ພະຍາຍາມຍົກລະດັບການເປີດປະຕູສູ່ພາຍນອກໃຫ້ສູງຂຶ້ນ

ມາຈາກ:ສະບາຍດີ

2012985

ສະບາຍດີ ນັກຂ່າວຄຳປະເສີດ)ໃນເດືອນເມສາ ປີ 2022,ຫຼັງຈາກທາງລົດໄຟລາວ-ຈີນໄດ້ເປີດໃຫ້ບໍລິການ,ຄະນະພັກແຂວງຢຸນນານ ແລະ ອຳນາດການປົກຄອງແຂວງຢຸນນານໄດ້ຕັດສິນໃຈປະກາດນະໂຍບາຍຍຸດທະສາດ ແລະ ການປະຕິບັດທີ່ສ້າງສັນ:ນະຄອນຄຸນມິງໄດ້ຮັບການມອບໝາຍໃຫ້ຕາແສງບໍ່ຫານ ກິ່ງແຂວງ ສິບສອງພັນນາດໍາເນີນວຽກງານຮ່ວມກັນເພື່ອສ້າງຕົວເມືອງດ່ານຊາຍແດນສາກົນ,ເພື່ອຮ່ວມກັນພັດທະນາເປັນນະຄອນດ່ານສາກົນ.ນະຄອນຄຸນມິງໄດ້ຮັບການມອບໝາຍໃຫ້ຕາແສງບໍ່ຫານດໍາເນີນວຽກງານ ແມ່ນການເຄື່ອນໄຫວຂອງຢຸນນານ ແລະ ນະຄອນຄຸນມິງ ເພື່ອຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາຂອງປະເທດຈີນຢ່າງຈະແຈ້ງ,ເລັ່ງລັດການກໍ່ສ້າງສູນກາງທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.ຄວາມໄດ້ປຽບດ້ານທີ່ຕັ້ງຂອງນະຄອນຄຸນມິງຍິ່ງປະກົດຊັດເຈນ,ຮູບແບບການພັດທະນາໃໝ່ກຳລັງຖືກສ້າງຂຶ້ນ,ແລະ ນະຄອນຄຸນມິງໄດ້ພົບຈຸດສະໜັບສະໜູນການພັດທະນາສຳລັບຕະຫຼາດໃຫຍ່ຂອງອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້. 

ຮູບແບບ"ນະຄອນຫຼວງຂອງແຂວງໄດ້ຮັບການມອບໝາຍໃຫ້ເມືອງຊາຍແດນດໍາເນີນວຽກງານ"ທີ່ມີລັກສະນະພິເສດນີ້ ໄດ້ລວມເອົາພະລັງຮ່ວມຂອງບັນດານະຄອນ ແລະ ແຂວງຕາມເສັ້ນທາງລົດໄຟລາວ-ຈີນ,ເຮັດໃຫ້ສ່ວນພາຍໃນປະເທດຈີນຂອງທາງລົດໄຟລາວ-ຈີນສາມາດ"ເຊື່ອມຕົ້ນ-ປາຍ" ແລະ ພັດທະນາຮ່ວມກັນ,ສ້າງຮູບແບບການພັດທະນາເສດຖະກິດແລວທາງລົດໄຟລາວ-ຈີນທີ່"ສອງປາຍ"ນຳພາ"ສ່ວນກາງ".ນອກຈາກນີ້,ຍັງເຮັດໃຫ້ນະຄອນຄຸນມິງກາຍເປັນນະຄອນຫຼວງຂອງແຂວງແຫ່ງດຽວໃນປະເທດຈີນທີ່ມີ "ເສັ້ນຊາຍແດນ ແລະ ດ່ານຊາຍແດນ".ບໍ່ພຽງແຕ່ໄດ້ໃຫ້ຄວາມບຸກທະລຸອັນໃໝ່ເພື່ອເລັ່ງລັດການກໍ່ສ້າງສູນກາງທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ ແລະ ເປີດພື້ນທີ່ໃໝ່ໃຫ້ແກ່ການເປີດກວ້າງເທົ່ານັ້,ຫາກຍັງນຳມາເຊິ່ງໂອກາດສຳຄັນໃຫ້ແກ່ນະຄອນຄຸນມິງໃນການບັນລຸການພັດທະນາທີ່ມີຄຸນນະພາບສູງ.

ໃນເດືອນທັນວາ ປີ 2025, ຄົບຮອບ 4 ປີຂອງການເປີດໃຊ້ທາງລົດໄຟລາວ-ຈີນ,ການຮ່ວມມືດ້ານເສດຖະກິດ ແລະ ການຄ້າຕາມເສັ້ນທາງມີຄວາມແໜ້ນແຟ້ນຍິ່ງຂຶ້ນ,ໄດ້ພັດທະນາກາຍເປັນ"ເສັ້ນທາງທອງຄຳ"ທີ່ເຊື່ອມຕໍ່ພາຍໃນ ແລະ ພາຍນອກ,ສົ່ງຜົນສະທ້ອນຕໍ່ພາກພື້ນອ້ອມຂ້າງ,ແລະ ສົ່ງເສີມການພົວພັນສອງທາງທີ່ເປັນປະໂຫຍດຮ່ວມກັນ.ກາຍເປັນຕົວຢ່າງ ແລະ ແບບຢ່າງໃນການສົ່ງເສີມການພັດທະນາຮ່ວມກັນຂອງພາກພື້ນ,ພ້ອມທັງຄ່ອຍໆກາຍເປັນຖານທີ່ສຳຄັນຂອງຢຸນນານໃນການເປີດປະຕູສູ່ພາຍນອກ ແລະ ເປັນເຄື່ອງຈັກໃໝ່ໃນການພັດທະນາທີ່ມີຄຸນນະພາບສູງ.ດ່ານສາກົນຊາຍແດນທາງລົດໄຟ ບໍ່ຫານ ກາຍເປັນດ່ານສາກົນຊາຍແດນທາງລົດໄຟໃຫຍ່ທີ່ສຸດຂອງປະເທດຈີນທີ່ເຊື່ອມຕໍ່ກັບອາຊຽນ,ພື້ນທີ່ການເປີດກວ້າງຂອງນະຄອນຄຸນມິງໄດ້ຮັບການຂະຫຍາຍເພີ່ມຕື່ມ,ແລະ ການຮັບໃຊ້ການກໍ່ສ້າງສູນກາງທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ບັນລຸຜົນສຳເລັດໃໝ່.

ນະຄອນຄຸນມິງ ໃນຖານະທີ່ເປັນເມືອງເອກຂອງແຂວງຢຸນນານ,ປະຕູສຳຄັນຂອງປະເທດຈີນທີ່ເປີດສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ແລະ ສູນກາງທາງດ້ານໜ້າຂອງການຮ່ວມສ້າງ"ໜຶ່ງແລວໜຶ່ງເສັ້ນທາງ",ໄດ້ປະກອບສ່ວນຢ່າງຫ້າວຫັນໃນການສ້າງຮູບແບບການພັດທະນາໃໝ່ຂອງປະເທດຈີນ ແລະ ການກໍ່ສ້າງສູນກາງທີ່ສົ່ງຜົນສະທ້ອນຂອງແຂວງຢຸນນານທີ່ຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ເຊິ່ງບໍ່ພຽງແຕ່ເປັນໜ້າທີ່ຮັບຜິດຊອບເທົ່ານັ້ນ,ຫາກຍັງເປັນຄວາມຕ້ອງການໃນການພັດທະນາອີກດ້ວຍ.ການຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາຂອງປະເທດຈີນຢ່າງຫ້າວຫັນ,ສົ່ງເສີມການພັດທະນາທີ່ປະສານງານຂອງພາກພື້ນ,ກ້າວໄປສູ່ຂອບເຂດທີ່ກວ້າງຂວາງກວ່າ,ລະດັບທີ່ເລິກເຊິ່ງກວ່າ,ແລະ ຂົງເຂດທີ່ຫຼາກຫຼາຍກວ່າ,ດ້ວຍຄວາມພະຍາຍາມເພື່ອບັນລຸຄວາມກ້າວໜ້າທີ່ສຳຄັນໃນການຊຸກຍູ້ການເປີດກວ້າງໃນລະດັບສູງ,ສູນກາງທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ທີ່ທັນສະໄໝ,ເປັນເຂດຫຼັກ,ແລະ ເປັນເຄື່ອງຈັກທີ່ມີພະລັງໃນການພັດທະນາທີ່ມີຄຸນນະພາບສູງຂອງແຂວງຢຸນນານ ຈະສາມາດປ່ຽນຈາກແຜນຜັງສູ່ຄວາມເປັນຈິງ.

2012985

2022年4月,中老铁路通车后,云南省委、省政府作出一项战略部署和创新实践:昆明市托管西双版纳州磨憨镇,共同建设国际口岸城市。昆明托管磨憨,是云南和昆明主动服务和融入国家发展战略、加快建设面向南亚东南亚辐射中心的具体行动。昆明的区位优势更加彰显,新发展格局正在构建,昆明找到了面向南亚东南亚大市场的发展支点。

这种独具特色的“省城托管边境口岸”模式,汇聚起沿线州市的合力,让中老铁路国内段实现“首尾相连”、协同发展,构建了以“两头”带“中间”的中老铁路经济带发展格局,也让昆明成为全国唯一一个拥有“边境线和边境口岸”的省会城市。不仅为加快推进辐射中心建设找到了新的突破口,打开了开放新空间,还为昆明实现高质量发展带来了重大机遇。

2025年12月,中老铁路开通四周年,沿线经贸合作更为密切,已发展成为联通内外、辐射周边、双向互济的“黄金线路”,成为赋能区域协同发展的示范与样板,更逐渐成为云南对外开放的主阵地、高质量发展的新引擎。磨憨铁路口岸成为我国对东盟第一大铁路口岸,昆明对外开放空间得到进一步拓展,服务辐射中心建设实现新突破。

昆明作为云南省会城市、我国面向南亚东南亚开放的重要门户、共建“一带一路”的前沿枢纽,为我国构建新发展格局、云南建设面向南亚东南亚辐射中心作出积极贡献,既是使命担当,更是发展需要。主动服务和融入国家发展战略,促进区域协调发展,不断向更大范围、更深层次、更多领域挺进,奋力在推动高水平开放上取得重大进展,一个全新的、面向南亚东南亚辐射中心的核心区、云南实现高质量发展的强大引擎就能由蓝图变为现实。(昆明日报评论员)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

12/10

16:41

ແບ່ງປັນ

ແປ
翻译