນແບບໂຮມສູນ,ຍອດມູນຄ່າການລົງທຶນປະມານ 4.401 ຕື້ຢວນ ແລະ ແຜນການລົງທຶນ 1.651 ຕື້ຢວນໃນປີ 2023.
25 ໂຄງການສຳຄັນທີ່ເປີດສ້າງແບບໂຮມສູນໃນມື້ນັ້ນລວມມີການກໍ່ສ້າງພື້ນຖານໂຄງລ່າງອຸດສາຫະກຳ,ການປຸງແຕ່ງອຸດສາຫະກຳ,ການຄົມມະນາຄົມ,ຊົນລະປະທານ,ການປົກປັກຮັກສາ ແລະ ການຄຸ້ມຄອງສິ່ງແວດລ້ອມ ແລະ ຂົງເຂດອື່ນໆ.ຕໍ່ໄປ,ຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງລາວ-ຈີນຈະປະຕິບັດຕາມເປົ້າໝາຍ"ໄດ້ຮັບໝາກຜົນໃນປີທີ່ໜຶ່ງ,ໄດ້ຮັບບຸກທະລຸອັນແທ້ຈິງໃນປີທີ່ສອງ, ໄດ້ຮັບພັດທະນາອັນໃຫຍ່ຫຼວງໃນປີທີ່ສາມ",ບົນພື້ນຖານການຮັບປະກັນຄຸນນະພາບໂຄງການ ແລະ ການຜະລິດທີ່ປອດໄພ, ປັບປຸງການຈັດຕັ້ງກໍ່ສ້າງໃຫ້ດີ, ເລັ່ງລັດຄວາມຄືບໜ້າຂອງການກໍ່ສ້າງ ແລະ ພະຍາຍາມເຮັດໃຫ້ໂຄງການສຳເລັດໂດຍໄວ.ພ້ອມກັນນັ້ນ,ພະຍາຍາມດຶງດູດການລົງທຶນເພື່ອຊຸກຍູ້ບັນດາໂຄງການໃຫ້ໄດ້ຮັບການກໍ່ສ້າງໃຫ້ໄວເທົ່າທີ່ຈະໄວໄດ້,ແລະເລັ່ງລັດການກໍ່ສ້າງໃຫ້ໄດ້ຮັບຜົນສຳເລັດໃໝ່ໃນການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນ ບໍ່ຫານ.
7月28日,中国老挝磨憨—磨丁经济合作区举行2023年7月重点项目集中开工仪式,集中开工重点项目25个,总投资约44.01亿元,2023年计划投资16.51亿元。
当日集中开工的25个重点项目涉及园区产业基础设施建设、工业加工、交通、水利、环境保护与治理等领域。下一步,中老磨憨—磨丁经济合作区管委会将按照“一年见成效、两年有突破、三年大发展”的目标,在确保工程质量和安全生产的前提下,优化施工组织,加快施工进度,力争项目早日竣工。同时,全力加大招商引资力度,推动更多项目尽快开工,加快建设,确保磨憨国际口岸城市建设取得新成效。(云南日报 记者余红 张雁群 王毅)
ນະຄອນຄຸນໝິງຊຸກຍູ້ການທົດລອງຂອງ QFLP ເພື່ອສົ່ງເສີມການດຶງດືດການລົງທືນດ້ວຍກອງທຶນ
ສະບາຍດີ2023-07-20
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຄຸນໝິງແຕ່ວັນທີ 16 ຫາວັນທີ 20 ສິງຫານີ້
ສະບາຍດີ2023-07-26
ເວທີປາໄສແມ່ນ້ຳຂອງປີ 2023 ໄດ້ຈັດຂຶ້ນຢູ່ຄຸນມິງ
ສະບາຍດີ2023-08-01
ແຕ່ວັນທີ 25 ກໍລະກົດນີ້,ເວລາລົດໄຟໂດຍສານຈາກຄຸນມິງໄປນະຄອນຫຼວງວຽງຈັນຈະສັ້ນລົງເປັນ 9 ຊົ່ວໂມງເຄິ່ງ
ສະບາຍດີ2023-07-25
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
08/02
11:28
— ແບ່ງປັນ —