ນະຄອນຄຸນໝິງຊຸກຍູ້ການທົດລອງຂອງ QFLP ເພື່ອສົ່ງເສີມການດຶງດືດການລົງທືນດ້ວຍກອງທຶນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນບໍ່ດົນມານີ້, ກົມການຄ້າ, ກົມການເງິນ-ທະນາຄານ ແລະ ກົມການສົ່ງເສີມການລົງທຶນຂອງນະຄອນຄຸນໝິງໄດ້ຮ່ວມຈັດ"ກິດຈະກໍາແລກປ່ຽນວຽກງານທົດທອງຂອງຄູ່ຮ່ວມງານຕ່າງປະເທດທີ່ມີຄຸນວຸດທິຈໍາກັດໃນຄຸນໝິງໃນປີ 2023 (QFLP) ຄື ກອງປະຊຸມຝຶກອົບຮົມດ້ານອຸດສາຫະກໍາຂອງລັດຖະບານລົງທຶນມູນນິທິ", 

ມາຮອດປັດຈຸບັນ, ໃນທົ່ວປະເທດມີ 70 ກວ່າພາກພື້ນໄດ້ສ້າງຈຸດທົດລອງຂອງ QFLP. ຕຸລາ ປີ 2022, ນະຄອນຄຸນໝິງໄດ້ປະກາດໃຊ້ "ມາດຕະການຊົ່ວຄາວສຳລັບການທົດລອງຂອງຄູ່ຮ່ວມງານຕ່າງປະເທດທີ່ມີຄຸນວຸດທິຈໍາກັດໃນຄຸນໝິງ (QFLP) ",  ປະຕິບັດວຽກງານທົດລອງຢູ່ໃນເຂດພັດທະນາເສດຖະກິດນະຄອນຄຸນໝິງທີ່ມີເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ແລະ ຂອບເຂດພາຍໃນເຂດຮ່ວມມືບໍ່ຫານ-ບໍ່ເຕັນ, ສົ່ງເສີມຂະແໜງການເງິນ-ທະນາຄານຂອງນະຄອນຄຸນໝິງໄດ້ເປີດປະຕູສູູ່ພາຍນອກຢ່າງມີລະດັບສູງຮອບໃໝ່, ສະໜັບສະໜູນຄຸນໝິງຂະຫຍາຍຂະໜາດການນຳໃຊ້ທຶນຕ່າງປະເທດ. ປີນີ້, ນະຄອນຄຸນໝິງຈະນໍາໃຊ້ບົດບາດພິເສດຂອງໂຄງການລົງທຶນຕ່າງປະເທດຢ່າງເຕັມສ່ວນ, ພະຍາຍາມມີການບຸກທະລຸໃໝ່ໃນວຽກງານທົດລອງຂອງບັນດາຄູ່ຮ່ວມມືຕ່າງປະເທດທີ່ມີຄຸນວຸດທິຈໍາກັດ(QFLP), ຊຸກຍູ້ວຽກງານການນໍາໃຊ້ທຶນຕ່າງປະເທດຢ່າງຕົວຈິງໄດ້ຍົກສູງຄຸນນະພາບ ແລະ ຈໍານວນ.

ມູນນິທິອຸດສາຫະກໍາໃນຖານະເປັນຊ່ອງທາງອັນສໍາຄັນໃນການດຶງດູດທຶນສັງຄົມ ແລະ ເຄື່ອງມືສໍາລັບປະປຸງ ແລະ ຍົກລະດັບຂອງໂຄງສ້າງອຸດສາຫະກໍາ, ມີບົດບາດສຳຄັນໃນການຊີ້ນຳການລົງທຶນໃນບັນດາຂະແໜງການສຳຄັນ, ການປະຕິຮູບໂຄງປະກອບ, ແລະຊຸກຍູ້ອຸດສາຫະກຳໃໝ່ເຕົ້າໂຮມກັນ, ເຊິ່ງເປັນເຄື່ອງມືນະໂຍບາຍອັນສໍາຄັນໃນການປະຕິບັດໃຫ້ການເງິນ-ທະນາຄານບໍລິການເສດຖະກິດຕົວຈິງ. ນະຄອນຄຸນໝິງໄດ້ສ້າງຕັ້ງຂຶ້ນມູນນິທິການລົງທຶນອຸດສາຫະກໍາລະດັບນະຄອນ,ຂະຫນາດການລົງທຶນບັນລຸເຖິງ 9.56 ຕື້ຢວນ, ຮັບປະກັນໃຫ້ໂຄງການລະດັບນະຄອນທີ່ສໍາຄັນຢ່າງຫຼາຍເລີ່ມປະຕິບັດ. ໃນອະນາຄົດ, ມູນນິທິການລົງທຶນອຸດສາຫະກໍານະຄອນຄຸນໝິງຈະສືບຕໍ່ສ້າງຕັ້ງຂຶ້ນມູນນິທິລູກ, ຍາດແຍ່ງກາລະໂອກາດການພັດທະນາອຸດສາຫະກໍາ.


昆明信息港讯(昆明日报 记者缪亚平 王琳)日前,市商务局、市金融办、市投资促进局联合举办“2023年昆明市合格境外有限合伙人(QFLP)试点工作座谈交流活动暨政府产业投资基金培训会”,助力利用资本招商推动产业高质量发展。

截至目前,全国已有70多个地区开展了QFLP试点。2022年10月,昆明市出台《昆明市合格境外有限合伙人试点暂行办法》,在自贸试验区昆明片区的经开区、磨憨—磨丁合作区范围内开展试点工作,推进昆明市金融业新一轮高水平对外开放,支持昆明市扩大利用外资规模。今年,昆明将充分发挥外资项目专班作用,积极争取在合格境外有限合伙人(QFLP)试点工作上有所突破,推动实际利用外资工作提质增量。

产业基金作为招引社会资本的重要途径和产业结构优化升级的工具,在重点行业投资引导、结构性改革和带动新兴产业聚集等方面发挥着重要作用,是贯彻落实金融服务实体经济的重要政策工具。昆明市成立了市级产业投资基金,出资规模达到95.6亿元,保障了多个市级重大项目落地。未来,市产业投资基金将继续成立子基金,抢抓产业发展机遇。



[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/20

15:35

ແບ່ງປັນ

ແປ
翻译