ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນຕອນບ່າຍວັນທີ 31 ເດືອນພຶດສະພານີ້, ກົມການທ່ອງທ່ຽວແຫ່ງຊາດໄທໄດ້ຈັດງານວາງສະແດງການທ່ອງທ່ຽວໄທປີ 2023 ຢູ່ສູນປະຊຸມແຫ່ງຊາດສິຣິກິດຢູ່ບາງກອກ. ດ້ວຍຫົວຂໍ້ວ່າ “ປີທ່ອງທ່ຽວໄທ 2023: ບົດໃໝ່ອັນມະຫັດສະຈັນ”, ງານວາງສະແດງຈະຈັດຂຶ້ນຮອດວັນທີ 2 ເດືອນມິຖຸນານີ້, ຈະດຶງດູດສຳນັກທ່ອງທ່ຽວ 350 ກວ່າແຫ່ງ ແລະ ຜູ້ປະກອບອາຊີບ 850 ຄົນທີ່ມາຈາກ 50 ປະເທດໃນທົ່ວໂລກເຂົ້າຮ່ວມກິດຈະກຳຄັ້ງນີ້, ແລະສຳນັກທ່ອງທ່ຽວ 10 ກວ່າແຫ່ງຈາກແຂວງຢຸນນານ ແລະ ກຸ້ຍໂຈ່ວຈະໄປເຂົ້າຮ່ວມກອງປະຊຸມເພື່ອຊອກຫາກາລະໂອກາດການຮ່ວມມືໃຫມ່ດ້ານການທຸລະກິດ.
ງານວາງສະແດງການທ່ອງທ່ຽວໄທເປັນກິດຈະກຳຂາຍແບບ B2B ການທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງປະເທດໄທ, ຍັງເປັນເວທີສໍາຄັນສໍາລັບການເຈລະຈາທຸລະກິດການຄ້າລະຫວ່າງຜູ້ປະກອບອາຊີບໃນຂະແໜງການທ່ອງທ່ຽວໄທ ກັບ ຜູ້ປະກອບອາຊີບໃນຂະແໜງການທ່ອງທ່ຽວຈາກທົ່ວໂລກ ເຊິ່ງອຳນວຍໂອກາດດ້ານການສຳຜັດຜະລິດຕະພັນການທ່ອງທ່ຽວໄທ ແລະ ການບໍລິການທ່ອງທ່ຽວໄທໃຫ້ຜູ້ປະກອບອາຊີບໃນຂະແໜງການທ່ອງທ່ຽວຈາກທົ່ວໂລກ, ເພື່ອອອກແບບເສັ້ນທາງທ່ອງທ່ຽວໃໝ່ກວ່າ ແລະ ມີຄວາມນິຍົມກ່ວາຈາກນັກທ່ອງທ່ຽວ. ງານວາງສະແດງຄັ້ງນີ້ຈະປີ່ນອ້ອມລັກສະນະ “5F” ຂອງໄທ, ສະແດງຄວາມສາມາດຊອບເວີ ແລະ ຄວາມດຶງດູດຂອງຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວຂອງໄທ ໂດຍໃນ 5 ດ້ານຄື: ອາຫານ, ງານບຸນ, ຮູບເງົາ, ມວຍໄທ ແລະ ແຟຊັ່ນ. ພ້ອມກັນນັ້ນ, ຈະສະແດງເຕັກໂນໂລຊີ, ນະວັດຕະກຳດ້ານການທ່ອງທ່ຽວຢ່າງຮອບດ້ານ, ຊຸກຍູ້ຂະແໜງການທ່ອງທ່ຽວຂອງໄທທີ່ມີມູນຄ່າເພີ່ມຂຶ້ນ, ບັນລຸການຫັນປ່ຽນຈາກປະລິມານໄປສູ່ຄຸນນະພາບ.
ທ່ານ ຍຸດທະສັກ ສຸພາສອນ, ຜູ້ອໍານວຍການກົມການທ່ອງທ່ຽວແຫ່ງຊາດໄທກ່າວວ່າ: ກົມການທ່ອງທ່ຽວແຫ່ງຊາດໄທຈະສືບຕໍ່ຊຸກຍູ້ການພັດທະນາອຸດສາຫະກໍາການທ່ອງທ່ຽວຂອງໄທ, ໂດຍສະເພາະໃນປີ 2023 ແລະ ຈະເລັ່ງສ້າງໂອກາດທາງທຸລະກິດຢູ່ຕ່າງປະເທດໃຫ້ແກ່ບໍລິສັດໄທ.
ກົມການທ່ອງທ່ຽວແຫ່ງຊາດໄທປະກາດຂ່າວສານວ່າ, ແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ຈີນໄດ້ກາຍເປັນແຫຼ່ງນັກທ່ອງທ່ຽວໃຫຍ່ອັນດັບທີ່ສອງຂອງການໄປທ່ຽວໄທ, ກົມການທ່ອງທ່ຽວແຫ່ງຊາດໄທໄດ້ສ້າງຍຸດທະສາດການສົ່ງເສີມກິດຈະກຳຢ່າງເປັນສະເພາະ, ເພື່ອບໍລິການນັກທ່ອງທ່ຽວຈີນເປັນຢ່າງດີ ໂດຍຜ່ານການສະແດງຕາມແຄມທາງ, ຂະຫຍາຍເວທີການທ່ອງທ່ຽວທີ່ເຊື່ອມຕໍ່ຈີນ. "ນີ້ແມ່ນງານວາງສະແດງດ້ານຂະແໜງການທ່ອງທ່ຽວຄັ້ງທໍາອິດທີ່ປະເທດໄທເປັນຜູ້ເຂົ້າຮ່ວມຫຼັງຈາກລະບາດໂຄວິດ-19, ຂະຫນາດແລະຈໍານວນຄົນໃນງານວາງສະແດງຄັ້ງນີ້ໄດ້ເກີນໄລຍະລະບາດໂຄວິດ-19, ຈໍານວນການປັບປຸງຜະລິດຕະພັນແມ່ນຫຼວງຫຼາຍ, ໃນຂະນະທີ່ພວກເຮົາກໍາລັງຊອກຫາຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນຂອງປະເທດໄທ, ພວກເຮົາຍັງເອົາໃຈໃສ່ໃນການຜະລິດຕະພັນ ແລະ ເສັ້ນທາງການທ່ອງທ່ຽວໃນແຂວງຢຸນນານ ແລະ ນະຄອນຄຸນໝິງ. " ທ່ານ ຈ້າວຈູນເວີຍ, ຜູ້ອຳນວຍການໃຫຍ່ຂອງສຳນັກການທ່ອງທ່ຽວສາກົນ ແພນດ້າ ຢຸນນານ ຈຳກັດ ແນະນຳວ່າ, ຫົວຂໍ້ຮ້ອນໃນການເຈລະຈາຢູ່ທີ່ນີ້ ລ້ວນແຕ່ກ່ຽວກັບເສັ້ນທາງລົດໄຟລາວ-ຈີນ, ສຳນັກການທ່ອງທ່ຽວຈາກໄທຫວັງວ່າກຳເອົາກາລະໂອກາດຂອງການເປີດບໍລິການຂອງຂະບວນລົດໄຟຜູ້ໂດຍສານທາງລົດໄຟລາວ-ຈີນ, ໃຫ້ພາກຕາເວັນອອກສຽງເໜືອຂອງໄທ ແລະ ແຂວງຢຸນນານສ້າງການພົວພັນຮ່ວມມືທີ່ແໜ້ນແຟ້ນກວ່າ, ແລກປ່ຽນນັກທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວເຊິ່ງກັນ ແລະ ກັນ, ແລະບັນລຸການໄດ້ຮັບຜົນປະໂຫຍດພ້ອມກັນ.
昆明信息港讯(昆明日报 记者严天秀) 5月31日下午,泰国国家旅游局在曼谷诗丽吉国家会议中心举办2023泰国旅游交易会。展会以“2023 赴泰旅游年:神奇新篇章”为主题,将持续至6月2日,吸引来自全球50个国家的350多家旅行社、850名从业者参会,云南、贵州10余家旅行社赴会,寻找全新合作商机。
泰国旅游交易会是泰国规模最大的旅游B2B销售活动,也是泰国旅游业从业者与全球旅游业从业者进行商业洽谈的重要平台,为来自世界各地的旅游业从业者提供体验泰国旅游产品和旅游服务的机会,从而设计更新、更受游客欢迎的旅游路线。本次展会围绕泰国“5F”特色,通过食物(Food)、节日(Festival)、电影(Film)、泰拳(Fight)和时尚(Fashion)5个方面呈现泰国旅游产品和旅游服务的软实力和吸引力,同时全面展示旅游领域的技术和创新,促进泰国旅游业增值,实现从量到质的变革。
泰国国家旅游局局长育塔萨·素帕颂表示,泰国国家旅游局将一如既往致力于推动泰国旅游业发展,尤其是2023年,将加速为泰国企业创造海外商机。
泰国国家旅游局现场发布,今年1—5月,中国成为泰国旅游的第二大客源市场,泰国国家旅游局专门制定了活动推广策略,将通过路演、拓展接入中国旅游平台等方式,更好地服务中国游客。“这是疫情后第一次到泰国参加旅游业的专业展会,规模和人数都超过了疫情前,产品更新量非常大,在我们寻找泰国新兴旅游产品的同时,云南、昆明的旅游产品和线路也颇受关注。”云南熊猫国际旅行社有限公司总经理赵俊玮介绍,在现场洽谈中的热点话题都与中老铁路相关,很多泰国旅行社希望抓住中老铁路国际客运开通的机会,让泰国东北部和云南形成更紧密的合作关系,互换客源和旅游产品,达成双向奔赴。
ການເຄື່ອນໄຫວສົ່ງເສີມການລົງທຶນດ້ານຂະແໜງການໂລຈິສຕິກທັນສະໄໝຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ຄຸນໝິງ ໄດ້ສົ່ງເສີມທ່າແຮງທີ່ເປັນເອກ
ສະບາຍດີ2023-05-30
ວິສາຫະກິດຫຼາຍແຫ່ງແຂວງຢູນນານເຂົ້າມາຕັ້ງຖິ່ນຖານ ເຂດພັດທະນາຂອງລາວແຫ່ງນີ້ກາຍເປັນມາດຕະຖານການຮ່ວມຈີນ-ລາວ
ສະບາຍດີ2023-05-26
ການສົ່ງນາໂຍບາຍ AEO ເຖິງປະຕູ ດ່ານພາສີຄຸນໝິງຊ່ວຍສົ່ງເສີມວິສາຫະກິດຕ່າງປະເທດແຂວງຢູນນານພັດທະນານຢ່າງມີຄຸນນະພາບສູງ
ສະບາຍດີ2023-04-26
ພິທີເລີ່ມລົງມືກໍ່ສ້າງໂຄງການໄຟຟ້າພະລັງລົມແຫ່ງທຳອິດຢູ່ລາວທີ່ສ້າງໂດຍວິສາຫະກິດຈີນໄດ້ຈັດຂຶ້ນ
ສະບາຍດີ 2023-05-06
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/01
16:45
— ແບ່ງປັນ —