ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ) ເພື່ອເພີ່ມທະວີປັບປຸງລະບົບການນຳໃຊ້ທຶນຕ່າງປະເທດ ແລະ ຊຸກຍູ້ອຸດສາຫະກຳຍົກລະດັບ, ໃນເດືອນມິຖຸນາປີນີ້, ເຂດພັດທະນາເສດຖະກິດນະຄອນຄຸນໝິງ(ເຂດການຄ້າເສລີພາກພື້ນຄຸນໝິງ)ໄດ້ນໍາຫນ້າສົ່ງເສີມທຸລະກິດທົດລອງ QFLP ໃນແຂວງຢຸນນານ.
ໃນກອງປະຊຸມຖະແຫຼງຂ່າວຂອງຄູ່ຮ່ວມງານຕ່າງປະເທດທີ່ມີຄຸນວຸດທິຈໍາກັດໃນຄຸນໝິງທີ່ຈັດຂຶ້ນໃນວັນທິ 28 ກໍລະກົດ, ທ່ານ ຫານຟ່ອງ, ຮອງຫົວໜ້າກົມການສົ່ງເສີມການລົງທຶນຄຸນໝິງໄດ້ແນະນຳວ່າ, ໃນ 6 ເດືອນຕົ້ນປີນີ້, ຄຸນໝິງນຳໃຊ້ທຶນຕ່າງປະເທດຢ່າງຕົວຈິງແມ່ນ 317 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 91,93% ເມື່ອທຽບໃສ່ໄລຍະດຽວກັນປີກາຍ. ຕໍ່ໄປ, ນະຄອນຄຸນໝິງຈະນຳໃຊ້ "ແນວຄິດລົງທຶນທະນາຄານ" ຢ່າງຕັ້ງໜ້າເພື່ອດຶງດູດທຸລະກິດ ແລະ ການລົງທຶນ, ສົມທົບອຸດສາຫະກຳທີ່ມີທ່າແຮງເອງ ກັບ QFLP, ໂດຍນຳໃຊ້ຮູບແບບການລົງທຶນທີ່“ທົດແທນການດຶງດູດດ້ວຍການລົງທຶນ”, ໝູນໃຊ້ທຶນສັງຄົມມາລົງທຶນ, ສຸມໃສ່ ຕ່ອງໂສ້ອຸດສາຫະກຳ “8+N”ເພື່ອໃຫ້ດຶງດູດການລົງທຶນຫຼາຍກວ່າ.
ທ່ານ ຫານຟ່ອງ ແນະນໍາວ່າ, ການເລີ່ມປະຕິບັດ QFLP ຢ່າງສໍາເລັດຜົນເພີ່ມທະວີສົ່ງເສີມການລົງທຶນຫັນເປັນເສລີ ແລະ ສະດວກ, ແລະ ດີກວ່າສໍາລັບ "ນໍາເຂົ້າທຶນຕ່າງປະເທດ" . ທ່າແຮງໄດ້ສະແດງໃຫ້ເຫັນໃນ: ໜຶ່ງແມ່ນຄວາມສາມາດຂັບເຄື່ອນເຂັ້ມແຂງ: ຖ້າດຶງດູດການລົງທຶນໄດ້ຮັບຜົນສໍາເລັດ, ເຊິ່ງສາມາດບັນລຸທຶນຕ່າງປະເທດເພີ່ມຂຶ້ນໄດ້ທັນທີ, ຊ່ວຍຊຸກຍູ້ອຸດສາຫະກໍາຍົກລະດັບສູງ ແລະ ສົ່ງເສີມການເປີດກວ້າງດ້ານການເງີນ-ທະນາຄານ. ສອງແມ່ນອົງການຈັດຕັ້ງມີພິກໄຫວດີ. ພາຍໃຕ້ໂຄງສ້າງ QFLP, ນັກລົງທຶນຕ່າງປະເທດມີພິກໄຫວດີໃນການເຂົ້າ, ການລົງທຶນ ແລະ ການອອກ, ມີນະໂຍບາຍສະດວກໃນດ້ານໂຄງປະກອບການຈັດຕັ້ງ, ການສ້າງຕັ້ງມູນນິທິ, ການຊໍາລະເງິນຕາຕ່າງປະເທດ, ການນໍາໃຊ້ບັນຊີ, ແລະການຄຸ້ມຄອງຈໍານວນຈໍາກັດຂອງມູນນິທິ, ເຊິ່ງສາມາດສະຫນອງ "ແຜນການແກ້ໄຂບັນຫາການລົງທຶນຜ່ານປະດູດຽວ" ສໍາລັບນັກລົງທຶນຕ່າງປະເທດ. ສາມແມ່ນມີຮູບແບບກໍາໄລຢ່າງຫຼາຍ. ໃນຖານະເປັນການຈັດທຶນເອກະຊົນຂ້າມຊາຍແດນ, QFLP ມີວົງຈອນການລົງທຶນທີ່ຍາວນານ, ແລະນັກລົງທຶນມີຄວາມຄາດຫວັງຕໍ່ກໍາໄລທີ່ຫມັ້ນຄົງ.
ຜູ້ຮັບຜິດຊອບກ່ຽວຂ້ອງຂອງເຂດພັດທະນາເສດຖະກິດນະຄອນຄຸນໝິງວ່າ, ໃນສະຖານະການປະຈຸບັນນີ້, ການປະຕິບັດວຽກງານທົດລອງ QFLP ຈະມີບົດບາດສຳຄັນໃນການຜັນຂະຫຍາຍຂະໜາດການນຳໃຊ້ທຶນຕ່າງປະເທດຕື່ມອີກ, ປັບປຸງໂຄງປະກອບການນຳໃຊ້ທຶນຕ່າງປະເທດໃຫ້ດີ, ຮັກສາສະຖຽນລະພາບຂອງຕະຫຼາດທຶນຕ່າງປະເທດ. ທໍາອິດທົດລອງ QFLP ຢູ່ໃນເຂດພັດທະນາເສດຖະກິດນະຄອນຄຸນໝິງ, ເຊິ່ງສາມາດສົ່ງເສີມບົດບາດນໍາໜ້າ ແລະ ທົດທອງລ່ວງໜ້າຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝີງ, ແລະຄົ້ນພົບບັນຫາໃນຂະບວນການສົ່ງເສີມການທົດລອງຢ່າງທັນເວລາ, ປະສານງານ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ, ພ້ອມທັງສາມາດນຳໃຊ້ກົນໄກເຊື່ອມໂຍງ ແລະ ປະສານງານຂອງຄະນະນຳວຽກງານການທົດລອງໃຫ້ດີ, ຊຸກຍູ້ໃຫ້ທຸລະກິດການທົດລອງ QFLP ເລີ່ມປະຕິບັດຢ່າງໄວ, ດຶງດູດ ແລະ ນໍາໃຊ້ທຶນຕ່າງປະເທດເພື່ອຮັບໃຊ້ເສດຖະກິດຕົວຈິງຂອງທ້ອງຖິ່ນໃຫ້ດີຂຶ້ນ.
新华网昆明7月29日电(记者 陈永强)为进一步完善利用外资体系、助推产业升级,昆明经开区(自贸试验区昆明片区)今年6月率先在云南省推动QFLP试点业务。
在7月28日举行的昆明市合格境外有限合伙人媒体吹风会上,昆明市投资促进局副局长韩枫介绍,今年前6月,昆明市实际利用外资3.17亿美元,同比增长91.93%。下一步,昆明市将积极运用“投行思维”开展招商引资,将优势产业与QFLP相结合,运用“以投代引”的资本招商模式,撬动社会资本投资,聚焦“8+N”产业链招大引强。
韩枫介绍,QFLP的成功落地进一步促进投资自由化、便利化,更好地将外资“引进来”。其优势体现在:一是带动能力强。若引投成功,则可立竿见影实现外资增长,并助推产业升级,带动金融开放。二是组织形式活。QFLP架构下境外投资者进入灵活、投资灵活,退出也灵活,组织架构、基金设置、外汇结算、账户使用、基金额度管理等政策便利,能够为境外投资人提供“一站式投资解决方案”。三是盈利模式多。QFLP作为跨境私募,投资周期长,资方预期稳。
昆明市经开区相关负责人表示,当前形势下,开展QFLP试点工作在进一步扩大利用外资规模、优化利用外资结构、稳住外资基本盘方面发挥重要作用。在昆明经开区首先试点QFLP工作,可以发挥自贸试验区先行先试作用,及时发现试点推动过程中存在的问题,协调解决堵点难点问题,也可以利用好试点领导小组工作协调联动机制,促进QFLP试点业务尽快落地,更好地吸引和利用外资服务地方实体经济。(新华网 记者陈永强)
ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານສ້າງ "ທົ່ງແມ່ເຫຼັກທີ່ເຂັ້ມແຂງ" ເພື່ອດຶງດູດການລົງທຶນ
ສະບາຍດີ2023-07-21
ແຕ່ເດືອນມັງກອນ ຫາ ພຶດສະພາປີນີ້, ໂຄງການດຶງດູການລົງທຶນດ້ວຍອຸດສາຫະກຳຂອງແຂວງຢຸນນານໄດ້ນຳເຂົ້າກອງທຶນ 212,8 ຕື້ຢວນຈ
2023-07-14
ພິທີເປີດກິດຈະກໍາຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ນະຄອນຄຸນໝິງ
ສະບາຍດີ2023-06-21
ປີນີ້ ໂຄງການກໍ່ສ້າງຊຸດທຳອິດຂອງແຂວງຢຸນນານຈະປະຕິບັດໂຄງການພະລັງງານໃໝ່ 154 ໂຄງການ ແລະ ລົງທຶນ 70 ຕື້ຢວນ
ສະບາຍດີ2023-06-19
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
07/30
15:01
— ແບ່ງປັນ —