ພະນັກງານຂອງພັກແລະລັດຖະບານລາວຝຶກອົບຮົມຢູ່ແຂວງຢຸນນານ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ນັກຂ່າວຮັບຮູ້ຈາກພະແນກພົວພັນກັບຕ່າງປະເທດແຂວງຢູນນານວ່າ, ວັນທີ 11-15 ມິຖຸນາ, ຫຼັກສູດການຝຶກອົບຮົມພະນັກງານພັກແລະລັດຖະບານລາວຊຸດທໍາອິດປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແລະ ກິ່ງແຂວງຸສິບສອງພັນນາ, ພະນັກງານຂອງພັກ ແລະ ລັດຖະບານ 25 ຄົນທີ່ມາຈາກສູນກາງ ແລະ ທ້ອງຖິ່ນຂອງລາວໄດ້ເຂົ້າຮ່ວມການຝຶກອົບຮົມ.

ນີ້ແມ່ນຫຼັກສູດການຝຶກອົບຮົມຄັ້ງທໍາອິດທີ່ແຜ່ລາມພະນັກງານພັກ ແລະ ລັດຖະບານຕ່າງປະເທດໃນແຂວງຂ້າພະເຈົ້ານັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ, ພະແນກຈັດຕັ້ງຂອງຄະນະພັກແຂວງ ແລະ ພະແນດພົວພັນຕ່າງປະເທດແຂວງເປັນເຈົ້າພາບ, ແລະ ຈັດຂຶ້ນໂດຍມະຫາວິທະຍາໄລຊົນເຜົ່າຢຸນນານ ແລະ ພື້ນຖານການຝຶກອົບຮົມພະນັກງານຊົນເຜົ່າແຂວງຢຸນນານ, ດ້ວຍຫົວຂໍ້ “ການສ້າງພັກຮາກຖານ + ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາ”, ອອກແບບເປັນຢ່າງດີໂດຍອີງໃສ່ຄວາມຕ້ອງການຂອງພັດທະນາລາວ, ແນໃສ່ຊ່ວຍເພີ່ມທະວີການແລກປ່ຽນປະສົບການດ້ານການປົກຄອງລະຫວ່າງຈີນ-ລາວ, ເພື່ອບໍາລຸງບຸກຄະລາກອນທ້ອງຖິ່ນໃຫ້ການພັດທະນາແບບຍືນຍົງຂອງປະເທດລາວ ແລະ ຍົກສູງຄວາມສາມາດໃນການຄຸ້ມຄອງຮາກຖານ. ຫຼັກສູດການຝຶກອົບຮົມໄດ້ນໍາໃຊ້ວິທີການສອນຕ່າງໆເຊັ່ນ: ການສອນໃນຫ້ອງຮຽນແລະການສອນຢູ່ພາກສະໜາມ, ຈັດຕັ້ງພະນັກງານລາວໄປເຂດພັດທະນາເສດຖະກິດຄຸນໝິງ, ເມືອງຈິ່ນນິງ, ຕາແສງບໍ່ຫານ ແລະ ບ່ອນອື່ນໆ; ເພື່ອເຂົ້າໃຈວິທີການ ແລະ ປະສົບການຂອງແຂວງຢຸນນານໃນການຫຼຸດຜ່ອນຄວາມທຸກຍາກແລະການຟື້ນຟູຊົນນະບົດ, ແລກປ່ຽນ ແລະ ສ້າງຄວາມເຫັນດີຢ່າງເປັນເອກະພາບກັນໃນການກໍ່ສ້າງແລະພັດທະນາອຸດສາຫະກຳລຽບຕາມທາງລົດໄຟຈີນ-ລາວ.

ແຕ່ວັນທີ 27 ມີນາ ຫາ ວັນທີ 3 ເມສາ ປີນີ້. ຄະນະຜູ້ແທນມິດຕະພາບແຂວງຢຸນນານໄດ້ໄປຢ້ຽມຢາມຫວຽດນາມ, ລາວ ແລະ ມຽນມາ. ໃນໄລຍະຢູ່ລາວ, ຝ່າຍຢຸນນານສະແດງວ່າ, ຈະແບ່ງປັນປະສົບການຂອງແຂວງຢຸນນານໃນດ້ານການປົກຄອງເຂດຊາຍແດນ, ການພັດທະນາກະສິກຳ, ການແກ້ໄຂຄວາມທຸກຍາກ, ການຟື້ນຟູຊົນນະບົດກັບຝ່າຍລາວໂດຍຜ່ານການຝຶກອົບຮົມ, ເພື່ອຊ່ວຍເຈົ້າໜ້າທີ່ລາວຍົກສູງຄວາມສາມາດດ້ານການປົກຄອງ. ຫຼັງຈາກສໍາເລັດການຢ້ຽມຢາມ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຢຸນນານໄດ້ກະກຽມການຝຶກອົບຮົມຢ່າງວ່ອງໄວ,ຕາມຂ່າວວ່າ, ປີນີ້, ແຂວງຂ້າພະເຈົ້າຍັງຈະຈັດການຝຶກອົບຮົມທີ່ກ່ຽວຂ້ອງໃຫ້ພະນັກງານຂອງພັກ ແລະ ລັດຖຸະບານຂອງມຽນມາ ແລະ ຫວຽດນາມອີກດ້ວຍ.


记者从省政府外事办获悉,6月11日至15日,2023年度首期老挝党政干部培训班在昆明市和西双版纳傣族自治州举办,来自老挝中央和地方的25名党政干部参训。

这是疫情发生以来我省首个面向外国党政干部的培训班,由省委组织部、省外办主办,云南民族大学、云南民族干部培训基地承办,以“基层党建+扶贫开发”为主题,立足老方发展需求精心设计,旨在助力加强中老治国理政经验交流,为老挝可持续发展培养本土人才,提升其基层治理能力。培训班采取课堂授课、现场教学等多种方式,组织老方学员前往昆明经开区、晋宁区,磨憨镇等地,深入了解云南脱贫减贫、乡村振兴的做法和经验,围绕中老铁路沿线产业建设和开发互动交流、凝聚共识。

今年3月27日至4月3日,云南省友好代表团访问越南、老挝、缅甸三国。在老期间,云南方面表示,将通过培训形式,同老方进一步分享在边疆治理、农业开发、脱贫减贫、乡村振兴等领域的云南经验,帮助老方官员加强执政能力建设。访问结束后,云南省有关部门紧锣密鼓筹办此次培训,从内外联络、课程设计、讲稿编译到开班仅用时1个月。据悉,今年我省还将面向缅甸、越南党政干部开展相关培训。(云南日报 记者韩成圆 覃雪丹) 


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/20

00:00

ແບ່ງປັນ

ແປ
翻译