ມາຈາກ:ສະບາຍດີ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຊຶ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນຕອນບ່າຍວັນທີ 21 ມີນາ 2022 ຜ່ານມາ ຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN AIRLINES ທີ່ເດີນທາງຈາກ ນະຄອນຄຸນໝິງ ແຂວງຢຸນນານ ໄປ ນະຄອນກວາງໂຈ ແຂວງກວາງຕົງ ໄດ້ປະສົບອຸບັດເຫດຕົກຢູ່ ນະຄອນອູໂຈ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຊຶ່ງເປັນເຫດການທີ່ເສົ້າສະຫຼົດໃຈເປັນຢ່າງຍິ່ງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄື ປະຊາຊົນຈີນອ້າຍນ້ອງ.
ໃນນາມ ຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງ ສະຫາຍ ກໍຄື ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ຜ່ານສະຫາຍໄປຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດເຫດດັ່ງກ່າວນີ້ດ້ວຍ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສະຫາຍ ກໍຄື ການນໍາຂອງພັກ ແລະ ລັດຖະບານຈີນ, ລວມທັງຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູຈິດໃຈຂອງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ເປັນຢ່າງດີ.
ພ້ອມດຽວກັນນີ້ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ສະຫາຍ ຫຼີ ເຄີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເຊັ່ນດຽວກັນ.
老挝人民革命党中央委员会总书记、国家主席通伦·西苏里向中共中央总书记、中华人民共和国主席习近平致电慰问,内容如下:
我得知2022年3月21日下午,东航MU5735航班在云南昆明至广东广州途中失联,在广西壮族自治区梧州县发生的事故是一场悲剧,给中国的兄弟姐妹和乘客的生命财产造成了巨大损失。深感悲痛。
我代表党中央和老挝人民并代表个人,向中共党中央,中国政府、同志们和遇难者家属表示最深切的同情和慰问。
我相信中国党和政府的领导和同志和遇难者家属一定能够度过难关,一定能够安抚好遇难者家属情绪。
与此同时,老挝人民民主共和国总理潘坎·维帕万向中华人民共和国总理李克强表示慰问,老挝人民民主共和国外交部部长萨楞赛·康玛西向中华人民共和国外交部长、国务委员王毅表示慰问,同时也向中华人民共和国外交部表示慰问。
ແຂວງຢຸນນານໄດ້ອອກແຜນການເຄື່ອນໄຫວເພື່ອເລັ່ງລັດການເຂົ້າຈອດຂອງ RCEP ລົງເລິກການຮ່ວມມືດ້ານການຄ້າກັບບັນດາປະເທດອາຊຽນ
ສະບາຍດີ2022-03-23
ກອງປະຊຸມເສດຖະກິດການທູດການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງຈັດຂຶ້ນຢູ່ແຂວງຫຼວງພະບາງ
中国驻琅勃拉邦总领馆2022-03-24
ປະເທດຈີນ ສົ່ງອອກຍານພາຫະນະໃນສອງເດືອນເພີ່ມຂຶ້ນ 75%
ຂປລ2022-03-23
ປະເທດຈີນ ເລັ່ງພັດທະນາ ເມືອງອູ່ຫັ່ນ ໃຫ້ເປັນສູນກາງດ້ານອາວະກາດ
ຂປລ2022-03-23
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/28
11:09
— ແບ່ງປັນ —