ມາຈາກ:ສຳນັກຂ່າວສານຊິນຮວາ
ວັນທີ 27 ຕຸລານີ້, ເສັ້ນທາງການບິນສາກົນຊິງຕາວ-ສິບສອງພັນນາ-ວຽງຈັນໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ເພີ່ມເສັ້ນທາງບິນປະຈຳເສັ້ນໃໝ່ລະຫວ່າງສອງປະເທດຈີນ ແລະ ລາວ.
ຕາມຂ່າວແຈ້ງວ່າ: ຖ້ຽວບິນດັ່ງກ່າວແມ່ນບິນໂດຍສາຍການບິນຊິງຕາວ ເຊິ່ງຈະບິນໃນທຸກວັນອັງຄານ, ວັນພະຫັດ ແລະ ວັນເສົາ ໂດຍນຳໃຊ້ຮູບແບບການແວ່ຈອດ. ໃນນັ້ນ, ຖ້ຽວບິນຂາອອກ QW9915 ຈະບິນຈາກນະຄອນຊິງຕາວຂອງຈີນໃນເວລາ 8:40 ໂມງຕາມເວລາປັກກິ່ງ, ແວ່ຈອດຢູ່ສິບສອງພັ່ນນາແລ້ວເດີນທາງໄປເຖິງນະຄອນຫຼວງວຽງຈັນຂອງລາວໃນເວລາ 14:40 ໂມງ; ຖ້ຽວບິນ QW9916 ຈະບິນຈາກນະຄອນຫຼວງວຽງຈັນໃນເວລາ 15:40 ໂມງແລ້ວແວ່ຈອດສິບສອງພັນນາ ແລະ ເດີນທາງໄປເຖິງນະຄອນຊິງຕາວໃນເວລາ 23:25 ໂມງຕາມເວລາປັກກິ່ງ.
ຖ້ຽວບິນດັ່ງກ່າວໄດ້ປະຕິບັດລະບຽບການ “ຖ້ຽວບິນດຽວ, ບັດຂຶ້ນຍົນໃບດຽວ ແລະ ກວດກາເຄື່ອງຂຶ້ນເຮືອບິນໂດຍກົງຄັ້ງດຽວ”,ດັ່ງນັ້ນ, ຜູ້ໂດຍສານຈຶ່ງບໍ່ຈຳເປັນຕ້ອງລົງເຮືອບິນ ແລະ ແຈ້ງຂຶ້ນເຮືອບິນອີກຄັ້ງຢູ່ສິບສອງພັນນາ ແຕ່ສາມາດເດີນທາງໄປຮອດວຽງຈັນໂດຍກົງ ເຮັດໃຫ້ການເດີນທາງຂ້າມຊາດສະດວກສະບາຍກວ່າເກົ່າ.
10月27日起,青岛机场联合青岛航空开通青岛—西双版纳—万象国际经停航线,为山东旅客前往老挝增加一条便捷的航空通道。
据悉,该航班由青岛航空执飞,每周二、周四和周六运行,采用同一航班经停模式。其中,去程航班QW9915于北京时间8:40从中国青岛起飞,经停西双版纳后,于14:40抵达老挝首都万象;返程航班 QW9916于15:40从老挝首都万象起飞,经停西双版纳后,于北京时间23:25抵达青岛。
航线实行 “一个航班号、一张登机牌、行李直挂”,经停西双版纳无需重新提取行李、再次办理登机手续,即可通达万象,跨境出行更便捷。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
11/13
15:24
— ແບ່ງປັນ —