ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 16 ເດືອນມິຖຸນານີ້, ເຂດເສິງກົງຂອງນະຄອນຄຸນໝິງ ແລະ ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຢູ່ປັກກິ່ງ, ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານໄດ້ລົງນາມກັບ China Cyberport, ກຸ່ມບໍບິສັດຄຸ້ມຄອງການລົງທຶນສາກົນ ກໍທໍ້ ແລະ ວິສາຫະກິດອຶ່ນໆ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານໄດ້ນຳເຂົ້າ 3 ໂຄງການສຳຄັນ ແລະ 33 ວິສາຫະກິດ, “ວົງການເພື່ອນມິດ” ໄດ້ຮັບການຜັນຂະຫຍາຍຕື່ມອີກ ແລະ ສະສົມຫຼາຍໂຄງການສຳຄັນທີ່ມີຄຸນນະພາບສູງ.
ການດຶງດູດລົງທຶນແມ່ນສຸມໃສ່ການ "ນໍາເຂົ້າ". ໃນຖານະເປັນເຂດສວນວິຊາສະເພາະດ້ານເສດຖະກິດດິຈິຕອນແຫ່ງດຽວຂອງແຂວງຢຸນນານ, ເຂດພັດທະນາເສດຖະກິດດິຈິຕອນຢູນນານໄດ້ພະຍາຍາມ "ນໍາເຂົ້າ" ວິສາຫະກິດທີ່ມີຄຸນນະພາບສູງ, ນັບຕັ້ງແຕ່ຕົ້ນປີນີ້, ມັນໄດ້ໄປຊານຕົງ ຊຽງໄຮ ຊູຈໍ ແລະສະຖານທີ່ອື່ນໆເພື່ອດຶງດູດການລົງທຶນ 13 ຄັ້ງ, ໄດ້ໄປຢ້ຽມຢາມ 45 ບໍລິສັດທີ່ມີຊື່ສຽງເຊັ່ນ: ບໍລິສັດ ຊ່າງທ່າງ ຊຽງໄຮ ແລະ ບໍລິສັດຣູ້ຍຈ້ວງ ຈຽງຊູ, ແລະໄດ້ນໍາເຂົ້າ 3 ໂຄງການທີ່ສໍາຄັນ ຄື: ອຸດສາຫະກຳເຕັກນິກລະດັບສູງ ຊູ່ເຄີ່, ເຂດສວນອັດສະລິຍະເສດຖະກິດດິຈິຕອນ ເຊິງກົງ ຄຸນໝິງ ແລະ ຖານທີ່ຕັ້ງສໍານັກງານໃຫຍ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ປະດິດສ້າງໃໝ່ ລານໄຮ.
ເພື່ອສ້າງເວທີໃຫ້ວິສາຫະກິດ "ກ້າວໄປສູ່ທົ່ວໂລກ", ປີນີ້, ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານໄດ້ຈັດວິສາຫະກິດເຂົ້າຮ່ວມງານວາງສະແດງຈຳນວນໜຶ່ງ, ໃນນັ້ນມີກອງປະຊຸມສົ່ງເສີມການຮ່ວມມືອຸດສາຫະກຳຄຸນໝິງ-ຮົງກົງປີ 2023, ງານແລກປ່ຽນກ່ຽວກັບການສົ່ງເສີມອຸດສາຫະກຳຢາຊີວະພາບ ຢຸນນານປີ 2023, ກອງປະຊຸມສົ່ງເສີມການລົງທຶມດ້ວຍຫົວຂໍ້ “ແລ່ນໄປຫາເປັນຄູ່ກົງກັນຂ້າມກັນ ແບ່ງປັນອະນາຄົດຮ່ວມກັນ” ຂອງເຂດເຊີງກົງ ແລະອື່ນໆ, ເພື່ອເສີມຂະຫຍາຍອິດທິພົນຂອງໂຄງການວິສາຫະກິດທີ່ຕັ້ງຖິ່ນຖານເຂົ້າໃນເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານ. ພ້ອມກັນນັ້ນ, ຈະດຳເນີນພິທີລົງນາມໂຄງການຢ່າງເຕົ້າໂຮມກັນ, ກະຕຸກຊຸກຍູ້ການກໍ່ສ້າງບັນດາໂຄງການສຳຄັນ.
ໂດຍແນ່ໃສ່ຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບຸກຂະລາກອນຂອງວິສາຫະກິດ, ເຂດສວນໄດ້ປັບປຸງກົນໄກແລກປ່ຽນ " ລັດຖະບານ-ວິສາຫະກິດ + ", ໄດ້ເຊັນສັນຍາກັບທະນາຄານກ່ວງຕ້າຈີນ ສາຂາຄຸນໝິງ ແລະ ສູນການຄ້າຫຸ້ນສ່ວນແຂວງຢຸນນານ, ສຸມໃສ່ກໍ່ສ້າງເຂດບໍລິການທີ່ປະສົມດິຈີຕອນອັດສະລິຍະຫຼ່ວງໜ້າ ສຳລັບວິສາຫະກິດເສດຖະກິດດິຈີຕອນ, ເພື່ອຜັນຂະຫຍາຍຊ່ອງທາງປະກອບທຶນໃຫ້ວິສາຫະກິດ, ຈັດງານແລກປ່ຽນປຶກສາຫາລື ເຊັ່ນ “ລັດຖະບານ-ວິສາຫະກິດ + ອົງການຈັດຕັ້ງການເງິນ, ອົງການກາງລົງທຶນ”, ສົມທົບຊັບພະຍາກອນ, ຊ່ວຍໜູນກັນດ້ວຍທ່າແຮງ, ອຳນວຍການສະໜັບສະໜູນດ້ານການລົງທຶນ, ການປະກອບທຶນ, ການຊອກຫາຄູ່ຮ່ວມມື ແລະ ດ້ານອື່ນໆໃຫ້ແກ່ວິສາຫະກິດ. ໄດ້ເຊັນສັນຍາກັບມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ ແລະ ມະຫາວິທະຍາໄລອື່ນໆ, ເພື່ອສ້າງພັນທະມິດຍຸດທະສາດ, ຮ່ວມກັນສ້າງຖານທີ່ຕັ້ງການຝຶກອົບຮົມ, ຈັດເວທີປຶກສາຫາລືທີ່ມີຫົວຂໍ້, ສ້າງເວທີການຮ່ວມມືລະຫວ່າງໂຮງຮຽນ-ວິສາຫະກິດ, ແລະ ບຳລຸງບຸກຄະລາກອນວິຊາຊີບໃຫ້ວິສາຫະກິດຢ່າງຖືກຕ້ອງກັບເປົ້າໝາຍ.
ສຸມໃສ່ລັກສະນະຂອງອຸດສາຫະກໍາ, ໃນ 6 ເດືອນທ້າຍປີ, ເຂດພັດທະນາເສດຖະກິດດິຈິຕອນແຂວງຢຸນນານຈະນໍາໃຊ້ເວທີບົ່ມສ້າງນະວັດຕະກໍາ, ເພື່ອນໍາເຂົ້າບໍລິສັດແຫ່ງໜຶ່ງ ແລະ ດຶງດູດບໍລິສັດຫຼາຍກ່າວມາຕັ້ງຖີ່ນຖານ, ສ້າງ "ທົ່ງແມ່ເຫຼັກທີ່ເຂັ້ມແຂງ" ສໍາລັບການດຶງດູດລົງທຶນ. ເຂດສວນຈະສຸມໃສ່ທິດທາງອຸດສາຫະກຳເສດຖະກິດດີຈີຕອນ, ການລົງທຶນທຶນຮອນ ແລະ ການສະໜັບສະໜູນ, ວາງແຜນໂຄງການສະສົມຢ່າງຕັ້ງໜ້າ, ວາງແຜນລົງນາມໂຄງການສຳຄັນໜຶ່ງທີ່ມີມູນຄ່າຫຼາຍກວ່າ 100 ລ້ານຢວນ; ພະຍາຍາມຈັດຕັ້ງແລະເຂົ້າຮ່ວມຫຼາຍກວ່າ 5 ງານວາງສະແດງ, ກອງປະຊຸມສຸດຍອດ ແລະ ກອງປະຊຸມສົ່ງເສີມ, ໄປເມືອງທີ່ຢູ່ອ້ອມທະເລ ປໍຫາຍ, ດອນປາກແມ່ນ້ຳຢາງຊີ, ດອນປາກແມ່ນ້ຳຈູຈ່ຽງ, ນະຄອນເສີງຕູ ແລະ ຈົງກິ່ງ, ແລະບັນດາຕົວເມືອງຕາມເສັ້ນທາງລົດໄຟຄວາມໄວສູງ, ເພື່ອທັດສະນະສຶກສາ, ເຈລະຈາ ແລະ ສົ່ງເສີມການລົງທຶນຫຼາຍກວ່າ 10 ເທື່ອ.
昆明信息港讯(昆明日报 记者张怡) 6月16日,昆明市呈贡区、云南省数字经济开发区在北京举行招商引资推介会,云南省数字经济开发区与中国数码港、国拓国际投资管理(北京)集团有限公司等企业签约。今年以来,云南省数字经济开发区引入重点项目3个,引入企业33家,“朋友圈”进一步扩大,储备了一批优质重点项目。
招商引资重在“引”。作为全省唯一的数字经济专业园区,云南省数字经济开发区在优质企业“引进来”上下功夫,今年以来,先后赴山东、上海、苏州等地开展招商引资13次,拜访上海商汤、江苏瑞创等知名企业45家,引入上海苏科高新、昆明呈贡数字经济智造园、蓝海创意云南亚东南亚总部基地3个重点项目。
为了搭建企业“走出去”平台,今年,云南省数字经济开发区组织企业参加了多场展会,包括2023昆明—香港产业合作推介会、2023云南生物医药产业推介交流会、呈贡区“双向奔‘沪’·‘贡’享未来”招商推介会等,提升入驻企业项目影响力。同时,开展项目集中签约仪式,为重点项目“站台鼓劲”。
针对企业面临的人才、资金困难,园区完善“政企+”交流机制,先后同中国光大银行昆明分行、云南省股权交易中心等签约,着力打造数字经济企业数智融合服务先行区,为企业拓宽融资渠道;定期开展“政企+金融机构、招商中介”等座谈交流会,整合盘活资源、优势互通互补,为企业在投融资、寻求合作伙伴等方面提供支持;与昆明理工大学等高校签订协议,结成战略联盟,共建实训基地、举办主题论坛,为校企合作搭建平台,向企业精准输送专业人才。
聚焦产业特色,下半年,云南省数字经济开发区将用活用好创新孵化平台,做到引进一家、带来“一串”,打造招商引资“强磁场”。园区将围绕数字经济产业导向、资金投向、支持方向,积极谋划储备项目,计划签约亿元以上重点项目1个;力争组织和参加5次以上各类展会、峰会及推介会,赴环渤海、长三角、泛珠三角、成渝以及高铁沿线城市外出考察洽谈推介10次以上。
ປີນີ້ ໂຄງການກໍ່ສ້າງຊຸດທຳອິດຂອງແຂວງຢຸນນານຈະປະຕິບັດໂຄງການພະລັງງານໃໝ່ 154 ໂຄງການ ແລະ ລົງທຶນ 70 ຕື້ຢວນ
ສະບາຍດີ2023-06-19
ນະຄອນຄຸນໝິງຊຸກຍູ້ການກໍ່ສ້າງລະບົບການຄ້າອາຫານສີຂຽວ
ສະບາຍດີ2023-06-16
ວົງລ້ອມຫມູ່ເພື່ອນ RCEP ຮ່ວມແບ່ງປັນໂອກາດໃຫມ່ຂອງການພັດທະນາ
ສະບາຍດີ 2023-06-13
ສຳນັກທ່ອງທ່ຽວແຂວງຢຸນນານໄປປະເທດໄທເພື່ອຊອກຫາກາລະໂອກາດການຮ່ວມມືໃຫມ່ດ້ານການທຸລະກິດ
ສະບາຍດີ2023-06-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
07/21
00:00
— ແບ່ງປັນ —