ມາຈາກ:ສະບາຍດີ
ເຖິງແມ່ນວ່າໃນທ້າຍປີ,ລະດູຫນາວຂອງ ບໍ່ຫານ ຍັງມີຊີວິດຊີວາຢູ່.
ນີ້ແມ່ນຕາແສງ ບໍ່ຫານ ທີ່ເຕັມໄປດ້ວຍຄວາມຄຶກຄື້ນແລະມີຊີວິດຊີວາ,ການພັດທະນາເຂດສຳຄັນແລະການກໍ່ສ້າງໂຄງການຫຼັກໆ ເພີ່ມຄວາມເຂັ້ມແຂງ,ເລັ່ງຄວາມໄວ,ແລະເພີ່ມຄວາມຮ້ອນແຮງ;ນີ້ແມ່ນຕາແສງ ບໍ່ຫານ ທີ່ມີທ່າແຮງບໍ່ມີຂອບເຂດ,ບໍລິສັດຫຼາຍແຫ່ງມາຢ້ຽມຊົມແລະກວດກາ,ເຕັມໄປດ້ວຍຄວາມໝັ້ນໃຈໃນການລົງທຶນເລີ່ມທຸລະກິດ, ປັກຫຼັກຖານແລະພັດທະນາ.ນີ້ແມ່ນຕາແສງ ບໍ່ຫານ ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ,ດ່ານຊາຍແດນການຂົນສົ່ງຜູ້ໂດຍສານແລະສິນຄ້າເພີ່ມຂຶ້ນ,ການຜະລິດຂອງບໍລິສັດດຳເນີນໄປຢ່າງເຄັ່ງຄັດແລະເປັນລະບຽບ,ການຮ່ວມມືອຸດສາຫະກຳຂ້າມເຂດຮ້ອນແຮງ... ບໍ່ຫານ,ທຸກບ່ອນກໍ່ສະແດງໃຫ້ເຫັນເຖິງຮູບພາບການພັດທະນາທີ່ບໍ່ຢຸດຢັ້ງ.
ເນື່ອງຈາກໂອກາດການເປີດນຳໃຊ້ທາງລົດໄຟລາວ-ຈີນ,ໃນເດືອນເມສາ 2022,ຄະນະພັກແຂວງຢຸນນານ ແລະ ອຳນາດການປົກຄອງແຂວງຢຸນນານ ໄດ້ຕັດສິນໃຈໃຫ້ນະຄອນຄຸນມິງຮັບການມອບໝາຍໃຫ້ຕາແສງບໍ່ຫານ ກິ່ງແຂວງ ສິບສອງພັນນາດໍາເນີນວຽກງານຮ່ວມກັນເພື່ອສ້າງຕົວເມືອງດ່ານຊາຍແດນສາກົນ.ນັບຕັ້ງແຕ່ການຮັບການມອບໝາຍໃຫ້ຕາແສງບໍ່ຫານດໍາເນີນວຽກງານ, ນະຄອນຄຸນມິງໄດ້ຕອບກັບດ້ວຍການກະທຳທີ່ແທ້ຈິງແລະສົ່ງຜົນງານທີ່ແທ້ຈິງ,ຍືນໝັ້ນໃນການເກັບກຳຊັບພະຍາກອນແລະອົງປະກອບຕ່າງໆໄປສູ່ບໍ່ຫານ,ນະໂຍບາຍແລະກອງທຶນເນັ້ນໄປທາງ ບໍ່ຫານ,ຊຸກຍູ້ໃຫ້ໂຄງຮ່າງເມືອງດ່ານສາກົນ ບໍ່ຫານ ເລີ່ມປະກົດຕົວຂຶ້ນເທື່ອລະກ້າວ,ຜົນການຮັບການໂອນເຕັກໂນໂລຊີອຸດສາຫະກຳເລີ່ມປະກົດຂຶ້ນເທື່ອລະກ້າວ,ຊ່ອງທາງບົກ-ທະເລສາກົນໄປທາງໃຕ້ຈາກການເຊື່ອມຕໍ່ໄປສູ່ການເຊື່ອມຕໍ່ທີ່ລຽບງ່າຍ,ການກະທຳເພື່ອເສີມສ້າງຊາຍແດນແລະເຮັດໃຫ້ປະຊາຊົນຮັ່ງມີໄດ້ຮັບຜົນກະທົບທີ່ແທ້ຈິງ, ການພັດທະນາແລະການກໍ່ສ້າງບໍ່ຫານເລີ່ມມີກຳລັງເຕັມທີ່, ໂຄງການພັດທະນາເລັ່ງເປີດກວ້າງ.
ດ້ວຍການເດີນທາງຢ່າງວົງໄວຂອງຂະບວນລົດໄຟຕາມເສັ້ນທາງລົດໄຟລາວ-ຈີນ, ກະແສຄົນ,ສິນຄ້າ,ເງິນ ແລະ ຂໍ້ມູນກຳລັງເຕົ້າໂຮມກັນຢູ່ ບໍ່ຫານ, ເຮັດໃຫ້ເມືອງນ້ອຍຊາຍແດນແຫ່ງນີ້ໃນອະດີດ ຫັນເປັນ ເມືອງທີ່ເປີດກວ້າງແລະດິນແດນຮ້ອນໃໝ່ແຫ່ງການພັດທະນາ.
正值岁末,冬日的磨憨,依然“热”力十足。
这是一个热火朝天的磨憨,重点片区开发、重点项目建设加力度提速度增热度;这是一个潜力无限的磨憨,众多企业参观考察,对投资兴业、扎根发展信心满满;这是一个活力十足的磨憨,边境口岸客货两旺、企业生产紧张有序、跨区域产业协作热潮涌动……磨憨,处处呈现出“干劲拉‘满格’、冲刺不停歇”的奋斗图景。
乘着中老铁路的东风,2022年4月,云南省委、省政府决定由昆明市托管西双版纳州磨憨镇共同建设国际口岸城市。托管以来,昆明以实干作答、用实绩交卷,坚持资源要素向磨憨集中、政策资金向磨憨倾斜,推动磨憨国际口岸城市轮廓逐渐成型、承接产业转移成效逐步显现、南向国际陆海大通道由通及畅、兴边富民行动取得实效,磨憨开发建设全面起势、发展格局加快打开。
伴随着中老铁路列车的疾驰,人流、物流、资金流、信息流正在磨憨迅速聚集,昔日的边陲小镇迅速成长为开放新高地、发展新热土。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
12/11
16:49
— ແບ່ງປັນ —