ນະຄອນຄຸນໝິງຊຸກຍູ້ການກໍ່ສ້າງລະບົບການຄ້າອາຫານສີຂຽວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) "ໂດຍຜ່ານການປົກປະຮັກສາຂອງມາດຕະຖານ, ການສະຫນັບສະຫນູນໂດຍເວທີ ແລະ ການຢອງຕິດທ່າແຮງ, ໃນປັດຈຸບັນນີ້, ລະບົບການຄ້າອາຫານສີຂຽວຂອງຄຸນໝິງກຳລັງພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຄວາມໝັ້ນຄົງ." ບໍ່ດົນມານີ້, ທ່ານຫຼີຈີປີ່ນ ຫົວໜ້າຫ້ອງການກະສິກໍາຄະນະກຳມະການເທດສະບານ ແລະ ຫົວໜ້າຫ້ອງການຕ່ອງໂສ້ອຸດສາຫະກໍາອາຫານສີຂຽວຂອງນະຄອນ ແນະນຳວ່າ, ແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ສາມສູນການຄ້າຜັກ, ຊີ້ນງົວ ແລະ ໝາກໄມ້ທີ່ໄດ້ກໍ່ສ້າງຢ່າງສຳເລັດຢູ່ຄຸນໝິງ, ມີມູນຄ່າການຄ້າ 6,746 ຕື້ຢວນ, ໄດ້ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງລະບົບການຄ້າສີຂຽວຂອງຄຸນໝິງ.

8 ມາດຕະຖານກຸ່ມຖືກປະກາດອອກມາ

ອີງຕາມການຈັດຕັ້ງຂອງຄະນະພັກເທດສະບານ ແລະ ອຳນາດການປົກຄອງເທດສະບານທີ່ສ້າງຕັ້ງລະບົບຕ່ອງໂສ້ອຸດສາຫະກໍາ "8+N", ໃນຊຸມປີມໍ່ໆມານີ້, ຫ້ອງການຕ່ອງໂສ້ອຸດສາຫະກໍາອາຫານສີຂຽວເທດສະບານໄດ້ຢຶດໝັ້ນແນວຄວາມຄິດໂດຍລວມກ່ຽວກັບ "ອີງໃສ່ຄຸນໝິງ, ອາໄສທົ່ວແຂວງ, ໜ້າສູ່ທົ່ວປະເທດ, ແລະ ທິດທາງປະຕິບັດກ່ຽວກັບ "ຍົກສູງມາດຕະຖານ, ສ້າງຍີ່ຫໍ້, ສ້າງເວທີ, ຂະຫຍາຍຕະຫຼາດ, ເຊື່ອມໂຍງຖານການພະລົດ, ເສີມສ້າງລະບົບການຂົນສົ່ງກະຈາຍ, ສຸມໃສ່ການກວດກາຄຸນນະພາບ, ສຸມໃສ່ບົດບາດສາທິດ, ແລະສ້າງຄວາມເຂັ້ມແຂງໃນການດໍາເນີນງານ. ຊຸກຍູ້ການກໍ່ສ້າງລະບົບການຄ້າອາຫານສີຂຽວຂອງນະຄອນຄຸນໝິງຢ່າງເປັນລະບຽບຮຽບຮ້ອຍ, ແລະ ສືບຕໍ່ກໍ່ສ້າງສູນການຄ້າຜັກ, ຊີ້ນງົວ ແລະ ໝາກໄມ້ 3 ແຫ່ງ.

ນັບຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ, ຫ້ອງການຕ່ອງໂສ້ອຸດສາຫະກໍາອາຫານສີຂຽວຂອງນະຄອຮໄດ້ສຸມໃສ້ກັບການຂອດທີ່ສໍາຄັນ, ໂດຍຜ່ານການປົກປະຮັກສາຂອງມາດຕະຖານ, ການສະຫນັບສະຫນູນໂດຍເວທີ ແລະ ການຢອງຕິດທ່າແຮງ, ຊຸກຍູ້ການພັດທະນາຢ່າງໄວວາ ແລະ ມີຄວາມໝັ້ນຄົງຂອງລະບົບການຄ້າອາຫານສີຂຽວຂອງຄຸນໝິງ. ໃນນັ້ນ, ປິ່ນອ້ອມການບໍລິການສູນການຄ້າ 5 ແຫ່ງໃຫຍ່ຂອງຜັກ, ໝາກໄມ້, ຊີ້ນງົວ, ກາເຟ, ຢາຈີນຢູ່ຄຸນໝິງ, ໄດ້ວາງ 8 ມາດຕະຖານຂອງກຸ່ມເຊັ່ນ “ລະບົບຕົວຊີ້ວັດດ້ານຄຸນນະພາບ ແລະ ຄວາມປອດໄພຂອງໝາກໄມ້ເທິງເວທີການຄ້າອຸດສາຫະກຳອາຫານສີຂຽວຄຸນໝິງ”, ໄດ້ສ້າງລະບົບມາດຕະຖານທີ່ເອົາຮູບນອກ, ຂະໜາດ, ສ່ວນປະກອບ, ຫຸ້ມຫໍ່ ແລະອື່ນໆເປັນຕົວຊີ້ວັດຫຼັກ. ໃນປັດຈຸບັນນີ້, 8 ມາດຕະຖານກຸ່ມດັ່ງກ່າວໄດ້ປະກາດໃນລະບົບການຄຸ້ມຄອງເວທີຂໍ້ມູນຂ່າວສານມາດຕະຖານກຸ່ມແຫ່ງຊາດ.

3 ແພລດຟອມໄດ້ລອງດໍາເນີນງານອອນໄລນ໌

ນະຄອນຄຸນໝິງຍັງໄດ້ສົມທົບຊັບພະຍາກອນການຄ້າທີ່ກ່ຽວກັບລະບົບການຄ້າອາຫານສີຂຽວ, ເຊັ່ນ: ຂໍ້ມູນຂ່າວສານຂອງວິສາຫະກິດ, ການສະໜອງຜະລິດຕະພັນ, ຄວາມຕ້ອງການໃບສັ່ງຊື້, ອີງຕາມແນວຄວາມຄິດຂອງການເຮັດວຽກງານ "ເຮັດອຸດສາຫະກຳ, ຕ້ອງເຮັດການຄ້າ", ສ້າງເວທີການຄ້າອອນໄລນ໌ຂອງສູນການຄ້າ 3 ແຫ່ງຢູ່ນະຄອນຄຸນໝິງ, ໃນດ້ານ: ຜັກ, ຊີ້ນງົວ, ແລະ ໝາກໄມ້. ໃນປັດຈຸບັນນີ້, 3 ແພລດຟອມໄດ້ລອງດໍາເນີນງານອອນໄລນ໌.

ສໍາລັບ 256 ວິສາຫະກິດ ແລະ ອົງການທີ່ໄດ້ຮັບໃບຢັ້ງຢືນເມື່ອເລີ່ມການດຳເນີນງານໃນໄລຍະຕົ້ນຂອງສາມສູນການຄ້າຜັກ, ງົວຊີ້ນ ແລະຫມາກໄມ້, ຫ້ອງການຕ່ອງໂສ້ອຸດສາຫະກໍາອາຫານສີຂຽວຂອງເທດສະບານໄດ້ຕິດຕໍ່ກັບສາມຜູ້ປະກອບການດຳເນີນງານເພື່ອນໍາພາຫນ່ວຍງານທີ່ໄດ້ຮັບຢັ້ງຢືນເຂົ້າສູ່ເວທີການຄ້າ. ປະຈຸບັນນີ້, ມີບາງວິສາຫະກິດທີ່ໄດ້ຮັບຢັ້ງຢືນໄດ້ເຂົ້າສູ່ເວທີການຄ້າ. ໃນຂັ້ນຕອນຕໍ່ໄປ, ຄຸນສົມບັດພື້ນຖານຂອງວິສາຫະກິດ, ໃບສັ່ງການສະຫນອງແລະຄວາມຕ້ອງການ, ເນື້ອໃນຂອງຜະລິດຕະພັນ ແລະ ຂໍ້ມູນອື່ນໆຈະປະກາດຢ່າງເທື່ອລະກ້າວໃນເວທີການຄ້າ, ວິສາຫະກິດຈະເຈລະຈາວຽກງານທຸລະກິດ, ປະກາດໃບສັ່ງ, ແລະເຮັດທຸລະກິດທາງອອນໄລນ໌ໂດຍຜ່ານເວທີການຄ້າ.

ນອກຈາກນັ້ນ, ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານ “ໃຈກາງການຄົມມະນາຄົມ” ຂອງເວທີການຄ້າ ແລະ ດຶງດູດບັນດາວິສາຫະກິດເຂົ້າມາຕັ້ງຖິ່ນຖານໃນເວທີການຄ້າ, ນະຄອນຄຸນໝິງພວມສຶກສາ ແລະ ຮ່າງນະໂຍບາຍໜູນຊ່ວຍເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕຂອງລະບົບການຄ້າອາຫານສີຂຽວ. ປະຈຸບັນນີ້, ຮ່າງນະໂຍບາຍໜູນຊ່ວຍສະບັບທຳອິດໄດ້ສຳເລັດໂດຍພື້ນຖານ, ກຳລັງປະກອບຄຳເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ, ຫົວໜ່ວຍດຳເນີນງານຂອງສູນການຄ້າ ແລະ ບັນດາວິສາຫະກິດທີ່ໄດ້ຮັບຢັ້ງຢືນຈຳນວນໜຶ່ງ.

ເລັ່ງການສົ່ງອອກ "ຜະລິດຕະພັນແຂວງຢຸນນານ"

ມາຮອດທ້າຍເດືອນພຶດສະພານີ້, ຍອດມູນຄ່າການຄ້າຂອງສາມສູນການຄ້າຜັກ, ຊີ້ນງົວ ແລະ ໝາກໄມ້ຢູ່ຄຸນໝິງມີ 6,746 ຕື້ຢວນ, ໃນນັ້ນຍອດມູນຄ່າຜັກ 3,245 ຕື້ຢວນ, ຊີ້ນງົວ 943 ລ້ານຢວນ ແລະ ໝາກໄມ້ 2,558 ຕື້ຢວນ. ປະຈຸບັນນີ້, ນະຄອນຄຸນໝິງພວມກະກຽມສ້າງສູນການຄ້າຢາຈີນ, ກາເຟ ແລະ ເຫັດກິນໄດ້.

ໃນຖານະທີ່ເປັນຜູ້ປະກອບການດຳເນີນງານຂອງສູນການຄ້າຜັກຢູ່ຄຸນໝິງ, ບໍລິສັດພັດທະນາກະສິກຳທັນສະໄໝ ຢຸນທຽນຮວາ ຢຸນນານຈຳກັດອີງໃສ່ທ່າແຮງນຳໜ້າໃນຂອບເຂດທົ່ວແຂວງ, ໄດ້ເຊື່ອມໂຍງລະບົບຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ, ຕ່ອງໂສ້ປະດິດສ້າງໃໝ່ ແລະ ຕ່ອງໂສ້ມູນຄ່າຢ່າງຕໍ່ເນື່ອງ, ໄດ້ສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການພັດທະນາລະບົບການຄ້າອາຫານສີຂຽວຄຸນໝິງແບບຍືນຍົງ ແລະ ສຸຂະພາບ.

ໃນຂະບວນການພັດທະນາ, ເພື່ອເສີມຂະຫຍາຍຊ່ອງທາງການຂາຍຂອງສູນການຄ້າຜັກຄຸນໝິງຢູ່ເຂດກວາງຕຸ້ງ-ຮົງກົງ-ມາກາວ, ບໍລິສັດພັດທະນາກະສິກຳທັນສະໄໝ ຢຸນທຽນຮວາ ຢຸນນານຈຳກັດໃຊ້ລະບົບມາດຕະຖານສູງເປັນວຽກງານສຳຄັນ. ເພື່ອເອົາສ້າງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳ ຄື "ຊື້ໃນທົ່ວແຂວງ ແລະ ຂາຍໃນທົ່ວປະເທດ" ເປັນເປົ້າໝາຍ, ສ້າງເວທີການສະແດງ, ການຄ້າ ແລະ ການສະໜອງໂດຍກົງຂອງສູນການຄ້າຜັກຄຸນໝິງ-ເຂດກວາງຕຸ້ງ-ຮົງກົງ-ມາກາວຢູ່ເຂດຢູ້ຊີ້ວ ນະຄອນກວາງໂຈ່ວ. ເວທີດັ່ງກ່າວສ້າງສາງຂໍ້ມູນການສະໜອງ "ຜະລິດຕະພັນຢຸນນານ" ແລະ "ຜັກຢຸນນານ", ເຊື່ອມຕໍ່ຮ້ານຊຸບເປີມາເກັດຂະໜາດໃຫຍ່ຂອງຕ່າງແຂວງ, ຂະຫຍາຍຊ່ອງທາງການຄ້າອີຄອມເມີຊ, ແລະຈັດກອງປະຊຸມສົ່ງເສີມຜະລິດຕະພັນຢຸນນານ, ເພື່ອຊ່ວຍໃຫ້ການພັດທະນາທີ່ມີຄຸນນະພາບສູງ ແລະ ໝັ້ນຄົງຂອງລະບົບຕ່ອງໂສ້ອຸດສາຫະກໍາສະບຽງອາຫານສີຂຽວ ແລະ ການສົ່ງອອກ "ຜະລິດຕະພັນແຂວງຢຸນນານ",  "ຜັກຢຸນນານເຂົ້າໄປໃນເຂດກວາງຕຸ້ງ-ຮົງກົງ-ມາກາວ".


“通过标准护航、平台支撑、优势叠加,目前昆明绿色食品贸易体系蹄急步稳、向前发展。” 近日, 市委农办主任、市绿色食品产业链办公室主任李启斌介绍,今年1—5月,昆明已建成的蔬菜、肉牛、水果3个交易中心交易额达67.46亿元,有力推动昆明绿色贸易体系高质量发展。

已发布8个团体标准

按照市委、市政府建立“8+N”产业链体系的部署安排,近年来,市绿色食品产业链办公室坚持“立足昆明、依托全省、面向全国”的总体思路,以及“提标准、创品牌、建平台、拓市场、联基地、强配送、重质检、抓示范、强运营”的实施路径,有序推进昆明绿色食品贸易体系建设,先后建成蔬菜、肉牛、水果三个交易中心。

今年以来,市绿色食品产业链办公室紧盯关键环节,通过标准护航、平台支撑、优势叠加,不断促进昆明绿色食品贸易体系蹄急步稳、向前发展。其中,围绕服务昆明市蔬菜、水果、肉牛、咖啡、中药材五大交易中心,先后编制《昆明市绿色食品产业贸易平台产品质量安全指标体系 水果》等8个团体标准,形成以外观、规格、成分、包装等为主要指标的标准体系。目前,上述8个团体标准已在全国团体标准信息平台管理系统上发布。

3个平台上线试运行

昆明还进一步整合绿色食品贸易体系涉及的企业信息、产品供应、订单需求等交易贸易资源,按照“做产业就要做贸易”的工作思路,分别打造昆明蔬菜、肉牛、水果3个交易中心的线上交易平台。目前,3个平台已上线试运行。

针对前期蔬菜、肉牛、水果3个交易中心启动运营时认证的256个企业和机构,市绿色食品产业链办公室分别与3个运营主体联系,指导认证主体进驻交易平台。目前,已有部分认证企业入驻交易平台。下一步,企业的基本资质、供需订单、货品内容等信息将逐步在交易平台上发布,企业将通过交易平台进行商务洽谈、订单发布、线上交易。

此外,为挖掘交易平台“枢纽”潜力,吸引更多企业入驻交易平台,昆明正在研究起草推动绿色食品贸易体系发展壮大的支持政策。目前,支持政策初稿基本完成,正在征求相关部门、交易中心运营单位和部分已认证企业的意见和建议。

“云品出滇”加速

截至5月底,昆明已建成的蔬菜、肉牛、水果3个交易中心交易额达67.46亿元,其中蔬菜32.45亿元、肉牛9.43亿元、水果25.58亿元。目前,昆明正在筹建中药材、咖啡、食用菌等交易中心。

作为昆明蔬菜交易中心的运营主体,云南云天化现代农业发展有限公司依托企业在全省范围内的领头优势,不断融合产业链、供应链、创新链和价值链,为昆明绿色食品贸易体系健康可持续发展奠定坚实基础。

在发展过程中,为进一步拓宽昆明蔬菜交易中心在粤港澳大湾区的销售渠道,云南云天化现代农业发展有限公司以高标准体系为抓手,以打造“买全省、卖全国”的农产品供应链为目标,在广州市越秀区打造了昆明蔬菜交易中心大湾区展示交易直供平台。该平台构建“云品”“云菜”供应数据库、联通省外大型商超、拓展电商营销渠道、举办云品推介会,为助力绿色食品产业链高质量稳定发展和“云品出滇”“云菜入湾”注入动力。(昆明日报 首席记者廖兴阳)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/16

11:14

ແບ່ງປັນ

ແປ
翻译