ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຄົບຮອບ 4 ປີ ສະແດງໃຫ້ເຫັນຜົນປະໂຫຍດຂອງເສັ້ນທາງຄໍາຢ່າງເຕັມສ່ວນ

ມາຈາກ:ສະບາຍດີ

ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຄົບຮອບ 4 ປີ ສະແດງໃຫ້ເຫັນຜົນປະໂຫຍດຂອງເສັ້ນທາງຄໍາຢ່າງເຕັມສ່ວນ.ມາເບິ່ງກັນວ່າທາງລົດໄຟລາວ-ຈີນໄດ້ກາຍເປັນເສັ້ນທາງແຫ່ງການພັດທະນາ,ຄວາມຜາສຸກ,ແລະມິດຕະພາບຂອງປະຊາຊົນລາວ-ຈີນໃນໄລຍະ 4 ປີທີ່ຜ່ານມາ.

ປະຊາຊົນເດີນທາງສະດວກສະບາຍ ປະລິມານແລະຄຸນນະພາບການຂົນສົ່ງຜູ້ໂດຍສານເພີ່ມຂຶ້ນພ້ອມກັນ

ພາກສ່ວນຈີນຂອງທາງລົດໄຟລາວ-ຈີນຈາກໄລຍະເລີ່ມເປີດນໍາໃຊ້ ມີຂະບວນລົດໄຟຜູ້ໂດຍສານສະເລ່ຍພຽງ 8 ຖ້ຽວຕໍ່ມື້ປັດຈຸບັນເພີ່ມສູງສຸດເຖິງ 86 ຖ້ຽວຕໍ່ມື້,ໄດ້ຂົນສົ່ງຜູ້ໂດຍສານສະສົມທັງຫມົດ 51,34 ລ້ານເທື່ອຄົນ.ຈໍານວນຂະບວນລົດໄຟໂດຍສານພາກສ່ວນລາວຂອງທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຈາກ 4 ຖ້ຽວຕໍ່ມື້ໃນໄລຍະເລີ່ມເປີດນໍາໃຊ້ເປັນ 18 ຄັນ,ຂະບວນລົດໄຟໂດຍສານຄວາມໄວສູງທຳມະດາໄດ້ຂະຫຍາຍອອກເປັນ 10 ກວ່າຖ້ຽວ,ຂົນສົ່ງຜູ້ໂດຍສານໄດ້ທັງໝົດ 11,24 ລ້ານຄົນ.

ຂະບວນລົດໄຟຜູ້ໂດຍສານສາກົນທີ່ແລ່ນທຸກມື້ລະຫວ່າງນະຄອນຄຸນມິງ ສປ ຈີນ ກັບ ນະຄອນວຽງຈັນ ສປປ ລາວໄດ້ເພີ່ມຂຶ້ນເປັນ 4 ຖ້ຽວ,ໂດຍແຕ່ລະຂະບວນມີບ່ອນນັ່ງສຳລັບຜູ້ໂດຍສານຂ້າມຊາຍແດນຈາກເບື້ອງຕົ້ນ 250 ບ່ອນເພີ່ມຂຶ້ນເປັນ 420 ບ່ອນ,ຈຳນວນຜູ້ໂດຍສານເຂົ້າ-ອອກເມືອງໄດ້ເພີ່ມຂຶ້ນຈາກເບື້ອງຕົ້ນ 300 ຄົນຕໍ່ມື້ມາເປັນສູງສຸດ 1,400 ຄົນຕໍ່ມື້.ການ "ນັ່ງລົດໄຟທ່ອງທ່ຽວຈີນ" ແລະ "ນັ່ງລົດໄຟທ່ອງທ່ຽວລາວ" ໄດ້ກາຍເປັນທາງເລືອກໃໝ່ສຳລັບນັກທ່ອງທ່ຽວຂ້າມຊາຍແດນ.

ສິນຄ້າໄຫຼວຽນສະດວກ ການຂົນສົ່ງສິນຄ້າເຕີບໂຕຢ່າງແຮງ

ຈຳນວນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນທີ່ແລ່ນທຸກມື້ໄດ້ເພີ່ມຂຶ້ນຈາກ 2 ຖ້ຽວໃນຊ່ວງເປີດໃຫ້ບໍລິການເບື້ອງຕົ້ນ ມາເປັນສູງສຸດ 23 ຖ້ຽວ,ນ້ຳໜັກຕຶກຂອງລົດໄຟເພີ່ມຂຶ້ນຈາກ 2,000 ໂຕນມາເປັນ 2,800 ໂຕນ,ໂດຍລວມໄດ້ຂົນສົ່ງສິນຄ້າຂ້າມຊາຍແດນໄດ້ຫຼາຍກວ່າ 16 ລ້ານໂຕນ,ກວມເອົາ 31 ແຂວງ (ເຂດ,ນະຄອນ) ພາຍໃນປະເທດຈີນ ແລະ 19 ປະເທດ ລວມທັງລາວ,ໄທ,ມາເລເຊຍ,ສິງກະໂປ,ຫວຽດນາມ ແລະອື່ນໆ,ປະເພດສິນຄ້າຂົນສົ່ງຂ້າມຊາຍແດນໄດ້ຂະຫຍາຍເຖິງຫຼາຍກວ່າ 3,800 ປະເພດ.ທາງລົດໄຟລາວ-ຈີນໄດ້ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຂອງໄທ,ມາເລເຊຍ ແລະ ອື່ນໆ,ຮອດເດືອນພະຈິກ 2025,ຂະບວນລົດໄຟຈີນ-ເອີຣົບ (ອາຊີກາງ) ຂອງທາງລົດໄຟລາວຈີນໄດ້ແລ່ນສະສົມຫຼາຍກວ່າ 12,000 ຖ້ຽວ,ຂົນສົ່ງສິນຄ້າຫຼາຍກວ່າ 653,000 ຕູ້ຄອນເທນເນີມາດຕະຖານ.

中老铁路开通运营满四年,黄金大通道效应持续显现。来看中老铁路这四年如何成为中老人民的发展路、幸福路、友谊路。

人享其行 客运量质齐升

中老铁路国内段日均开行旅客列车由开通初期的8列增至最高86列,累计发送旅客5134万人次;老挝段日均开行旅客列车由开通初期的4列增至最高18列,普速旅客列车扩编为10辆以上,累计发送旅客1124万人次。

中国昆明至老挝万象间每天开行的国际旅客列车增至4列,每趟旅客列车跨境旅客席位由初期250个增至420个,出入境人数由初期每天300人次增至最高1400人次“坐着火车游中国”“坐着火车游老挝”已成为跨境游客的新选择。

物畅其流 货运强劲增长

跨境货物列车每日开行数量由开通初期的2列增至最高23列,列车牵引吨数由2000吨增至2800吨,累计发送跨境货物超1600万吨,已覆盖国内31个省(区、市)和老挝、泰国、马来西亚、新加坡、越南等19个国家和地区,跨境运输商品种类拓展到3800余种。中老铁路与泰国、马来西亚等铁路网互联互通,截至2025年11月,中老铁路中亚班列累计开行超过1.2万列,发送货物超过65.3万标箱。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

12/05

15:22

ແບ່ງປັນ

ແປ
翻译