ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ເວລາ 17 ໂມງ ວັນທີ 7 ກຸມພານີ້, ລົດໄຟຂົນສົ່ງສິນຄ້າລະຫວ່າງຊາດ “ຫຼານເໝີຍ Express” ຂອງທາງລົດໄຟຈີນ-ລາວທີ່ບັນທຸກຕູ້ບັນຈຸສິນຄ້າແຊ່ເຢັນ 19 ຕູ້ ແລະ ຜັກສົດ 286 ໂຕນໄດ້ແລ່ນອອກຈາກເຂດການພັດທະນາເສດຖະກິດນະຄອນຄຸນໝິງ(ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ), ຄາດວ່າຫຼັງຈາກນັ້ນ 55 ຊົ່ວໂມງຈະໄປຮອດນະຄອນຫຼວງບາງກອກຂອງໄທ, ເປັນຂີດໝາຍສະແດງໃຫ້ເຫັນວ່າ: ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຖ້ຽວທຳອິດເລີ່ມອອກເດີນທາງຢ່າງສຳເລັດຜົນ.
ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ລົດໄຟຂົນສົ່ງສິນຄ້າລະຫວ່າງຊາດ “ຫຼານເໝີຍ Express” ຂອງທາງລົດໄຟຈີນ-ລາວຖ້ຽວນີ້ຈະອອກເດີນທາງຈາກນະຄອນຄຸນໝິງ, ໄປຮອດສະຖານີລົດໄຟສາຍໃຕ້ນະຄອນຫຼວງວຽງຈັນ, ແລ້ວຜ່ານທາງລົດໄຟໄທໄປຮອດນະຄອນຫຼວງບາງກອກຂອງໄທ, ເມື່ອທຽບໃສ່ຮູບແບບການຂົນສົ່ງຕາມທາງລົດໄຟ+ທາງຫຼວງທີ່ຜ່ານມາ, ໃຊ້ເວລາສັ້ນລົງປະມານ 1 ວັນ, ຄ່າຂົນສົ່ງຫຼຸດລົງກວ່າ 20%.
ທ່ານຊີຊາວ ຮອງອໍານວຍການຂອງບໍລິສັດຕູ້ບັນຈຸສິນຄ້າສາກົນຂອງກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ສະແດງວ່າ: ພາກສ່ວນຂອງທາງລົດໄຟຈະເພີ່ມຈັດການສິນຄ້າເຊ່ເຢັນ, ເພີ່ມການພົວພັນ ແລະ ປະສານງານກັບພາກສ່ວນດ່ານພາສີ, ຕັ້ງໜ້າຊຸກຍູ້ປະຕິບັດຮູບແບບການຜ່ານດ່ານ ແລະ ປ່ຽນດ່ານທີ່ມີຄວາມໄວສູງ, ຫຼຸດເວລາຜ່ານດ່ານສັ້ນລົງດ້ວຍຄວາມສາມາດເຕັມທີ່ສຸດ, ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບໄດ້ບັນລຸຕູ້ບັນຈຸສິນຄ້າແຊ່ເຢັນບັນທຸກສິນຄ້າໄປກັບ, ເວລາ ແລະ ຄ່າໃຊ້ຈ່າຍການຂົນສົ່ງລ້ວນແຕ່ຫຼຸດຫຼົງຢ່າງຫຼາຍ.
ນັບແຕ່ການປະຕິບັດສັນຍາRCEP (ສັນຍາສາຍພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ)ຢ່າງເປັນທາງການເປັນຕົ້ນມາ, ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງຈີນ-ອາຊຽງນັບມື້ນັບໜັກແໜ້ນກວ່າກວ່າ, ສິນຄ້າ ແລະ ການເງິນມີການໄຫຼວຽນຫຼາຍຂຶ້ນ, ຄວາມຕ້ອງການຕໍ່ຊ່ອງທາງການຂົນສົ່ງຂ້າມຊາຍແດນກໍ່ຮີບດ່ວນກວ່າເກົ່າ. ແມ່ນໂຄງການວິສະວະກໍາສັນຍາລັກຂອງຮ່ວມມື້ສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງໃຫຍ່ແຫ່ງຈໍລະຈອນສິນຄ້າສາກົນທີ່ມີປະສິດທິພາບສູງ ແລະ ສະດວກລະຫວ່າງຈີນ-ອາຊຽນ, ຄວາມຕ້ອງການດ້ານການຂົນສົ່ງສຶບຕໍ່ເພີ່ມຂຶ້ນ, ໄດ້ສະແດງໃຫ້ເຫັນຄວາມຊີວິດຊີວາໃໝ່ຢ່າງແຂງແຮງ.
ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຖ້ຽວທຳອິດ, ໄດ້ສ້າງຊ່ອງທາງໃໝ່ແຫ່ງການຈໍລະຈອນສິນຄ້າແຊ່ເຢັນທີ່ມີປະສິດທິພາບສູງແລະໝັ້ນທ່ຽງກວ່າເກົ່າ, ຈະເພີ່ມພະລັງໃໝ່ແຫ່ງການພັດທະນາໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນແລະບັນດາປະເທດຢູ່ໃນອາຊຽນ. ທ່ານສ່ຽວຄຸນມານ ປະທານບໍລິຫານບໍລິສັດການຈໍລະຈອນສິນຄ້າ ຈ່ອງທ່ອງ ສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ແນະນໍາວ່າ, ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຈະສະໜອງການບໍລິການດ້ານການຈໍລະຈອາສິນຄ້າດ້ວຍທາງລົດໄຟທີ່ມີປະສິດທິພາບສູງ, ໝັ້ນທ່ຽງ, ສະດວກ ແລະ ຄ່າໃຊ້ຈ່າຍຕໍ່າໃຫ້ປະເທດຈີນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.
ຕາມການແນະນຳໃຫ້ຮູ້ວ່າ: ການຂົນສົ່ງສິນຄ້າຂ້າມຊາດຂອງທາງລົດໄຟ ຈີນ-ລາວໄດ້ກວມເອົາປະເທດລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກາລາເດັດ ແລະ ສິງກະໂປ. ສິນຄ້າທີ່ຂົນສົ່ງໄດ້ຈາກ 10 ກວ່າຊະນິດໃນໄລຍະເລີ່ມຕົ້ນ ເພີ່ມຂຶ້ນຮອດ 1,200 ກວ່າຊະນິດ. ນັບມາຮອດປັດຈຸບັນ, ລົດໄຟຂົນສົ່ງສິນຄ້າຂ້າມຊາດຂອງທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 3,600 ຖ້ຽວ, ໄດ້ ຂົນສົ່ງສິນຄ້າຫຼາຍກວ່າ 2,500,000 ໂຕນ.
昆明信息港讯 记者张楠 2月7日17时许,一列搭载19个冷链集装箱、装有286吨新鲜蔬菜的中老铁路“澜湄快线”国际货物列车从昆明经开区(自贸试验区昆明片区)王家营西集装箱中心站缓缓驶出,预计55小时后到达泰国曼谷,标志着“中老泰”全程铁路运输往返班列成功首发。
据中国铁路昆明局集团有限公司介绍,该班列由中老铁路“澜湄快线”国际货物列车从昆明运到老挝万象南站进行换装,再经泰国米轨铁路运抵曼谷,较以往的铁路加公路分段运输模式缩短约1天时间,运输成本降低20%以上。
中铁联集昆明集装箱中心副总经理徐超表示,铁路部门将加强冷链货物组织,强化与海关部门的沟通协调,积极推行快速通关和转关模式,最大程度压缩货物通关时间,中老泰全程铁路运输往返班列实现冷链集装箱重去重回,运输时间和物流成本均大幅压缩。
随着2022年初RCEP协议(区域全面经济伙伴关系协定)的正式实施,中国与东盟之间的经贸往来更加密切,物资流动更加频繁,对跨境物流通道的需求也更加迫切。作为高质量共建“一带一路”的标志性工程,中老铁路在中国和东盟间构建起一条高效便捷的国际物流大通道,运输需求持续攀升,展现出勃勃生机和旺盛活力。
“‘中老泰’全程铁路运输往返班列搭建起了更加高效稳定的冷链物流新通道,将为中国与东盟国家之间经贸合作注入发展新动能。”中通国际东南亚公司执行总裁肖坤满介绍,“中老泰”全程铁路运输往返班列将为国内与东南亚之间提供了一个高效、稳定、便捷、低成本的铁路物流服务。
据了解,中老铁路跨境货物运输已覆盖老挝、泰国、缅甸、马来西亚、柬埔寨、越南、孟加拉国、新加坡等共建“一带一路”国家,运输货物由开通初期的10多种扩展至1200多种,黄金线路成色越来越足。截至目前,中老铁路跨境货物列车累计开行超3600列,货运总量超过250万吨。
ຈຳນວນການສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໃນມື້ດຽວໄດ້ບຸກທະລຸສະຖິຕິ
ສະບາຍດີ2023-01-31
68,000 ຄົນ/ເທື່ອ!ການຂົນສົ່ງຜູ້ໂດຍສານຂອງລົດໄຟລາວ-ຈີນພຸ້ງສູງເປັນປະຫວັດຕິການ
ສະບາຍດີ2023-01-28
ເປີດນໍາໃຊ້ຄົບ 13 ເດືອນ ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າໄດ້ເກີນ 22 ແສນໂຕນ
ສະບາຍດີ2023-01-11
ການຂົນສົ່ງຜູ້ໂດຍສານຄ່ອຍໆເພີ່ມຂຶ້ນ ຈຳນວນການຂົນສົ່ງຜູ້ໂດຍສານດ້ວຍທາງລົດໄຟລາວ-ຈີນໄດ້ບຸກທະລຸ 9 ລ້ານເທື່ອຄົນ
ສະບາຍດີ2023-01-06
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
02/08
17:25
— ແບ່ງປັນ —