ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ຈະຈັດຂຶ້ນຢູ່ຄຸນມິງແຕ່ວັນທີ 16 ຫາວັນທີ 20 ສິງຫານີ້

ມາຈາກ:ສະບາຍດີ

00305597830_163ac949

ສະບາຍດີ ນັກຂ່າວຄຳປະເສີດ)ຫ້ອງການຖະແຫລງຂ່າວຂອງຄະນະລັດຖະບານຈັດກອງປະຊຸມແຈ້ງຂ່າວໃນເວລາ 3 ໂມງ ວັນທີ 25 ກໍລະກົດ 2023.ທ່ານ ຫຼີເຟ້ຍ,ຮອງລັດຖະມົນຕີກະຊວງການຄ້າຈີນ ແລະ ທ່ານ ຢາງບິນ ຮອງເຈົ້າແຂວງຢູນນານໄດ້ແນະນຳງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບບັນດາປະເທດອາຊີ ແລະ ຕອບຄຳຖາມຂອງນັກຂ່າວ.

ຕາມກອງປະຊຸມແຈ້ງຂ່າວ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢູນນານແຕ່ວັນທີ 16 ຫາ ວັນທີ 20 ສິງຫານີ້ດ້ວຍຫົວຂໍ້ວ່າ"ຄວາມສາມັກຄີ ແລະ ການຮ່ວມມື,ສະແຫວງຫາການພັດທະນາຮ່ວມກັນ", ກະຊວງການຄ້າແລະອໍານາດການປົກຄອງແຂວງຢູນນານຮ່ວມກັນຈັດຂຶ້ນເຊິ່ງເປັນໜຶ່ງໃນກິດຈະກໍາການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີໃຕ້ທີ່ສຳຄັນໃນປີນີ້.

ສູນກາງພັກເອົາໃຈໃສ່ເຖິງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີໃຕ້,ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ອອກໃນຈົດໝາຍຊົມເຊີຍງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ວ່າ,ຈີນກັບປະເທດອາຊີໃຕ້ເປັນເພື່ອນບ້ານໃກ້ຄຽງ ແລະ ຄູ່ຮ່ວມມືພັດທະນາ,ແມ່ນຄູ່ຮ່ວມຊາຕາກຳທີ່ຮ່ວມສຸກຮ່ວມທຸກ.ຈີນຍິນດີຮ່ວມກັບບັນດາປະເທດອາຊີໃຕ້ນຳໃຊ້ງານວາງສະແດງສິນຄ້າຈີນ-ອາຊີໃຕ້ເປັນເວທີເພື່ອສືບຕໍ່ສ້າງຈຸດເຕີບໂຕໃໝ່ໃຫ້ແກ່ການຮ່ວມມື ແລະ ຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງແລະດີກວ່າເກົ່າ.

ກ່ອນຫນ້າຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ແມ່ນ"ງານວາງສະແດງສິນຄ້າອາຊີໃຕ້",ເຊິ່ງໄດ້ເລີ່ມຕົ້ນໃນປີ 2007 ແລະສະຫນອງເວທີສົ່ງເສີມພິເສດສໍາລັບສິນຄ້າອາຊີໃຕ້.ພາຍຫຼັງ 16 ປີແຫ່ງການພັດທະນາ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ໄດ້ກາຍເປັນເວທີວາງສະແດງສິນຄ້າທີ່ຄົບຖ້ວນທີ່ເຊື່ອມໂຍງເຂົ້າການຄ້າ,ການສົ່ງເສີມການລົງທຶນ,ການຮ່ວມມືດ້ານການທ່ອງທ່ຽວແລະການແລກປ່ຽນວັດທະນະທຳ,ແລະໄດ້ສ້າງຂົວທີ່ສຳຄັນໃຫ້ຈີນແລະປະເທດອາຊີໃຕ້ໃນການຂະຫຍາຍການແລກປ່ຽນດ້ານເສດຖະກິດ, ການຄ້າແລະວັດທະນະທຳກັບປະເທດແລະພາກພື້ນອື່ນໆ.


00305597830_163ac949

国务院新闻办公室于2023年7月25日下午3时举行新闻发布会,商务部副部长李飞和云南省人民政府副省长杨斌介绍第7届中国—南亚博览会及中国与南亚经贸合作有关情况,并答记者问。

据发布会消息,第7届中国—南亚博览会将于8月16—20日在云南昆明举办,主题是“团结协作,共谋发展”,由商务部和云南省人民政府共同举办,是今年中国同南亚国家重要的经贸交流活动之一。

党中央高度重视中国与南亚国家的经贸合作,习近平主席在第6届南博会贺信中指出,中国和南亚国家互为友好邻邦和发展伙伴,是休戚与共的命运共同体,中国愿同各国一道,以中国—南亚博览会为平台,不断打造新的合作增长点,共同开创更加繁荣美好的未来。

南亚博览会的前身是“南亚国家商品展”,始于2007年,给南亚商品提供了专门的推广平台。经过16年的发展,南博会已成为集货物贸易、投资促进、旅游合作和文化交流为一体的综合性博览会平台,为中国和南亚国家扩大与其他国家和地区经贸、人文交流搭建了重要桥梁。


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/07

16:47

ແບ່ງປັນ

ແປ
翻译