ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 19 ມິຖຸນາ, ພິທີເປີດກິດຈະກໍາຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ປີ 2024 ຄືພິທີເຊັນສັນຍາໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. 25 ວິສາຫະກິດໄດ້ລົງນາມບົດບັນທຶກຮ່ວມມື ຫຼື ສັນຍາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ໃນສະໜາມ, ລົງນາມເນື້ອທີ່ວາງສະແດງເກືອບ 10.000 ຕາແມັດ.
ທ່ານ ສຸນເສີນຫາຍ ຮອງຫົວໜ້າກົມຈັດວາງສະແດງສິນຄ້ານຳເຂົ້າສາກົນຈີນ, ທ່ານ ຫວັງຕ່ອງທາງ ຫົວໜ້າກົມບໍລິການການຄ້າຂອງກະຊວງການຄ້າ, ທ່ານເຟິງເຈີ້ນ, ຮອງຫົວໜ້າພະແນກການຄ້າແຂວງຢຸນນານ, ທ່ານ ຫຼີຊຽວເວີຍ ຮອງຜູ້ອຳນວຍການຂອງພະແນກທະນາຄານການຄ້າຂອງສຳນັກງານໃຫຍ່ທະນາຄານແຫ່ງຈີນຮ່ວມກັນເປີດກິດຈະກໍາຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 .
ກິດຈະກໍາຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ເປິດຢ່າງເປັນທາງການ
ທ່ານ ສຸນເສີນຫາຍແນະນໍາວ່າ, ຫ່າງຈາກການເປີດງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ຍັງມີເວລາ 138 ມື້, ກິດຈະກໍາຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 ໄດ້ເປິດຢ່າງເປັນທາງການ. "ພວກເຮົາຈະສຸມໃສ່ສົ່ງເສີມງານວາງສະແດງສິນຄ້ານຳເຂົ້າພັດທະນາຢ່າງມີຄຸນນະພາບສູງ, ແລະພະຍາຍາມໃຫ້ວິສາຫະກິດເຂົ້າຮ່ວມວາງສະແດງທັງຫມົດມາທີ່ນີ້ດ້ວຍຄວາມສຸກ ແລະ ກັບຄືນດ້ວຍຄວາມພໍໃຈ."
ມື້ດຽວກັນ, ມີ 25 ວິສາຫະກິດໄດ້ລົງນາມສັນຍາເຂົ້າຮ່ວມວາງສະແດງຫຼືບົດບັນທຶກການຮ່ວມມືໃນງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 7 , ລົງນາມເນື້ອທີ່ວາງສະແດງເກືອບ 10.000 ຕາແມັດ. L'Oreal, ເຄື່ອງໃຊ້ໃນເຮືອນ Bosch, Hans Hill, Ainas, Deloitte, Ernst & Young, ແລະ PricewaterhouseCoopers ໄດ້ກາຍເປັນ "ແຟນ" ເຈັດປີຊຸດທໍາອິດຂອງງານວາງສະແດງສິນຄ້ານຳເຂົ້າ.
ຕາມຂ່າວວ່າ, ງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 6 ຄັ້ງທີ 7 ຈະຈັດຂຶ້ນໃນວັນທິ 5 ຫາ ວັນທິ 10 ເດືອນພະຈິກປີ 2023 ແລະ ປີ 2024 ຢູ່ນະຄອນຊຽງໄຮຕາມລໍາດັບ. ເຈົ້າພາບຍິນດີຕ້ອນຮັບບັນດາວິສາຫະກິດຕ່າງປະເທດລົງທະບຽນເຂົ້າຮ່ວມງານວາງສະແດງ, ຂຶ້ນ "ລົດຖ້ຽວສຸດທ້າຍ" ຂອງງານວາງສະແດງສິນຄ້ານຳເຂົ້າຄັ້ງທີ 6 ແລະ "ລົດຖ້ຽວທໍາອິດ" ຂອງຄັ້ງທີ 7 . ຍິນດິຕ້ອນຮັບປະຊາຊົນຈາກທຸກຂົງເຂດເຊັ່ນລັດຖະບານ, ອຸດສາຫະກໍາ, ການສຶກສາ ແລະ ການຄົ້ນຄວ້າມາລົງທະບຽບເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າຄັ້ງທີ 6 , ປຶກສາຫາລືແລະແລກປ່ຽນກັບວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງຈາກທົ່ວໂລກ.
昆明信息港讯 记者苏雯芊 6月19日,2024年第七届中国国际进口博览会招展启动暨签约仪式在昆明举行。25家企业现场签署第七届参展合同或合作备忘录,签约展览面积近1万平方米。
中国国际进口博览局副局长孙成海,商务部服贸司司长王东堂,中国国际进口博览局副局长刘福学,云南省商务厅副厅长冯震,中国银行总行交易银行部副总经理李晓玮共同启动第七届进博会招展。
第七届进博会招展启动
孙成海介绍,距离第六届进博会开幕还有138天,第七届进博会招展工作已正式启动。“我们将着力推动进博会高质量发展,力争让所有参展企业都乘兴而来、满意而归。”
当天,现场共有25家企业签署第七届参展合同或合作备忘录,签约展览面积近1万平方米。欧莱雅、博西家电、汉斯希尔、艾纳诗、德勤、安永、普华永道成为进博会首批七年“铁粉”。
据了解,第六、七届进博会将分别于2023年、2024年11月5—10日在上海举办。主办方欢迎广大境外企业报名参展,搭上第六届参展“末班车”、第七届“早班车”。欢迎政产学研各界人士报名参观第六届进博会,与全球展商洽谈交流。
ປີນີ້ ໂຄງການກໍ່ສ້າງຊຸດທຳອິດຂອງແຂວງຢຸນນານຈະປະຕິບັດໂຄງການພະລັງງານໃໝ່ 154 ໂຄງການ ແລະ ລົງທຶນ 70 ຕື້ຢວນ
ສະບາຍດີ2023-06-19
ນະຄອນຄຸນໝິງຊຸກຍູ້ການກໍ່ສ້າງລະບົບການຄ້າອາຫານສີຂຽວ
ສະບາຍດີ2023-06-16
ວົງລ້ອມຫມູ່ເພື່ອນ RCEP ຮ່ວມແບ່ງປັນໂອກາດໃຫມ່ຂອງການພັດທະນາ
ສະບາຍດີ 2023-06-13
ສຳນັກທ່ອງທ່ຽວແຂວງຢຸນນານໄປປະເທດໄທເພື່ອຊອກຫາກາລະໂອກາດການຮ່ວມມືໃຫມ່ດ້ານການທຸລະກິດ
ສະບາຍດີ2023-06-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/21
18:11
— ແບ່ງປັນ —