ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ສອງສາມມື້ກ່ອນ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຢຸນນານ ແລະ ຂະແໜງການພະລັງງານແຂວງຢຸນນານໄດ້ອອກ "ແຜນການກໍ່ສ້າງພະລັງງານໃໝ່ຊຸດທຳອິດຂອງແຂວງຢຸນນານໃນປີ 2023" (ຕໍ່ໄປນີ້ເອີ້ນວ່າ "ແຜນການ") , ໄດ້ຊີ້ແຈ້ງອອກວ່າເລັ່ງລັດການພັດທະນາຊັບພະຍາກອນພະລັງງານໃໝ່ ແລະ ຍົກສູງລະດັບການຮັບປະການຄວາມປອດໄພດ້ານພະລັງງານໃໝ່ຂອງແຂວງຢຸນນານ. "ແຜນການ" ລວມມີ 154 ໂຄງການ, ມູນຄ່າການລົງທຶນປະມານ 70 ຕື້ຢວນ ແລະ ປະລິມານເຄື່ອງຈັກມີ 15.7917 ລ້ານkW. ພາຍຫຼັງໂຄງການກໍ່ສ້າງສຳເລັດແລ້ວ, ຈະສາມາດຜະລິດໄຟຟ້າເກືອບ 20 ຕື້ kWh, ເທົ່າກັບການປະຢັດຖ່ານຫີນມາດຕະຖານໄດ້ 6 ລ້ານໂຕນ ແລະ ຫຼຸດຜ່ອນການປ່ອຍອາຍກາກໂບນ 17 ລ້ານໂຕນ.
“ແຜນການ” ສະເໜີອອກ, ຮັບປະການບັນລຸເປົ້າໝາຍຂອງຜະລິດພະລັງງານໃໝ່ 15 ລ້ານkWh, ລົງທຶນ ແລະ ຜະລິດໂຄງການພະລັງງານໃໝ່ທີ່ເຊື່ອມຕໍ່ຕາຂ່າຍໄຟຟ້າ 15 ລ້ານkWhໃນປີ 2023.
“ແຜນການ” ຮຽກຮ້ອງໃຫ້ປະຕິບັດການວາງແຜນດິນແຫ່ງຊາດ ແລະ “ສາມເຂດສາມເສັ້ນ” ທີ່ກຳນົດໃໝ່ຢ່າງເຂັ້ມງວດ, ບໍ່ນຳໃຊ້ພື້ນທີ່ກະສິກຳ, ບໍ່ລະເມີດເສັ້ນສີແດງທາງນິເວດ, ຈັດຕັ້ງປະຕິບັດຂໍ້ກຳນົດນະໂຍບາຍການນຳໃຊ້ທີ່ດິນປ່າໄມ້ແຫ່ງຊາດ ແລະ ແຂວງ, ສົ່ງເສີມການປະສານງານລະຫວ່າງການພັດທະນາຊັບພະຍາກອນ ແລະ ການອະນຸລັກລະບົບນິເວດ. ປີ່ນອ້ອມເປົ້າຫມາຍປະຈໍາປີດ້ານການກໍ່ສ້າງ ແລະ ໃສ່ໃນການຜະລິດ, ເສີມສ້າງການປະສານງານລະຫວ່ງແຫຼ່ງ ແລະ ເຄືອຂ່າຍ, ເສີມສ້າງການແລກປ່ຽນ ແລະ ການຕິດຕໍ່ພົວພັນລະຫວ່າງບໍລິສັດສະຫນອງພະລັງງານ ແລະ ບໍລິສັດຕາຂ່າຍໄຟຟ້າ, ເລັ່ງລັດເປີດສ້າງໂຄງການພະລັງງານໃໝ່ຫຼັກ ແລະ ໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ, ພ້ອມກັນສ້າງສໍາເລັດ ແລະໃສ່ໃນການຜະລິດ.
ກິ່ງແຂວງ (ນະຄອນ) ຕາມບັນຊີໂຄງການຂອງຊຸດນີ້, ຈັດຕັ້ງວາງແຜນການພັດທະນາພາຍຫຼັງ 2 ເດືອນທີ່ປະກາດອອກແຜນການ, ສະເໜີໃຫ້ພະແນກທີ່ກ່ຽວຂ້ອງຂອງແຂວງກວດກາຕາມຄວາມຮຽກຮ້ອງຕ້ອງການ, ພາຍຫຼັງສຳເລັດການກວດກາດແລ້ວກໍ່ເລັ່ງລັດສຳເລັດການຈັດວາງຊັບພະຍາກອນ. ຫຼັງຈາກເຈົ້າຂອງໂຄງການໄດ້ຮັບການຢືນຢັນແລ້ວ, ຈຶ່ງເລັ່ງການລົງນາມສັນຍາການລົງທຶນ ແລະ ການພັດທະນາ, ແລະໄປເຂດອໍານາດເຮັດເອກະສານບັນທຶກໄວ້ພາຍໃນໜຶ່ງເດີືອນ.
ພ້ອມກັນນັ້ນ, ລົງເລິກດຳເນີນວຽກງານເບື້ອງຕົ້ນ. ເລັ່ງກໍ່ສ້າງ ແລະ ໃສ່ໃນການຜະລິດຂອງໂຄງການ, ສົ່ງເສີມການປະສານງານ ແລະ ກວດກາດຄວບຄຸມປະຈໍາວັນ. ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນບໍ່ອະນຸຍາດໃຫ້ເພີ່ມຄ່າໃຊ້ຈ່າຍທີ່ບໍ່ນຳໃຊ້ໃນການກໍ່ສ້າງ ເຊັ່ນໃນນາມການໂອນຊັບພະຍາກອນ, ການຈ່າຍເງິນຮັບປະການ ແລະ ການຊ່ວຍໜູນສ້າງວິສາຫະກິດ.
日前,云南省发展和改革委员会、云南省能源局印发《云南省2023年第一批新能源建设方案》(以下简称《方案》),明确加快新能源资源开发,提高云南能源安全保障水平。《方案》共纳入154个项目,投资约700亿元,装机容量1579.17万千瓦。项目全部建成后,年发电量近200亿千瓦时,相当于节约标煤600万吨,减少二氧化碳排放1700万吨。
《方案》提出,确保实现2023年新开工新能源1500万千瓦、投产并网新能源项目装机1500万千瓦的目标。
《方案》要求,严格执行国土空间规划和新划定的“三区三线”,不占用基本农田,不涉及生态红线,贯彻落实国家、省用林用地政策要求,推动资源开发与生态环境保护协调。围绕年度建设和投产目标,强化源网协同,电源企业、电网企业加强沟通对接,加快新能源项目本体与接网工程开工并同步建成投产。
州(市)要按照本批次项目清单,在方案印发后的2个月内,组织编制开发方案,并按要求报送省级相关部门审核,审核同意后加快完成资源配置。项目业主确定后,加快签订投资开发协议,并于1个月内到属地办理备案手续。
同时,深入开展前期工作。加快项目建设投产,强化日常调度监管。各级地方政府不得以资源出让、缴纳保证金、企业援建等名义增加非建设成本。(都市时报全媒体记者 庞继光)
ແຂວງຢູນນານຮ່ວມມືກັບປະເທດແມ່ນໍ້າຂອງສ້າງແມ່ແບບການພັດທະນາສີຂຽວ
ສະບາຍດີ2023-05-18
ຄະນະຜູ້ແທນພັກອຳນາດການປົກຄອງແຂວງຢຸນນານໄປແຂວງກວາງຕຸ້ງເພື່ອສຳຫຼວດ ຮ່ວມກັນຂຽນບົດໃໝ່ຂອງການຮ່ວມມືລະຫ່ວາງຢຸນນານ-ກວາງຕຸ້ງ
ສະບາຍດີ2023-05-18
ເຂດເສີງກົ້ງໄປນະຄອນຊຽງໄຮເພື່ອດຶງດູດການລົງທຶນ ໄດ້ເຊັນໃບສັ່ງທັງມີມູນຄ່າ 8,6 ຕື້ຢວນ
ສະບາຍດີ2023-05-04
ສະບາຍດີດອກກາລານເດີ້ ຂ້ອຍແມ່ນດອກຈໍາປາ
ສະບາຍດີ2023-05-09
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/19
16:16
— ແບ່ງປັນ —