ສະຫາຍ ລິວຫົງຈ້ຽນ ນໍາຄະນະໄປປັກກິ່ງເພື່ອຢ້ຽມຢາມກະຊວງແຫ່ງຊາດ ແລະ ຈັດກິດຈະກໍາດຶງດູທຸລະກິດ ແລະ ການລົງທຶນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 1 ຫາ ວັນທີ 4 ເດືອນມິຖຸນາ,ສະຫາຍ ລິວຫົງຈ້ຽນ ກໍາມະການປະຈໍາຄະນະພັກແຂວງ,ເລຂາຄະນະພັກນະຄອນຄຸນມິງ ນໍາຄະນະໄປປັກກິ່ງເພື່ອຢ້ຽມຢາມກະຊວງແຫ່ງຊາດ ແລະ ວິສາຫະກິດສູງກາງຕ່າງໆ,ເຊັ່ນ:ກົມການຮ່ວມມືພັດທະນາສາກົນແຫ່ງຊາດ, ກົມໃຫຍ່ພາສີ ,ກົມກວດຄົນເຂົ້າເມືອງແຫ່ງຊາດ ແລະ ກຸ່ມບໍລິສັດອາລູມິນຽມຂອງຈີນຈໍາກັດ,ກຸ່ມບໍລິສັດໂລຈິດສຕິຂອງຈີນຈໍາກັດ, ກຸ່ມບໍລິສັດການສະຫນອງຕະຫຼາດຂອງຈີນ ຈໍາກັດ ແລະ ບໍລິສັດທາງລົດໄຟຈີນຫຸ້ນສ່ວນຈໍາກັດ, ຕັ້ງໜ້າຕິດຕໍ່ພົວພັນ, ລົງເລິກການຮ່ວມມືຢ່າງຕົວຈິງ,ໄດ້ຮັບການຕອບສະຫນອງ ແລະ ສະຫນັບສະຫນູນຢ່າງສຸດໃຈ.

ສະຫາຍ ລິວຫົງຈ້ຽນ ແລະ ຄະນະໄດ້ປຶກສາຫາລືກັບຜູ້ນຳກະຊວງແຫ່ງຊາດທີ່ກ່ຽວຂ້ອງຕ່າງໆ,ເຊັ່ນ:ກົມການຮ່ວມມືພັດທະນາສາກົນແຫ່ງຊາດ, ກົມໃຫຍ່ພາສີ, ກົມກວດຄົນເຂົ້າເມືອງແຫ່ງຊາດ,ຂໍສະແດງຄວາມຂອບອົກຂອບໃຈຕໍ່ບັນດາກະຊວງ ແລະ ຄະນະກຳມະການແຫ່ງຊາດເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາຂອງນະຄອນຄຸນມິງມາເປັນເວລາດົນ,ດຳເນີນການແລກປ່ຽນຢ່າງເລິກເຊິ່ງໂດຍປິ່ນອ້ອມເລັ່ງລັດຊຸກຍູ້ກໍ່ສ້າງຕົວເມືອງດ່າຍຊາຍແດນສາກົນບໍ່ຫານ.

ສະຫາຍ ລິວຫົງຈ້ຽນສະແດງວ່າ,ປະຈຸບັນນີ້,ນະຄອນຄຸນມິງພວມສຶກສາ ແລະ ປະຕິບັດຈິດໃຈຄໍາປາໄສສຳຄັນຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ກ່າວໃນຢ້ຽມຢາມແຂວງຢຸນນານຢ່າງເລິກເຊິ່ງ, ໂດຍອີງຕາມຈິດໃຈຂອງຄຳຊີ້ນໍາສຳຄັນທີ່ "ບໍາລຸງຮັກສາ ແລະ ເປີດບໍລິການທາງລົດໄຟໃຫ້ດີ, ພັດທະນາ ແລະ ສ້າງເຂດລຽບຕາມທາງລົດໄຟໃຫ້ດີ, ແລະສ້າງເສັ້ນທາງທອງຄໍາ" ໂດຍທ່ານສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ເນັ້ນໜັກໃນເວລາເຂົ້າຮ່ວມພິທີເປີດບໍລິການທາງລົດໄຟຈີນ-ລາວ, ແລະຕາມຄຳປາໄສຂອງນາຍົກລັດຖະມົນຕີ ຫຼີເຄີ້ສຽງ ກ່າວໃນເວລາຢ້ຽມຢາມເຂດການຮ່ວມມືບໍ່ຫານ-ບໍ່ເຕັນ, ເລັ່ງລັດຊຸກຍູ້ກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ເພື່ອບໍລິການ ແລະ ເຊື່ອມໂຍງເຂົ້າຍຸດທະສາດພັດທະນາປະເທດຊາດດີກວ່າ, ແລະ ຊ່ວຍແຂວງຢູນນານເລັ່ງລັດການສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ຫວັງຢ່າງຈິງໃຈວ່າ, ບັນດາກະຊວງ ແລະ ຄະນະກຳມະການແຫ່ງຊາດຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ເພີ່ມທະວີຊີ້ນໍາວຽກງານ, ສ້າງຕັ້ງ ແລະ ປັບປຸງກົນໄກສື່ສານໃຫ້ເປັນປົກກະຕິ, ໃຫ້ການສະໜັບສະໜູນຫຼາຍກວ່າໃນດ້ານການກໍ່ສ້າງເຂດທີ່ຮົ້ວຂອງເຂດການຮ່ວມມືບໍ່ຫານ-ບໍ່ເຕັນ, ຍົກສູງລະດັບຄວາມສະດວກການຜ່ານດ່ານຕາມທາງລົດໄຟຈີນ-ລາວ, ປັບປຸງ ແລະ ຍົກສູງດ່ານຊາຍແດນທາງຫຼວງບໍ່ຫານ.

ຜູ້ນໍາກະຊວງແຫ່ງຊາດທີ່ກ່ຽວຂ້ອງໄດ້ຕອບສະໜອງຢ່າງຕັ້ງໜ້າຕໍ່ເລື່ອງທີ່ຕ້ອງການສະໜັບສະໜູນ, ສະແດງວ່າຈະປະຕິບັດຂໍ້ຕົກລົງ ແລະ ການຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ຄະນະບໍລິຫານງານແຫ່ງຊາດຈີນ, ສົມທົບກັບການສຶກສາ ແລະ ປະຕິບັດການສຶກສາຫົວຂໍ້ວ່າຄວາມຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ຂອງ ທ່ານ ສີຈິ້ນຜິງ, ລົງເລິກດໍາເນີນການຄົ້ນຄວ້າ ແລະ ການສໍາຫຼວດ, ສະໜັບສະໜູນການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານດ້ວຍຄວາມສາມາດຢ່າງເຕັມທີ, ຮ່ວມກັນປະກອບສ່ວນຫຼາຍກວ່າເພື່ອບໍລິການຍຸດທະສາດພັດທະນາປະເທດຊາດ.

ໃນໄລຍະຢູ່ປັກກິ່ງ,ສະຫາຍ ລິວຫົງຈ້ຽນຍັງປຶກສາຫາລືກັບບັນດາຜູ້ຮັບຜິດຊອບຂອງວິສາຫະກິດສູນກາງ, ເຊັ່ນກຸ່ມບໍລິສັດອາລູມິນຽມຂອງຈີນຈໍາກັດ,ກຸ່ມບໍລິສັດໂລຈິດສຕິຂອງຈີນຈໍາກັດ, ກຸ່ມບໍລິສັດການສະຫນອງຕະຫຼາດຂອງຈີນ ຈໍາກັດ ແລະ ບໍລິສັດທາງລົດໄຟຈີນຫຸ້ນສ່ວນຈໍາກັດ.ສະຫາຍ ລິວຫົງຈ້ຽນໄດ້ແນະນໍາທ່າແຮງທີ່ຕັ້ງ, ນາໂຍບາຍ, ຊັບພະຍາກອນຂອງແຂວງຢູນນານ ແລະ ເຂດການຮ່ວມມືບໍ່ຫານ-ບໍ່ເຕັນ.ສະຫາຍ ລິວຫົງຈ້ຽນສະແດງວ່າ, ຫວັງວ່າບັນດາວິສາຫະກິດສູນກາງສືບຕໍ່ສະໜັບສະໜູນ ແລະ ເຂົ້າຮ່ວມການພັດທະນານະຄອນຄຸນໝິງ ແລະ ການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ.

ບັນດາຜູ້ຮັບຜິດຊອບຂອງວິສາຫະກິດສູນກາງສະແດງວ່າ,ຈະສົ່ງເສີມທ່າແຮງຂອງວິສາຫະກິດສູນກາງຢ່າງເຕັມທີ, ເພີ່ມທະວີລົງເລິກການຮ່ວມມືຢ່າງຮອບດ້ານກັບນະຄອນຄຸນໝິງ, ວາງແຜນໂຄງການຢ່າງໃຫຍ່ຫຼວງ, ເພີ່ມຄວາມແຮງການລົງທຶນ, ຊຸກຍູ້ໃຫ້ສ້າງເປັນຮູບແບບສູນກາງ ແລະ ທ້ອງຖິ່ນຮ່ວມກັນພັດທະນາຢ່າງດີ.

ຫົວໜ້າກ່ຽວຂ້ອງຂອງດ່ານພາສີນະຄອນຄຸນມິງ,ດ່ານໃຫຍ່ກວດກາເຂົ້າອອກເມືອງແຂວງຢຸນນານ ແລະ ພະແນກພົວພັນກັບຕ່າງປະເທດແຂວງຢູນນານ, ທ່ານ ຢີນລີນຢູນ, ທ່ານຊີຢູນ, ທ່ານຕ້າຍຮ້ວຍໝິງ ແລະ ທ່ານ ເສີງຮ້ານເຂົ້າຮ່ວມກິດຈະກໍາທີ່ກ່ຽວຂ້ອງ.


昆明信息港讯(昆明日报 首席记者贾献培 通讯员赵彦亭) 6月1日至4日,省委常委、市委书记刘洪建率队赴北京拜访国家国际发展合作署、海关总署、国家移民管理局等国家部委,以及中国铝业集团、中国物流集团、中国供销集团、中国中铁股份有限公司等央企,主动沟通对接,深化务实合作,得到积极回应与支持。

刘洪建一行分别与国家国际发展合作署、海关总署、国家移民管理局等国家部委有关领导举行座谈,对国家部委长期以来对昆明发展给予的关心支持表示感谢,并围绕加快推进磨憨国际口岸城市建设进行深入交流。

刘洪建表示,当前,昆明正深入学习贯彻习近平总书记考察云南重要讲话精神,按照习近平总书记在出席中老铁路通车仪式时强调的“把铁路维护好、运营好,把沿线开发好、建设好,打造黄金线路”的重要指示精神,以及李强总理在磨憨—磨丁合作区调研时的讲话要求,加快推进磨憨国际口岸城市建设,更好服务和融入国家发展战略、更好助力云南建设我国面向南亚东南亚辐射中心。诚挚希望国家部委一如既往关心支持磨憨国际口岸城市建设,加强工作指导,建立健全常态化沟通机制,在磨憨—磨丁合作区围网区建设、提升中老铁路通关便利化水平、磨憨公路口岸改造提升等方面给予更多倾斜和支持。

国家部委有关领导对需要支持的事项给予了积极回应,表示将认真贯彻落实党中央、国务院决策部署,结合学习贯彻习近平新时代中国特色社会主义思想主题教育,深入开展调查研究,全力支持磨憨国际口岸城市建设,共同为服务国家发展战略贡献更大力量。

在北京期间,刘洪建还先后与中国铝业集团、中国物流集团、中国供销集团、中国中铁股份有限公司等央企负责人进行了座谈交流。刘洪建介绍了云南、昆明和磨憨—磨丁合作区的区位优势、政策优势、资源优势。刘洪建表示,希望广大央企继续支持、参与昆明发展和磨憨国际口岸城市建设。

各央企负责人表示,将充分发挥央企优势,进一步深化与昆明的全方位合作,布局重大项目,加大投资力度,推动形成央地携手共同发展的良好局面。

昆明海关、云南出入境边防检查总站、省外办有关领导,昆明市尹凌云、徐云、戴惠明、陈汉分别参加有关活动。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/09

11:26

ແບ່ງປັນ

ແປ
翻译