ຢຸນນານເປັນສະຖານທີ່ດຽວໃນປະເທດຈີນທີ່ໄດ້ຮັບການຄັດເລືອກໃຫ້ເປັນໜຶ່ງໃນສະຖານທີ່ທີ່ຄວນຄ່າແກ່ການໄປຢ້ຽມຢາມທີ່ສຸດໃນໂລກໃນປີ 2026

ມາຈາກ:ສະບາຍດີ

ເມື່ອບໍ່ດົນມານີ້,ໜັງສືພິມນິວຢອກທາມໄດ້ເປີດເຜີຍບັນຊີລາຍຊື່"52 ສະຖານທີ່ທີ່ຄວນໄປໃນປີ 2026", ໂດຍມີແຂວງຢຸນນານເປັນສະຖານທີ່ດຽວຂອງຈີນທີ່ໄດ້ຖືກລວມເຂົ້າ,ເຊິ່ງເຮັດໃຫ້ຄົນທັງໂລກປະຫຼາດໃຈດ້ວຍ "ເສັ້ນທາງ ຊາມ້າກູ້ເຕົ້າ ທີ່ມີອາຍຸພັນປີໄດ້ກັັບມາມີຊີວິດຊີວາອີກຄັ້ງດ້ວຍວິທີການທ່ອງທ່ຽວແບບສະໄໝໃໝ່".ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ມີທິວທັດທີ່ສວຍງາມເທົ່ານັ້ນ, ແຕ່ມັນຍັງເປັນວິຖີຊີວິດສະແດງເຖິງ “ບົດກະວີແລະແດນໄກ” ທີ່ທ່ານສາມາດດຳລົງຊີວິດຢູ່ ແລະ ສຳຜັດກັບປະສົບການຕ່າງໆໄດ້.

640 (1)

ໂຮງແຮມ"ສົງຊານ"

ໃນສ່ວນເລິກຂອງເທືອກເຂົາເຮີງຕ່ວນ, ພື້ນທີ່ນີ້ທີ່ມີເນື້ອທີ່ດິນພຽງ 4.1% ຂອງແຜ່ນດິນຈີນ,ທີ່ໄດ້ເຊື່ອງຄວາມລີລັບຂອງການວິວັດທະນາການຂອງໂລກ, ໄດ້ຫຼໍ່ລ້ຽງພືດແລະສັດຕ່າງໆສູງກວ່າເຄິ່ງໜຶ່ງຂອງທັງປະເທດ, ນັບເປັນ"ອານາຈັກພືດ"ແລະ"ອານາຈັກສັດ"ທີ່ໄດ້ຮັບການຍອມຮັບຈາກໂລກ. ມີ 26 ຊົນເຜົ່າອາໄສຢູ່ຮ່ວມກັນຢູ່ພື້ນແຜ່ນດິນນີ້, ນາຂັ້ນແບບຂັ້ນໄດຂອງເຜົ່າຮານີໄດ້ແຜ່ກະຈາຍອອກໄປພາຍໃຕ້ແສງທ້ອງຟ້າທີ່ສະຫວ່າງສະໄຫວ,ການຍ້ອມຜ້າຂອງຊາວເຜົ່າໄປ໋ໄດ້ສະທ້ອນຄວາມງາມຂອງທາດລົມແລະເດືອນທີ່ເຕັມໄປດ້ວຍສີສັນ, ຢູ່ເທິງແຜ່ນຫີນສີຟ້າຂອງເສັ້ນທາງ ຊາມ້າກູ້ເຕົ້າມີຮ່ອງຮອຍເກີບມ້າກັບການກ້າວຍ່າງຂອງນັກເດີນທາງທີ່ມາພັກອາໄສຊົ່ວຄາວໄດ້ປະສົມປະສານກັນ.

ມໍລະດົກທາງປັນຍາທີ່ສາມາດສໍາພັດໄດ້ໂດຍຕົນເອງ,ກັບເສັ້ນທາງຍ່າງປ່າບູຮານທີ່ສາມາດສໍາຫຼວດໄດ້ຢ່າງເລິກເຊິ່ງແລະໂຮງແຮມບູຕິກເຊັ່ນສຸດພິເສດແບບ"ສົງຊານ"ຖືກຕັ້ງຂຶ້ນຕາມເສັ້ນທາງ,ເຊື່ອມຕໍ່ກັບບ້ານເຮືອນທີ່ມີລັກສະນະພິເສດ ແລະ ຊ່ວຍໃຫ້ນັກທ່ອງທ່ຽວສາມາດເພີດເພີນກັບສະເໜ່ຂອງວັດທະນະທໍາ ແລະ ອາຫານການກິນໄດ້ຢ່າງເຕັມທີ່.ຈາກກຸ່ມບ້ານພັກອາໄສທີ່ເນີນສູງຂອງພູຫິມະຢູ້ລົງ, ຈົນເຖິງເມືອງນ້ອຍໆເພື່ອການພັກຜ່ອນແລະຟື້ນຟູສຸຂະພາບ,ຈາກ"ການທ່ອງທ່ຽວຢູ່ຢຸນນານດ້ວຍໂທລະສັບໜ່ວຍດຽວ"ເຖິງ"ການດຳລົງຊີວິດເທິງອອນໄລນ໌"ເທິງແພຣດຟອມອັດສະລິຍະ,ຢຸນນານໄດ້ປ່ຽນແປງຈາກສະຖານທີ່ທ່ອງທ່ຽວແບບ"ບ່ອນເຊັກອິນ", ກາຍເປັນ "ສະຖານທີ່ດຳລົງຊີວິດ" ທີ່ສາມາດພັກຢູ່ໄດ້ດົນໆຈົນເຖິງຂັ້ນປັກຫຼັກໄດ້ເລີຍ.

640 (2)

ເມືອງບູຮານ ລີ້ຈຽງ ຖ່າຍໂດຍທ່ານ ເຊັນເຟີ.

ເປັນບ່ອນທີ່ການປະສົມປະສານລະຫວ່າງວັດຖຸບູຮານ ແລະ ຄວາມທັນສະໄໝ, ລວມເຖິງການຢູ່ຮ່ວມກັນຂອງທຳມະຊາດ ແລະ ອະລິຍະທຳ, ດິນແດນໃຕ້ເມກຮຸ້ງທີ່ມີສະເໜ່ທີ່ເປັນເອກະລັກ, ຂໍເຊີນຊວນຊາວໂລກໃຫ້ປົດລັອກ"ຊີວິດທີ່ເອີ້ນວ່າ ຊີວິດໃນຢຸນນານ".


近日,《纽约时报》2026年“52个最值得去的地方”榜单出炉,云南作为中国唯一入选地,凭“千年茶马古道因现代旅行方式焕发新生”惊艳世界。这里不只是风景,更是一种可沉浸、可生活的“诗与远方”。

640 (1)

"松赞酒店

横断山脉深处,这片仅占中国国土4.1%的土地,藏着地球演化的奥秘,孕育全国半数以上高等动植物,是举世公认的“植物王国”“动物王国”。26个世居民族在此共生,哈尼梯田天光铺展,白族扎染晕染风月,茶马古道青石板上,马蹄印痕与旅居者脚步交叠。

非遗可亲手触摸,古道能深度探寻,“松赞”等精品酒店沿道落子,串起特色村落,让游客尽享文化美食之韵。从玉龙雪山民宿集群,到哀牢山康养小镇,从“一部手机游云南”到“云上旅居”智慧平台,云南已从观光“打卡地”,蜕变为可停留、可扎根的“生活场”。

640 (2)

丽江古城 陈飞 摄。

古老与现代交融,自然与人文共生,彩云之南正以独特魅力,邀世人解锁“有一种叫云南的生活”。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

01/13

16:00

ແບ່ງປັນ

ແປ
翻译