ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 4 ສິງຫາ, ສິນຄ້າ 59 ໜ່ວຍຊຸດທຳອິດທີ່ຈະສະແດງຢູ່ງານວາງສະແດງສິນຄ້າຈິນ-ອາຊີໃຕ້ຄັ້ງທີ 7 ແລະ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຄຸນໝິງຈີນຄັ້ງທີ 27, ໄດ້ເຂົ້າໄປຈັດວາງຢູ່ຫໍວາງສະແດງພາຍໃຕ້ການກວດກາໂດຍພະນັກງານພາສີຂອງໂຮງການໄປສະນີຄຸນໝິງທີ່ຂຶ້ນກັບດ່ານພາສີຄຸນໝິງ.
"ສິນຄ້າວາງສະແດງຊຸດນີ້ມາຈາກປາກິສຖານ,ອິນເດຍ ແລະ ປະເທດອື່ນໆ,ຂົນສົ່ງໄປຮອດສະໜາມບິນສາກົນຄຸນໝິງ ສາງຊຸຍໂດຍຜ່ານທາງອາກາດ,ຕົ້ນຕໍແມ່ນເຄື່ອງນຸ່ງຫົ່ມ,ກະເປົ໋າເງິນ, ໝວກໜັງ. ການແຈ້ງພາສີສິນຄ້າທີ່ຈະສະແດງຢູ່ໃນງານວາງສະແດງຄັ້ງນີ້ລ້ວນແຕ່ໃຊ້ວິທີແບບປະສົບປະສານ,ເພື່ອຫຼຸດຄ່າຂົນສົ່ງໃຫ້ແກ່ວິສາຫະກິດ,ຮັບປະກັນໃຫ້ສິນຄ້າທີ່ສະແດງໄດ້ຜ່ານດ່ານຢ່າງວ່ອງໄວ,ແລະຈັດວາງໃຫ້ທັນເວລາ. " ທ່ານ ຟູ້ຢີ້ ຜູ້ອໍານວຍການແຈ້ງພາສີຂອງບໍລິສັດ ທ່ອງຢີ້ ຕົວແທນການຂົນສົ່ງສິນຄ້າສາກົນ ແຂວງຢຸນນານ ຈໍາກັດໄດ້ວ່າ.
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ຈະຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານແຕ່ວັນທີ 16 ຫາວັນທີ 20 ສິງຫານີ້,ດ້ວຍຫົວຂໍ້ວ່າ "ສາມັກຄີປະສານງານ, ຮ່ວມສະແຫວງຫາການພັດທະນາ", ເຊິ່ງເປັນໜຶ່ງໃນກິດຈະກໍາແລກປ່ຽນດ້ານເສດຖະກິດການຄ້າອັນສໍາຄັນລະຫວ່າງຈີນ ແລະ ບັນດາປະເທດອາຊີໃຕ້ໃນປີນີ້. ເພື່ອເພີ່ມທະວີການຮັບປະກັນໃນການບໍລິການງານວາງສະແດງສິນຄ້າຈີນ-ອາຊີໃຕ້, ແລະເຮັດວຽກກວດກາແລະບໍລິການຜູ້ຄົນ ແລະ ສິນຄ້າເຂົ້າອອກເມືອງທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ໃຫ້ດີ, ດ່ານພາສີຄຸນໝິງໄດ້ສ້າງຂຶ້ນ ແລະ ປະກາດໃຊ້“ບົດຜ່ານດ່ານສໍາລັບງານວາງສະແດງສິນຄ້າຈິນ-ອາຊີໃຕ້ຄັ້ງທີ 7 ຄື ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຄຸນໝິງຈີນຄັ້ງທີ 27”ແລະ 12 ມາດຕະການອໍານວຍຄວາມສະດວກໃຫ້ການຜ່ານດ່ານ.
ນອກນີ້, ດ່ານພາສີຄຸນໝິງສະຫຼຸບປະສົບການໃນຫຼາຍປີທີ່ຜ່ານມາ, ສົມທົບກັບນະໂຍບາຍອຳນວຍຄວາມສະດວກໃຫ້ການຜ່ານດ່ານສະບັບຫຼ້າສຸດ, ຈາກ 4 ດ້ານ ຄືຮັບປະກັນການບໍລິການໃຫ້ດີ, ສະໜອງນະໂຍບາຍບຸລິມະສິດ, ເຮັດຂັ້ນຕອນແຈ້ງພາສີໃຫ້ງ່າຍ, ແລະ ຍົກສູງລະດັບການຄຸ້ມຄອງ ແລະ ບໍລິການໂດຍນໍາໃຊ້ເຕັກນິກ-ວິທະຍາສາດ, ໄດ້ສະໜອງບໍລິການສົ່ງພະນັກງານປະຈໍາງານວາງສະແດງ, ເຮັດເອກະສານຜ່ານດ່ານໃຫ້ງ່າຍ, ຮັບປະກັນເປັນເອກະພາບກັນ ແລະ ອະນຸຍາດ“ວາງສະແດງ ແລະ ຕິດຕາມກວດກາພ້ອມກັນ”ລວມມາດຕະການຢ່າງລະອຽດ 12 ມາດຕາ, ເພື່ອຮັບປະກັນຜູ້ຄົນ ແລະ ສິນຄ້າເຂົ້າອອກເມືອງທີ່ຈະເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ສາມາດຜ່ານດ່ານຢ່າງປອດໄພ, ສະດວກ ແລະ ມີປະສິດທິພາບສູງ.
昆明信息港讯(昆明日报 记者缪亚平 通讯员邱渝璠 张蕾)8月4日,第7届中国—南亚博览会暨第27届中国昆明进出口商品交易会首批59件展品,在昆明海关所属昆明邮局海关工作人员的监管下进入展厅布展。
“该批展品来自巴基斯坦、印度等国家,采用航空运输至昆明长水国际机场,主要是服装、钱夹、皮帽等。本届南博会展品均采用全国通关一体化方式申报,为企业压减物流成本,保证展品快速通关、按时参展。”云南通易国际货运代理有限公司报关经理傅瑜说。
本届南博会将于8月16日至20日在昆明举办,主题为“团结协作,共谋发展”,是今年中国同南亚国家重要的经贸交流活动之一。为加强对南博会的服务保障,做好对参会进出境人员、物资的通关监管和服务,昆明海关制定《2023年第7届中国—南亚博览会暨第27届中国昆明进出口商品交易会海关通关指南》和12条通关便利措施。
此外,昆明海关总结历年经验,结合最新通关便利化政策,从做好服务保障、提供优惠政策、简化通关手续、运用科技手段提升监管服务4个方面,制定派员驻会服务、简化通关手续、统一担保、允许“展检同步”等12条具体措施,确保南博会进出境人员、物资通关安全、顺畅、高效。
ນະຄອນຄຸນໝິງຈະສ້າງເປັນຕົວເມືອງແບບຢ່າງຂອງ“ຈີນທີ່ສວຍງາມ”
ສະບາຍດີ2023-08-04
ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງລາວ-ຈີນໄດ້ເລີ່ມລົງມືກໍ່ສ້າງ 25 ໂຄງການສຳຄັນແບບໂຮມສູນ
ສະບາຍດີ2023-08-02
ນະຄອນຄຸນໝິງຊຸກຍູ້ການທົດລອງຂອງ QFLP ເພື່ອສົ່ງເສີມການດຶງດືດການລົງທືນດ້ວຍກອງທຶນ
ສະບາຍດີ2023-07-20
ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຖ້ຽວທຳອິດເລີ່ມອອກເດີນທາງ
ສະບາຍດີ2023-02-08
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
08/08
09:43
— ແບ່ງປັນ —