ສະຫາຍ ຫຼິວເຈ້ຍເສີນພົບປະກັບຄະນະທີ່ນໍາໂດຍສະຫາຍ ອາດສະພັງທອງ·ສີພັນດອນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສະໜຸກ)ວັນທີ 7 ກໍລະກົດນີ້, ສະຫາຍ ຫຼິວເຈ້ຍເສີນ ຮອງເລຂາຄະນະພັກນະຄອນ,ເຈົ້າຄອງນະຄອນຄຸນມິງໄດ້ພົບປະກັບຄະນະທີ່ນໍາໂດຍສະຫາຍ ອາດສະພັງທອງ·ສີພັນດອນ ຮອງເລຂາຄະນະພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ

ສະຫາຍ ຫຼິວເຈ້ຍເສີນສະແດງວ່າ, ຈີນ-ລາວມີສາຍພູສາຍນໍ້າຕິດຈອດກັນ,ເປັນ ບ້ານໄກ້ເຮືອນຄຽງທີ່ດີ. ແຂວງຢູນນານມີຊາຍແດນຕິດກັບປະເທດລາວ,ທີ່ຕັ້ງພູມສາດໃກ້ຊິດ ແລະ ປະຊາຊົນເປັນພີ່ນ້ອງ.ນະຄອນຄຸນມິງ ແລະ ນະຄອນຫຼວງວຽງຈັນນັບແຕ່ສ້າງສາຍພົວພັນຕົວເມືອງມິດຕະພາບໃນປີ 2011 ເປັນຕົ້ນມາ, ທຸກຂັ້ນຂອງສອງຝ່າຍຢ້ຽມຢາມເຊິ່ງກັນ ແລະ ກັນ, ແລະຮ່ວມມືໃນຂົງເຂດການທ່ອງທ່ຽວ, ກະສິກຳ, ເສດຖະກິດ ແລະ ການຄ້າ, ການສຶກສາ, ຫຼຸດຜ່ອນຄວາມທຸກຍາກ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ການຄຸ້ມຄອງຕົວເມືອງ, ການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດເປັນຕົ້ນ,ໄດ້ນໍາເອົາຜົນປະໂຫຍດຢ່າງຈິງໃຫ້ປະຊາຊົນສອງຕົວເມືອງ.ການເປີດນໍາໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການໄດ້ສ້າງຄວາມສະດວກໃຫ້ການແລກປ່ຽນລະຫວ່າງສອງຝ່າຍຢ່າງຫຼວງຫຼາຍ.ຫວັງວ່າທັງສອງຝ່າຍຍາດແຍ່ງກາລະໂອກາດຂອງທາງລົດໄຟລາວ-ຈີນເປີດນໍາໃຊ້ ແລະ ການມີຜົນສັກສິດຂອງສັນຍາRCEP, ລົງເລິກການແລກປ່ຽນດ້ານເສດຖະກິດ ແລະ ການຄ້າ, ສ້າງກົນໄກການຮ່ວມມືລະຫວ່າງຕົວເມືອງລຽບຕາມທາງລົດໄຟລາວ-ຈີນ, ແລະ ສ້າງຮູບແບບໃໝ່ "ຄຸນມິງ-ວຽງຈັນ”ທີ່ການເຊື່ອມໂຍງ ແລະ ການຮ່ວມມືຂ້າມພາກພື້ນ.

ສະຫາຍ ອາດສະພັງທອງ ສີພັນດອນສະແດງວ່າ, ການຮ່ວມມືລາວ-ຈີນນັບມື້ນັບແໜ້ນແຟ້ນ. ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ເປັນຕົ້ນມາ, ສອງຕົວເມືອງໄດ້ຊຸກຍູ້ປະຕິບັດໂຄງການຮ່ວມມືຢ່າງຫຼາຍທີ່ມີປະສິດທິພາບສູງ, ແລະ ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍ. ນະຄອນຫຼວງວຽງຈັນຍິນດີກັບນະຄອນຄຸນມິງຮ່ວມກັນລົງເລິກການຮ່ວມມື, ຮ່ວມສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ, ຕັ້ງໜ້າຊຸກຍູ້ໃຫ້ທາງລົດໄຟລາວ-ຈີນມີຄວາມຈະເລີນຮຸ່ງເຮືອງ, ຊຸກຍູ້ການຮ່ວມມືຢ່າງຕົວຈິງໃນຂົງເຂດກະສິກໍາ, ການທ່ອງທ່ຽວ, ຄວາມຂຽວຂອງຕົວເມືອງ, ການສຶກສາກິລາ ແລະ ອື່ນໆ,ເລັ່ງລັດຊຸກຍູ້ໂຄງການເລີ່ມປະຕິບັດ, ຊຸກຍູ້ການຮ່ວມມືທັງສອງຝ່າຍໄດ້ຮັບຜົນງານຫຼາຍກວ່າ.


7月7日,昆明市委副书记、市长刘佳晨会见老挝万象市委副书记、市长阿沙庞通·西潘敦一行。

刘佳晨表示,中老是山水相连、唇齿相依的友好近邻。云南与老挝接壤,地缘相近、人缘相亲。昆明、万象两市自2011年缔结友好城市关系以来,双方各层级互访频繁,在旅游、农业、经贸、教育以及扶贫减贫、民生改善、城市管理、疫情防控等领域开展务实合作,为两市民众带来了实实在在的福祉。中老铁路正式通车更是极大便利了双方交流往来。希望双方抓住中老铁路开通、RCEP生效实施的机遇,深化经贸往来,建立中老铁路沿线城市合作机制,打造跨区域联动合作的“昆(明)万(象)”新模式。

阿沙庞通·西潘敦表示,中老合作历久弥坚。随着中老铁路的开通,两市高效推动落实多个合作项目,取得了重大成果。万象愿与昆明一道深化合作,携手高质量共建“一带一路”,积极推进中老铁路共建繁荣,推动在农业、旅游、城市绿化、教育、体育等领域的务实合作,加快推进项目落地,推动双方合作取得更大成果。



[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/11

14:32

ແບ່ງປັນ

ແປ
翻译